ລະດັບການປັບໄໝໃໝ່ສຳລັບຂົງເຂດແຮງງານ ແລະ ປະກັນສັງຄົມ ແຕ່ປີ 2022 ທີ່ຄວນເອົາໃຈໃສ່

09:56 | 18/03/2022

ຍ​ສ​ໝ - ລັດ​ຖະ​ບານ​ໄດ້​ປະ​ກາດ​ໃຊ້​ດຳ​ລັດ​ເລກ​ທີ 12/2022/ດ​ລ-ລບ ວ່າ​ດ້ວຍ​ການແກ້​ໄຂ​ການ​ລະ​ເມີດ​ທາງ​ບໍ​ລິ​ຫານ​ໃນ​ຂົງ​ເຂດ​ແຮງ​ງານ ແລະ ປະ​ກັນ​ສັງ​ຄົມ ປ່ຽນ​ແທນ​ດຳ​ລັດ​ເລກ​ທີ 28/2020/ດ​ລ-ລບ. ລະ​ດັບ​ການ​ປັບ​ໄໝ​ວິ​ສາ​ຫະ​ກິດ​ທີ່​ຄວນ​ເອົາ​ໃຈ​ໃສ່ ມີ​ດັ່ງ​ນີ້:

ເປີດກວ້າງການ​ໜູນ​ຊ່ວຍ​ຜູ້​ອອກ​ແຮງ​ງານ​ທີ່​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ​ຍ້ອນ​ພະຍາດ​ໂຄ​ວິດ-19 ເປີດກວ້າງການ​ໜູນ​ຊ່ວຍ​ຜູ້​ອອກ​ແຮງ​ງານ​ທີ່​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ​ຍ້ອນ​ພະຍາດ​ໂຄ​ວິດ-19
ຫວຽດນາມ-ລາວ ແລກປ່ຽນບົດຮຽນກ່ຽວກັບວິຊາການປະກັນສັງຄົມ ຫວຽດນາມ-ລາວ ແລກປ່ຽນບົດຮຽນກ່ຽວກັບວິຊາການປະກັນສັງຄົມ

ລັດ​ຖະ​ບານ​ໄດ້​ປະ​ກາດ​ໃຊ້​ດຳ​ລັດ​ເລກ​ທີ 12/2022/ດ​ລ-ລບ ວ່າ​ດ້ວຍ​ການແກ້​ໄຂ​ການ​ລະ​ເມີດ​ທາງ​ບໍ​ລິ​ຫານ​ໃນ​ຂົງ​ເຂດ​ແຮງ​ງານ ແລະ ປະ​ກັນ​ສັງ​ຄົມ ປ່ຽນ​ແທນ​ດຳ​ລັດ​ເລກ​ທີ 28/2020/ດ​ລ-ລບ. ລະ​ດັບ​ການ​ປັບ​ໄໝ​ວິ​ສາ​ຫະ​ກິດ​ທີ່​ຄວນ​ເອົາ​ໃຈ​ໃສ່ ມີ​ດັ່ງ​ນີ້:

-ການລ່ວງ​ລະ​ເມີດ​ທາງ​ເພດ​ໃນ​ສະ​ຖານ​ທີ່​ເຮັດ​ວຽກ ແຕ່​ຍັງ​ບໍ່​ຮອດ​ລະ​ດັບ​ຄວາມ​ຮັບ​ຜິດ​ຊອບ​ທາງ​ອາ​ຍາ. ລະ​ດັບ​ການ​ປັບ​ໄໝ​ແຕ່ 15 – 30 ລ້ານ​ດົ້ງ (ວັກ 3 ມາດ​ຕາ 11). ກ່ອນ​ໜ້າ​ນີ້ບໍ່​ໄດ້ກຳ​ນົດ​ລະ​ດັບ​ການ​ປັບ​ໄໝ.

-ການບັງ​ຄັບ​ຜູ້​ອອກ​ແຮງ​ງານ​ປະ​ຕິ​ບັດ​ສັນ​ຍາ​ແຮງ​ງານ​ເພື່ອ​ໃຊ້​ແທນ​ໜີ້​ສິນ​ແກ່​ຜູ້​ນຳ​ໃຊ້​ແຮງ​ງານ ລະ​ດັບ​ການ​ປັບ​ໄໝ​ແຕ່ 50 – 75 ລ້ານ​ດົ້ງ (ຂໍ້ b ວັກ 4 ມາດ​ຕາ 11). ກ່ອນ​ໜ້າ​ນີ້, ດຳ​ລັດ 28/2020 ບໍ່​ກຳ​ນົດ​ລະ​ດັບ​ການ​ປັບ​ໄໝ.

undefined
ພາບປະກອບ: TTXVN

-ການບໍ່ແຈ້ງ​ການ​ເປັນ​ລາຍ​ລັກ​ອັກ​ສອນ​ໃຫ້​ແກ່​ຜູ້​ອອກ​ແຮງ​ງານກ່ຽວ​ກັບ​ການ​ສິ້ນ​ສຸດ​ສັນ​ຍາ​ແຮງ​ງານ ເມື່ອ​ສັນ​ຍາ​ແຮງ​ງານ​ສິ້ນ​ສຸດ​ຕາມ​ກຳ​ນົດ​ຂອງ​ປະ​ມວນ​ກົດ​ໝາຍ​ແຮງ​ງານ, ຍົກ​ເວັ້ນ​ກໍ​ລະ​ນີ​ທີ່​ກຳ​ນົດ​ໄວ້​ໃນ​ບັນ​ດາ​ວັກ 4, 5, 6, 7 ແລະ 8 ມາດ​ຕາ 34 ຂອງ​ປະ​ມວນ​ກົດ​ໝາຍ​ແຮງ​ງານ. ລະ​ດັບ​ການ​ປັບ​ໄໝ​ແຕ່ 1 ລ້ານ – 3 ລ້ານ​ດົ້ງ (ວັກ 1 ມາດ​ຕາ 12). ກ່ອນ​ໜ້າ​ນີ້, ດຳ​ລັດ 28/2020 ບໍ່​ກຳ​ນົດ​ລະ​ດັບ​ການ​ປັບ​ໄໝ.

-ການສວຍ​ໃຊ້​ຊື່​ສຽງການ​ສອນ​ວິ​ຊາ​ຊີບ, ຝຶກວິ​ຊາ​ຊີບ ເພື່ອ​ຫາ​ຜົນ​ປະ​ໂຫຍດ ຫຼື ຂູດ​ຮີດ​ແຮງ​ງານ ຫຼື ຊັກ​ຈູງ ຫຼື ບັງ​ຄັບ​ຜູ້​ຮຽນ​ວິ​ຊາ​ຊີບ, ຜູ້​ຝຶກວິ​ຊາ​ຊີບ​ເຂົ້າ​ຮ່ວມ​ການ​ເຄື່ອນ​ໄຫວ​ທີ່​ຂັດ​ກັບ​ກົດ​ໝາຍ. ລະ​ດັບ​ການ​ປັບ​ໄໝ​ແຕ່ 50 – 75 ລ້ານ​ດົ້ງ (ຂໍ້ a ວັກ 2 ມາດ​ຕາ 14). ກ່ອນ​ໜ້າ​ນີ້, ຖືກ​ປັບ​ໄໝ​ແຕ່ 20 – 25 ລ້ານ​ດົ້ງ.

-ການຮັບ​ສະ​ໝັກ​ຜູ້​ເຂົ້າ​ຝຶກວິ​ຊາ​ຊີບ​ເພື່ອ​ເຮັດ​ວຽກ​ໃຫ້​ແກ່​ຕົນ​ສຳ​ລັບ​ກຳ​ນົດ​ເວ​ລາ​ຝຶກ​ງານ​ເກີນ 3 ເດືອນ. ລະ​ດັບ​ການ​ປັບ​ໄໝ​ແຕ່ 50 – 75 ລ້ານ​ດົ້ງ (ຂໍ້ a ວັກ 1 ມາດ​ຕາ 12). ກ່ອນ​ໜ້າ​ນີ້, ດຳ​ລັດ 28/2020 ບໍ່​ກຳ​ນົດ​ລະ​ດັບ​ການ​ປັບ​ໄໝ.

-ການບໍ່​ແຈ້ງ​ຢ່​າງ​ເປີດ​ເຜີຍ​ໃນ​ສະ​ຖານ​ທີ່​ເຮັດ​ວຽກ​ກ່ອນ​ເວ​ລາ​ປະ​ຕິ​ບັດ​ຂັ້ນ​ເງິນ​ເດືອນ, ຕາງ​ຕະ​ລາງ​ເງິນ​ເດືອນ; ລະ​ດັບ​ແຮງ​ງານ; ລະ​ບຽບ​ການໄດ້​ໂບ​ນັດ. ລະ​ດັບ​ການ​ປັບ​ໄໝ​ແຕ່ 5 – 10 ລ້ານ​ດົ້ງ (ຂໍ້ a ວັກ 1 ມາດ​ຕາ 17). ກ່ອນ​ນີ້ລະ​ດັບ​ການ​ປັບ​ໄໝພຽງ​ແຕ່ 2 – 5 ລ້ານ​ດົ້ງ (ຂໍ້ a ວັກ 1 ມາດ​ຕາ 16).

-ການບໍ່​ແຈ້ງ​ລະ​ບຽບ​ການອອກ​ແຮງ​ງານ​ເຖິງ​ຜູ້​ອອກ​ແຮງ​ງານ​ທັງ​ໝົດ ຫຼື ບໍ່​ຕິດ​ປະ​ກາດ​ເນື້ອ​ໃນຫຼັກ​ຕ່າງໆ​ຂອງ​ລະ​ບຽບ​ການ​ອອກ​ແຮງ​ງານ ຢູ່​ໃນ​ບ່ອນ​ທີ່​ຈຳ​ເປັນ​ປະ​ຈຳ​ສະ​ຖານ​ທີ່​ເຮັດ​ວຽກ ປັບ​ໄໝ​ແຕ່ 1 – 3 ລ້ານ​ດົ້ງ ຕາມວັກ 1 ມາດ​ຕາ 19. ກ່ອນ​ນີ້ລະ​ດັບ​ການ​ປັບ​ໄໝນີ້​ແມ່ນ 5 ແສນ – 1 ລ້ານ​ດົ້ງ.

-ການນຳ​ໃຊ້​ຮູບ​ແບບ​ການ​ປັບ​ໄໝ​ເງິນ ຫຼື ຫັກ​ເງິນ​ເດືອນ​ແທນ​ການ​ແກ້​ໄຂ​ທາງວິ​ໄນ​ແຮງ​ງານ ຖືກ​ປັບ​ໄໝ​ແຕ່ 20 – 40 ລ້ານ​ດົ້ງ (ຂໍ້ b ວັກ 3 ມາດ​ຕາ 19). ກ່ອນ​ນີ້ລະ​ດັບ​ການ​ປັບ​ໄໝແມ່ນ 10 – 15 ລ້ານ​ດົ້ງ.

-ການປະ​ຕິ​ບັດ​ວິ​ໄນ​ແຮງ​ງານ​ຕໍ່​ກັບ​ຜູ້​ອອກ​ແຮງ​ງານ​ທີ່​ກຳ​ລັງ​ຢູ່​ໃນ​ໄລ​ຍະ​ເວ​ລາ​ດັ່ງ​ນີ້: ພັກ​ເຈັບ​ເປັນ; ພັກ​ປິ່ນ​ປົວ; ພັກ​ວຽກ​ໂດຍ​ໄດ້​ຮັບ​ການ​ເຫັນ​ດີ​ຂອງ​ຜູ້​ໃຊ້​ແຮງ​ງານ; ກຳ​ລັງ​ຖືກ​ກັກ​ຕົວ; ກຳ​ລັງ​ຖືກ​ກັກ​ຂັງ; ກຳ​ລັງ​ລໍ​ຖ້າ​ຜົນ​ຂອງ​ອົງ​ການ​ທີ່​ມີ​ສິດ​ອຳ​ນາດ​ໃນ​ການ​ສືບ​ສວນ, ຢັ້ງ​ຢືນ ແລະ ສະຫຼຸບ​ຕໍ່​ກັບ​ການ​ລະ​ເມີດ​ທີ່​ຖືກ​ກຳ​ນົດ​ໃນ​ວັກ 1 ແລະ ວັກ 2 ມາດ​ຕາ 125 ຂອງ​ປະ​ມວນ​ກົດ​ໝາຍ​ແຮງ​ງານ. ລະ​ດັບ​ການ​ປັບ​ໄໝ​ແຕ່ 20 – 40 ລ້ານ​ດົ້ງ (ຂໍ້ đ ວັກ 3 ມາດ​ຕາ 19). ກ່ອນ​ນີ້ຕາມ​ດຳ​ລັດ 28/2020 ບໍ່​ກຳ​ນົດ​ການ​ປັບ​ໄໝ.

-ການບໍ່​ຮັບ​ປະ​ກັນ​ປະ​ຕິ​ບັດ​ຄວາມ​ເທົ່າ​ທຽມ​ທາງ​ເພດ ແລະ ມາດ​ຕະ​ການ​ຊຸກ​ຍູ້​ຄວາມ​ເທົ່າ​ທຽມ​ທາງ​ເພດ​ຕາມ​ໜຶ່ງ​ໃນ​ບັນ​ດາ​ກໍ​ລະ​ນີ​ດັ່ງ​ນີ້: ການ​ຮັບ​ສະ​ໝັກ; ການ​ສັບ​ຊ້ອນ; ການ​ຈັດ​ແບ່ງວຽກ; ການ​ຝຶກ​ອົບ​ຮົມ; ໄລ​ຍະເວ​ລາ​ການ​ເຮັດ​ວຽກ; ໄລ​ຍະ​ເວ​ລາ​ການ​ພັກ​ຜ່ອນ; ລະ​ບອບ​ຕ່າງໆ. ລະ​ດັບ​ການ​ປັບ​ໄໝ​ແຕ່ 5 – 10 ລ້ານ​ດົ້ງ (ຂໍ້ a ວັກ 1 ມາດ​ຕາ 28). ກ່ອນ​ນີ້ຕາມ​ດຳ​ລັດ 28/2020 ບໍ່​ກຳ​ນົດ​ການ​ປັບ​ໄໝ.

-ການຂົ່ມ​ເຫັງ, ລ່ວງ​ລະ​ເມີດ​ທາງ​ເພດ, ບັງ​ຄັບ​ໃຊ້​ແຮງ​ງານ, ຫຼື ນຳ​ໃຊ້​ກຳ​ລັງ​ຂົ່ມ​ຂູ່​ຕໍ່​ກັບ​ຜູ້​ອອກ​ແຮງ​ງານ​ທີ່​ເປັ​ນ​ຜູ້​ຊ່ວຍ​ວຽກ​ຄອບ​ຄົວ ແຕ່ບໍ່​ຮອດ​ລະ​ດັບ​ຄວາມ​ຮັບ​ຜິດ​ຊອບ​ທາງ​ອາ​ຍາ. ລະ​ດັບ​ການ​ປັບ​ໄໝ​ແຕ່ 50 – 75 ລ້ານ​ດົ້ງ (ວັກ 4 ມາດ​ຕາ 30). ກ່ອນ​ນີ້ຕາມ​ດຳ​ລັດ 28/2020 ບໍ່​ກຳ​ນົດ​ການ​ປັບ​ໄໝ.

-ການບໍ່​ປະ​ຕິ​ບັດ​ຂັ້ນ​ຕອນຢັ້ງ​ຢືນ​ກ່ຽວ​ກັບ​ການ​ຊື້​ປະ​ກັນ​ໄພວ່າງວຽກໃຫ້ຜູ້​ອອກ​ແຮງ​ງານ ເພື່ອ​ໃຫ້​ຜູ້​ອອກ​ແຮງ​ງານ​ປະ​ກອບສຳ​ນວນ​ການ​ໄດ້​ຮັບ​ປະ​ກັນ​ວ່າງ​ງານໃຫ້​ຄົບ​ຖ້ວນ​ຕາມ​ລະ​ບຽບ​ການ. ລະ​ດັບ​ການ​ປັບ​ໄໝ​ແຕ່ 1 – 3 ລ້ານ​ດົ້ງ (ວັກ 3 ມາດ​ຕາ 39). ກ່ອນ​ນີ້ລະ​ດັບ​ການ​ປັບ​ໄໝ​ແຕ່ 5 ແສນ - 1 ລ້ານດົ້ງ.

-ການເຮັດ​ປອມ, ເຮັດ​ຜິດ​ລະ​ບຽບ​ເນື້ອ​ໃນ​ສຳ​ນວນ​ການ​ໄດ້​ຮັບ​ປະ​ກັນ​ສັງ​ຄົມ, ປະ​ກັນ​ໄພ​ວ່າງ​ງານ ເພື່ອ​ຫາ​ຜົນ​ປະ​ໂຫຍດ​ຈາກ​ລະ​ບອບ​ປະ​ກັນ​ສັງ​ຄົມ, ປະ​ກັນ​ໄພ​ວ່າງ​ງານ ແຕ່ບໍ່​ເຖິງ​ລະ​ດັບ​ຄວາມ​ຮັບ​ຜິດ​ຊອບ​ທາງ​ອາ​ຍາ ສຳ​ລັບ​ແຕ່​ລະ​ສຳ​ນວນ​ການ​ໄດ້​ຮັບ​ປະ​ກັນ​ສັງ​ຄົມ, ປະ​ກັນ​ໄພ​ວ່າງ​ງານ​ທີ່​ເຮັດ​ປອມ, ເຮັດ​ຜິດລະ​ບຽບ​ເນື້ອ​ໃນ. ລະ​ດັບ​ການ​ປັບ​ໄໝ​ແຕ່ 10 – 20 ລ້ານ​ດົ້ງ/ສຳ​ນວນ​ທີ່ລະ​ເມີດ ແຕ່​ສູງ​ສຸດ​ແມ່ນ 75 ລ້ານ​ດົ້ງ (ວັກ 2 ມາດ​ຕາ 40). ກ່ອນ​ນີ້ລະ​ດັບ​ການ​ປັບ​ໄໝ​ແຕ່ 5 - 10 ລ້ານດົ້ງ.

ວິ​ລະ​ຊົນ

ເຫດການ
302 Found

Found

The document has moved here.