ປະທານແນວໂຮມປະເທດຊາດຫວຽດນາມ ອວຍພອນສະມາຄົມສາສະໜາໂປແຕສະຕັງຫວຽດນາມ ເນື່ອງໃນໂອກາດງານບຸນຄຼິດສະມາດ

14:46 | 20/12/2021

ຍສໝ - ເມື່ອບໍ່ດົນມານີ້, ທ່ານ ໂດ໊ວັນຈ໊ຽນ ປະທານແນວໂຮມປະເທດຊາດຫວຽດນາມ ໄດ້ມັຢ້ຽມຢາມ ແລະອວຍພອນສະມາຄົມສາສະໜາໂປແຕສະຕັງຫວຽດນາມ (ພາກເໜືອ) ເນື່ອງໃນໂອກາດງານບຸນຄຼິດສະມາດ ປີ 2021.

ສະມາຄົມວິສາຫະກິດຈີນ ສາຂານະຄອນໂຮ່ຈິມິນ ໜູນຊ່ວຍ 1 ຕື້ດົ່ງ ໃຫ້ແກ່ຜູ້ທຸກຍາກ ແລະ ເດັກນ້ອຍແຂວງລອງອານ ສະມາຄົມວິສາຫະກິດຈີນ ສາຂານະຄອນໂຮ່ຈິມິນ ໜູນຊ່ວຍ 1 ຕື້ດົ່ງ ໃຫ້ແກ່ຜູ້ທຸກຍາກ ແລະ ເດັກນ້ອຍແຂວງລອງອານ
ເພີ່ມພູນຄູນສ້າງສາຍພົວພັນມິດຕະພາບແບບພິເສດ ລະຫວ່າງຫວຽດນາມ ແລະ ກູບາ ເພີ່ມພູນຄູນສ້າງສາຍພົວພັນມິດຕະພາບແບບພິເສດ ລະຫວ່າງຫວຽດນາມ ແລະ ກູບາ

ທີ່ການຢ້ຽມຢາມ, ທ່ານ ໂດ໊ວັນຈ໊ຽນ ອວຍພອນບັນດາສາສະນິກະຊົນ ຂອງສະມາຄົມສາສະໜາໂປແຕສະຕັງຫວຽດນາມ ຈົ່ງຕ້ອນຮອບບຸນຄະລິດສະມາດ ຢ່າງອົບອຸ່ນ, ມີສຸຂະພາບແຂງແຮງ, ພົບແຕ່ຄວາມໂຊກດີ.

ປະທານແນວໂຮມປະເທດຊາດຫວຽດນາມ ອວຍພອນສະມາຄົມສາສະໜາໂປແຕສະຕັງຫວຽດນາມ ເນື່ອງໃນໂອກາດງານບຸນຄຼິດສະມາດ
ປະທານແນວໂຮມປະເທດຊາດຫວຽດນາມ ອວຍພອນສະມາຄົມສາສະໜາໂປແຕສະຕັງຫວຽດນາມ ເນື່ອງໃນໂອກາດງານບຸນຄຼິດສະມາດ. ພາບ: TTXVN

ທ່ານ ໂດ໊ວັນຈ໊ຽນ ຮັບຮູ້ ແລະຕີລາຄາສູງສະມາຄົມສາສະໜາໂປແຕສະຕັງຫວຽດນາມ (ພາກເໜືອ) ໃນການເຄື່ອນໄຫການກຸສົນ, ຊ່ວຍເຫຼືອຜູ້ປະສົບຄວາມຫຍຸ້ງຍາກ ເປັນຕົ້ນແມ່ນໃນສະພາບພະຍາດໂຄວິດ-19 ທີ່ຜ່ານມາ.

ສ່ວນຄຸນພໍ່ ຫງວຽນຮື້ວມາກ, ຫົວໜ້າສະມາຄົມສາສະໜາໂປແຕສະຕັງ ຫວຽດນາມ ຢືນຢັນວ່າ ໃນຊຸມປີຜ່ານມາ, ພັກ, ລັດ, ຄະນະກໍາມະການສູນກາງແນວໂຮມປະເທດຊາດຫວຽດນາມ ຍາມໃດກໍ່ສ້າງເງື່ອນໄຂໃຫ້ສະມາຄົມສາສະໜາໂປແຕສະຕັງຫວຽດນາມ (ພາກເໜືອ) ເຄື່ອນໄຫວຢ່າງສະຖຽນລະພາບ ແລະພັດທະນາເປັນເທື່ອລະກ້າວ.

ບູນມີ

ເຫດການ
302 Found

Found

The document has moved here.