ການ​ເປີດ​ຕົວ​​ຖານຂໍ້​ມູນ​ເອ​ເລັກ​ໂຕ​ນິກ​ກ່ຽວ​ກັບ​ການ​ຕ້ານ, ສະ​ກັດ​ກັ້ນ “ຂີ​ເຫຍື້ອ​ໂທ​ລະ​ຄົມ​ມະ​ນາ​ຄົມ”

19:07 | 25/11/2021

ຍສໝ - ສູນ​ຮັບ​ມື​ສຸກ​ເສີນ​ທາງ​ໄຊ​ເບີ ຫວຽດ​ນາມ (VNCERT/CC) ທີ່​ຂຶ້ນ​ກັບກົມ​ຄວາມ​ປອດ​ໄພ​ທາງ​ຂໍ​ມູນ​ຂ່າວ​ສານ, ກະ​ຊວງ​ຂໍ້​ມູນ​ຂ່າວ​ສານ ແລະ ການ​ສື່​ສານ ໄດ້​ສ້າງ​ຕັ້ງ ແລະ ນຳ​ມາ​ເຄື່ອນ​ໄຫວ​ເປັນ​ທາງ​ການ​ຖານ​ຂໍ້​ມູນເອ​ເລັກ​ໂຕ​ນິກ​ຕ້ານ​ສະ​ກັດ​ກັ້ນ​ຂໍ້​ຄວາມ​ຂີ້​ເຫຍື້ອ, ຈົດ​ໝາຍ​ເອ​ເລັກ​ໂຕ​ນິກ​ຂີ້​ເຫຍື້ອ, ການ​ໂທ​ຂີ້​ເຫຍື້ອ​ໃນ​ທີ່​ຢູ່ chongthurac.vn.

ສະ​ເຫຼີມ​ສະຫຼອງ 60 ປີ​ແຫ່ງວັນ​ສ້າງ​ຕັ້ງ​ການ​ພົວ​ພັນ​ທາງ​ການ​ທູດ ລະ​ຫວ່າງ ມາ​ຣົກ​ ກັບ ຫວຽດ​ນາມ ສະ​ເຫຼີມ​ສະຫຼອງ 60 ປີ​ແຫ່ງວັນ​ສ້າງ​ຕັ້ງ​ການ​ພົວ​ພັນ​ທາງ​ການ​ທູດ ລະ​ຫວ່າງ ມາ​ຣົກ​ ກັບ ຫວຽດ​ນາມ
ບັກ​ຢາງ ເພີ່ມ​ທະ​ວີ​ການ​ເຊື່ອມ​ຕໍ່ການຈຳໜ່າຍຜະ​ລິດ​ຕະ​ພັນ​ກະ​ເສດໃນ​ຕະຫຼາດ​ການ​ຄ້າເອ​ເລັກ​ໂຕ​ນິກ ບັກ​ຢາງ ເພີ່ມ​ທະ​ວີ​ການ​ເຊື່ອມ​ຕໍ່ການຈຳໜ່າຍຜະ​ລິດ​ຕະ​ພັນ​ກະ​ເສດໃນ​ຕະຫຼາດ​ການ​ຄ້າເອ​ເລັກ​ໂຕ​ນິກ

ການ​ນຳ​ເອົາ​ຂະ​ບວນ​ການ​ຖານ​ຂໍ້​ມູນ​ເອ​ເລັກ​ໂຕ​ນິກ​ຕ້ານ​ສະ​ກັດ​ກັ້ນ​ຂໍ້​ຄວາມ​ຂີ້​ເຫຍື້ອ, ຈົດ​ໝາຍ​ເອ​ເລັກ​ໂຕ​ນິກ​ຂີ້​ເຫຍື້ອ, ການ​ໂທ​ຂີ້​ເຫຍື້ອ​ນີ້ ແມ່ນ​ແນ​ໃສ່​ຊ່ວຍ​ເຫຼືອ​ບັນ​ດາ​ອົງ​ການ​ຈັດ​ຕັ້ງ, ບຸກ​ຄົນ​ທີ່​ກ່ຽວ​ຂ້ອງ​ໃນ​ການ​ເຂົ້າ​ເຖິງ​ລະ​ບົບ​ເຕັກ​ໂນ​ໂລ​ຊີ​ຕ່າງໆ​ໃຫ້​ດີ​ຂຶ້ນ ເມື່ອ​ໄດ້​ສະ​ເໜີ​ຈັດ​ຕັ້ງ​ປະ​ຕິ​ບັດ​ເປັນ​ການ​ບັງ​ຄັບ​ຂອງ​ດຳ​ລັດ 91 ຊຶ່ງ​ປະ​ກອບ​ມີ: ລະ​ບົບ​ສະ​ທ້ອນ​ການ​ຕອບ​ຮັບ​​ຂໍ້​ຄວາມ​ຂີ້​ເຫຍື້ອ, ຈົດ​ໝາຍ​ເອ​ເລັກ​ໂຕ​ນິກ​ຂີ້​ເຫຍື້ອ, ການ​ໂທ​ຂີ້​ເຫຍື້ອ; ລະ​ບົບຄຸ້ມ​ຄອງ​ບັນ​ຊີ​ທີ່​ບໍ່​ໂຄ​ສະ​ນາ; ລະ​ບົບ​ຄຸ້ມ​ຄອງ​ຊື່​ຕົວ​ລະ​ບຸ​ປ​ະ​ເທດ…

ການ​ເປີດ​ຕົວ​​ຖານຂໍ້​ມູນ​ເອ​ເລັກ​ໂຕ​ນິກ​ກ່ຽວ​ກັບ​ການ​ຕ້ານ, ສະ​ກັດ​ກັ້ນ “ຂີ​ເຫຍື້ອ​ໂທ​ລະ​ຄົມ​ມະ​ນາ​ຄົມ”
ການ​ເປີດ​ຕົວ​​ຖານຂໍ້​ມູນ​ເອ​ເລັກ​ໂຕ​ນິກ​ກ່ຽວ​ກັບ​ການ​ຕ້ານ, ສະ​ກັດ​ກັ້ນ “ຂີ​ເຫຍື້ອ​ໂທ​ລະ​ຄົມ​ມະ​ນາ​ຄົມ”. ພາບ: baotintuc.vn

ຕາມ​ກຳ​ນົດ​ໃນ​ດຳ​ລັດ 91, ທຸກ​ອົງ​ການ​ຈັດ​ຕັ້ງ, ບຸກ​ຄົນ ລ້ວນ​ແຕ່​ມີ​ສິດ​ຈົດ​ທະ​ບຽນ ແລະ ນຳ​ໃຊ້​ຊື່​ລະ​ບຸ​ປະ​ເທດດ້ວຍ​ຈຳ​ນວນ​ທີ່ບໍ່​ຈຳ​ກັດ​ໃຫ້​ແກ່​ເປົ້າ​ໝາຍ​ການ​ໂຄ​ສະ​ນາ​ດ້ວຍ​ຂໍ້​ຄວາມ, ການ​ໂທ​ລະ​ສັບ.

ຊື່​ຕົວ​ລະ​ບຸ​ປະ​ເທດ​ໄດ້​ຖືກ​ອອກ​ໃຫ້​ອົງ​ການ​ຈັດ​ຕັ້ງ, ບຸກ​ຄົນ ແມ່ນ​ມີ​ພຽງ​ໜຶ່ງດ​ຽວ​ໃນ​ລະ​ບົບ​ຊື່​ຕົວ​ລະ​ບຸ​ປະ​ເທດ​ໂດຍ​ແມ່ນ​ກະ​ຊວງ​ຂໍ້​ມູນ​ຂ່າວ​ສານ ແລະ ການ​ສື່​ສານ (ກົມ​ຄວາມ​ປອດ​ໄພ​ທາງ​ຂໍ້​ມູນ​ຂ່າວ​ສານ) ອອກ​ໃຫ້ ແລະ ມີ​ກຳ​ນົດ​ເວ​ລາ​ນຳ​ໃຊ້ 3 ປີ ນັບ​ແຕ່​ວັນ​ທີ່​ໄດ້​ຮັບ​ການ​ອອກ​ໃຫ້.

ໃນ​ຖານ​ຂໍ້​ມູນ​ເອ​ເລັກ​ໂຕ​ນິກ​ທີ່​ຫາ​ກໍ​ນຳ​ມາ​ເຄື່ອນ​ໄຫວ, VNCERT/CC ຈະແນະ​ນຳ​ບັນ​ດາ​ອົງ​ການ​ຈັດ​ຕັ້ງ, ບຸກ​ຄົນ​ໃນ​ຂັ້ນ​ຕອນ​ການ​ຂໍ​ອອກ​ຊື່​ຕົວ​ລະ​ບຸ ແລະ ຄົ້ນ​ຫາ​ຊື່​ຕົວ​ລະ​ບຸ​ທີ່​ໄດ້​ອອກ​ໃຫ້/ແຈ້ງ​ອອກ​ເທິງ​ເວບ​ໄຊ໌.

ປະ​ຕິ​ບັດ​ການ​ຄົ້ນ​ຫາ​ຊື່​ຕົວ​ລະ​ບຸ​ເທິງ​ເວບ​ໄຊ໌ ຊ່ວຍ​ໃຫ້​ບັນ​ດາ​ການ​ຈັດ​ຕັ້ງ, ບຸກ​ຄົນ ສາ​ມາດ​ຄົ້ນ​ຫາ​ໂດຍ​ກົງ​ໄດ້​ຢ່າງ​ງ່າຍ​ດາຍ​ໃນ​ບັນ​ດາ​ຊື່​ຕົວ​ລະ​ບຸ ໂດຍ​ແມ່ນ​ກົມ​ຄວາມ​ປອດ​ໄພ​ທາງ​ຂໍ້​ມູນ​ຂ່າວ​ສານ​ອອກ​ໃຫ້ ຫຼື ໂດຍ​ແມ່ນ​ເຈົ້າ​ຂອງ​ໜ້າ​ຕ່າງ​ເວບ​ໄຊ໌​ແຈ້ງ​ອອກ.

ຖານ​ຂໍ້​ມູນ chongthurac.vn ກໍ​ໄດ້ຕິດ​ຕັ້ງ​ຂໍ້​ມູນ​ການ​ຊີ້​ນຳ​ຄວບ​ຄຸບ; ສົ່ງ​ການ​ແຈ້ງ​ເຕືອນ​ສະ​ຖາ​ນະ​ຂໍ້​ຄວາມ​ຂີ້​ເຫຍື້ອ, ຂໍ້​ຄວາມຫຼອກ​ລວງ, ການ​ໂທ​ຂີ້ເຫຍື້ອ, ການ​ໂທ​ຫຼອກ​ລວງ, ຈົດ​ໝາຍ​ອີ​ເມວ​ຂີ້​ເຫຍື້ອ; ຂະ​ບວນ​ການ​ກ​ວດ​ສອບ, ກວດ​ກາ, ລົງ​ໂທດ; ວິ​ທີ​ແກ້​ໄຂ​ທ​າງ​ເຕັກ​ນິກ… ກ່ຽວ​ຂ້ອງ​ເຖິງວຽກ​ງານ​ຕ້ານ, ສະ​ກັດ​ກັ້ນ​​ຂໍ້​ຄວາມ​ຂີ້​ເຫຍື້ອ, ຈົດ​ໝາຍ​ເອ​ເລັກ​ໂຕ​ນິກ​ຂີ້​ເຫຍື້ອ, ການ​ໂທ​ຂີ້​ເຫຍື້ອ.

ໄປ​ຄຽງ​ຄູ່​ກັບ​ການ​ເຊື່ອມ​ຕໍ່​ເຖິງ​ລະ​ບົບ​ຄຸ້ມ​ຄອງ​ບັນ​ຊີບໍ່​ໂຄ​ສະ​ນາ, ແນະ​ນຳ​ໃຫ້​ປະ​ຊາ​ຊົນ​ລົງ​ທະ​ບຽນ/ຍົກ​ເລີກ​ລົງ​ທະ​ບຽນ​ເຂົ້າ​ໃນ​ບັນ​ຊີບໍ່​ໂຄ​ສະ​ນາ, VNCERT/CC ຈະອັບ​ເດດ, ປະ​ກາດ​ແຈ້ງ​ບັນ​ຊີ IP/ຊ່ວງ IP ທີ່​ກະ​ຈາຍ​ຂໍ້​ຄວາມ​ຂີ້​ເຫຍື້ອ ຫຼື ແອບ​ອ້າງ​ກະ​ຈາຍ​ຂໍ້​ຄວາມ​ຂີ້​ເຫຍື້ອ.

ໄຊພອນ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.