ປັບປຸງຮ່າງດຳລັດ ການແຕ່ງດອງຄົນລາວ ກັບຄົນຕ່າງປະເທດ

14:30 | 22/08/2019

ໃນລະຫວ່າງວັນທີ 20-21 ສິງຫາ 2019, ທີ່ນະຄອນຫລວງວຽງຈັນ ກະຊວງພາຍໃນ ໄດ້ຈັດກອງປະຊຸມຄົ້ນຄວ້າ ປະກອບຄຳເຫັນ ໃສ່ຮ່າງດຳລັດ ວ່າດ້ວຍການແຕ່ງດອງລະຫວ່າງພົນລະ ເມືອງລາວ ກັບຄົນຕ່າງປະເທດ (ສະບັບປັບປຸງ 2019) ເພື່ອປັບປຸງຂອດການຂໍອະນຸມັດແຕ່ງດອງ ໃຫ້ສັ້ນລົງກວ່າເກົ່າ, ທັງມີເນື້ອໃນຮັດກຸມ, ຄົບຖ້ວນ, ຊັດເຈນ, ເປັນເອກະພາບກັນ ແລະ ສອດຄ່ອງກັບພາລະບົດ ບາດ ຂອງຂະແໜງການທີ່ກ່ຽວຂ້ອງ ຕາມທີ່່ກໍານົດໃນກົດໝາຍ ແລະ ປັບປຸງຂອດການປະສານສົມທົບລະຫວ່າງ ຂະແໜງການທີ່ກ່ຽວຂ້ອງໃຫ້ກົມກຽວ.

ປັບປຸງຮ່າງດຳລັດ ການແຕ່ງດອງຄົນລາວ ກັບຄົນຕ່າງປະເທດ

ບັນຍາກາດກອງປະຊຸມ.

ທ່ານ ສີພຸກ ວົງພັກດີ ຮອງລັດຖະມົນຕີກະຊວງພາຍໃນ ກ່າວວ່າ: ກອງປະຊຸມໃນຄັ້ງນີ້ ແມ່ນ ເພື່ອຈັດຕັ້ງປະຕິບັດສົນທິສັນຍາສາກົນທີ່ ສປປ ລາວ ເຂົ້າເປັນພາຄີກ່ຽວກັບວຽກງານສິດທິມະນຸດ, ສິດທິເດັກ,ຂໍ້ຕົກລົງສາກົນ ວ່າດ້ວຍການແຕ່ງດອງ ແລະ ຖະແຫລງການພາກພື້ນອາຊີ-ປາຊີຟິກ ເຮັດໃຫ້ການຈົດທະບຽນ ແລະ ກຳສະຖິຕິພົນລະເມືອງ ມີປະສິດທິພາບ ແລະ ປະສິດທິຜົນ. ຮ່າງດຳລັດ ວ່າດ້ວຍ ການແຕ່ງດອງ ລະຫວ່າງ ພົນລະເມືອງລາວ ກັບ ຄົນຕ່າງປະເທດ ປະກອບມີ 6 ໝວດ ກັບ 28 ມາດຕາ ໂດຍກົດຮ່າງດໍາລັດ ໄດ້ກໍານົດກ່ຽວກັບນະໂຍບາຍຂອງລັດ, ຫລັກການ ກ່ຽວກັບການແຕ່ງດອງ, ເງື່ອນໄຂໃນການແຕ່ງດອງ,ເອກະສານປະກອບຄຳຮ້ອງຂໍ ອະນຸມັດການແຕ່ງດອງ ລະຫວ່າງພົນລະເມືອງລາວ ກັບຄົນຕ່າງປະເທດ.

ທ່ານ ຮອງລັດຖະມົນຕີ ກະຊວງພາຍໃນ ໄດ້ຮຽກຮ້ອງໃຫ້ຜູ້ເຂົ້າຮ່ວມ ຈົ່ງເອົາໃຈໃສ່ເຂົ້າໃນການຄົ້ນຄວ້າ,ປະກອບຄຳຄິດຄຳເຫັນໃສ່ຮ່າງດໍາລັດດັ່ງກ່າວ ຢ່າງກົງໄປ-ກົງມາ ເພື່ອໃຫ້ມີເນື້ອໃນເລິກເຊິ່ງ, ຮັດກຸມ, ຈະແຈ້ງ ແລະ ສອດຄ່ອງກັບການ ຈັດຕັ້ງປະຕິບັດ ວຽກງານຕົວຈິງມີຄວາມຖືກຕ້ອງ ແລະ ມີປະ ສິດທິພາບສູງ.


(ແຫຼ່ງ​ຂໍ້​ມູນ​: ສົມຫວັງ/ຂ​ປ​ລ)

ທ່ານອາດຈະມັກ

ເຫດການ