ຫວຽດ​ນາມ ມີ​ຄວາມ​ວິ​ຕົກ​ກັງ​ວົນ​ກ່ຽວ​ກັບ​ສະ​ພາບ​ການ​ສັບ​ສົນ​ຢູ່ Bosnia-Herzegovina

06:07 | 08/11/2021

ຍ​ສ​ໝ - ຫວຽດ​ນາມ ມີ​ຄວາມ​ວິ​ຕົກ​ກັງ​ວົນ​ກ່ຽວ​ກັບ​ສະ​ພາບ​ການ​ສັບ​ສົນ​ສືບ​ຕໍ່​ດຳ​ເນີນ​ຢູ່ Bosnia-Herzegovina ໃນ​ນັ້ນ​ມີ​ຄວາມ​ເຄັ່ງ​ຕຶງ ລະ​ຫວ່າງ ບັນ​ດາ​ປະ​ຊາ​ຄົມ, ການ​ຂາດ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ, ການ​ໂອ້​ລົມ​ສົນ​ທະ​ນາ, ການ​ໄກ່​ເກ່ຍ​ປອງດອງ​ມີ​ຄວາມ​ສ່ຽງ​ສ້າງເປັນ​ບັນ​ດາ​ສິ່ງ​ທ້າ​ທາຍ​ໃຫ​ຍ່ ແລະ ຍາວ​ນານ.

ຫວຽດ​ນາມ ມີ​ຄວາມ​ວິ​ຕົກ​ກັງ​ວົນ​ກ່ຽວ​ກັບ​ສະ​ພາບ​ການ​ສັບ​ສົນ​ຢູ່ Bosnia-Herzegovina
ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ຟ້າມ​ຫາຍ​ແອັງ ຄະ​ນ​ະຜູ້​ຕາງ​ໜ້າ ຫວຽດ​ນາມ ປະ​ຈຳ ສ​ະ​ຫະ​ປະ​ຊາ​ຊາດ (ພາບ​: vietnamplus.vn)

ຫວ່າງແລ້ວນີ້, ສະ​ພາ​ຄວາມ​ໝັ້ນ​ຄົງ ສ​ະ​ຫະ​ປະ​ຊາ​ຊາດ ໄດ້​ຈັດ​ຕັ້ງ​ການ​ປຶ​ກ​ສາ​ຫາ​ລືກ່ຽວ​ກັບ​ສະ​ພາບ​ການ​ຢູ່ Bosnia-Herzegovina. ກ່າວ​ຄຳ​ເຫັນ​ທີ່​ການ​ປຶກ​ສາ​ຫາ​ລື, ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ຟ້າມ​ຫາຍ​ແອັງ ຄະ​ນ​ະຜູ້​ຕາງ​ໜ້າ ຫວຽດ​ນາມ ປະ​ຈຳ ສ​ະ​ຫະ​ປະ​ຊາ​ຊາດ ໄດ້​ແບ່ງ​ປັນ​ຄວາມ​ວິ​ຕົກ​ກັງ​ວົນ​ກ່ຽວ​ກັບ​ສະ​ພາບ​ການ​ສັບ​ສົນທີ່​ສື​ບ​ຕໍ່​ໄດ້​ດຳ​ເນີນ​ຢູ່ Bosnia-Herzegovina, ໃນ​ນັ້ນ​ມີ​ຄວາມ​ເຄັ່ງ​ຕຶງ ລະ​ຫວ່າງ ​ບັນ​ດາ​ປະ​ຊາ​ຄົມ, ການ​ຂາດ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ, ການ​ເຈ​ລະ​ຈາ, ເກ່ຍ​ໄກ​ປອງດອງ ມີ​ຄວາມ​ສ່ຽງ​ສ້າງເປັນ​ບັນ​ດາ​ສິ່ງ​ທ້າ​ທາຍ​ໃຫຍ່ ແລະ ຍາວ​ນານ.

ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ຫ​ວຽດ​ນາມ ຟ້າ​ມ​ຫ໋າຍ​ແອັງ ຖື​ວ່າ ຄວນ​ເຄົາ​ລົບຜົນ​ປະ​ໂຫຍດ ແລະ ຄວາມປາດຖະໜາ​ຂອງ ປະ​ຊາ​ຊົນ ເພື່ອ​ສະ​ຖຽນ​ລະ​ພາບ​ດ້ານ​ການ​ເມືອງ, ພັດ​ທະ​ນາ​ເສດ​ຖະ​ກິດ - ສັງ​ຄົມ ຂອງ Bosnia-Herzegovina ກໍ່​ຄື​ພາກ​ພື້ນ.

ທ່າ​ນ​ເອກ​ອັກ​ຄະ​ລັດ​ຖະ​ທູດ ຫ​ວຽດ​ນາມ ຟ້າ​ມ​ຫ໋າຍ​ແອັງ ກໍ່​ຮຽກ​ຮ້ອງ​ໃຫ້​ບັນ​ດາ​ຝ່າຍ​ທີ່​ກ່​ຽວ​ຂ້ອງຢູ່ Bosnia-Herzegovina ມາ​ນະ​ພະ​ຍາ​ຍາມ​ຜ່ານ​ຜ່າ​ຄວາມ​ແຕກ​ຕ່າງ​ກັນ, ສ້າງ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ, ຊຸກ​ຍູ້​ສັນ​ຕິ​ພາບ ແລະ ໄກ່​ເກ່ຍ​ປອງດອງ, ການ​ເຈ​ລະ​ຈາ​ເພື່ອ​ຜົນ​ປະ​ໂຫຍດ​ຂອງ ປະ​ຊາ​ຊົນ, ພ້ອມ​ທັງ​ເນັ້ນ​ໜັກ​ຕ້ອງ​ເຄົາ​ລົບ​ເອ​ກະ​ລາດ, ອະ​ທິ​ປະ​ໄຕ ແລະ ຜືນ​ແຜ່ນ​ດິນ​ອັນ​ຄົບ​ຖ້ວນ​ຂອງ Bosnia-Herzegovina, ດ້ວຍ​ການ​ໜູນ​ຊ່ວຍ​ຂ​ອງ ສະ​ພ​າ​ຄວາມ​ໝັ້ນ​ຄົງ ສ​ປ​ຊ, ປະ​ຊາ​ຄົມ​ສາ​ກົນ ແລະ ບັນ​ດາ​ອົງ​ການ​ຈັດ​ຕັ້​ງ​ສາ​ກົ​ນ.

ຕໍ່​ໜ້າ​ກອງ​ປະ​ຊຸມ​ປຶກ​ສາ​ຫາ​ລື ສະ​ພາ​ຄວາມ​ໝັ້ນ​ຄົງ ສ​ະ​ຫະ​ປະ​ຊາ​ຊາດ ໄດ້​ເຫັນ​ດີ​ເປັນ​ເອ​ກະ​ພາບ ຮັບ​ຮອງ​ເອົາ​ມະ​ຕິ​ເລ​ກ​ທີ 2604 ກ່ຽວ​ກັບ​ກຳ​ລັງ​ເອີ​ລົບ ຢູ່ Bosnia-Herzegovina ດ້ວຍ​ບັດ​ສະ​ໜັບ​ສະ​ໜູນ 15 ບັດ, ຕາມ​ນັ້ນ​ກຳ​ລັງ​ນີ້​ໄດ້​ຕໍ່​ກຳ​ນົດ​ເວ​ລາ​ຕື່ມ​ອີກ 12 ເດືອນ​ເພື່ອ​ແນ​ໃສ່​ໜູນ​ຊ່ວຍ​ການ​ຮັກ​ສາ​ສັນ​ຕິ​ພາບ ແລະ ຄວາມ​ໝັ້ນ​ຄົງ​ຢູ່​ປະ​ເທດນີ້.

ບຸນ​ຄົງ

ເຫດການ
302 Found

Found

The document has moved here.