ໂຮງຮຽນ ຮີ່ວ້ອງ ເລີ່ມຕ້ອນຮັບນ້ອງນັກຮຽນກຳພ້າ ຍ້ອນພະຍາດໂຄວິດ-19

19:41 | 11/02/2022

ຍສໝ - ຄາດ​ວ່າ, ​ໃນ​ສົກຮຽນ​ທຳ​ອິດ, ​ໂຮງຮຽນ ຮີ່ວ້ອງ ​ນະຄອນ ດ່າ​ໜັງ ຈະ​​ຕ້ອນຮັບ​ນັກ​ຮຽນ 300 ຄົນ ​ແລະ ສືບ​ຕໍ່​ຮັບ​ເອົາ​ຕາມ​ແຜນການ​ລ້ຽງ​ດູ​ລູກ​ຫຼານ 1.000 ຄົນ.

ມອບປຶ້ມຝາກເງິນປະຢັດກຳມະບານຫວຽດນາມ ໃຫ້ເດັກກໍາພ້າທີ່ມີພໍ່ແມ່ທີ່ເສຍຊີວິດ ຍ້ອນພະຍາດໂຄວິດ -19 ມອບປຶ້ມຝາກເງິນປະຢັດກຳມະບານຫວຽດນາມ ໃຫ້ເດັກກໍາພ້າທີ່ມີພໍ່ແມ່ທີ່ເສຍຊີວິດ ຍ້ອນພະຍາດໂຄວິດ -19
ຫວຽດນາມ ມີ “ໂຮງຮຽນ Microsoft ທີ່ພົ້ນເດັ່ນ ” ສາມແຫ່ງ ຫວຽດນາມ ມີ “ໂຮງຮຽນ Microsoft ທີ່ພົ້ນເດັ່ນ ” ສາມແຫ່ງ

ຕາມ​ຂໍ້​ມູນ​ທີ່​ປະກາດ​ໂດຍ FPT Corporation, ​ໂຮງຮຽນ​ປະຖົມ, ​ໂຮງຮຽນມັດທະຍົມຕອນຕົ້ນ, ​ແລະ ​ໂຮງຮຽນມັດທະຍົມຕອນປາຍ ຮີ່ວ້ອງ (​ໂຮງຮຽນ ​ຮີ່ວ້ອງ) ​ໄດ້​ຕ້ອນຮັບ​ນັກຮຽນ​ ​ເຂົ້າ​ໂຮງຮຽນ​ແຕ່​ວັນ​ທີ 7 ກຸມພາ 2022.

ໂຮງຮຽນ​ດັ່ງກ່າວ ​ໄດ້​ຮັບ​ການ​ກໍ່ສ້າງ​ຢູ່ເຂດຕົວເມືອງ FPT City ດານັງ​ (ນະຄອນ​ດ່າ​ນັງ) ​ເພື່ອ​ບຳລຸງ​ສ້າງ ​ແລະ ລ້ຽງດູ​ນັກຮຽນ​ທີ່​ສູນ​ເສຍ​ພໍ່​ແມ່ ​ຍ້ອນ​ໂລກລະບາດ​ໂຄ​ວິດ-19 ດ້ວຍ​ຄວາມ​ປາດ​ຖະໜາ​ຢາກ​ແບ່ງປັນ, ຮັກ​ແພງ, ຍົກສູງບາດກ້າວທີ່ເຕີບໃຫຍ່ໃຫ້ແກ່​​ເດັກ​ນ້ອຍ​.

ໂຮງຮຽນ ຮີ່ວ້ອງ ເລີ່ມຕ້ອນຮັບນ້ອງນັກຮຽນກຳພ້າ ຍ້ອນພະຍາດໂຄວິດ-19
ໂຮງຮຽນ ຮີ່ວ້ອງ ເລີ່ມຕ້ອນຮັບນ້ອງນັກຮຽນກຳພ້າ ຍ້ອນພະຍາດໂຄວິດ-19. (ພາບ: vietnamplus)

ດ້ວຍ​ການ​ສົມທົບ​ຂອງ​ບັນດາ​ຫົວໜ່ວຍ, ອົງການ​ຈັດ​ຕັ້ງ​, ​ໃນ​ໄລຍະ​ທີ່​ຜ່ານ​ມາ, ໂຮງຮຽນ ຮີ່ວ້ອງ ​ໄດ້​ສຶກສາ​ບັນດາ​ກໍລະນີ​ທີ່​ຕ້ອງການ​ໜູນ​ຊ່ວຍ ​ແລະ ​ໄດ້ປະຕິບັດ​ສຳ​ເລັດ​ຂັ້ນ​ຕອນ​ໃນ​ການຮັບເອົານັກຮຽນ​ປະຖົມ ຄັ້ງທຳອິດ ເພື່ອ​ເບິ່ງ​ແຍງ​ດູ​ແລ​​ຢູ່​ສາຂາ ດ່າ​ນັ້ງ.

ຄາດ​ວ່າ​ໃນ​ສົກຮຽນ​ທຳອິດນີ້ ຈະ​​ຮັບ​ນັກ​ຮຽນ 300 ຄົນ ແລະ ຍັງ​ຈະ​ສືບ​ຕໍ່​ຮັບ​ເອົາ​ຕາມ​ແຜນ​ການ​ທີ່​ຈະ​ລ້ຽງ​ດູ​ເດັກ​ນ້ອຍ 1.000 ຄົນ. ການກະກຽມສິ່ງອໍານວຍຄວາມສະດວກ, ບຸກຄະລາກອນ ແລະຫຼັກສູດການສອນ, ການດູແລອຸປະຖໍາ ແມ່ນກຽມພ້ອມເພື່ອຕອບສະຫນອງຄວາມຕ້ອງການທັງຫມົດ ໃນການດໍາລົງຊີວິດ ແລະ ການຮ່ຳຮຽນຂອງເດັກນ້ອຍ.

ທ່ານ​ປະທານ FPT ເຈື່ອງຢາບິງ ​ໄດ້​ສົ່ງ​ສານ​ເຖິງ​ລູກ​ຫຼານ​ໃນ​ວັນເຂົ້າໂຮງຮຽນ ​ວ່າ: “ໂຮງຮຽນ​ ຮີ່ວ້ອງ ​ແມ່ນ​ໂຮງຮຽນ​ແຫ່ງ​ຄວາມ​ຮັກ​ແພງ. ນີ້ແມ່ນຄວາມ​ຮັກ​ແພງ​ຂອງ​ຄູ​ອາຈານ, ຄວາມ​ຮັກ​ແພງ​ຂອງ​ອ້າຍ​ນ້ອງ, ນັກຮຽນ​ໃນ​ໂຮງຮຽນ ມີທີ່ສະຖານະການດຽວກັນ; ແມ່ນຄວາມ​ຮັກ​ແພງຂອງປະຊາຊົນ ໃນກອງທຶນແຫ່ງຄວາມຫວັງ, ສະມາຊິກຂອງຄອບຄົວ FPT ແລະ ນ້ຳໃຈຄວາມເມດຕາໃນຊຸມຊົນ".

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.