ລາວ-ກາ​ນາ​ດາ ​ເພີ່ມ​ທະວີ​ການ​ພົວພັນ​ຮ່ວມ​ມື ໃຫ້ມີ​ປະສິດທິຜົນຫລາຍຂຶ້ນ

00:54 | 14/05/2019

ໃນ​ວັນ​ທີ 8 ກຸມພາ 2019, ຢູ່​ກະຊວງ​ການ​ຕ່າງປະ​ເທດ ​ໄດ້​ຈັດ​ງານ​ລົງ​ນາມບົດ​ບັນ​ທຶກ​ຄວາມ​ເຂົ້າ​ໃຈ ວ່າ​ດ້ວຍ​ການ​ປຶກສາ​ຫາລື ດ້ານ​ການ​ເມືອງ ​ແລະ ການ​ຮ່ວມ​ມື ລະຫວ່າງ ກະຊວງ​ການ​ຕ່າງປ​ະ​​ເທດ ​ແຫ່ງ ສປປ ລາວ ​ແລະ ກະຊວງ​ການ​ຕ່າງປະ​ເທດ, ການ​ຄ້າ ​ແລະ ການ​ພັດທະ ນາຂອງ​ກາ​ນາ​ດາ. ຕາງໜ້າຝ່າຍ​ລາວ ​ເຊັນ​​ໂດຍ ​ທ່ານ ​ແສງ​ເພັດ ຮຸ່ງ​ບຸນ​ຍວງ ຮອງ​ລັດຖະມົນຕີ​ກະ ຊວງ​ການ​ຕ່າງປະ​ເທດ​ ​ແຫ່ງ ສປປ ລາວ ​ແລະ ຕ່າງໜ້າຝ່າຍ ກາ​ນາ​ດາ ​ເຊັນ​ໂດຍ ທ່ານ ນາງ Donica Pottie ​ເອກ​ອັກ​ຄະ​ລັດຖະທູດ ​ແຫ່ງ ກາ​ນາ​ດາ ປະຈຳ ສປປ ລາວ ທີ່​ມີ​ສຳນັກງານ​ຕັ້ງ​ຢູ່​ບາງກອກ ປະ​ເທດ​ໄທ, ​ໂດຍ​ມີ​ພາກສ່ວນ​ກ່ຽວຂ້ອງ ​ທັງ​ສອງ​ຝ່າຍ ​ເຂົ້າ​ຮ່ວມ ​​ເປັນ​ສັກຂີ​ພິຍານ.

ລາວ-ກາ​ນາ​ດາ ​ເພີ່ມ​ທະວີ​ການ​ພົວພັນ​ຮ່ວມ​ມື ໃຫ້ມີ​ປະສິດທິຜົນຫລາຍຂຶ້ນ

​ງານ​ລົງ​ນາມບົດ​ບັນ​ທຶກ​ຄວາມ​ເຂົ້າ​ໃຈ ວ່າ​ດ້ວຍ​ການ​ປຶກສາ​ຫາລື ດ້ານ​ການ​ເມືອງ ​ແລະ ການ​ຮ່ວມ​ມື ລະຫວ່າງ ກະຊວງ​ການ​ຕ່າງປ​ະ​​ເທດ ​ແຫ່ງ ສປປ ລາວ ​ແລະ ກະຊວງ​ການ​ຕ່າງປະ​ເທດ, ການ​ຄ້າ ​ແລະ ການ​ພັດທະນາຂອງ​ກາ​ນາ​ດາ.(ພາບ: ເກດສະໜາ)

​ໂອກາດ​ດັ່ງກ່າວ, ສອງ​ຝ່າຍ ​ໄດ້​ສະ​ແດງ​ຄວາມ​ຍິນ​ດີ ​ແລະ ຕີ​ລາຄາ​ສູງຕໍ່​ການ​ລົງ​ນາມ​ບົດ​ບັນ ທຶກ ລະຫວ່າງ ສອງ​ກະຊວງ​ການ​ຕ່າງປະ​ເທດ, ​ເຊິ່ງ​ເປັນ​ນິມິດໝາຍອັນ​ດີ ໃນ​ການ​ຊຸກ​ຍູ້ ​ແລະ ​ເພີ່ມ​ທະວີ​ການ​ພົວພັນ​ຮ່ວມ​ມື ​ໃນ​ຂອບ​ສອງ​ຝ່າຍ ​ແລະ ຫລາຍ​ຝ່າຍ ​ໃຫ້​ກວ້າງ​ຂວາງ ​ແລະ ມີ​ປະສິດທິພົນຂຶ້ນ​ຕື່ມ ໂດຍ​ສະ​ເພາະ​ແມ່ນການ​ຮ່ວມ​ມື​ ໃນ​ດ້ານ​ວຽກງານການ​ເກັບ​ກູ້​ລະ​ເບີດ​ບໍ່​ທັນ​ແຕກ, ການ​ສຶກສາ ​ແລະ ການ​ພົວພັນ​ຮ່ວມ​ມື ການ​າດາ-ອາຊຽນ, ການ​ຮ່ວມ​ມື ​ແລະ ການສະໜັບສະໜູນ ​ເຊິ່ງກັນ ​ແລະ ກັນ ​ໃນ​ເວທີ​ພາກ​ພື້ນ ​ກໍ​ຄື​ ສາກົນ.

ສປປ ລາວ ​ແລະ ກາ​ນາ​ດາ ​ໄດ້​ສ້າງ​ຕັ້ງ​ສາຍ​ພົວພັນ​ການ​ທູດນຳ​ກັນ ​ໃນ​ວັນ​ທີ 15 ນິຖຸນາ 1974 ​ແລະ ​ໃນ​ເດືອນ​ສິງຫາ 2015 ກາ​ນາ​ດາ ​ໄດ້​ເປີດ​ຫ້ອງການຕາງໜ້າການ​ທູດ ​ກາ​ນາ​ດາ ທີ່​ນະຄອນຫລວງ​ວຽງຈັນ.

(ແຫຼ່ງ​ຂໍ້​ມູນ​: ຂ​ປ​ລ)

ເຫດການ
302 Found

Found

The document has moved here.