ມອບ​ທຸງ​ຊາດ​ໃຫ້​ແກ່​ຊາວ​ປະ​ມົງ​ ນະ​ຄອນ​ຝຸກວັກ

16:27 | 12/11/2021

ຍ​ສ​ໝ - ທຸງ​ຊາດ 2000 ຜືນ ແລະ ມີ​ຫຼາຍຂໍ​້​ມູນ​ທີ່​ກ່ຽວ​ຂ້ອງ​ເຖິງ ບັດ​ເຫຼືອງ ເອີ​ລົບ ໂດຍສະ​ຫະ​ພັນ​ແຮງ​ງານ ນະ​ຄອນ ຝຸກວັກ (ແຂວງ​ກຽນ​ຢາງ) ໄດ້​ໄດ້​ມອບ​ໃຫ້​ຊາວ​ປະ​ມົງ.

ເວ​ທີ​ປາ​ໄສ​ລະ​ດັບ​ຊາດ​ປະ​ຈຳປີ “ວັດ​ທະ​ນະ​ທຳ​ກັບ ວິ​ສາ​ຫະ​ກິດ” ຈະ​​​ຖືກ​ຈັດ​ຂຶ້ນ​ໃນ​ໄວໆ​ນີ້ ເວ​ທີ​ປາ​ໄສ​ລະ​ດັບ​ຊາດ​ປະ​ຈຳປີ “ວັດ​ທະ​ນະ​ທຳ​ກັບ ວິ​ສາ​ຫະ​ກິດ” ຈະ​​​ຖືກ​ຈັດ​ຂຶ້ນ​ໃນ​ໄວໆ​ນີ້
ສະ​ຫະ​ພັນ​ບັນ​ດາ​ອົງ​ການ​ຈັດ​ຕັ້ງ​ມິດ​ຕະ​ພາບ​ນະ​ຄອນ​ເກິ່ນ​ເທີ ເຮັດ​ວຽກ​ກັບ​ຜູ້​ອຳ​ນວຍ​ການ​ແຫ່ງ​ຊາດ FNF ປະ​ຈຳ ຫວຽດ​ນາມ ສະ​ຫະ​ພັນ​ບັນ​ດາ​ອົງ​ການ​ຈັດ​ຕັ້ງ​ມິດ​ຕະ​ພາບ​ນະ​ຄອນ​ເກິ່ນ​ເທີ ເຮັດ​ວຽກ​ກັບ​ຜູ້​ອຳ​ນວຍ​ການ​ແຫ່ງ​ຊາດ FNF ປະ​ຈຳ ຫວຽດ​ນາມ
ມອບ​ທຸງ​ຊາດ​ໃຫ້​ແກ່​ຊາວ​ປະ​ມົງ​ ນະ​ຄອນ​ຝຸກວັກ
ພາບ​ປະ​ກອບ: nld.com.vn

ວັນ​ທີ 10 ພະ​ຈິກ, ສະ​ຫະ​ພັນ​ແຮງ​ງານ ນະ​ຄອນ ຝຸ​ກວັກ ໄດ້​ສົມ​ທົບ​ກັບ​ ກອງ​ບັນ​ຊາ​ການ​ທະ​ຫານ​ປ້ອງ​ກັນ​ຊາຍ​ແດນ ດ່ານທ່າກຳປັ່ນ ​ເຢືອງດົງ ໄດ້​ຈັດ​​ພິ​ທີ ມອບ​ທຸງ​ຊາດ 2000 ຜືນ ໃຫ້​ຊາວ​ປະ​ມົງ, ໃນ​ນັ້ນ​ມີ ທຸງ​ຊາດ 1000 ຜືນ​ແມ່ນ​ຂຶ້ນ​ກັບ​ໂຄງ​ການ “ ​ທຸງ​ຊາດ 1 ລ້ານ​ຜືນ ພ້ອມ​ກັບ​ຊາວ​ປະ​ມົງເກາະ​ຕິດ​ກັບ​ທະ​ເລ” ໂດຍ​ໜັງ​ສື​ພິມ​ແຮງ​ງານ​ເລີ່ມ​ຕົ້ນ ແລະ ປະ​ຕິ​ບັດ​ການມອບໃຫ້​ສະ​ຫະ​ພັນ​ແຮງ​ງານ ແຂວງ​ກຽນ​ຢາງ ກ່ອນ​ນັ້ນ.

ໃນ​ໂອ​ກາດນີ້, ສະ​ຫະ​ພັນ​ແຮງ​ງານ​ນະ​ຄອນ​ຝ​ຸກວັກ ກໍ່​ໄດ້​ແຈກ​ຢາຍ​ໃບ​ປິວ 2000 ໃບ​​ໂຄ​ສະ​ນາກ່ຽວ​ກັບ​ບັດ​ເຫຼືອງ ເອີ​ລົບ ໂດຍ​ຄະ​ນະໂຄ​ສະ​ນາ ຄະ​ນະ​ພັກ​ແຂວງ ກຽນ​ຢາງ ຮຽບ​ຮຽງ, ຜ່ານ​ນັ້ນ​ ກໍ່ຊ່ວຍ​ໃຫ້​ຊາວ​ປະ​ມົງ​ເຂົ້າ​ໃຈ​ກ່ຽວ​ກັບ​ບັນ​ດາ​ຂໍ​້​ກຳ​ນົດ​ກ່ຽວ​ກັບ​ການ​ຂຸດ​ຄົ້ນ​ສິນ​ທະ​ເລ​​ຈະ​ແຈ້ງ​ກ່​ວາ​ອີກ, ເຜີຍ​ແຜ່​ກົດ​ໝາຍ​ຊ່ວຍ​ໃຫ້​ຊາວ​ປະ​ມົງ​ຍົກ​ສູງ​ຄວາມ​ຮັບ​ຮູ້​ດ້ານ​ກົດ​ໝາຍ, ພິ​ເສດ​ແມ່ນ​ກົດ​ໝາຍ​ວ່າ​ດ້ວຍ​ສິນ​ໃນ​ນ້ຳ, ປະ​ຕິ​ບັດ​ບັນ​ດາ​ມາດ​ຕະ​ການ​ຮີບ​ດ່ວນ ກ່ຽວ​ກັບ​ການ​ຂຸດ​ຄົ້ນ​ສິນ​ທະ​ເລ ຕາມ​ຂ​ໍ້​ແນະ​ນຳ​ຂອງ ຄະ​ນະ​ກຳ​ມະ​ການ​ເອີ​ລົບ (EC)…

ສະ​ຫະ​ພັນ​ແຮງ​ງານ​ນະ​ຄອນ​ຝຸກວັກ​ຍັງ​ແຈກ​ຈົດ​ໝາຍທາບທາມ​ ກ່​ວາ 2000 ສະ​ບັບ ເພື່ອຂົນ​ຂວາຍ​ຊາວ​ປະ​ມົງ ເຂົ້າ​ຮ່ວມ​ການສ້າງວິ​ສາ​ຫະ​ກິດຫາ​ປາ​ຢູ່​ທ້ອງ​ຖິ່ນ.

ບຸນ​ຄົງ

ເຫດການ
302 Found

Found

The document has moved here.