ງານວາງສະແດງ ລາວ ໄອຊີທີ 2019 ຫວັງສ່ົງເສີມການຫັນເປັນດີຈີຕອນ ໃນ ລາວ

14:43 | 26/06/2019

ງານວາງສະແດງ ລາວ ໄອຊີທີ 2019 ມີຜູ້ປະກອບການກ່ຽວກັບລະບົບສື່ສານໂທລະຄົມ, ລະບົບໂປຼແກຼມຮັບໃຊ້ການຫັນເປັນດີຈີຕອນ, ລະບົບການປ້ອງກັນຄວາມປອດໄພທາງດ້ານໄຊເບີ, ເຄື່ອງອຸປະກອນໄອຊີທີຕ່າງໆເຂົ້າຮ່ວມວາງສະແດງ 50 ກວ່າຮ້ານ ຊຶ່ງເປີດໃຫ້ມວນຊົນຜູ້ສົນໃຈເຂົ້າໄປທ່ຽວຊົມຈົນຮອດວັນທີ 30 ມິຖຸນາ ນີ້.

ງານວາງສະແດງ ລາວ ໄອຊີທີ 2019 ຫວັງສ່ົງເສີມການຫັນເປັນດີຈີຕອນ ໃນ ລາວ

ກະຊວງໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ (ປທສ) ຮ່ວມກັບສະມາຄົມການຄ້າ ໄອຊີທີ ລາວ ໄດ້ເປີດງານວາງສະແດງເຕັກໂນໂລຊີສື່ສານຂໍ້ມູນຂ່າວສານ ປະຈຳປີ 2019 (Lao ICT EXPO 2019) ຂຶ້ນຢ່າງເປັນທາງການ, ພາຍໃຕ້ຄຳຂວັນ "ສ້າງ ແລະ ສົ່ງເສີມການຫັນເປັນດີຈີຕອນໃນລາວ, ພິທີເປີດຢ່າງເປັນທາງການໄດ້ຈັດຂຶ້ນໃນວັນທີ 25 ມິຖຸນາ 2019 ນີ້, ທີ່ ໂຮງແຮມດອນຈັນພຣາເລດ ໂດຍການໃຫ້ກຽດເຂົ້າຮ່ວມ ຂອງ ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ທ່ານ ທັນສະໄໝ ກົມມະສິດ ລັດຖະມົນຕີກະຊວງ ປທສ ມີພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ທັນສະໄໝ ກົມມະສິດ ໄດ້ກ່າວວ່າ: ງານວາງສະ ແດງຄັ້ງນີ້ມີຫຼາຍກວ່າ 54 ຮ້ານຈາກຜູ້ປະກອບການດ້ານໂທລະຄົມມະນາຄົມ-ໄອຊີທີ ທັງພາຍໃນ ແລະ ຕ່າງປະເທດ ທີ່ໄດ້ນຳເອົາຜະລິດຕະພັນອອກໃໝ່ ແລະ ທັນສະໄໝ ກ່ຽວກັບລະບົບສື່ສານໂທລະຄົມ, ລະບົບໂປຼແກຼມຮັບໃຊ້ການຫັນເປັນດີຈີຕອນ, ລະບົບການປ້ອງກັນຄວາມປອດໄພທາງດ້ານໄຊເບີ, ເຄື່ອງອຸປະກອນ ໄອຊີທີຕ່າງໆ. ພ້ອມນັ້ນ, ກໍມີການວາງສະແດງຂອງບັນດາກະຊວງ, ອົງການ, ບໍລິສັດກ່ຽວກັບ ຜົນສຳເລັດຂອງການນຳໃຊ້ ໄອຊີທີ ເຂົ້າໃນວຽກງານຕ່າງໆຂອງຕົນ.

ພາຍໃນງານຍັງມີກອງປະ ຊຸມສຳມະນາລະດັບສາກົນ Lao Digital Transformation Forum, ກອງປະຊຸມປຶກສາຫາລື ການຮ່ວມມືພັດທະນາ ໄອຊີທີຂອງບັນດາປະເທດລຸ່ມແມ່ນຳ້ລ້ານຊ້າງ-ແມ່ນຳ້ຂອງ ແລະ ງານສຳມະນາວິຊາການສະເພາະ ເຊັ່ນ: ການບໍລິຫານລັດດ້ວຍເອເລັກໂຕຼນິກ, ການນຳໃຊ້ໄອຊີທີ ເຂົ້າໃນການສຶກສາ, ການນຳໃຊ້ ໄອຊີທີ ໃນຂະແໜງການເງິນ, ບັນຫາຄວາມປອດໄພທາງໄຊເບີ, ການຄ້າ ແລະ ການດຳເນີນທຸລະກິດ ດ້ານໄອຊີທີ. ໃນໂອກາດດຽວກັນ, ຍັງເປັນເວທີທີ່ສຳຄັນໃນການສ້າງໂອກາດ ໃຫ້ຜູ້ປະກອບການ, ຜູ້ຜະລິດ, ຜູ້ບໍລິການ, ຜູ້ຊົມໃຊ້ ແລະ ຜູ້ຄຸ້ມຄອງ ICT ໄດ້ມາພົບປະແລກປ່ຽນບົດຮຽນ, ຄວາມຮູ້, ຄວາມເຂົ້າໃຈ ແລະ ສ້າງການພົວພັນຮ່ວມມືທາງດ້ານການຄ້າ ແລະ ການພັດທະນາຮ່ວມກັນ.

ພິເສດກວ່ານັ້ນໃນປີນີ້, ຍັງມີງານປະກວດ ລາງວັນລາວໄອຊີທີ 2019 (Lao ICT Award 2019) ເພື່ອເປັນຕົວແທນຂອງ ສປປ ລາວ ສົ່ງເຂົ້າແຂ່ງຂັນກັບບັນດາປະເທດອາຊຽນ ຊີງລາງວັນ ASEAN ICT Award 2019. ທ່ານລັດຖະມົນຕີກະຊວງ ປທສ ໄດ້ກ່າວຕື່ມອີກວ່າ: ປັດຈຸບັນເຕັກໂນໂລຊີການສື່ ສານຂໍ້ມູນຂ່າວສານ (ICT) ແມ່ນມີບົດບາດສູງໃນການເຂົ້າມາປ່ຽນວິຖີຊີວິດທາງດ້ານວິທີການເຮັດວຽກຂອງອົງກອນ ກໍຄືຂອງມະນຸດເຮົາເຊັ່ນ: ລະບົບ 5G, ລະບົບຄລາວຄອມພິວເຕີ ແລະ ນະວັດຕະກຳເຊັ່ນ: ລະບົບຂໍ້ມູນໃຫຍ່ (Big Data) ແລະ ປັນຍາປະດິດ (AI).

ສຳລັບ ສປປ ລາວ ຂອງພວກເຮົາ ເຖິງແມ່ນວ່າ ຈະບໍ່ທັນມີຄວາມກ້າວໜ້າສູງ ຄືກັບບັນດາປະເທດ ພັດທະນາຕ່າງໆ ແຕ່ກໍມີບາດກ້າວການເຕີບໃຫຍ່ ຂະຫຍາຍຕົວພໍສົມຄວນ ເຫັນໄດ້ເຖິງການນຳໃຊ້ໂທລະສັບມືຖື ແລະ ອິນເຕີເນັດ ທີ່ເປັນຕົວຊີ້ວັດພື້ນຖານຂອງການພັດທະນາ ICT ຊຶ່ງເຫັນໄດ້ຈາກການຂະຫຍາຍຕົວໃນປີ 2010 ຈາກ 5% ເພີ່ມຂຶ້ນ 48% ໃນປີ 2018 ແຕ່ລະປີມີຈຳນວນຜູ້ປະກອບດ້ານໄອຊີທີ ເພີ່ມຂຶ້ນສະເລ່ຍປີລະ 7% ໂດຍສະເພາະຜູ້ປະກອບການ ສະຕາດອັບ (Start Up) ແມ່ນມີການເພີ່ມຂຶ້ນຢ່າງວ່ອງໄວ. ດັ່ງນັ້ນ, ກະຊວງ ປທສ ໃນຖານະເປັນຜູ້ຄຸ້ມຄອງມະຫາພາກທາງດ້ານ ໄອຊີທີ ກໍມີເປົ້າໝາຍ ຈະສ້າງ ສປປ ລາວ ໃຫ້ບັນລຸບັນດາປັດໄຈພື້ນຖານໃນການຫັນເປັນດີຈີຕອນຢ່າງຮອບດ້ານ.

(ແຫຼ່ງ​ຂໍ້​ມູນ​: pasaxon.org.la)

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.