ກອງປະຊຸມພົບປະສອງຝ່າຍສະຫະພັນກໍາມະບານແຂວງຄໍາມ່ວນ ແລະ ສະຫະພັນແຮງງານແຂວງກວາງບິ່ງ

14:20 | 22/08/2019

ໂດຍປະຕິບັດຕາມບັດບັນທຶກທີ່ເຊັນຮ່ວມກັນໃນວັນທີ 20 ມິຖຸນາ 2017 ທີ່ນະຄອນດົງເຮີຍ ແຂວງກວາງບິ່ງ ສສ ຫວຽດນາມກໍ່ຄືສອງປີໃດຜັດປ່ຽນກັນເຈົ້າພາບເທື່ອໜຶ່ງເພື່ອປະຕິບັດຕາມບົດບັນທຶກດັ່ງກ່າວດັ່ງນັ້ນໃນຕອນເຊົ້າຂອງວັນທີ 19 ສິງຫາ 2019 ຢູ່ທີ່ຫ້ອງປະຊຸມເຮືອນຮັບແຂກເລກ 01 ຂອງແຂວງສະຫາຍ ໂຕເຊີນ ອຸດທັດສີ ຄະນະບໍລິຫານງານສູນກາງສະຫະພັນກໍາມະບານລາວ , ປະທານຄະນະບໍລິຫານງານສະຫະພັນກໍາມະບານແຂວງຄໍາມ່ວນ ແລະ ບັນດາສະຫາຍຄະນະການນໍາສະຫະພັນກໍາມະບານແຂວງໄດ້ຕ້ອນຮັບຄະນະຜູ້ແທນສະຫະພັນແຮງງານແຂວງກວາງບິ່ງທີ່ມາຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງຄໍາມ່ວນຢ່າງເປັນທາງການເຊິ່ງນໍາໂດຍສະຫາຍ ຫງວຽນ ພີ ແຄັງ ຮອງປະທານສະຫະພັນແຮງງານແຂວງ , ຄະນະປະຈໍາສະຫະພັນແຂວງ .

ກອງປະຊຸມພົບປະສອງຝ່າຍສະຫະພັນກໍາມະບານແຂວງຄໍາມ່ວນ ແລະ ສະຫະພັນແຮງງານແຂວງກວາງບິ່ງ

ບັນຍາກາດກອງປະຊຸມພົບປະຂອງສອງສະຫະພັນກຳມະບານແຂວງ ຄຳມ່ວນ ແລະ ແຂວງກ້ວາງຈິ.

ໃນວາລະຂອງການພົບປະແລກປ່ຽນບົດຮຽນສອງຝ່າຍແມ່ນໄດ້ແຈ້ງສະພາບການເຄື່ອນໄຫວວຽກງານໃຫ້ກັນ ແລະ ກັນຮັບຮູ້ພ້ອມທັງໄດ້ຕີລາຄາສູງຕໍ່ໝາກຜົນຂອງການຮ່ວມມືເຊິ່ງຜ່ານການແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນສະຫະພັນທັງສອງແຂວງມີຄວາມເພິ່ງພໍໃຈຕໍ່ຜົນງານທີ່ໄດ້ຈັດຕັ້ງປະຕິບັດສອງປີຜ່ານມາພາຍໃຕ້ການຊີ້ນໍາໆ-ນໍາພາຂອງອົງຄະນະພັກ, ການຊຸກຍູ້ຢ່າງຕັ້ງໜ້າຂອງສະຫະພັນທັງສອງແຂວງ, ສະພາບເສດຖະກິດ-ສັງຄົມຂອງແຕ່ລະແຂວງລ້ວນແຕ່ມີບາດກ້າວຂະຫຍາຍຕົວໝັ້ນຄົງ, ຊີວິດການເປັນຢູ່ຂອງປະຊາຊົນດີຂຶ້ນກວ່າເກົ່າ,ຮັກສາວຽກງານປ້ອງກັນຊາດ - ປ້ອງກັນຄວາມສະຫງົບ, ພາລະບົດບາດ, ສິດ ແລະ ໜ້າທີ່ຂອງສະຫະພັນ ກໍາມະບານໄດ້ຮັບການເສີມຂະຫຍາຍຢ່າງຕັ້ງໜ້າ, ສາຍພົວພັນສາມັກຄີມິດຕະພາບລະຫວ່າງສອງແຂວງເວົ້າລວມ,ເວົ້າສະເພາະສອງສະຫະພັນຍັງຮັກສາໄດ້ສາຍພົວພັນຮ່ວມມືຊ່ວຍເຫຼືອເຊິ່ງກັນ ແລະ ກັນຕະຫຼອດມາ ພ້ອມນັ້ນຍັງໄດ້ມີຄວາມເປັນເອກະພາບກັບເນື້ອໃນບົດບັນທຶກຊ່ວຍຈໍາເພື່ອສົມທົບກັນປະຕິບັດໃນປີ 2020 – 2021 ຄື: ສືບຕໍ່ເສີມຂະຫຍາຍມູນເຊື້ອສາມັກຄີ, ຮ່ວມມືລະຫວ່າງສອງແຂວງ ແລກປ່ຽນບົດຮຽນໃນການຊີ້ນໍາການຈັດຕັ້ງເຄື່ອນໄຫວວຽກງານກໍາມະບານຢ່າງເປັນປົກກະຕິ , ເອົາໃຈໃສ່ໂຄສະນາ, ສຶກສາອົບຮົມໃຫ້ສະມາຊິກກໍາມະບານ , ກໍາມະກອນ ແລະ ຊາວຜູ້ອອກແຮງງານຂອງສອງແຂວງເຄົາລົບກົດໝາຍຂອງສອງປະເທດກ່ຽວກັບການຄຸ້ມຄອງແຮງງານ ແລະ ຈິດໃຈແຫ່ງມິດຕະພາບລະຫວ່າງສອງຊາດລາວ - ຫວຽດນາມ ແລະ ລະຫວ່າງສອງແຂວງຄໍາມ່ວນ - ກວາງບິ່ງ , ຜັດປ່ຽນກັນຈັດຕັ້ງຄະນະປະຕິບັດງານຢ້ຽມຢາມ ແລະ ແລກປ່ຽນບົດຮຽນ , ຮໍ່າຮຽນປະສົບການໃນການເຄື່ອນໄຫວວຽກງານກໍາມະບານ ( ສອງປີຕໍ່ຄັ້ງ ) ກ່ອນການຢ້ຽມຢາມຕ້ອງໄດ້ແຈ້ງຈໍານວນຄົນ , ວັນເວລາ , ແຜນການເຄື່ອນໄຫວ , ເນື້ອໃນການແລກປ່ຽນບົດຮຽນລະອຽດໃຫ້ພະແນກການຕ່າງປະເທດຂອງສອງແຂວງຮັບຮູ້ .

ກອງປະຊຸມພົບປະສອງຝ່າຍສະຫະພັນກໍາມະບານແຂວງຄໍາມ່ວນ ແລະ ສະຫະພັນແຮງງານແຂວງກວາງບິ່ງ

ກອງປະຊຸມພົບປະສອງຝ່າຍສະຫະພັນກໍາມະບານແຂວງຄໍາມ່ວນ ແລະ ສະຫະພັນແຮງງານແຂວງກວາງບິ່ງ

ຄະນະຜູ້ແທນທັງສອງຝ່າຍ ເປັນເອກະພາບເຊັນບົດບັນທຶກກອງປະຊຸມ ແລະ ມອບຂອງທີ່ລຶກນຶກໃຫ້ແກ່ກັນ.

ໃນໂອກາດນີ້ສະຫາຍ ຫງວຽນ ພີ ແຄັງ ຮອງປະທານສະຫະພັນແຮງງານແຂວງ, ຄະນະປະຈໍາສະຫະພັນແຂວງກວາງບິ່ງໄດ້ຕາງໜ້າໃຫ້ຄະນະປະຈໍາສະຫະພັນແຮງງານແຂວງໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບໃຫ້ອົບອຸ່ນ ແລະ ສະຫາຍຍັງໄດ້ເຊື້ອເຊີນຄະນະຜູ້ແທນສະຫະພັນກໍາມະບານແຂວງຄໍາມ່ວນໄປຢ້ຽມຢາມ ແລະ ເຮັດວຽກກັບສະຫະພັນແຮງງານແຂວງກວາງບິ່ງໃນເວລາອັນເໝາະສົມ .

(ແຫຼ່ງ​ຂໍ້​ມູນ​: Khammouane News)

ເຫດການ
302 Found

Found

The document has moved here.