ຮ່າໂນ້ຍ ຜັນຂະຫຍາຍບັນດາຮູບການຫນູນຊ່ວຍພາຍຫລັງໂລກລະບາດຢ່າງມີໄຫວພິບ

06:30 | 12/10/2021

ໂລກລະບາດໂຄວິດ -19, ການແຍກຫ່າງສັງຄົມ ເຮັດໃຫ້ປະຊາຊົນຫລາຍໆຄົນຢູ່ໃນບໍລິເວນນະຄອນ ຮ່າໂນ້ຍ ປະສົບກັບຄວາມຫຍຸ້ງຍາກ. ເພື່ອຮັບປະກັນຊີວິດການເປັນຢູ່ໃຫ້ແກ່ປະຊາຊົນພາຍຫລັງໂລກລະບາດ, ອຳນາດການປົກຄອງທຸກຂັ້ນຂອງນະຄອນ ພວມຜັນຂະຫຍາຍບັນດາການຫນູນຊ່ວຍຢ່າງແທດຈິງໃຫ້ປະຊາຊົນເທື່ອລະກ້າວ.

ປຸກລະດົມການປະກວດພາບ “ຫວຽດນາມ ຈະໄຊຊະນະ” ປຸກລະດົມການປະກວດພາບ “ຫວຽດນາມ ຈະໄຊຊະນະ”
ກອງທຶນສັນຕິພາບ ແລະ ພັດທະນາ  ຫວຽດນາມ ແລະມະຫາວິທະຍາໄລກົດໝາຍຮ່າໂນ້ຍ ຮ່ວມມືກັນໃນການບໍາລຸງສ້າງຊັບພະຍາກອນມະນຸດ ກອງທຶນສັນຕິພາບ ແລະ ພັດທະນາ ຫວຽດນາມ ແລະມະຫາວິທະຍາໄລກົດໝາຍຮ່າໂນ້ຍ ຮ່ວມມືກັນໃນການບໍາລຸງສ້າງຊັບພະຍາກອນມະນຸດ

ນັບແຕ່ວັນທີ 21 ກັນຍາ ເປັນຕົ້ນໄປ, ນະຄອນຮ່າໂນ້ຍ ໄດ້ປະຕິບັດການປ້ອງກັນ ຕ້ານ ໂລກລະບາດໂຄວິດ -19 ຕາມຄຳສັ່ງເລກທີ 15 ຂອງລັດຖະບານ, ຕາມນັ້ນແລ້ວ ບາງການເຄື່ອນໄຫວເສດຖະກິດ ສັງຄົມ ຢູ່ບໍລິເວນນະຄອນ ໄດ້ຮັບການຟື້ນຟູເທື່ອລະກ້າວຕາມສະພາບປົກກະຕິໃຫມ່. ໄລຍະແຍກຫ່າງທີ່ແກ່ຍາວກ່ອນຫນ້ານີ້ ໄດ້ກໍ່ຜົນສະທ້ອນບໍ່ແມ່ນຫນ້ອຍເຖິງປະຊາຊົນນະຄອນຫລວງ. ພິເສດ ສຳລັບຄົນງານຮັບຈ້າງ, ໂລກລະບາດໄດ້ເຮັດໃຫ້ເຂົາເຈົ້າວ່າງງານ, ປະຈຸບັນ ມີຫລາຍຄົນຍັງປະສົບກັບຄວາມຫຍຸ້ງຍາກ. ສະນັ້ນ ພາຍຫລັງໄລຍະແຍກຫ່າງຕາມຄຳສັ່ງເລກທີ 16 ຂອງລັດຖະບານ, ບັນດາເມືອງຍັງສືບຕໍ່ຜັນຂະຫຍາຍຫລາຍໂຄງການຫນູນຊ່ວຍປະຊາຊົນ.

ທຸກຂັ້ນ, ຂະແຫນງການ ຂອງນະຄອນຫລວງ ມີຫລາຍມາດຕະການຫນູນຊ່ວຍປຊຊ ທີ່ປະສົບກັບຄວາມຫຍຸ້ງຍາກຍ້ອນໂລກລະບາດ. (ພາບ:qdnd.vn)
ທຸກຂັ້ນ, ຂະແຫນງການ ຂອງນະຄອນຫລວງ ມີຫລາຍມາດຕະການຫນູນຊ່ວຍປຊຊ ທີ່ປະສົບກັບຄວາມຫຍຸ້ງຍາກຍ້ອນໂລກລະບາດ. (ພາບ:qdnd.vn)

ຢູ່ ເມືອງ ນາມຕື່ລຽມ, ບັນດາຄົນງານ ແລະ ນັກສຶກສາຕ່າງແຂວງໄດ້ຮັບການຫນູນຊ່ວຍເຄື່ອງໃຊ້ທີ່ຈຳເປັນລວມມູນຄ່າ 400.000 ດົ່ງຈາກອຳນາດການປົກຄອງທ້ອງຖິ່ນ. ຂອງຂວັນແຕ່ລະພູດນັ້ນ ບໍ່ພຽງແຕ່ປະກອບສ່ວນຫນູນຊ່ວຍປະຊາຊົນໃນໄລຍະຫລັງໂລກລະບາດ ເທົ່ານັ້ນ ຫາກຍັງສະແດງໃຫ້ເຫັນຄວາມເອົາໃຈໃສ່ຂອງອຳນາດການປົກຄອງທີ່ມີຕໍ່ເປົ້າໝາຍທີ່ປະສົບກັບຄວາມຫຍຸ້ງຍາກຢູ່ບໍລິເວນນຳອີກ.

ດ້ວຍເປົ້າໝາຍ “ບໍ່ໃຫ້ຜູ້ໃດຖືກປະໄວ້ຢູ່ທາງຫລັງ”, ການປະຕິບັດວຽກງານຫນູນຊ່ວຍປະຊາຊົນປະສົບກັບຄວາມຫຍຸ້ງຍາກຍ້ອນໂລກລະບາດໂຄວິດ -19 ຕາມບັນດາມະຕິຂອງສູນກາງ ແລະ ຂອງນະຄອນຮ່າໂນ້ຍ ໂດຍບັນດາພະແນກ, ຂະແຫນງການກ່ຽວຂ້ອງ, ບັນດາທ້ອງຖິ່າປະຕິບັດຢ່າງວ່ອງໄວ ດ້ວຍການດັດປັບຢ່າງມີໄຫວພິບເພື່ອໃຫ້ແທດເໝາະກັບແຕ່ລະກໍລະນີ, ເພື່ອແນໃສ່ຮັບປະກັນການຫນູນຊ່ວຍໃຫ້ປະຊາຊົນຢ່າງສູງສຸດ. ທ່ານ ຫງວຽນກວັກແຄງ ຮອງຫົວຫນ້າພະແນກແຮງງານ ທະຫານເສຍອົງຄະ ແລະ ສັງຄົມ ນະຄອນຮ່າໂນ້ຍ ໃຫ້ຮູ້ວ່າ:

“ມີປະຊາຊົນ, ຜູ້ອອກແຮງງານ ບາງກຸ່ມ ຖືກຜົນສະທ້ອນຈາກ ໂລກລະບາດໂຄວິດ -19 ຍັງບໍ່ທັນໄດ້ມີຢູ່ຂໍ້ກຳນົດທີ່ໄດ້ປະກາດໃຊ້ ທາງນະຄອນຈະມີນະໂຍບາຍພິເສດສະເພາະ. ພ້ອມກັນນັ້ນ ນະຄອນ ກໍ່ໄດ້ຊີ້ນຳການໝູນໃຊ້ຢ່າງມີຫົວຄິດປະດິດສ້າງ, ມີໄຫວພິບເພື່ອຫນູນຊ່ວຍຜູ້ອອກແຮງງານປະສົບກັບຄວາມຫຍຸ້ງຍາກຍ້ອນໂລກລະບາດໂຄວິດ 19”.

ໃນຊ່ວງເວລາເກີດໂລກລະບາດ, ເດັກນ້ອຍ ກໍ່ແມ່ນເປົ້າໝາຍຖືກຜົນສະທ້ອນບໍ່ແມ່ນຫນ້ອຍ ເປັນຕົ້ນໃນການຮ່ຳຮຽນ. ໂດຍຮູ້ໄດ້ຄວາມຫຍຸ້ງຍາກຂອງນັກຮຽນ ແລະ ພໍ່ແມ່ພວກນ້ອງ, ຄະນະຊາວຫນຸ່ມນະຄອນ ໄດ້ສົມທົບກັບບັນດາອົງການຊາວຫນຸ່ມຂັ້ນຮາກຖານ ຜັນຂະຫຍາຍການເຄື່ອນໄຫວຫລາຍຢ່າງທີ່ແທດຈິງ ແລະ ມີຄວາມໝາຍ.

ຢູ່ ເມືອງ ຮ່ວາງມາຍ, ໂຄງການ “ຊ່ວຍພວກນ້ອງໄປໂຮງຮຽນເພື່ອຜ່ານຜ່າໂລກລະບາດ” ໄດ້ສ້າງຂຶ້ນ ດ້ວຍຈຸດປະສົງຫນູນຊ່ວຍພວກນ້ອງນັກຮຽນປະສົບກັບຄວາມຫຍຸ້ງຍາກຢູ່ບໍລິເວນເມືອງ ໄດ້ນຳໃຊ້ອຸປະກອນຮ່ຳຮຽນແບບທາງໄກ. ເອື້ອຍ ຫງວຽນກີ່ງຈາງ, ເລຂາຄະນະຊາວຫນຸ່ມ ເມືອງ ຮ່ວາງມາຍ ໃຫ້ຮູ້ວ່າ:

“ພວກຂ້າພະເຈົ້າສຳຫລວດກວດກາຢູ່ໃນບໍລິເວນເມືອງ ເພື່ອລວບລວມບັນຊີລາຍຊື່ພວກນ້ອງນັກຮຽນຍັງບໍ່ທັນມີບັນດາອຸປະກອນຮຽນແບບທາງໄກ ຈາກນັ້ນ ຜັນຂະຫຍາຍລາຍການຫນູນຊ່ວຍ ໄອແພດ, ຄອມພິວເຕີໃຫ້ພວກນ້ອງ. ພວກຂ້າພະເຈົ້າລະດົມ ໄອແພດເກົ່າ ແຕ່ຍັງໃຊ້ໄດ້ດີ ແລະ ຮັບເງິນຫນູນຊ່ວຍຈາກບັນດາຜູ້ໃຈບຸນໃຈກຸສົນ. ພວກຂ້າພະເຈົ້າຊື້ ໄອແພດໃຫມ່ໄດ້ 20 ເຄື່ອງ ເພື່ອມອບໃຫ້ພວກນ້ອງ ແລະ ໄລຍະຈະມາເຖິງ ຈະສືບຕໍ່ຮັບເອົາບັນດາອຸປະອນເກົ່າເພື່ອມາຫນູນຊ່ວຍພວກນ້ອງ”.

ການຟື້ນຟູການເຄື່ອນໄຫວຜະລິດ, ຮັບປະກັນຊີວິດການເປັນຢູ່ຂອງປະຊາຊົນເພື່ອໃຫ້ກັບຄືນສູ່ສະພາບປົກກະຕິໃຫມ່ ແມ່ນບັນດາຫນ້າທີ່ສຳຄັນໂດຍນະຄອນ ຮ່າໂນ້ຍ ວາງອອກໃນໄລຍະນີ້. ທີ່ກອງປະຊຸມເທື່ອທີ 2 ຊຸດທີ XVI ຂອງສະພາປະຊາຊົນນະຄອນຫວ່າງແລ້ວນີ້ ນະຄອນໄດ້ຮັບຮອງເອົາມະຕິກ່ຽວກັບການຍົກເວັ້ນ ແລະ ຫລຸດຄ່າຮຽນໃຫ້ນັກຮຽນທຸກຂັ້ນ, ເພີ່ມບັນດາບ້ວງຫນູນຊ່ວຍສັງຄົມ. ນີ້ແມ່ນບັນດານະໂຍບາຍມີຜົນສະທ້ອນໂດຍກົງເຖິງຊີວິດ, ການພັດທະນາເສດຖະກິດສັງຄົມຂອງນະຄອນ ແລະ ໄດ້ຮັບການສະຫນັບສະຫນູນເຫັນດີເຫັນພ້ອມຈາກບັນດາສະມາຊິກສະພາແຫ່ງຊາດ ແລະ ຜູ້ມີສິດເລືອກຕັ້ງຢູ່ນະຄອນ.

vovworld.vn

ເຫດການ
302 Found

Found

The document has moved here.