ສ້າງວັງສະຫງວນ ແມ່ນ້ຳຂອງຕອນກາງ ໄດ້ເກືອບ 20 ວັງ

15:26 | 20/06/2019

ກອງ​ປະ­ຊຸມ​ປິດ​ໂຄງ­ການ​ຄຸ້ມ​ຄອງ​ການ​ປະ­ມົງ​ຊຸມ​ຊົນ​ແບບ​ມີ​ສ່ວນ​ຮ່ວມ​ຢູ່​ເຂດ​ແມ່­ນ້ຳ​ຂອງ​ຕອນ​ກາງ ຈັດ​ຂຶ້ນ​ວັນ​ທີ 19 ມິ­ຖຸ­ນາ 2019 ທີ່​ເມືອງ​ປາກ​ຊັນ ແຂວງ​ບໍ​ລິ​ຄຳ​ໄຊ ເປັນ​ປະ­ທານ​ຮ່ວມ​ຂອງ​ທ່ານ ບຸນ​ທອງ ຊາ​ພັກ­ດີ ຮອງ​ຫົວ­ໜ້າ​ກົມ​ລ້ຽງ­ສັດ ແລະ ການ​ປະ­ມົງ ກະ­ຊວງ​ກະ­ສິ­ກຳ ແລະ ປ່າ­ໄມ້ ທ່ານ ສາຍ​ຄຳ ກຸນ​ນະ​ວົງ ຮອງ​ຫົວ­ໜ້າ​ພະ​ແນກ​ກະ­ສິ­ກຳ ແລະ ປ່າ­ໄມ້ ແຂວງ​ບໍ​ລິ​ຄຳ​ໄຊ ທ່ານ​ນາງ ດາ​ລຸນ​ນີ ໄຊ​ຍະ​ບຸດ ຮອງ​ຫົວ­ໜ້າ​ພະ​ແນກ​ກະ­ສິ­ກຳ ແລະ ປ່າ­ໄມ້ ແຂວງ​ຄຳ​ມ່ວນ ແລະ ທ່ານ ຝຣັ່ງ​ຊົວ ເກ​ກັງ (ແສງ​ອາ­ທິດ) ຫົວ­ໜ້າ​ອະ­ນຸ​ຮັກ​ອົງ­ການ​ທຳ​ມະ​ຊາດ​ໂລກ​ປະ­ຈຳ​ລາວ ມີ​ຜູ້­ຕາງ­ໜ້າ​ຈາກ​ພາກ­ສ່ວນ​ກ່ຽວ­ຂ້ອງ​ທັງ​ສູນ​ກາງ ແລະ ທ້ອງ­ຖິ່ນ​ເຂົ້າ​ຮ່ວມ.

ສ້າງວັງສະຫງວນ ແມ່ນ້ຳຂອງຕອນກາງ ໄດ້ເກືອບ 20 ວັງ

ກອງ​ປະ­ຊຸມ​ປິດ​ໂຄງ­ການ​ຄຸ້ມ​ຄອງ​ການ​ປະ­ມົງ​ຊຸມ​ຊົນ​ແບບ​ມີ​ສ່ວນ​ຮ່ວມ​ຢູ່​ເຂດ​ແມ່­ນ້ຳ​ຂອງ​ຕອນ​ກາງ .

ທ່ານ ສຸດ​ໃຈ ຄຳ​ພູ­ໄຊ ຫົວ­ໜ້າ​ໂຄງ­ການ​ຄຸ້ມ​ຄອງ​ການ​ປະ­ມົງ​ຊຸມ​ຊົນ​ແບບ​ມີ​ສ່ວນ​ຮ່ວມ​ຢູ່​ເຂດ​ແມ່­ນ້ຳ​ຂອງ​ຕອນ​ກາງ ຂຶ້ນ​ລາຍ​ງານ​ຜົນ​ໄດ້​ຮັບ​ການ­ຈັດ­ຕັ້ງ​ປະ­ຕິ­ບັດ​ໂຄງ­ການ​ວ່າ: ໂຄງ­ການ​ໄດ້​ເລີ່ມ​ປະ­ຕິ­ບັດ​ແຕ່​ເດືອນ​ສິງ­ຫາ 2016 ໂດຍ​ແມ່ນ​ກົມ​ລ້ຽງ­ສັດ ແລະ ການ​ປະ­ມົງ​ຮ່ວມ​ກັບ​ອົງ­ການ​ກອງ​ທຶນ​ອະ­ນຸ​ຮັກ​ທຳ​ມະ​ຊາດ​ໂລກ​ປະ­ຈຳ​ລາວ​ປະ­ສານ​ສົມ­ທົບ​ກັບ​ພະ​ແນກ​ກະ­ສິ­ກຳ ແລະ ປ່າ­ໄມ້​ແຂວງ​ບໍ​ລິ​ຄຳ​ໄຊ ແລະ ແຂວງ​ຄຳ​ມ່ວນ ຈັດ​ຕັ້ງ​ປະ­ຕິ­ບັດ​ກິດ­ຈະ­ກຳ​ມີ​ປະ​ສິດ­ທິ​ຜົນ ແລະ ການ​ດຳ­ເນີນ​ງານ​ມີ​ຄວາມ​ຄືບ​ໜ້າ​ຫຼາຍ​ດ້ານ ເປັນ­ຕົ້ນ ກິດ­ຈະ­ກຳ​ປັບ­ປຸງ​ການ​ຄຸ້ມ​ຄອງ​ຊັບ­ພະ­ຍາ­ກອນ​ນ້ຳ​ຈືດ​ທຳ​ມະ​ຊາດ​ຢູ່​ເຂດ​ນ້ຳ­ຂອງ ໂດຍ​ຜ່ານ​ການ​ສ້າງ​ວັງ​ສະ­ຫງວນ​ສຳ­ເລັດ 100% ໃນ​ນັ້ນ ມີ​ບາງ​ກິດ­ຈະ­ກຳ​ພົ້ນ​ເດັ່ນ​ສ້າງ­ຕັ້ງ​ໄດ້​ລື່ນ​ຄາດ­ໝາຍ​ຢູ່​ໃນ​ບົດ​ບັນ­ທຶກ​ຄວາມ​ເຂົ້າ­ໃຈ​ໂຄງ­ການ ໂດຍ​ສະ­ເພາະ​ການ​ສ້າງ​ວັງ​ສະ­ຫງວນ?ຄະ­ນະ​ຄຸ້ມ​ຄອງ​ວັງ​ສະ­ຫງວນ ເຊິ່ງ​ໃນ​ແຜນ​ຂອງ​ໂຄງ­ການ 15 ວັງ ປະ­ຕິ­ບັດ​ໄດ້ 18 ວັງ ມີ​ປະ­ຊາ­ຊົນ 2 ແຂວງ​ເຂົ້າ​ຮ່ວມ 20 ບ້ານ 6 ເມືອງ ໃນ 2 ແຂວງ​ເປົ້າ​ໝາຍ​ຄື: ແຂວງ​ບໍ​ລິ​ຄຳ​ໄຊ ແລະ ແຂວງ​ຄຳ​ມ່ວນ ໃນ​ເນື້ອ­ທີ່ 103,4 ເຮັກ­ຕາ ໂດຍ​ນຳ​ໃຊ້​ທຶນ​ເຂົ້າ​ໃນ​ການ­ຈັດ­ຕັ້ງ​ປະ­ຕິ­ບັດ 401.957 ໂດ​ລາ​ສະ­ຫະ­ລັດ ຫຼື​ປະ­ມານ 3,49 ຕື້​ກີບ

ທັງ​ນີ້ ເພື່ອ​ປັບ­ປຸງ​ການ​ຄຸ້ມ​ຄອງ​ຊັບ­ພະ­ຍາ­ກອນ​ນ້ຳ​ຈືດ​ທຳ​ມະ​ຊາດ​ຢູ່​ເຂດ​ນ້ຳ­ຂອງ ໂດຍ​ຜ່ານ​ການ​ສ້າງ​ວັງ​ສະ­ຫງວນ ຄະ­ນະ​ຄຸ້ມ​ຄອງ​ວັງ​ສະ­ຫງວນ ແລະ ໜ່ວຍ​ງານ​ກວດ­ກາ​ການ​ປະ­ມົງ​ຂັ້ນ​ບ້ານ ສົ່ງ­ເສີມ​ການ​ປັບ­ປຸງ​ຊີ­ວິດ​ການ​ເປັນ​ຢູ່ ແລະ ການ​ພັດ­ທະ­ນາ​ທາງ​ເລືອກ​ໃນ​ການ​ສ້າງ​ລາຍ​ຮັບ ເພື່ອ​ຫຼຸດ­ຜ່ອນ​ການ​ເອື່ອຍ​ອີງ​ຊັບ­ພະ­ຍາ­ກອນ​ທຳ​ມະຊາດ ປູກ​ຈິດ​ສຳ­ນຶກ​ຂອງ​ຊຸມ​ຊົນ ເພື່ອ​ໃຫ້​ມີ​ຄວາມ​ເຂົ້າ­ໃຈ​ຫຼາຍ​ຂຶ້ນ​ກ່ຽວ​ກັບ​ຜົນ​ປະ­ໂຫຍດ​ຂອງ​ວັງ​ສະ­ຫງວນ ແລະ ການ​ຄຸ້ມ​ຄອງ​ການ​ປະ­ມົງ.

(ແຫຼ່ງ​ຂໍ້​ມູນ​: vientianemai.net)

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.