ແຂວງ​ເກິ່ນເທີ ຊຸກຍູ້ນໍ້າໃຈສາມັກຄີ, ມິດຕະພາບຫວຽດນາມ ​- ກຳປູ​ເຈຍ

13:12 | 04/03/2022

ຍສໝ - ວັນທີ 2 ມີນາ, ສະຫະພັນບັນດາອົງການຈັດຕັ້ງມິດຕະພາບ ນະຄອນ​ເກິ່ນເທີ (ສະຫະພັນເກິ່ນເທີ) ໄດ້ມີການເຮັດວຽກກັບຄະນະບໍລິຫານງານ ສະມາຄົມມິດ ຕະພາບຫວຽດນາມ-ກໍາປູເຈຍ ນະຄອນ​ເກິ່ນເທີ ແນໃສ່ປຶກສາຫາລືແຜນການ ຈັດຕັ້ງບັນດາເຫດການມຸ່ງໄປເຖິງການ​ສະເຫຼີມສະຫຼອງ 55 ປີ ແຫ່ງວັນສ້າງ ຕັ້ງການພົວພັນທາງການທູດຫວຽດນາມ​-ກຳປູ​ເຈຍ (24​ ມິຖຸນາ 1967 - 24 ມິຖຸນາ 2022).

ເກິ່ນເທີ ໄດ້ຮັບ ແລະແຈກຢາຍເຄື່ອງຊ່ວຍເຫຼືອເພື່ອປ້ອງກັນ ແລະ ຄວບຄຸມ COVID-19 ສະໜັບສະໜູນໂດຍ ອົງການ WWO ແລະ ສະຖານທູດໄອແລນ/FHI 360 ເກິ່ນເທີ ໄດ້ຮັບ ແລະແຈກຢາຍເຄື່ອງຊ່ວຍເຫຼືອເພື່ອປ້ອງກັນ ແລະ ຄວບຄຸມ COVID-19 ສະໜັບສະໜູນໂດຍ ອົງການ WWO ແລະ ສະຖານທູດໄອແລນ/FHI 360
ມອບ​ຜ້າ​ອັດ​ປາກ​ດັງ 20.000 ອັນ, ນ້ຳຢາ​ລ້າງ​ມື​ຂ້າ​ເຊື້ອ 1000 ຕຸກ ໃຫ້​ແກ່​ສະ​ຫະ​ພັນ​ຊາວ​ໜຸ່ມ ກຳ​ປູ​ເຈຍ ແຂວງ Svay Rieng ມອບ​ຜ້າ​ອັດ​ປາກ​ດັງ 20.000 ອັນ, ນ້ຳຢາ​ລ້າງ​ມື​ຂ້າ​ເຊື້ອ 1000 ຕຸກ ໃຫ້​ແກ່​ສະ​ຫະ​ພັນ​ຊາວ​ໜຸ່ມ ກຳ​ປູ​ເຈຍ ແຂວງ Svay Rieng

ທີ່ກອງປະຊຸມ, ທ່ານ ຫງວຽນວັນເກິ້ນ, ປະທານສະມາຄົມມິດຕະພາບ ຫວຽດນາມ-ກໍາປູເຈຍ ນະຄອນ​ເກິ່ນເທີ ໃຫ້ຮູ້ວ່າ ປີ 2021, ໃນສະພາບ ພະຍາດໂຄວິດ-19 ລະບາດ, ສະຫະພັນເກິ່ນເທີ ແລະສະມາຄົມ ໄດ້ປະຕິບັດ ບັນດາການເຄື່ອນໄຫວໜູນຊ່ວຍ, ຊ່ວຍເຫຼືອໃຫ້ປະຊາຊົນກໍາປູເຈຍ. ປີ 2022, ສະມາຄົມ ຈະສຸມໃສ່​ສົມທົບ​ກັນ​ຈັດຕັ້ງປະຕິບັດບັນດາການເຄື່ອນໄຫວ ມຸ່ງໄປເຖິງ​ການສະເຫຼີມສະຫຼອງ 55 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ ​- ກຳປູ​ເຈຍ (24​ ມິຖຸນາ 1967 - 24 ມິຖຸນາ 2022) ແນໃສ່​ຮັດແໜ້ນ ສາຍພົວພັນມິດຕະພາບປະຊາຊົນສອງປະເທດ.

ແຂວງ​ເກິ່ນເທີ ຊຸກຍູ້ນໍ້າໃຈສາມັກຄີ, ມິດຕະພາບຫວຽດນາມ ​- ກຳປູ​ເຈຍ
ແຂວງ​ເກິ່ນເທີ ຊຸກຍູ້ນໍ້າໃຈສາມັກຄີ, ມິດຕະພາບຫວຽດນາມ ​- ກຳປູ​ເຈຍ. ພາບ: thoidai.com.vn

ກ່າວຄໍາເຫັນທີ່ກອງປະຊຸມ, ທ່ານນາງ ເລທິແທັງຢາງ ປະທານສະຫະພັນ ເກິ່ນເທີ ຮັບຮູ້ ແລະຕີລາຄາສູງການປະກອບສ່ວນຂອງສະມາຄົມ ໃນໄລຍະຜ່ານມາ, ພ້ອມທັງໃສ່ໃຈໃນປີ 2022, ສະມາຄົມ ຈະ​ມີ​ຫຼາຍ​ເຫດການ​ສຳຄັນ, ​ເປັນຂີດ​ໝາຍສາຍ​ພົວພັນ​ລະຫວ່າງຫວຽດນາມ ​ແລະປະຊາຊົນ​ບັນດາ​ປະ​ເທດ, ​ໃນ​ນັ້ນ​ມີ​ປະຊາຊົນ​ກຳປູ​ເຈຍ; ພ້ອມ​ທັງປາດຖະໜາວ່າ ບັນດາ​ສະມາຄົມ​ສະມາຊິກ, ສະມາຊິກ, ພິ​ເສດ​ແມ່ນ​ສະມາຄົມມິດຕະພາບຫວຽດນາມ-ກໍາປູເຈຍ ຈະສືບ​ຕໍ່​​ປັບປຸງ, ​ເສີມ​ຂະຫຍາຍ​ບົດບາດ, ຄວາມ​ຮັບຜິດຊອບ​ຂອງ​ຕົນ​ໃຫ້​ດີ​ກວ່າ​ອີກ ​ເພື່ອ​ປະ​ຕິ​ບັດສຳ​ເລັດ​ໜ້າທີ່ໄດ້ມອບໝາຍໃຫ້.

ບູນມີ

ເຫດການ
302 Found

Found

The document has moved here.