ປະ​ທານ​ປະ​ເທດ​ຝາກ​ຈົດ​ໝາຍ​ລະ​ດົມ​ກຳ​ລັງ​ໃຈ​ຄູອ​າຈານ ແລະ ນັກ​ຮຽນ

06:00 | 04/09/2021

ກ້າວເຂົ້າສູ່ສົກຮຽນໃໝ່ , ທ່ານປະທານປະເທດຫງວຽນຊວັນຝຸກ ປາດຖະໜາວ່າ ຂະແໜງສຶກສາສືບຕໍ່ສ້າງບຸກທະລຸໃນການປ່ຽນແປງໃໝ່ໂດຍພື້ນຖານ...

ສະຖານທູດຫວຽດນາມຢູ່ບັນດາປະເທດສະເຫຼີມສະຫຼອງ 76 ປີແຫ່ງວັນຊາດຫວຽດນາມ ສະຖານທູດຫວຽດນາມຢູ່ບັນດາປະເທດສະເຫຼີມສະຫຼອງ 76 ປີແຫ່ງວັນຊາດຫວຽດນາມ
ວັກ​ຊິ​ນ​ກັນ​ພະ​ຍາດ​ໂຄວິດ - 19 AstraZeneca ຈຳ​ນວນກວ່າ 2 ລ້ານ​ໂດ​ສ​ ໄດ້​ສົ່ງມາ​ຮອດ ຫວຽດ​ນາມ ຕື່ມ​ອີກ ວັກ​ຊິ​ນ​ກັນ​ພະ​ຍາດ​ໂຄວິດ - 19 AstraZeneca ຈຳ​ນວນກວ່າ 2 ລ້ານ​ໂດ​ສ​ ໄດ້​ສົ່ງມາ​ຮອດ ຫວຽດ​ນາມ ຕື່ມ​ອີກ
undefined
ທ່ານປະທານປະເທດຫງວຽນຊວັນຝຸກ (ພາບ: dantri.com.vn)

ວັນທີ 2 ກັນຍາ, ທ່ານປະທານປະເທດຫງວຽນຊວັນຝຸກ ໄດ້ຝາກຈັດໝາຍໄປຍັງບັນດາຄູອາຈານ, ພະນັກງານຄຸມຄອງ, ຜູ້ອອກແຮງງານຂະແໜງສຶກສາ, ພໍ່ແມ່ນັກຮຽນ ແລະ ນັກຮຽນ ນັກສຶກສາ ເນື່ອງໂອກາດວັນໄຂສົກຮຽນໃໝ່ 2021-2022. ທ່ານໄດ້ຍ້ອງຍໍຊົມເຊີຍໝາກຜົນທີ່ຂະແໜງສຶກສາບັນລຸໄດ້ໃນໄລຍະຜ່ານມາ. ທ່ານປະທານປະເທດຫງວຽນຊວັນຝຸກ ສະແດງຄວາມແບ່ງປັນ, ຫັນອົກເຫັນໃຈເມື່ອຫຼາຍຄອບຄົວຄູອາຈານ, ນັກຮຽນ, ພິເສດແມ່ນຢູ່ນະຄອນໂຮ່ຈີມີນ ແລະ ບັນດາແຂວງພາກໃຕ້ ທີ່ຊີວິດການເປັນຢູ່ຖືກຜົນສະທ້ອນ. ຄູອາຈານ, ນັກຮຽນ ນັກສຶກສາ ບໍ່ສາມາດໄປໂຮງຮຽນໄດ້. ກ້າວເຂົ້າສູ່ສົກຮຽນໃໝ່ , ທ່ານປະທານປະເທດຫງວຽນຊວັນຝຸກ ປາດຖະໜາວ່າ ຂະແໜງສຶກສາສືບຕໍ່ສ້າງບຸກທະລຸໃນການປ່ຽນແປງໃໝ່ໂດຍພື້ນຖານ, ຮອບດ້ານການສຶກສາ ແລະ ບຳລຸງສ້າງ, ພັດທະນາແຫຼ່ງຊັບພະຍາກອນມະນຸດມີຄຸນນະພາບສູງ. ສ້າງແຜນການໃນສົກຮຽນໃໝ່ ເພື່ອຜັນຂະຫຍາຍຢ່າງມີໄຫວພິບ ແລະ ຮັບປະກັນຄວາມປອດໄພ, ສຸຂະພາບໃຫ້ແກ່ຄູອາຈານ, ນັກຮຽນ ນັກສຶກສາ.

vov.world.vn

ເຫດການ
302 Found

Found

The document has moved here.