ສະພາບການໂລກລະບາດໂຄວິດ-19 ຢູ່ໃນໂລກ

16:30 | 08/10/2021

ທົ່ວໂລກມີຜູ້ຕິດເຊື້ອພະຍາດໂຄວິດ-19 ກວ່າ 237,5 ລ້ານຄົນ, ໃນນັ້ນມີຜູ້ເສຍຊີວິດກວ່າ 4,84 ລ້ານຄົນ.

ພັດທະນາການທ່ອງທ່ຽວສົ່ງເສີມສຸຂະພາບຢູ່ຫວຽດນາມ ພັດທະນາການທ່ອງທ່ຽວສົ່ງເສີມສຸຂະພາບຢູ່ຫວຽດນາມ
ທ່ານ​ນາ​ຍົກ​ລັດ​ຖ​ະ​ມົນ​ຕີ ຟ້າມ​ມິງ​ຈິງ ສົ່ງ​ຈົດ​ໝາຍ​ຂອບ​ໃຈ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ອົດ​ສະ​ຕາ​ລີ ກ່ຽວ​ກັບ​ການ​ໜູນ​ຊ່ວຍ​ວັກ​ຊິນ ແລະ ອຸ​ປະ​ກອນ​ການ​ແພ​ດ​ໃຫ້​ແກ່ ຫວຽດ​ນາມ ທ່ານ​ນາ​ຍົກ​ລັດ​ຖ​ະ​ມົນ​ຕີ ຟ້າມ​ມິງ​ຈິງ ສົ່ງ​ຈົດ​ໝາຍ​ຂອບ​ໃຈ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ອົດ​ສະ​ຕາ​ລີ ກ່ຽວ​ກັບ​ການ​ໜູນ​ຊ່ວຍ​ວັກ​ຊິນ ແລະ ອຸ​ປະ​ກອນ​ການ​ແພ​ດ​ໃຫ້​ແກ່ ຫວຽດ​ນາມ
ພາບປະກອບ
ພາບປະກອບ

ຕາມເວັບໄຊສະຖິຕິ worldometers.info ແລ້ວ, ໄລ່ຮອດເວລາ 1 ໂມງຕອນເຊົ້າວັນທີ 08 ຕຸລາ (ຕາມເວລາ UTC), ທົ່ວໂລກມີຜູ້ຕິດເຊື້ອພະຍາດໂຄວິດ-19 ກວ່າ 237,5 ລ້ານຄົນ, ໃນນັ້ນມີຜູ້ເສຍຊີວິດກວ່າ 4,84 ລ້ານຄົນ. ຈຳນວນຜູ້ໄດ້ຮັບການປິ່ນປົວຫາຍດີເປັນປົກກະຕິແມ່ນກວ່າ 214,6 ລ້ານຄົນ.

ອາເມລິກາ ຍັງແມ່ນປະເທດຖືກຜົນສະທ້ອນຢ່າງໜັກໜ່ວງທີ່ສຸດຈາກໂລກລະບາດ. ຕໍ່ໜ້າສະພາບການໂລກລະບາດສືບຕໍ່ມີການຜັນແປທີ່ສັບສົນ, ທ່ານປະທານາທິບໍດີອາເມລິກາ Joe Biden ຢືນຢັນວ່າ ການບັງຄັບສັກວັກຊິນໄດ້ກາຍເປັນສິ່ງທີ່ຈຳເປັນ ແລະ ແມ່ນເຄື່ອງມືທີ່ມີປະສິດທິຜົນເພື່ອແນໃສ່ຢຸດຕິໂລກລະບາດ.

ອາຊີແມ່ນພາກພື້ນຖືກຜົນສະທ້ອນໃຫຍ່ຫຼວງທີ່ສຸດດ້ວຍຜູ້ຕິດເຊື້ອພະຍາດເກືອບ 77 ລ້ານຄົນ, ໃນນັ້ນມີຜູ້ເສຍຊີວິດກວ່າ 1,13 ລ້ານຄົນ. ເອີລົບ ຢືນອັນດັບທີ 2 ດ້ວຍຜູ້ຕິດເຊື້ອເກືອບ 60 ລ້ານຄົນ ແລະ ມີຜູ້ເສຍຊີວິດກວ່າ 1,23 ລ້ານຄົນ.

ເພື່ອແນໃສ່ຮັບປະກັນສຸຂະພາບຂອງປະຊາຄົມ, ທ່ານເລຂາທິການໃຫຍ່ສະຫະປະຊາຊາດ Antonio Guterres ຮຽກຮ້ອງການອຸປະຖຳຈຳນວນເງິນ 8 ຕື້ USD ເພື່ອສັກວັກຊິນໂດຍຍຸຕິທຳໃຫ້ພົນລະເມືອງໂລກ 40% ຮອດທ້າຍປີ 2021 ນີ້.

vovworld.vn

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.