ຫວຽດ​ນາມ ເລືອກ​ເອົາ​ວິ​ທີ​ການ​ສຳ​ຜັດ​ກັບ​ການ​ພັດ​ທະ​ນາ​ແບບ​ຍືນ​ຍົງ

07:30 | 08/10/2021

ທີ່ກອງປະຊຸມ, ທ່ານ ເຈິ່ນຮົ່ງຮ່າ ໄດ້ສົ່ງສານຮຽກຮ້ອງໃຫ້ ບັນດາປະເທດເປັນເອກະພາບທາງດ້ານຈິນຕະນາການ, ຄວາມຮັບຮູ້ກ່ຽວກັບບັນຫາທີ່ກ່ຽວຂ້ອງເຖິງວິກິດການປ່ຽນແປງດິນຟ້າອາກາດ, ລະບົບນິເວດຊຸດໂຊມ.

ຫວຽດ​ນາມ ຮ່ວມ​ມື​ກັບ​ປະ​ຊາ​ຄົມ​ສາ​ກົນ ພ້ອມ​ກັນ​ຊຸກ​ຍູ້​ການ​ຄ້າ ແລະ ການ​ພັດ​ທະ​ນາ ຫວຽດ​ນາມ ຮ່ວມ​ມື​ກັບ​ປະ​ຊາ​ຄົມ​ສາ​ກົນ ພ້ອມ​ກັນ​ຊຸກ​ຍູ້​ການ​ຄ້າ ແລະ ການ​ພັດ​ທະ​ນາ
ອົດ​ສະ​ຕາ​ລີ ແລະ ຫວຽດ​ນາມ ມີຫຼາຍ​ກາ​ລະ​ໂອ​ກາດ​ຮ່ວ​ມ​ມື​ພັດ​ທະ​ນາ​ດ້ານ​ກະ​ສິ​ກຳ ທີ່​ນຳ​ໃຊ້​ເຕັກ​ໂນ​ໂລ​ຢີ​ສູງ ອົດ​ສະ​ຕາ​ລີ ແລະ ຫວຽດ​ນາມ ມີຫຼາຍ​ກາ​ລະ​ໂອ​ກາດ​ຮ່ວ​ມ​ມື​ພັດ​ທະ​ນາ​ດ້ານ​ກະ​ສິ​ກຳ ທີ່​ນຳ​ໃຊ້​ເຕັກ​ໂນ​ໂລ​ຢີ​ສູງ
ທ່ານລັດຖະມົນຕີກະຊວງຊັບພະຍາກອນ ແລະ ສິ່ງແວດລ້ອມ ຫວຽດນາມ ເຈິ່ນຮົ່ງຮ່າ ກ່າວຄຳເຫັນທີ່ກອງປະຊຸມ(ພາບ: CTV/Vietnam+)
ທ່ານລັດຖະມົນຕີກະຊວງຊັບພະຍາກອນ ແລະ ສິ່ງແວດລ້ອມ ຫວຽດນາມ ເຈິ່ນຮົ່ງຮ່າ ກ່າວຄຳເຫັນທີ່ກອງປະຊຸມ(ພາບ: CTV/Vietnam+)

ຕອນເຊົ້າວັນທີ 7 ຕຸລາ, ຢູ່ທີ່ກອງປະຊຸມທາງໄກຂັ້ນລັດຖະມົນຕີ, ເວທີປາໄສລັດຖະມົນຕີ ແລະ ເຈົ້າໜ້າທີ່ ສິ່ງແວດລ້ອມ ອາຊີ - ປາຊີຟິກ ຄັ້ງທີ 4, ທ່ານລັດຖະມົນຕີກະຊວງຊັບພະຍາກອນ ແລະ ສິ່ງແວດລ້ອມ ຫວຽດນາມ ເຈິ່ນຮົ່ງຮ່າ ຢັ້ງຢືນວ່າ: ຫວຽດນາມ ເລືອກເອົາວິທີສຳຜັດກັບການພັດທະນາແບບຍືນຍົງ, ຕັ້ງໜ້າມຸ່ງໄປເຖິງການຫັນປ່ຽນຮູບແບບເສດຖະກິດຂຽວ ແລະ ເສດຖະກິດໝູນວຽນ.

ກົດໝາຍວ່າດ້ວຍການປົກປັກຮັກສາສິ່ງແວດລ້ອມ ປີ 2020 ພວມສ້າງການປ່ຽນແປງໂດຍພື້ນຖານ ຈາກຄວາມຮັບຮູ້, ຈິນຕະນາການ ຕະຫຼອດຮອດ ການກະທຳ ໃນການພົວພັນກັບທຳມະຊາດ, ກຳນົດ ພື້ນຖານພັດທະນາແບບຍືນຍົງ ຕ້ອງອີງໃສ່ການພັດທະນາ ລະບົບນິເວດທຳມະຊາດ ໃຫ້ມີຄວາມດຸ່ນດ່ຽງ ແລະ ອີງໃສ່ການເຄົາລົບກົດເກນ ຂອງ ພື້ນຖານທຳມະຊາດ.

ທີ່ກອງປະຊຸມ, ທ່ານ ເຈິ່ນຮົ່ງຮ່າ ໄດ້ສົ່ງສານຮຽກຮ້ອງໃຫ້ ບັນດາປະເທດເປັນເອກະພາບທາງດ້ານຈິນຕະນາການ, ຄວາມຮັບຮູ້ກ່ຽວກັບບັນຫາທີ່ກ່ຽວຂ້ອງເຖິງວິກິດການປ່ຽນແປງຂອງດິນຟ້າອາກາດ, ລະບົບນິເວດຊຸດໂຊມ. ທ່ານ ເຈິ່ນຮົ່ງຮ່າເນັ້ນໜັກວ່າ: ຕໍ່ສິ່ງທ້າທາຍທີ່ມີລັກສະນະເປັນຕາຍນີ້, ຄວນສ້າງການປ່ຽນແປງທີ່ມີລັກສະນະປະຕິວັດ ກ່ຽວກັບຄວາມຮັບຮູ້ ຈາກຂັ້ນສູງສຸດ ພ້ອມທັງຄວາມສາມັກຄີແລະ ຮ່ວມແຮງຮ່ວມໃຈກັນມີກະທຳຢ່າງແຮງ.

vovworld.vn

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.