ມອບ-ຮັບ ວຽກງານອາຫານທ່ຽງໃຫ້ລັດຖະບານລາວ

13:39 | 22/05/2019

ໃນວັນທີ 15 ພຶດ¬ສະ¬ພາ, ໄດ້ຈັດຂຶ້ນພິ¬ທີມອບ-ຮັບວຽກງານອາ¬ຫານທ່ຽງໃຫ້ລັດ¬ຖະ¬ບານລາວ ໂດຍອົງ¬ການອາ¬ຫານໂລກ (WFP) ເພື່ອສືບ¬ຕໍ່ຈັດຕັ້ງປະ¬ຕິ¬ບັດໃນບັນ¬ດາໂຮງ¬ຮຽນເຂດຊົນ¬ນະ-ບົດ 500 ກວ່າແຫ່ງທົ່ວປະ¬ເທດ.

ດັ່ງນັ້ນ ຢູ່​ແຂວງ​ອຸ­ດົມ​ໄຊ ເຊິ່ງ​ມອບອາ­ຫານ​ທ່ຽງ​ໂດຍ​ທ່ານ ເດ​ວິດ ເບ​ສ​ເລ ຜູ້­ອຳ­ນວຍ­ການ​ໃຫຍ່​ອົງ­ການ​ອາ­ຫານ​ໂລກ (WFP) ແລະ ຮັບ​ໂດຍ​ທ່ານ ຄຳ​ຜາຍ ສີ​ສະ­ຫວັນ ຮອງ​ລັດ­ຖະ­ມົນ­ຕີ​ກະ­ຊວງ​ສຶກ​ສາ​ທິ​ການ ແລະ ກີ­ລາ ມີ​ທ່ານ ຈອສ໌ ກາ​ເຊຍ​ໂນ ດາ​ຊີ­ວາ ຜູ້­ອຳ­ນວຍ­ການ​ໃຫຍ່​ອົງ­ການ​ອາ­ຫານ ແລະ ກະ­ສິ­ກຳ (FAO) ແລະ ພາກ­ສ່ວນ​ກ່ຽວ­ຂ້ອງ​ເຂົ້າ​ຮ່ວມ.

ມອບ-ຮັບ ວຽກງານອາຫານທ່ຽງໃຫ້ລັດຖະບານລາວ

​ທ່ານ ເດ​ວິດ ເບ​ສ​ເລ ຜູ້­ອຳ­ນວຍ­ການ​ໃຫຍ່​ອົງ­ການ​ອາ­ຫານ​ໂລກ (WFP) ມອບອາຫານທ່ຽງໃຫ້ຊາວອຸ­ດົມ​ໄຊ. ພາບ: vientianemai

ທ່ານ ຄຳ​ຜາຍ ສີ​ສະ­ຫວັນ ກ່າວ​ວ່າ: ອົງ­ການ WFP ໄດ້​ສະ­ໜອງ​ອາ­ຫານ​ທ່ຽງ​ໃຫ້​ນັກ­ຮຽນ​ຫຼາຍ​ກວ່າ 40.000 ຄາບ ແຕ່​ປີ 2002 ເປັນ­ຕົ້ນ​ມາ ເຊິ່ງ​ໄດ້​ສະ­ໜັບ­ສະ­ໜູນ​ອາ­ຫານ​ທ່ຽງ​ທີ່​ມີ​ໂພ­ຊະ​ນາ​ການ​ໃຫ້​ນັກ­ຮຽນ ເນື່ອງ​ຈາກ​ສ່ວນ​ຫຼາຍ ນັກ­ຮຽນ​ບໍ່​ໄດ້​ຮັບ​ອາ­ຫານ​ທີ່​ມີ​ໂພ­ຊະ​ນາ​ການ​ຢ່າງ​ພຽງ­ພໍ ໃນ​ເວ­ລາ​ມາ​ເຂົ້າ​ຮຽນ ແລະ ຕໍ່​ມາ​ອົງ­ການ WFP ໄດ້​ຂະ­ຫຍາຍ​ການ­ຈັດ­ຕັ້ງ​ປະ­ຕິ­ບັດ​ວຽກ​ງານ​ອາ­ຫານ​ທ່ຽງ​ໃນ​ໂຮງ­ຮຽນ​ຫຼາຍ​ຂຶ້ນ ເຊິ່ງ​ກວມ​ເອົາ​ນັກ­ຮຽນ​ຫຼາຍ​ກວ່າ 140.000 ຄົນ ໃນ 1.450 ໂຮງ­ຮຽນ​ທົ່ວ​ປະ­ເທດ ຜ່ານ​ການ​ວິ­ໄຈ​ຜົນ​ໄດ້​ຮັບ​ຈາກ​ການ​ລົງ­ທຶນ​ໃສ່​ວຽກ​ງານ​ອາ­ຫານ​ທ່ຽງ ໃນ​ໂຮງ­ຮຽນ​ປີ 2018 ຊີ້​ໃຫ້​ເຫັນ​ວ່າ ການ​ລົງ­ທຶນ​ໃສ່​ວຽກ​ງານ​ອາ­ຫານ​ທ່ຽງ​ໃນ​ໂຮງ­ຮຽນ​ພຽງ 1 ໂດ​ລາ​ສະ­ຫະ­ລັດ ຈະ​ໄດ້​ຮັບ​ຜົນ​ກຳ­ໄລ​ຄືນ 6 ໂດ​ລາ​ສະ­ຫະ­ລັດ ເຊິ່ງ 10 ປີ­ຜ່ານ­ມາ ວຽກ​ງານ​ອາ­ຫານ​ທ່ຽງ​ໃນ​ໂຮງ­ຮຽນ ໄດ້​ເພີ່ມ​ອັດ­ຕາ​ການ​ເຂົ້າ​ໂຮງ­ຮຽນ 14% ແລະ ເຮັດ​ໃຫ້​ນັກ­ຮຽນ​ສືບ­ຕໍ່​ຮຽນ​ດົນ​ຂຶ້ນ ກວ່າ​ນັກ­ຮຽນ​ທີ່​ບໍ່​ໄດ້​ຮັບ​ອາ­ຫານ​ທ່ຽງ​ໃນ​ໂຮງ­ຮຽນ 1 ປີ.

ທ່ານ ເດ​ວິດ ເບ​ສ​ເລ ກ່າວ​ວ່າ: WFP ມີ​ແຜນ​ຈະ​ມອບ​ວຽກ​ງານ​ອາ­ຫານ​ທ່ຽງ​ໃນ​ໂຮງ­ຮຽນ​ຂອງ​ລັດ​ໃຫ້​ສຳ­ເລັດ​ໃນ​ປີ 2021 ແລະ ເລີ່ມ​ແຕ່​ເດືອນ​ກັນ­ຍາ​ປີ 2019 ເປັນ­ຕົ້ນ​ໄປ WFP ຈະ​ຮ່ວມ​ກັບ​ລັດ­ຖະ­ບານ​ລາວ ສະ­ໜອງ​ງົບ­ປະ­ມານ​ໃຫ້ 800 ໂຮງ­ຮຽນ ລວມ​ທັງ​ໂຮງ­ຮຽນ​ທີ່​ອົງ­ການ WFP ໄດ້​ມອບ-ຮັບ​ໃນ​ຄັ້ງ​ນີ້ 515 ແຫ່ງ ພ້ອມ​ນີ້ ຍັງ​ຈະ​ໄດ້​ສືບ­ຕໍ່​ສ້າງ​ຄວາມ​ສາ­ມາດ ແລະ ການ​ເປັນ​ເຈົ້າ​ການ​ໃຫ້​ລັດ­ຖະ­ບານ ເພື່ອ​ການ​ພັດ­ທະ­ນາ​ແບບ​ຍືນ​ຍົງ ເຊິ່ງ​ປະ­ກອບ​ມີ​ການ​ຕໍ່​ນ້ຳ​ເຂົ້າ​ໂຮງ­ຮຽນ ວຽກ​ງານ​ພື້ນ­ຖານ​ດ້ານ​ສຸ​ຂະ​ອະ­ນາ­ໄມ ແລະ ສຸ­ຂາ­ພິ­ບານ​ຂອງ​ໂຮງ­ຮຽນ ສວນ​ຄົວ​ຂອງ​ໂຮງ­ຮຽນ ສວນ​ຄົວ​ເຮືອນ​ຮົ່ມ​ຂອງ​ຊຸມ​ຊົນ ໜອງ​ປາ ແລະ ອື່ນໆ.

(ແຫຼ່ງ​ຂໍ້​ມູນ​: vientianemai.net)

ທ່ານອາດຈະມັກ

ເຫດການ