UNDP ປະກາດເອກະສານສະບັບໃໝ່ກ່ຽວກັບໂຄງການແຫ່ງຊາດໃຫ້ຫວຽດນາມ

08:14 | 09/02/2022

ອົງການພັດທະນາສະຫະປະຊາຊາດ (UNDP) ຫາກໍ່ອະນຸມັດຜ່ານເອກະສານກ່ຽວກັບໂຄງການແຫ່ງຊາດໃໝ່ໃຫ້ຫວຽດນາມ ໄລຍະ 2022-2026 ດ້ວຍບ້ວງເງິນໜູນຊ່ວຍກວ່າ 120 ລ້ານໂດລາສະຫະລັດ.

ຫວຽດ​ນາມ ແລະ ສ.ເກົາຫຼີ ມຸ່ງ​ໄປ​ເຖິງ​ການ​​ນຳສາຍ​ພ​ົວ​ພັນ​ຂຶ້​ນ​​ສູ່ລະ​ດັບ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບ​ດ້ານ ຫວຽດ​ນາມ ແລະ ສ.ເກົາຫຼີ ມຸ່ງ​ໄປ​ເຖິງ​ການ​​ນຳສາຍ​ພ​ົວ​ພັນ​ຂຶ້​ນ​​ສູ່ລະ​ດັບ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບ​ດ້ານ
ສື່ມວນ​ຊົນ​ສາ​ກົນ ຊົມ​ເຊີຍ​ໄຊ​ຊະ​ນະ​ຂອ​ງ​ທິມ​ບານ​ເຕ​ະ​ຍິງ​ແຫ່ງ​ຊາດ ຫວຽດ​ນາມ ສື່ມວນ​ຊົນ​ສາ​ກົນ ຊົມ​ເຊີຍ​ໄຊ​ຊະ​ນະ​ຂອ​ງ​ທິມ​ບານ​ເຕ​ະ​ຍິງ​ແຫ່ງ​ຊາດ ຫວຽດ​ນາມ
undefined
ພາບປະກອບຄັດຈາກ vov.vn.

ຕາມແຫຼ່ງຂ່າວຈາກອົງການພັດທະນາສະຫະປະຊາຊາດ (UNDP), ຄະນະບໍລິຫານອົງການນີ້ຫາກໍ່ອະນຸມັດຜ່ານເອກະສານໂຄງການແຫ່ງຊາດສະບັບໃໝ່ໃຫ້ຫວຽດນາມ (ໄລຍະ 2022-2026) ເພື່ອ ຫວຽດນາມ ສີຂຽວ, ວັດທະນາຖາວອນ ແລະບໍ່ໃຫ້ໃຜຖືກປະໄວ້ຢູ່ເບື້ອງຫຼັງ ດ້ວຍບ້ວງເງິນຊ່ວຍເຫຼືອກວ່າ 120 ລ້ານໂດລາສະຫະລັດ.

ຫົວໜ້າອົງການຜູ້ຕາງໜ້າ UNDP ປະຈໍາ ຫວຽດນາມ Caitlin Wiesen ແບ່ງປັນວ່າ “ຫວຽດນາມ ພວມຢູ່ໃນໄລຍະສຳຄັນດ້ວຍຄວາມມານະພະຍາຍາມຟ້ືນຟູຈາກພະຍາດໂຄວິດ-19, ມີກາລະໂອກາດສ້າງການເຕີບໂຕແບບຍືນຍົງ, ກວມລວມ ແລະສ້າງຫຼາຍວຽກເຮັດງານທຳໃຫ້ປະຊາຊົນ. ດ້ວຍໂຄງການແຫ່ງຊາດໃໝ່ ໄລຍະ 5 ປີ ຂອງ UNDP, ພວກຂ້າພະເຈົ້າ ປາດຖະໜາຢາກເພີ່ມທະວີການຮ່ວມມືກັບຫວຽດນາມ ກວ່າອີກໃນຄວາມມານະພະຍາຍາມລົບລ້າງສະພາບທຸກຍາກ ແລະກໍ່ສ້າງບັນດາຂັ້ນຕອນກ້າວໄປເຖິງການປ່ອຍອາຍພິດຫຼຸດລົງລະດັບ “0” ແລະບັນລຸໄດ້ເປົ້າໝາຍພັດທະນາແບບຍືນຍົງ”.

la.qdnd.vn

ເຫດການ
302 Found

Found

The document has moved here.