FDI ເຂົ້າມາ​ຫວຽດນາມ​ໄດ້​ຫັນ​ເປັນ​ທາງ​ບວກ

15:10 | 18/02/2022

ຍສໝ - ໃນ​ປີ 2021, ທຶນການ​ລົງທຶນ​ໂດຍ​ກົງ​ຈາກ​ຕ່າງປະ​ເທດ (FDI) ​ເຂົ້າ​ຫວຽດນາມ ຈະ​ບັນລຸ​ກວ່າ 31 ຕື້ USD, ​ເພີ່ມ​ຂຶ້ນ 9,2% ​ເມື່ອ​ທຽບ​ໃສ່​ປີ 2020.

ຮູບ​ພາບ​ວັດເຮືອງ ກຽມ​ພ້ອມຕ້ອນ​ຮັບແຂກທ່ອງທ່ຽວ​ຢ່າງ​ເປັນ​ທາງ​ການ ຮູບ​ພາບ​ວັດເຮືອງ ກຽມ​ພ້ອມຕ້ອນ​ຮັບແຂກທ່ອງທ່ຽວ​ຢ່າງ​ເປັນ​ທາງ​ການ
ທ່າ​ອ່ຽງ​ຫັນ​ເປັນ​ດີ​ຈີ​ຕອນ ຊຸກ​ຍູ້​ເສດ​ຖະ​ກິດ ຫວຽດ​ນາ​ມ ເຕີບ​ໂຕ ທ່າ​ອ່ຽງ​ຫັນ​ເປັນ​ດີ​ຈີ​ຕອນ ຊຸກ​ຍູ້​ເສດ​ຖະ​ກິດ ຫວຽດ​ນາ​ມ ເຕີບ​ໂຕ
FDI ເຂົ້າມາ​ຫວຽດນາມ​ໄດ້​ຫັນ​ເປັນ​ທາງ​ບວກ
ພາບປະກອບ

ບໍ່​ພຽງ​ແຕ່​ເພີ່ມ​ຂຶ້ນ​ດ້ານ​ປະລິມານ​ເທົ່າ​ນັ້ນ, ປີ 2021 ​ເປັນ​ຂີດ​ໝາຍ​ແຫ່ງ​ການ​ຫັນປ່ຽນ​​ຂອງກະແສທຶນ FDI ​ເມື່ອ​ຄຸນ​ນະພາ​ບການ​ລົງທຶນ​ນັບ​ມື້​ນັບ​ເພີ່ມ​ຂຶ້ນ. ​ໂຄງການ​ໃນ​ຂົງ​ເຂດ​ເຕັກ​ໂນ​ໂລ​ຊີ, ການ​ປຸງ​ແຕ່ງ, ການ​ຜະລິດ, ພະລັງງານ ​ເພີ່ມ​ຂຶ້ນກາຍ​ເປັນ​ອັນ​ດັບ​ໜຶ່ງ.

ທຶນ FDI ເຂົ້າຫວຽດນາມ ຍັງປະກົດມີບັນດາໂຄງການທີ່ມີຄຸນນະພາບສູງ, ທ່າອ່ຽງສີຂຽວ, ນຳໃຊ້ພະລັງງານທົດແທນ. ພົ້ນເດັ່ນແມ່ນ ເດືອນ​ທັນ​ວາ 2021, ກຸ່ມ​ບໍ​ລິ​ສັດ LEGO (ເດນ​ມາກ) ໄດ້​ລົງ​ນາມ​ໃນ​ບົດ​ບັນ​ທຶກ​ຄວາມ​ເຂົ້າ​ໃຈການຮ່ວມມື​ກັບ​ບໍ​ລິ​ສັດຮ່ວມທຸລະກິດ ເຂດ​ອຸດ​ສາ​ຫະ​ກຳ​ຫວຽດ​ນາມ - ສິງ​ກະ​ໂປ (VSIP) ຈໍາກັດ ເພື່ອ​ກໍ່​ສ້າງ​ໂຮງ​ງານ​ໃໝ່​ຢູ່​ຫວຽດ​ນາມ. ນີ້​ແມ່ນ​ໂຮງງານ​ທີ່​ເປັນ​ກາງ​ກາກ​ບອນ​ແຫ່ງ​ທຳ​ອິດ​ຂອງ LEGO ​ແລະ ມີ​ການ​ລົງທຶນ​ໃນ​ການ​ຜະລິດ​ພະລັງງານ​ແສງຕາ​ເວັນ, ຮັບປະກັນ​ບໍ່​ໃຫ້​ມີ​ມົນ​ລະ​ພິດ​ຕໍ່​ສິ່ງ​ແວດ​ລ້ອມ, ຝຸ່ນຄວັນ ​ແລະ ສິ່ງ​ເສດ​ເຫຼືອ.

ມີ​ກຸ່ມບໍລິສັດ​ໃຫຍ່​ຫຼາຍ​ແຫ່ງ​ໄດ້ ແລະ ພວມ ​ເປີດກວ້າງ​ໂຄງ​ການ​ຢູ່​ຫວຽດ​ນາມ ພາຍຫຼັງປະສົບ​ຜົນ​ສຳ​ເລັດ​ກ່ຽວກັບທຸລະກິດ. ໃນນັ້ນ, ມາ​ຮອດ​ປະຈຸ​ບັນ, ບໍລິສັດ LG Display Vietnam ​ຈໍາກັດ ໄດ້​ເພີ່ມ​ທຶນ​ລົງ​ທຶນ 4 ​ເທົ່າ ​ເພື່ອ​ເພີ່ມ​ທະວີ​ປະລິມານການຜະລິດໜ້າ​ຈໍ OLED ​ແບບ​ພາດ​ສະ​ຕິກ​ໃຫ້​ບັນດາ​ຜະລິດ​ຕະພັນ​ມື​ຖື​ເປັນຈຳນວນ 13-14 ລ້ານ​ຜະລິດ​ຕະພັນ​ຕໍ່​ເດືອນ ​ແລະ ສ້າງ​ວຽກ​ເຮັດ​ງານ​ທຳ​ຕື່ມ​ອີກ 10.000 ວຽກງານ…

ໄຊພອນ

ເຫດການ
302 Found

Found

The document has moved here.