ລາວ: ສ້າງຄວາມອາດສາມາດ ບຳບັດນ້ຳເປື້ອນ ແລະ ຂີ້ເຫຍື້ອ

16:24 | 30/07/2019

ວັນທີ 26 ກໍລະກົດ 2019 ທີ່ກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຈັດຕັ້ງພິທີເຊັນບົດບັນທຶກການປຶກສາຫາລື ລະຫວ່າງກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການຮ່ວມມື ສ ເກົາຫຼີ (KOICA) ປະຈຳລາວ ໃນໂຄງການສ້າງຄວາມອາດສາມາດບຳບັດນ້ຳເປື້ອນ ແລະ ຂີ້ເຫຍື້ອ ສຳລັບໂຄງການປັບປຸງສິ່ງແວດລ້ອມໃນຕົວເມືອງຢູ່ລາວ.

ເຂົ້າຮ່ວມພິ­ທີ​ ມີ​ທ່ານ ແສງ​ດາ​ລິດ ກັດ​ຕິ​ຍະ​ສັກ ຫົວ­ໜ້າ​ກົມ​ແຜນ­ການ ແລະ ການ​ຮ່ວມ​ມື ກະ­ຊວງ ໂຍ­ທາ​ທິ​ການ ແລະ ຂົນ­ສົ່ງ; ທ່ານ ຊັງ​ຊູ​ໂອ ຫົວ­ໜ້າ​ກົມ​ການ​ຮ່ວມ​ມື​ສາ­ກົນ KOICA ແລະ ທ່ານ ເຈ​ຊັນ​ລີ ຫົວ­ໜ້າ​ຫ້ອງ­ການ​ສະ​ຖາ​ບັນ​ເຕີບ​ໂຕ​ສີ­ຂຽວ; ທ່ານ​ນາງ ວິ­ໄລ​ຄຳ ໂພ​ສາ​ລາດ ຮອງ​ລັດ­ຖະ­ມົນ­ຕີ​ກະ­ຊວງ ໂຍ­ທາ​ທິ​ການ ແລະ ຂົນ­ສົ່ງ; ທ່ານ ຊິນ​ຊອງ​ຊຸນ ເອກ​ອັກ​ຄະ​ລັດ​ຖະ​ທູດ ສ ເກົາ­ຫຼີ ປະ­ຈຳ​ລາວ ພ້ອມ​ດ້ວຍ​ພະ­ນັກ­ງານ​ກ່ຽວ­ຂ້ອງ​ທັງ​ສອງ​ຝ່າຍ​ເຂົ້າ​ຮ່ວມ.

ລາວ: ສ້າງຄວາມອາດສາມາດ ບຳບັດນ້ຳເປື້ອນ ແລະ ຂີ້ເຫຍື້ອ

ພິທີເຊັນບົດບັນທຶກການປຶກສາຫາລື ລະຫວ່າງກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການຮ່ວມມື ສ ເກົາຫຼີ (KOICA) ປະຈຳລາວ. (ພາບ: vientianemai.net)

ໂຄງ­ການ​ດັ່ງ­ກ່າວ ເປັນ​ໂຄງ­ການ​ທີ່​ໄດ້​ຮັບ​ການ​ຊ່ວຍ­ເຫຼືອ​ທາງ​ດ້ານ​ເຕັກ­ນິກ ຈາກ​ອົງ­ການ KOICA ແລະ ສະ​ຖາ​ບັນ​ເຕີບ​ໂຕ​ສີ­ຂຽວ ທັງ​ນີ້ ເພື່ອ​ຫຼຸດ­ຜ່ອນ​ຜົນ​ກະ­ທົບ​ຕໍ່​ສິ່ງ­ແວດລ້ອມ​ໃນ​ຕົວ​ເມືອງ ຜົນ​ກະ­ທົບ​ຕໍ່​ສຸ­ຂະ­ພາບ​ຂອງ​ປະ­ຊາ­ຊົນ ແລະ ສົ່ງ­ເສີມ​ຄວາມ​ອາດ​ສາ­ມາດ​ໃນ​ການ​ພັດ­ທະ­ນາ​ຕົວ​ເມືອງ​ສີ­ຂຽວ ປັບ­ປຸງ​ໃຫ້​ສາ­ມາດ​ເຂົ້າ​ເຖິງ​ການ​ຄຸ້ມ​ຄອງ ການ​ບໍ­ລິ­ການ ການ​ບຳ­ບັດ​ຂີ້​ເຫຍື້ອ ກິດ­ຈະ­ກຳ​ຂອງ​ໂຄງ­ການ​ປະ­ກອບ​ມີ ສ້າງ​ພື້ນ­ຖານ​ໂຄງ​ລ່າງ​ສຸ­ຂາ­ພິ­ບານ ຢູ່​ນະ­ຄອນ­ຫຼວງ​ວຽງ​ຈັນ ແລະ ຢູ່​ນະ­ຄອນ​ປາກ​ເຊ ແຂວງ​ຈຳ­ປາ​ສັກ ວຽກ​ງານ​ຄົ້ນ­ຄວ້າ​ນິ­ຕິ​ກຳ​ທີ່​ກ່ຽວ­ຂ້ອງ​ກັບ​ສຸ­ຂາ­ພິ­ບານ​ທັງ​ສູນ​ກາງ ແລະ ທ້ອງ­ຖິ່ນ ພາຍ­ຫຼັງ​ສຳ­ເລັດ​ຈະ​ເປັນ​ເຄື່ອງ­ມື​ໃນ​ການ​ພັດ­ທະ­ນາ ແລະ ຄຸ້ມ​ຄອງ​ວຽກ​ງານ​ສຸ­ຂາ­ພິ­ບານ​ຕົວ​ເມືອງ​ຢ່າງ​ມີ​ປະ­ສິດ­ທິ­ພາບ ໄລ­ຍະ​ການ­ຈັດ­ຕັ້ງ​ປະ­ຕິ­ບັດ​ໂຄງ­ການ 4 ປີ (2019-2024) ມູນ​ຄ່າ 6.500.000 ໂດ​ລາ​ສະ­ຫະ­ລັດ ຫຼື ປະ­ມານ 56,95 ຕື້​ກີບ.

ຕະ­ຫຼອດ​ໄລ­ຍະ​ຜ່ານ​ອົງ­ການ​ດັ່ງ­ກ່າວ ໄດ້​ໃຫ້­ການ​ຊ່ວຍ­ເຫຼືອ​ຂະ­ແໜງ­ການ​ຕ່າງໆ​ຢູ່​ລາວ ມູນ​ຄ່າ​ຫຼາຍ​ລ້ານ​ກີບ ເປັນ­ຕົ້ນ​ແມ່ນ​ພັດ­ທະ­ນາ​ຊົນ­ນະ­ບົດ ເກັບ​ກູ້​ລະ­ເບີດ ວຽກ​ງານ​ສາ­ທາ­ລະ­ນະ​ສຸກ ວຽກ​ງານ​ສຶກ​ສາ ແລະ ​ອື່ນໆ.

(ແຫຼ່ງ​ຂໍ້​ມູນ​: vientianemai)

ເຫດການ