ສ້າງກໍາລັງແຮງໃໝ່ໃຫ້ການພົວພັນຄູ່ຮ່ວມມືຍຸດທະສາດຫວຽດນາມ-ສິງກະໂປ

19:00 | 28/02/2022

ວັນທີ 26 ກຸມພາ, ທ່ານ ຫງວຽນຊວນຟຸກ ປະທານປະເທດ ແລະພັນລະຍາ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງຫວຽດນາມ ໄດ້ສິ້ນສຸດການຢ້ຽມຢາມທາງລັດຖະກິດສິງກະໂປ ຢ່າງຈົບງາມຕາມຄໍາເຊື້ອເຊີນຂອງທ່ານ Halimah Yacob ປະທານາທິບໍດີສິງກະໂປ. ເນື່ອງໃນໂອກາດນີ້, ທ່ານ ໂຕແອັງຢູງ ຮອງລັດຖະມົນຕີຕ່າງປະເທດ ໄດ້ຕອບສໍາພາດຕໍ່ສື່ມວນຊົນກ່ຽວກັບຜົນການຢ້ຽມຢາມ.

ຊຸກຍູ້ການຮ່ວມມືດ້ານປ້ອງກັນຊາດສອງຝ່າຍຫວຽດນາມ - ສິງກະໂປ ຊຸກຍູ້ການຮ່ວມມືດ້ານປ້ອງກັນຊາດສອງຝ່າຍຫວຽດນາມ - ສິງກະໂປ
ທ່ານປະທານປະເທດ ຫງວຽນຊວັນຟຸກ ຖະຫວາຍດອກໄມ້ຢູ່ເຂດອະນຸສາວະລີປະທານ ໂຮ່ຈີມິນ, ພົບປະກັບພໍ່ແມ່ປະຊາຊົນຊາວ ຫວຽດນາມ ອາໄສຢູ່ ສິງກະໂປ ທ່ານປະທານປະເທດ ຫງວຽນຊວັນຟຸກ ຖະຫວາຍດອກໄມ້ຢູ່ເຂດອະນຸສາວະລີປະທານ ໂຮ່ຈີມິນ, ພົບປະກັບພໍ່ແມ່ປະຊາຊົນຊາວ ຫວຽດນາມ ອາໄສຢູ່ ສິງກະໂປ
ສ້າງກໍາລັງແຮງໃໝ່ໃຫ້ການພົວພັນຄູ່ຮ່ວມມືຍຸດທະສາດຫວຽດນາມ-ສິງກະໂປ
ທ່ານ ໂຕແອັງຢູງ ຮອງລັດຖະມົນຕີຕ່າງປະເທດ: ພາບ: baoquocte.vn

ນັກຂ່າວ: ຂໍຮຽນທ່ານຮອງລັດຖະມົນຕີ ຂໍທ່ານໃຫ້ຮູ້ຄວາມໝາຍຂອງການຢ້ຽມຢາມທາງລັດຖະກິດສິງກະໂປ ຂອງທ່ານ ຫງວຽນຊວນຟຸກ ປະທານປະເທດທີ່ມີຕໍ່ການພົວພັນຄູ່ຮ່ວມມືຍຸດທະສາດຫວຽດນາມ-ສິງກະໂປ?

ທ່ານ ໂຕແອັງຢູງ ຮອງລັດຖະມົນຕີຕ່າງປະເທດ: ກ່ອນອື່ນໝົດຕ້ອງຢັ້ງຢືນວ່າການຢ້ຽມຢາມທາງລັດຖະກິດສິງກະໂປ ຂອງທ່ານ ຫງວຽນຊວນຟຸກ ໃນ 2 ມື້ຜ່ານມາໄດ້ຮັບຜົນສໍາເລັດຢ່າງຈົບງາມ, ປະກອບສ່ວນຜັນຂະຫຍາຍແນວທາງການທູດທີ່ໄດ້ວາງອອກໃນກອງປະຊຸມໃຫຍ່ ຄັ້ງທີ XIII ຂອງພັກ ແມ່ນບູລິມະສິດພັດທະນາການພົວພັນຮອບດ້ານກັບບັນດາປະເທດບ້ານໃກ້ເຮືອນຄຽງ ແລະອາຊຽນ, ໃນນັ້ນມີສິງກະໂປ, ເຊິ່ງແມ່ນຄູ່ຮ່ວມມືສໍາຄັນຂອງຫວຽດນາມ, ໂດຍສະເພາະແມ່ນໃນການຮ່ວມມືດ້ານເສດຖະກິດ, ການຄ້າ ແລະການລົງທຶນ, ດ້ວຍເລື່ອງ ສິງກະໂປ ຫາກໍ່ກາຍເປັນປະເທດມີ FDI ໃຫຍ່ອັນດັບສອງຢູ່ຫວຽດນາມ.

ດໍາເນີນໃນສະພາບການສອງປະເທດພວມມຸ່ງໄປເຖິງສະເຫຼີມສະຫຼອງ 50 ປີແຫ່ງການສ້າງຕັ້ງສາຍພົວພັນທາງການທູດ ແລະ 10 ປີແຫ່ງຄູ່ຮ່ວມມືຍຸດທະສາດໃນປີ 2023, ການຢ້ຽມຢາມມີຄວາມໝາຍສໍາຄັນຫຼາຍດ້ານໃຫ້ສອງປະເທດ. ນີ້ແມ່ນການເຄື່ອນໄຫວແລກປ່ຽນຄະນະຂັ້ນສູງໂດຍກົງຄັ້ງທໍາອິດລະຫວ່າງຫວຽດນາມ ແລະສິງກະໂປ ພາຍຫຼັງສອງປີກວ່າທີ່ຖືກຢຸດຕິຍ້ອນພະຍາດໂຄວິດ-19 ກໍ່ຂຶ້ນ.

ນັກຂ່າວ: ຂໍຮຽນທ່ານຮອງລັດຖະມົນຕີ, ຂໍທ່ານໃຫ້ຮູ້ບັນດາຜົນງານພົ້ນເດັ່ນໃນການຢ້ຽມຢາມຄັ້ງນີ້?

ທ່ານ ໂຕແອັງຢູງ ຮອງລັດຖະມົນຕີຕ່າງປະເທດ: ຜ່ານການແລກປ່ຽນບັນດາມາດຕະການຊຸກຍູ້ການຮ່ວມມື, ການຢ້ຽມຢາມບັນລຸໄດ້ຜົນງານຮອບດ້ານ, ແທດຈິງ, ທັງລະອຽດ, ທັງມີຄວາມໝາຍຍຸດທະສາດ.

ທີໜຶ່ງ, ສອງຝ່າຍໄດ້ເຫັນດີເປັນເອກະພາບສູງຕໍ່ທິດທາງໃຫຍ່ເພື່ອເຮັດໃຫ້ການພົວພັນຮ່ວມມືໃນທຸກຂົງເຂດເລິກເຊິ່ງກວ່າ, ອອກຖະແຫຼ່ງການສື່ມວນຊົນລວມກ່ຽວກັບການເພີ່ມທະວີການພົວພັນຍຸດທະສາດ ແລະການຮ່ວມມືພ້ອມກັນຟື້ນຟູພາຍຫຼັງພະຍາດໂຄວິດ-19; ເຊັນເອກະສານ 5 ສະບັບວ່າດ້ວຍການຮ່ວມມືສອງຝ່າຍໃນຂົງເຂດປ້ອງກັນຊາດ, ເສດຖະກິດ-ການຄ້າ, ຊັບສິນທາງປັນຍາ, ການຮ່ວມມືເສດຖະກິດດີຈີຕອນ ແລະການພົບປະແລກປ່ຽນປະຊາຊົນ; ເຫັນດີເປັນເອກະພາບຕໍ່ບັນດາມາດຕະການເພື່ອປັບປຸງ, ເສີມຂະຫຍາຍການພົວພັນມິດຕະພາບທີ່ເປັນມູນເຊື້ອ, ເພີ່ມເນື້ອໃນຍຸດທະສາດໃນການຮ່ວມມືສອງຝ່າຍຜ່ານການເພີ່ມະວີການແລກປ່ຽນຄະນະຜູ້ແທນຂັ້ນສູງ ແລະທຸກຂັ້ນ; ຜັນຂະຫຍາຍບັນດາກົນໄກຮ່ວມມືສອງຝ່າຍ; ຊຸກຍູ້ບັນດາຂົງເຂດຮ່ວມມືຫຼັກແຫຼ່ງໃນຂອບເຂດສັນຍາເຊື່ອມຕໍ່ເສດຖະກິດຫວຽດນາມ-ສິງກະໂປ ຢ່າງມີປະສິດທິຜົນ, ໃນນັ້ນເອົາໃຈໃສ່ເປັນພິເສດບັນດາຂົງເຂດປ່ຽນແປງໃໝ່ປະດິດສ້າງ, ການຫັນປ່ຽນດີຈີຕອນ, ເສດຖະກິດດີຈີຕອນ, ການພັດທະນາສີຂຽວ ແລະຍືນຍົງ, ມຸ່ງເຖິງ “ເຊື່ອມຕໍ່ສອງພື້ນຖານເສດຖະກິດໃນພື້ນຖານດີຈີຕອນ”; ພ້ອມທັງປະກອບສ່ວນຊຸກຍູ້ການພັດທະນາບັນດາເຂດອຸດສາຫະກໍາຫວຽດນາມ-ສິງກະໂປ (VSIP) ຕາມທິດເຂດເຕັກໂນໂລຢີສູງ, ອັດສະລິຍະ, ເປັນມິດກັບສິ່ງແວດລ້ອມ.

ທີສອງ, ການຢ້ຽມຢາມປະກອບສ່ວນສໍາຄັນໃນການດຶງດູດແຫຼ່ງກໍາລັງຟື້ນຟູເສດຖະກິດ, ພ້ອມທັງສົ່ງເຖິງວິສາຫະກິດ, ນັກລົງທຶນສິງກະໂປ ແລະສາກົນສານກ່ຽວກັບຄວາມຕັດສິນໃຈ ແລະຄໍາໝັ້ນສັນຍາຢ່າງແຮງຂອງຫວຽດນາມ ໃນການຊຸກຍູ້ການຜະລິດ, ດໍາເນີນທຸລະກິດໃນເງື່ອນໄຂ “ປົກກະຕິໃໝ່”, ສືບຕໍ່ຍູ້ແຮງການປະຕິຮູບ, ສ້າງເງື່ອນໄຂສະດວກໃຫ້ນັກລົງທຶນ, ດໍາເນີນທຸລະກິດເຂົ້າທໍາມາຫາກິນຢູ່ຫວຽດນາມ. ໃນຂອບເຂດການຢ້ຽມຢາມ, ສອງຝ່າຍໄດ້ລົງນາມ ແລະແລກປ່ຽນບົດບັນທຶກຊ່ວຍຈໍາ, ສັນຍາຮ່ວມມື 29 ສະບັບລວມມູນຄ່າກວ່າ 11 ຕື້ໂດລາສະຫະລັດລະຫວ່າງບັນດາທ້ອງຖິ່ນ ແລະວິສາຫະກິດຫວຽດນາມ ກັບຄູ່ຮ່ວມມືສິງກະໂປ ແລະຕ່າງປະເທດໃນຫຼາຍຂົງເຂດທີ່ເຮົາກໍາລັງຕ້ອງການຄືການຄ້າ, ການປ່ຽນແປງໃໝ່ປະດິດສ້າງ, ພັດທະນາເຂດອຸດສາຫະກໍາອັດສະລິຍະ, ໂຄງລ່າງສະໜາມບິນ, logistics, ພະລັງງານທົດແທນ, ສ້າງໂຮງຮຽນ, ບໍາບັດສິ່ງແວດລ້ອມ...

ທີສາມ, ຢັ້ງຢືນຫວຽດນາມ ແລະສິງກະໂປ ແມ່ນຄູ່ຮ່ວມມືຍຸດທະສາດທີ່ໄວ້ເນື້ອເຊື່ອໃຈໃນຫຼາຍບັນຫາພາກພື້ນ ແລະສາກົນທີ່ຕ່າງຝ່າຍຕ່າງມີຄວາມສົນໃຈຜ່ານການເຫັນດີເປັນເອກະພາບສົມທົບກັນຢ່າງແໜ້ນແຟ້ນທີ່ບັນດາເວທີປາໄສສາກົນ, ພາກພື້ນ, ໂດຍສະເພາະແມ່ນ ສປຊ ແລະອາຊຽນ; ເນັ້ນໜັກຄວາມສໍາຄັນຂອງການຮັກສາຄວາມສາມັກຄີ, ເຫັນດີເປັນເອກະພາບ ແລະບົດບາດໃຈກາງຂອງອາຊຽນ; ແບ່ງປັນທັດສະນະກ່ຽວກັບການຮັກສາສັນຕິພາບ, ສະຖຽນລະພາບ, ຄວາມໝັ້ນຄົງ, ປອດໄພໃນການເດີນທະເລ ແລະການບິນຢູ່ທະເລຕາເວັນອອກບົນຈິດໃຈເຄົາລົບກົດໝາຍສາກົນ, ໃນນັ້ນມີສົນທິສັນຍາ ສປຊ ກ່ຽວກັບກົດໝາຍວ່າດ້ວຍທະເລ (UNCLOS) 1982; ສະໜັບສະໜູນບັນດາຄວາມມານະພະຍາຍາມຂອງອາຊຽນ ຊ່ວຍບັນດາຝ່າຍຊອກຫາມາດຕະການນໍາມຽນມາ ກັບຄືນສະພາບເປັນປົກກະຕິ, ໃນນັ້ນມີການຊຸກຍູ້ປະຕິບັດຄວາມເຫັນດີເຫັນພ້ອມ 5 ມາດຕາ ກ່ຽວກັບ ມຽນມາ, ເຊິ່ງການນໍາອາຊຽນ ໄດ້ຮັບຮອງເອົາໃນເດືອນ ເມສາ 2021.

ທີສີ່, ທ່ານປະທານປະເທດໄດ້ສະຫຼະເວລາຢື້ຢາມຖາມຂ່າວພະນັກງານ, ພາລະກອນສະຖານທູດຫວຽດນາມ ແລະພົບປະ, ໂອ້ລົມສະໜິດສະໜົນກັບຜູ້ຕາງໜ້າປະຊາຄົມຊາວຫວຽດນາມ ອາໄສຢູ່ສິງກະໂປ, ສະແດງຄວາມເອົາໃຈໃສ່ຢ່າງໃຫຍ່ຫຼວງຂອງພັກ ແລະລັດເຮົາທີ່ມີຕໍ່ປະຊາຄົມຊາວຫວຽດນາມ ອາໄສຢູ່ສິງກະໂປ ເວົ້າສະເພາະ ແລະຢູ່ຕ່າງປະເທດເວົ້າລວມ. ປະທານປະເທດ ຍ້ອງຍໍຊົມເຊີຍຈິດໃຈຮັກແພງຊ່ວຍເຫຼືອ, ຄວາມສາມັກຄີ ແລະສະໜັບສະໜູນເຊິ່ງກັນ ແລະກັນຂອງພໍ່ແມ່ປະຊາຊົນໃນສະພາບພະຍາດຜັນແປຢ່າງສັບສົນ.

ນັກຂ່າວ: ຂໍຂອບໃຈ!

la.qdnd.vn

ເຫດການ
302 Found

Found

The document has moved here.