ສ້າງຕັ້ງໜ່ວຍປະຕິບັດງານພິເສດ ຂອງນາຍົກລັດຖະມົນຕີ ເພື່ອລົບລ້າງຄວາມຫຍຸ້ງຍາກ ໃຫ້ກັບວິສາຫະກິດ ແລະ ປະຊາຊົນ

09:00 | 09/09/2021

ຍສໝ - ລັດຖະບານ ຫາກໍ່ປະກາດຂໍ້ຕົກລົງ 1447/QD-TTg, ສ້າງຕັ້ງໜ່ວຍປະຕິບັດງານພິເສດ ຂອງນາຍົກລັດຖະມົນຕີ ກ່ຽວກັບການລົບລ້າງຄວາມຫຍຸ້ງຍາກໃຫ້ກັບວິສາຫະກິດ ແລະ ປະຊາຊົນທີ່ໄດ້ຮັບຜົນກະທົບຈາກການລະບາດຂອງພະຍາດ COVID-19. ທ່ານຮອງນາຍົກລັດຖະມົນຕີ ເລມີງຂາຍ ເປັນຫົວໜ້າໜ່ວຍປະຕິບັດງານ.

ເປີດຕົວປຶ້ມຄູ່ມືອີເລັກໂທຣນິກ ກ່ຽວກັບການປ້ອງກັນຕ້ານ COVID-19 ເປີດຕົວປຶ້ມຄູ່ມືອີເລັກໂທຣນິກ ກ່ຽວກັບການປ້ອງກັນຕ້ານ COVID-19
ກາວບັ່ງ - “ແຂວງສີຂຽວ”  ມາຮອດປະຈຸບັນຍັງບໍ່ມີຜູ້ຕິດເຊື້ອພະຍາດ COVID-19 ກາວບັ່ງ - “ແຂວງສີຂຽວ” ມາຮອດປະຈຸບັນຍັງບໍ່ມີຜູ້ຕິດເຊື້ອພະຍາດ COVID-19

ໜ່ວຍປະຕິບັດງານ ແມ່ນອົງການປະສານງານລະຫວ່າງຂະແໜງການ ທີ່ມີໜ້າທີ່ຊ່ວຍລັດຖະບານ ແລະ ນາຍົກລັດຖະມົນຕີ ເພື່ອຄົ້ນຄວ້າ, ຊີ້ນໍາ ແລະ ປະສານງານໃນການແກ້ໄຂວຽກງານທີ່ສໍາຄັນ ແລະ ລະຫວ່າງຂະແໜງໃນການແກ້ໄຂຄວາມຫຍຸ້ງຍາກໃຫ້ກັບວິສາຫະກິດ ແລະ ປະຊາຊົນ ທີ່ໄດ້ຮັບຜົນກະທົບຈາກການລະບາດຂອງພະຍາດໂຄວິດ -19.

ສ້າງຕັ້ງໜ່ວຍປະຕິບັດງານພິເສດ ຂອງນາຍົກລັດຖະມົນຕີ ເພື່ອລົບລ້າງຄວາມຫຍຸ້ງຍາກ ໃຫ້ກັບວິສາຫະກິດ ແລະ ປະຊາຊົນ
ສ້າງຕັ້ງໜ່ວຍປະຕິບັດງານພິເສດ ຂອງນາຍົກລັດຖະມົນຕີ ເພື່ອລົບລ້າງຄວາມຫຍຸ້ງຍາກ ໃຫ້ກັບວິສາຫະກິດ ແລະ ປະຊາຊົນ.

ໜ່ວຍປະຕິບັດງານ ມີໜ້າທີ່ເປັນເຈົ້າການໃນການເຂົ້າເຖິງ, ເກັບກຳ, ຮັບເອົາຂໍ້ມູນຂ່າວສານ, ສັງລວມຄວາມຫຍຸ້ງຍາກ ແລະ ບັນຫາຂອງວິສາຫະກິດ ແລະ ປະຊາຊົນ; ສະເໜີທິດທາງ ແລະ ວິທີແກ້ໄຂຕໍ່ນາຍົກລັດຖະມົນຕີເພື່ອຊີ້ນໍາການແກ້ໄຂບັນຫາທີ່ສໍາຄັນ, ຮີບດ່ວນ, ມີລັກສະນະລະຫວ່າງເຂດ ແລະ ລະຫວ່າງຂະແໜງການໂດຍໄວ ເພື່ອແກ້ໄຂຄວາມຫຍຸ້ງຍາກໃຫ້ກັບວິສາຫະກິດ ແລະ ປະຊາຊົນທີ່ໄດ້ຮັບຜົນກະທົບຈາກການລະບາດຂອງພະຍາດ ໂຄວິດ -19; ປະສານສົມທົບຢ່າງແໜ້ນແຟ້ນກັບໜ່ວຍປະຕິບັດງານພິເສດ ຂອງນາຍົກລັດຖະມົນຕີກ່ຽວກັບການກວດກາຄືນ, ແກ້ໄຂຄວາມຫຍຸ້ງຍາກ ແລະ ຊຸກຍູ້ການຈັດຕັ້ງປະຕິບັດໂຄງການລົງທຶນຢູ່ກະຊວງ, ຂະແໜງການ ແລະ ທ້ອງຖິ່ນທີ່ໄດ້ສ້າງຕັ້ງຂຶ້ນຕາມຂໍ້ຕົກລົງເລກທີ 1242/QD-TTg ລົງວັນທີ 16 ກໍລະກົດ 2021 ຂອງນາຍົກລັດຖະມົນຕີ ເພື່ອພ້ອມກັນເປັນເສນາທິການໃຫ້ນາຍົກລັດຖະມົນຕີແກ້ໄຂບັນດາບັນຫາທີ່ກ່ຽວຂ້ອງ.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.