ກວດພະຍາດ ແລະ ແຈກຢາປິ່ນປົວໂດຍບໍ່ເສຍຄ່າໃຫ້ແກ່ ປະຊາຊົນລາວ

00:54 | 14/05/2019

ຍສໝ - ຕົ້ນອາທິດນີ້, ຄ້າຍທະຫານຊາຍແດນ ດ່ານສາກົນ ລາວບາວ, ທະຫານຫານຊາຍແດນແຂວງກວ້າງຈິ ໄດ້ປະສານສົມທົບກັບ ສຸກສາລາ ກະຕູບ, ໄດ້ຈັດການກວດພະຍາດ ແລະ ແຈກຢາປິ່ນປົວຫ້ແກ່ພະນັກງານ ແລະ ປະຊາຊົນບ້ານກະູຕູບ, ເມືອງເຊໂປນ ແຂວງສະຫວັນນະເຂດ.

ກວດພະຍາດ ແລະ ແຈກຢາປິ່ນປົວໂດຍບໍ່ເສຍຄ່າໃຫ້ແກ່ ປະຊາຊົນລາວ

ພະນັກງານທະຫານເສນາຮັກ ຂອງກອງບັນຊາການທະຫານຊາຍແດນ, ໃຫ້ຄຳປຶກສາວິທີການຮັກສາສຸກຂະພາບໃຫ້ແກ່ປະຊາຊົນ. (ພາບ: ແທັ່ງຟູ໋)

ມີປະຊາຊົນ ໄດ້ຮັບການກວດສຸກຂະພາບ ແລະ ແຈກຢາປິ່ນປົວ ຖືກກັບພະຍາດ ທີ່ກວດພົບ ພາຍຫຼັງການກວດສຸກຂະພາບ ເກືອບ 50 ຄົນ. ຜ່ານການກວດສຸຂະພາບເບື້ອງຕົ້ນ ພົບວ່າມີຫຼາຍຄົນມີພະຍາດໜັກ ສຸກສາລາບ້ານບໍ່ສາມາດປິ່ນປົວໄດ້, ແລະໄດ້ຮັບການແນະນຳໃຫ້ຄຳປຶກສາຈາກ ທະຫານເສນາຮັກ ທະຫານຊາຍແດນ ກວ້າງຈິ ໃຫ້ສົ່ງຂື້ນໂຮງໝໍ ເມືອງເຊໂປນ ຫຼື ສົ່ງໄປໂຮງໝໍເມືອງເຮືອງຫວ໋າ ເພື່ອຮັກສາ.

ກວດພະຍາດ ແລະ ແຈກຢາປິ່ນປົວໂດຍບໍ່ເສຍຄ່າໃຫ້ແກ່ ປະຊາຊົນລາວ

ພະນັກງານ ທະຫານເສນາຮັກ ດ່ານສາກົນລາວບາວ ແລະ ແພດໝໍບ້ານກະຕູບ ກວດພະຍາດ ຢູ່ເຮືອນຂອງປະຊາຊົນ. (ພາບ: ແທັ່ງຟູ໋)

ນອກຈາກການກວດພະຍາດ ແລະ ຈ່າຍຢາປິ່ນປົວໂດຍບໍ່ເສຍຄ່າແລ້ວ, ທະຫານເສນາຮັກ ທະຫານຊາຍແດນ ແຂວງກວ້າງຈິ ຂອງດ່ານສາກົນລາວບາວ ຍັງແນະນຳ ແລະ ໃຫ້ຄຳປຶກສາແກ່ປະຊາຊົນໃນການຮັກສາສຸກຂະພາບ, ວິທີປ້ອງກັນ, ສະກັດກັ້ນພະຍາດ ດ້ວຍການລ້າງມືດ້ວຍສະບູ, ນອນກາງມຸ້ງເພື່ອບໍ່ໃຫ້ຍຸງກັດ, ເຮັດຄອກສັດລ້ຽງ ຫ່າງຈາກແຫຼ່ງນຳ້ ແລະ ເຮືອນຢູ່...

ເຫດການ
302 Found

Found

The document has moved here.