ການາດາ ສືບຕໍ່ໃຫ້ບຸລິມະສິດພັດທະນາການພົວພັນກັບຫວຽດນາມ

06:30 | 02/10/2021

ຍສໝ - ວົງການເຈົ້າໜ້າທີ່ການາດາ ໄດ້ເນັ້ນໜັກຫຼາຍເທື່ອເຖິງຄວາມສໍາຄັນຂອງສາຍພົວພັນແບບພິເສດ ລະຫວ່າງຫວຽດນາມ ແລະ ການາດາ, ເຊິ່ງໄດ້ຮັບການສ້າງຂຶ້ນບົນພື້ນຖານການຮ່ວມມືດ້ານເສດຖະກິດທີ່ຕິດພັນ ແລະ ການແລກປ່ຽນປະຊາຊົນທີ່ເຂັ້ມແຂງ.

ສະຖານທູດຫວຽດນາມ ປະຈຳ ການາດາ ຈັດພິທີໄຫວ້ບູຊາເຈົ້າຊີວິດຮຸ່ງ ຜ່ານລະບົບທາງໄກ ສະຖານທູດຫວຽດນາມ ປະຈຳ ການາດາ ຈັດພິທີໄຫວ້ບູຊາເຈົ້າຊີວິດຮຸ່ງ ຜ່ານລະບົບທາງໄກ
ການາດາ ຢັ້ງຢືນການພົວພັນດ້ານການຄ້າຢ່າງແໜ້ນແຟ້ນກັບ ຫວຽດນາມ ການາດາ ຢັ້ງຢືນການພົວພັນດ້ານການຄ້າຢ່າງແໜ້ນແຟ້ນກັບ ຫວຽດນາມ

ອີກວາລະໜຶ່ງ ພາຍໃຕ້ການນໍາພາຂອງພັກເສລີນິຍົມ ແລະ ທ່ານນາຍົກລັດຖະມົນຕີ Justin Trudeau, ນັກວິຊາການຂອງການາດາ ເຊື່ອວ່າ ສາຍພົວພັນກັບຫວຽດນາມ ຈະສືບຕໍ່ເປັນບູລິມະສິດສໍາລັບ Ottawa ແລະ ຈະໄດ້ຮັບການເພີ່ມທະວີໃນຊຸມປີຂ້າງໜ້າ.

ທ່ານນາງ Sophia Leong, ສະມາຊິກຄະນະທີ່ປຶກສາ, ຂໍ້ລິເລີ່ມການາດາ-ອາຊຽນ (Canada-ASEAN Initiatives), ຢືນຢັນວ່າ ຫວຽດນາມສືບຕໍ່ເປັນໜຶ່ງບຸລິມະສິດສໍາລັບການາດາ ເມື່ອມີສາມຈຸດທ່າແຮງ ຄື:

ອັນທີໜຶ່ງ, ພື້ນຖານເສດຖະກິດຫວຽດນາມ ມີຄວາມສາມາດຟື້ນຟູໄດ້ດີ. ໂລກໄດ້ເຫັນປະຈັກຕາອັດຕາການເຕີບໂຕຂອງເສດຖະກິດຫວຽດນາມ ບັນລຸ 2,91% ໃນປີ 2020. ນີ້ແມ່ນໜຶ່ງໃນອັດຕາການເຕີບໂຕສູງທີ່ສຸດໃນໂລກ ໃນໄລຍະການແຜ່ລະບາດຂອງພະຍາດໂຄວິດ -19 - ເຊິ່ງເປັນໄລຍະເສດຖະກິດທີ່ເຕັມໄປດ້ວຍຄວາມທ້າທາຍ.

ການາດາ ສືບຕໍ່ໃຫ້ບຸລິມະສິດພັດທະນາການພົວພັນກັບຫວຽດນາມ
ທ່ານນາຍົກລັດຖະມົນຕີ Justin Trudeau. (ພາບ: TTXVN)

ອັນທີສອງ, ການເຕີບໂຕຢ່າງໄວວາຂອງຄົນຊັ້ນກາງຢູ່ໃນຫວຽດນາມ ສືບຕໍ່ນຳມາເຊິ່ງຄວາມໝັ້ນຄົງທາງດ້ານເສດຖະກິດ ແລະ ການຄ້າທີ່ຈໍາເປັນຫຼາຍທີ່ສຸດ, ເພາະວ່າທັງສອງພື້ນຖານເສດຖະກິດ (ຫວຽດນາມ ແລະ ການາດາ) ຕ້ອງໄດ້ປັບຕົວໃຫ້ເໝາະສົມກັບບັນດາຜົນກະທົບຂອງການປະຕິວັດອຸດສາຫະກໍາຄັ້ງທີສີ່.

ອັນທີສາມ, ການແຜ່ລະບາດຂອງພະຍາດ COVID-19 ໄດ້ກະຕຸ້ນວິວັດການຫັນເປັນດິຈິຕອນ ແລະ ພື້ນຖານເສດຖະກິດຂອງຫວຽດນາມ ແລະ ການາດາ ກໍາລັງປັບຕົວເຂົ້າກັບສະພາບປົກກະຕິໃໝ່. ຫວຽດນາມ ໄດ້ຮັບຖືວ່າແມ່ນກຽມພ້ອມຮັບມືກັບເສດຖະກິດດີຈີຕອນໄວກວ່າປະເທດອື່ນໃນອາຊີຕາເວັນອອກສ່ຽງໃຕ້. ຫວຽດນາມ ກໍາລັງຕັ້ງໜ້າສ້າງບັນດາເສົາຄ້ຳທີ່ສໍາຄັນ ສໍາລັບພື້ນຖານເສດຖະກິດດີຈີຕອນ, ປະກອບມີ ການເຊື່ອມຕໍ່, ການຂົນສົ່ງ, ການຊໍາລະເງິນທາງດິຈິຕອນ ແລະ ຖັນແຖວຊັບພະຍາກອນມະນຸດທີ່ມີຄວາມສາມາດ. ຈຸດດີຂອງປະຊາກອນໄວໜຸ່ມຢູ່ຫວຽດນາມ ແມ່ນຄວາມປາຖະໜາອັນແຮງກ້າໃນການລິເລີ່ມສ້າງທຸລະກິດ, ຄວາມສາມາດໃນການຮຽນຮູ້, ການຮັບ ແລະ ການປ່ຽນໃໝ່. ນີ້ແມ່ນເຂດເຊິ່ງການາດາ ອາດຮັກສາບົດບາດສໍາຄັນ ແລະ ມີຜົນກະທົບອັນໃຫຍ່ຫຼວງ.

ໃນສະພາບທີ່ຫວຽດນາມ ເປັນຄູ່ຮ່ວມມືສໍາຄັນ ໃນສັນຍາຮອບດ້ານ ແລະ ກ້າວໜ້າຂ້າມປາຊີຟິກ (CPTPP), ນີ້ກໍ່ແມ່ນໂອກາດ ເພື່ອໃຫ້ການາດາ ສ້າງການພົວພັນດ້ານຄວາມໝັ້ນຄົງ ກັບຫວຽດນາມ ແລະ ກັບພາກພື້ນໃນຂອບເຂດທີ່ກວ້າງກວ່າ.

ການາດາ ອາດຍູ້ແຮງສາຍພົວພັນກັບຫວຽດນາມ ເນື່ອງຈາກວ່າປະຈຸບັນ ບັນດາຜູ້ສົ່ງອອກ ແລະ ນໍາເຂົ້າໄດ້ເພີ່ມທະວີການເຂົ້າເຖິງຕະຫຼາດ ແລະ ໄດ້ຊົມໃຊ້ການຫຼຸດພາສີໃນສະພາບແວດລ້ອມການຄ້ານີ້.ຫວຽດນາມ ໄດ້ລົງນາມໃນສັນຍາການຄ້າເສລີຫຼາຍສະບັບ ກັບບັນດາປະເທດໃນພາກພື້ນອາຊີ - ປາຊີຟິກ ແລະ ວົງເງິນການຄ້າລະຫວ່າງການາດາ ແລະ ຫວຽດນາມໄດ້ເພີ່ມຂຶ້ນຢ່າງຕໍ່ເນື່ອງ ໃນຊຸມປີຜ່ານມາ, ໂດຍສະເພາະນັບແຕ່ສັນຍາ CPTPP ມີຜົນສັກສິດ. ເຖິງແມ່ນວ່າໃນໄລຍະໂລກລະບາດແຜ່ລະບາດ, ແຕ່ການຮ່ວມມືສອງຝ່າຍ ກໍບໍ່ໄດ້ຢຸດຂະຫຍາຍຕົວ. ໃນປີ 2020, ວົງເງິນການຄ້າລະຫວ່າງສອງປະເທດເພີ່ມຂຶ້ນ 12,8% ເມື່ອທຽບກັບປີ 2019 ແລະ ໃນເຄິ່ງທໍາອິດຂອງປີ 2021, ເພີ່ມຂຶ້ນ 38,5%.

ການາດາ ສືບຕໍ່ໃຫ້ບຸລິມະສິດພັດທະນາການພົວພັນກັບຫວຽດນາມ
ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກແລະທ່ານນາຍົກລັດຖະມົນຕີການາດາ Justin Trudeau (ພາບ: TTXVN)

ການາດາ ແລະ ຫວຽດນາມມີສາຍພົວພັນອັນແໜ້ນແຟ້ນ ຕັ້ງແຕ່ຕົ້ນຊຸມປີ 1970. ຄວາມເລິກເຊິ່ງຂອງສາຍພົວພັນນີ້ ແມ່ນສ້າງຂຶ້ນບົນພື້ນຖານການຮ່ວມມື ແລະ ສັນຍາການຄ້າ.ປະຈຸບັນ ຫວຽດນາມແມ່ນເປົ້າໝາຍທີ່ດຶງດູດ ສຳລັບບັນດາວິສາຫະກິດການາດາ. ນອກຈາກການຄ້າສິນຄ້າແລ້ວ, ຍັງມີຫຼາຍໂອກາດການຮ່ວມມື ໄດ້ດຶງດູດໃນດ້ານອື່ນໆ ເຊັ່ນ: ການລົງທຶນ, ການບໍລິການດ້ານການເງິນ, ການພັດທະນາພື້ນຖານໂຄງລ່າງ, ຄວາມຫຼາກຫຼາຍຂອງຕ່ອງໂສ້ການສະໜອງ, ເຕັກໂນໂລຍີ ແລະ ການພັດທະນາຊັບພະຍາກອນມະນຸດ.

ຕັ້ງແຕ່ປີ 1990, ການາດາ ໄດ້ປະກອບສ່ວນ 1.7 ຕື້ CAD (785 ລ້ານໂດລາ) ເພື່ອສະໜັບສະໜູນຫວຽດນາມ ໃນການຈັດຕັ້ງປະຕິບັດບູລິມະສິດຍຸດທະສາດ ເພື່ອພັດທະນາເສດຖະກິດ-ສັງຄົມ. ລັດຖະບານພັກເສລີນິຍົມຂອງນາຍົກລັດຖະມົນຕີ Trudeau ຄາດວ່າ ຈະສືບຕໍ່ນະໂຍບາຍການຕ່າງປະເທດແບບກະທົບຊຶ່ງກັນແລະກັນ ກັບອາຊີຕາເວັນອອກສ່ຽງໃຕ້ ແລະ ຫວຽດນາມ ຈະເປັນໜຶ່ງໃນຄູ່ຮ່ວມຍຸດທະສາດຂອງການາດາໃນພາກພື້ນນີ້.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.