ກອງ​ປະຊຸມ​ສະໄໝ​ສາມັນ ເທື່ອ​ທີ 7 ຂອງ​ສະພາ​ແຫ່ງ​ຊາດ ຊຸດ​ທີ VIII ອັດ​ລົງ​ດ້ວຍ​ຜົນສຳເລັດ​ຢ່າງ​ຈົບງາມ

21:34 | 26/06/2019

ກອງ​ປະຊຸມ​ສະໄໝ​ສາມັນ ເທື່ອ​ທີ 7 ຂອງ​ສະພາ​ແຫ່ງ​ຊາດ ຊຸດ​ທີ VIII ອັດ​ລົງ​ດ້ວຍ​ຜົນສຳເລັດ​ຢ່າງ​ຈົບງາມ ພາຍຫຼັງ​ດຳເນີນ​ມາ 15 ວັນ ຢູ່​ສະພາ​ແຫ່ງ​ຊາດ (ຫຼັກ 6) ພິທີ​ປິດ​ໄດ້​ຈັດ​ຂຶ້ນ​ວັນ​ທີ 25 ມິຖຸນາ 2019 ໂດຍ​ເປັນ ປະທານ​ຂອງ​ທ່ານ​ນາງ ປານີ ຢາ​ທໍ່​ຕູ້ ປະທານ​ສະພາ​ແຫ່ງ​ຊາດ ມີ​ທ່ານ ບຸນ​ຍັງ ວໍລະ​ຈິດ ປະທານ​ປະເທດ ​ສປປ ລາວ ທ່ານ ທອງ​ລຸນ ສີ​ສຸ​ລິດ ນາຍົກລັດຖະມົນຕີ ​ສປປ ລາວ ພ້ອມ​ດ້ວຍ​ອະດີດ​ການ​ນຳ​ຂັ້ນ​ສູງ ລັດຖະມົນຕີ ແລະ ສະມາ​ຊິກ​ສະພາ​ແຫ່ງ​ຊາດ (​ສສຊ) ເຂົ້າ​ຮ່ວມ.

ກອງ​ປະຊຸມ​ສະໄໝ​ສາມັນ ເທື່ອ​ທີ 7 ຂອງ​ສະພາ​ແຫ່ງ​ຊາດ ຊຸດ​ທີ VIII ອັດ​ລົງ​ດ້ວຍ​ຜົນສຳເລັດ​ຢ່າງ​ຈົບງາມ

ກອງ​ປະຊຸມ​ສະໄໝ​ສາມັນ ເທື່ອ​ທີ 7 ຂອງ​ສະພາ​ແຫ່ງ​ຊາດ ຊຸດ​ທີ VIII ອັດ​ລົງ​ດ້ວຍ​ຜົນສຳເລັດ​ຢ່າງ​ຈົບງາມ

ທ່ານ​ນາງ ປານີ ຢາ​ທໍ່​ຕູ້ ກ່າວ​ສູນ​ທອນ​ພົດ​ອັດ​ກອງ​ປະຊຸມບາງ​ຕອນ​ວ່າ: ກອງ​ປະຊຸມ​ຄັ້ງ​ນີ້ ໄດ້​ພິຈາລະນາວຽກ​ງານ​ລັດຖະບານ ແລະ ອອກ​ມະຕິ​ຮັບຮອງ​ເອົາ 4 ເນື້ອ​ໃນ ຄື: ມະຕິ​ຮັບຮອງ​ເອົາ​ບາງ​ມາດ​ຕະການ​ເພີ່ມ​ເຕີມ ເພື່ອ​ມອບ​ໃຫ້​ລັດຖະບານ​ສືບຕໍ່​ຊີ້​ນຳ-ນຳພາ​ຈັດ​ຕັ້ງ​ປະຕິບັດ​ແຜນ​ພັດທະນາ​ເສດຖະກິດ-ສັງຄົມ ແລະ ການ​ດັດແກ້​ແຜນ ງົບປະມານ​ແຫ່ງ​ລັດ 6 ເດືອນ​ທ້າຍ​ປີ 2019 ມະຕິ​ຮັບຮອງ​ເອົາ​ການ​ຄຸ້ມ​ຄອງ ການ​ອອກ​ໃບ​ຕາດິນ​ທັບ​ຊ້ອນ​ໃນ​ໄລຍະ ຜ່ານ​ມາ ມາດ​ຕະການ​ແກ້​ໄຂ​ໃນຕໍ່ໜ້າ ມະຕິ​ຮັບຮອງ​ເອົາ​ບົດ​ລາຍ​ງານ​ຂອງ​ລັດຖະບານ ຊີ້​ແຈງ​ຕໍ່​ຄຳ​ຊັກ​ຖາມ​ກ່ຽວ​ກັບ ການ​ຟື້ນ​ຟູ​ປ່າ ແລະ ການ​ປູກ​ໄມ້ ແລະ ມະຕິ​ຮັບຮອງ​ເອົາ​ບົດ​ລາຍ​ງານ​ຂອງ​ລັດຖະບານ​ກ່ຽວ​ກັບ​ການ​ພັດທະນາ​ຊັບ ພະຍາກອນ​ມະນຸດ​ຕາມ​ຂະແໜງການ​ບຸລິມະສິດ​ໃນ​ສາຂາ​ວິຊາ​ກະສິກຳ ຄູ ແລະ ພະຍາບານ.

ການ​ອອກ​ມະຕິ​ຮັບຮອງ​ເອົາ​ວຽກ​ງານ​ສຳຄັນ​ຂອງ​ລັດຖະບານ​ຄັ້ງ​ນີ້ ເປັນ​ນິຕິ​ກຳ​ພື້ນຖານ​ເພື່ອ​ໃຫ້​ລັດຖະບານ​ສືບ ຕໍ່​ຊີ້​ນຳ-ນຳພາ​ບັນດາ​ຂະແໜງການ ອົງການ​ປົກຄອງ​ທ້ອງຖິ່ນ​ແຕ່​ລະ​ຂັ້ນ ປຸກລະດົມ​ປະຊາຊົນ​ລາວ​ບັນດາເຜົ່າ​ສູ້​ຊົນ​ຜ່ານ ຜ່າ​ຂໍ້​ຫຍຸ້ງຍາກ​ດ້ານ​ເສດຖະກິດ-ການ​ເງິນ ສືບຕໍ່​ຈັດ​ຕັ້ງ​ປະຕິບັດ​ບັນດາ​ນະໂຍບາຍ ມາດ​ຕະການ​ທາງ​ດ້ານ​ເສດຖະກິດ-ສັງຄົມ​ໃຫ້​ມີ​ປະ​ສິດທິ​ຜົນ ເພື່ອ​ແກ້​ໄຂ​ຂອດ​ອຸດ​ຕັນ​ໃນ​ການ​ຄຸ້ມ​ຄອງ ແລະ ບໍລິຫານ​ລັດ​ໃນ​ຂະແໜງການ​ຕ່າງໆ​ໃຫ້​ມີ ຄວາມ​ໂລ່ງ​ລ່ຽນ ຈັດ​ຕັ້ງ​ປະຕິບັດ​ແຜນ​ດັດແກ້​ງົບປະມານ​ແຫ່ງ​ລັດ 6 ເດືອນ​ທ້າຍ​ປີ 2019 ໃຫ້​ບັນລຸ​ຕາມ​ຄາດໝາຍ ເພີ່ມ​ທະວີ​ຄຸ້ມ​ຄອງ​ການ​ອອກ​ໃບ​ຕາດິນ ແລະ ແກ້​ໄຂ​ສະພາບ​ການ​ອອກ​ໃບ​ຕາດິນ​ທັບ​ຊ້ອນ ໃຫ້​ຖືກຕ້ອງ​ຕາມ​ຂັ້ນ​ຕອນ ມີ​ນະໂຍບາຍ​ສົ່ງເສີມ​ຢ່າງ​ເໝາະ​ສົມ​ຕໍ່​ການ​ພັດ​ທະນະ​ຊັບພະຍາກອນ​ມະນຸດ ເວົ້າ​ສະເພາະ ຂະແໜງ​ກະສິກຳ ຄູ ແລະ ພະຍາບານ ແນໃສ່​ເພີ​​ີ່ມ​ພະນັກງານ​ໃຫ້​ທ້ອງຖິ່ນ​ທີ່​ຍັງ​ມີ​ຄວາມ​ຕ້ອງການ ເອົາໃຈໃສ່​ວາງ​ແຜນການ​ຈັດ​ສັນ​ເນື້ອທີ່​ຟື້ນ ຟູ​ປ່າໄມ້ ແລະ ປູກ​ໄມ້​ແຕ່​ລະ​ເຂດ ແລະ ທ້ອງຖິ່ນ ສົ່ງເສີມ​ການ​ມີ​ສ່ວນ​ຮ່ວມ​ຂອງ​ພາກ​ລັດ ຜູ້​ປະກອບ​ການ ແລະ ປະ ຊາ​ຊົນ ມີ​ນະໂຍບາຍ ແລະ ກົນ​ໄກ​ຢ່າງ​ເໝາະ​ສົມ ແນໃສ່​ຂະຫຍາຍ​ເນື້ອທີ່​ຟື້ນ​ຟູ​ປ່າ ແລະ ປູ​​ູກ​ໄມ້​ໃຫ້​ບັນລຸ​ຕາມ ເປົ້າ​ໝາຍ​ຄວາມ​ຍືນ​ຍົງ ຕາມ​ທິດ​ສີຂຽວ.

ພິຈາລະນາ​ຮັບຮອງ​ເອົາ​ກົດໝາຍ 10 ສະບັບ ໃນ​ນີ້ ມີ​ກົດໝາຍ​ໃນ​ຂົງເຂດ​ເສດຖະກິດ-ການ​ເງິນ​ຈຳນວນ 6 ສະ ບັບ ການ​ຮັບຮອງ​ເອົາ​ກົດໝາຍ​ດັ່ງກ່າວ ຈະ​ເປັນ​ນິຕິ​ກຳ​ພື້ນຖານ​ສຳຄັນ​ເພື່ອ​ເປັນ​ບ່ອນ​ອີງ​ໃນ​ການ​ຄຸ້ມ​ຄອງ​ລັດ ຄຸ້ມ ຄອງ​ເສດຖະກິດ-ສັງຄົມ ແກ້​ໄຂ​ບັນຫາ​ທີ່​ເກີດ​ຂຶ້ນ​ໃນ​ສັງຄົມ​ທີ່​ພວມ​ສົ່ງ​ຜົນ​ກະທົບ​ຕໍ່​ການ​ຜະລິດ ການ​ດຳເນີນ​ທຸລະ​ກິດ ແກ້​ໄຂ​ປາກົດການ​ຫຍໍ້ທໍ້ ກໍ​ຄື ການ​ດຳລົງ​ຊີວິດ​ຂອງ​ປະຊາຊົນ ປະກອບສ່ວນ​ໃນ​ການ​ພັດທະນາ​ເສດຖະກິດ-ສັງຄົມ ໃຫ້​ມີ ການ​ຂະຫຍາຍຕົວ​ຢ່າງ​ຕໍ່​ເນື່ອງ ຍືນ​ຍົງ ຕາມ​ທິດ​ສີຂຽວ ໄດ້​ຮັບ​ຟັງ​ການ​ລາຍ​ງານ​ສະພາບ​ການ​ຊີ້​ນຳ-ນຳພາ​ຂອງ​ຄະ ນະ​ປະຈຳ​ສະພາ​ແຫ່ງ​ຊາດ​ຕໍ່​ວຽກ​ງານ​ສະພາ​ແຫ່ງ​ຊາດ 6 ເດືອນ​ຕົ້ນ​ປີ ແລະ ແຜນ​ຈຸດ​ສຸມ 6 ເດືອນ​ທ້າຍ​ປີ 2019 ສະພາ​ແຫ່ງ​ຊາດ​ໄດ້​ສົມທົບ​ກັບ​ລັດຖະບານ ເພີ່ມ​ທະວີ​ການ​ຊີ້​ນຳ​ຕໍ່​ບັນດາ​ກຳມາ​ທິ​ການ​ຂອງ​ສະພາ​ແຫ່ງ​ຊາດ ປັບປຸງ​ເນື້ອ ໃນ​ບັນດາ​ຮ່າງ​ກົດໝາຍ​ທີ່​ຈະ​ນຳ​ເຂົ້າ​ມາ​ຜ່ານ​ກອງ​ປະຊຸມ​ສະພາ​ແຫ່ງ​ຊາດ​ແຕ່​ລະ​ຄັ້ງ ເພື່ອ​ໃຫ້​ມີ​ຄວາມ​ແທດເໝາະ​ກັບ​ສະ ພາບ​ການ​ພັດທະນາ​ເສດຖະກິດ-ສັງຄົມ ແຕ່​ລະ​ໄລຍະ ນອກ​ນີ້ ຜູ້​ແທນ​ຍັງ​ໄດ້​ປະກອບ​ຄຳ​ເຫັນ​ຕໍ່​ຮ່າງ​ມະຕິ​ຂອງ​ຄະນະ ປະຈຳ​ສະພາ​ແຫ່ງ​ຊາດ ວ່າ​ດ້ວຍ​ລະບຽບ​ການ​ປະ​ເມີນ​ຕໍ່​ການ​ປະຕິບັດ​ໜ້າທີ່​ຂອງ​ບຸ​ຄະລາ​ກອນ ທີ່​ສະພາ​ແຫ່ງ​ຊາດ ເລືອກ​ຕັ້ງ ແລະ ຮັບຮອງ​ເອົາ​ການ​ແຕ່ງຕັ້ງ ເພື່ອ​ເປັນ​ບ່ອນ​ອີງ​ໃຫ້​ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ​ສືບຕໍ່​ປັບປຸງ ແລະ ນຳ​ໃຊ້​ໃນ​ການ​ປະຕິບັດ​ສິດ ແລະ ໜ້າທີ່​ຂອງ​ສະພາ​ແຫ່ງ​ຊາດ​ຕາມ​ກົດໝາຍ.

ສຳລັບ​ພາກ​ເຊົ້າ ທ່ານ ຄຳ​ພາ ແສງ​ດາລາ ປະທານ​ສານ​ປະຊາຊົນ​ສູງ​ສຸດ ໄດ້​ສະເໜີ​ຮ່າງ​ກົດໝາຍ ວ່າ​ດ້ວຍ ຄ່າ​ທຳນຽມ​ຂອງ​ສານ ສະບັບ​ປັບປຸງ ເຊິ່ງ​ຮ່າງ​ກົດໝາຍ​ດັ່ງກ່າວ ປະກອບ​ມີ VIII ພາກ 10 ໝວດ 58 ມາດຕາ ໃນ​ນີ້​ໄດ້​ປັບປຸງ 34 ມາດຕາ ຮັກສາ​ໄວ້ 12 ມາດຕາ ເພີ່ມ​ໃໝ່ 12 ມາດຕາ ຜ່ານ​ການ​ປະກອບ​ຄຳ​ຄິດ​ເຫັນ​ດ້ວຍ​ຄວາມ​ຮັບຜິດຊອບ​ສູງ ​ສສຊ ກໍ​ໄດ້​ຮັບຮອງ​ເອົາ​ຮ່າງ​ກົດໝາຍ​ດັ່ງກ່າວ ດ້ວຍ​ຄະແນນ​ສຽງ​ສ່ວນ​ຫຼາຍ.

(ແຫຼ່ງ​ຂໍ້​ມູນ​: vientianemai.net)

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.