ສືບ­ຕໍ່​ປັບ­ປຸງ​ຍົກ​ລະ­ດັບ​ຄຸນ​ນະ​ພາບປະ­ສິດ​ທິ​ຜົນ​ວຽກ​ງານ​ແນວ​ຄິດ​ທິດ​ສະ​ດີ​ຂອງ​ພັກ

00:54 | 14/05/2019

ພັກ​ປະ­ຊາ­ຊົນ​ປະ­ຕິ­ວັດ​ລາວ ຖື​ວ່າ​ວຽກ​ງານ​ແນວ​ຄິດ​-​ທິດ​ສະ​ດີ ຂອງ​ພັກ​ແມ່ນ​ບັນ­ຫາ​ສຳ­ຄັນ​ທີ່​ມີ​ລັກ­ສະ­ນະ​ຍຸດ­ທະ­ສາດ, ທັງ​ແມ່ນ​ໜ້າ­ທີ່​ອັນ​ຮີບ​ດ່ວນ​ໃນ​ປັດ­ຈຸ­ບັນ ແລະ ໃນ​ຊຸມ​ປີ​ຕໍ່​ໜ້າ.

ສືບ­ຕໍ່​ປັບ­ປຸງ​ຍົກ​ລະ­ດັບ​ຄຸນ​ນະ​ພາບປະ­ສິດ​ທິ​ຜົນ​ວຽກ​ງານ​ແນວ​ຄິດ​ທິດ​ສະ​ດີ​ຂອງ​ພັກ

ພັກ​ປະ­ຊາ­ຊົນ​ປະ­ຕິ­ວັດ​ລາວ ຖື​ວ່າ​ວຽກ​ງານ​ແນວ​ຄິດ​-​ທິດ​ສະ​ດີ ຂອງ​ພັກ​ແມ່ນ​ບັນ­ຫາ​ສຳ­ຄັນ​ທີ່​ມີ​ລັກ­ສະ­ນະ​ຍຸດ­ທະ­ສາດ, ທັງ​ແມ່ນ​ໜ້າ­ທີ່​ອັນ​ຮີບ​ດ່ວນ​ໃນ​ປັດ­ຈຸ­ບັນ ແລະ ໃນ​ຊຸມ​ປີ​ຕໍ່​ໜ້າ.

ສະ­ນັ້ນ, ໜ້າ­ທີ່​ຕົ້ນ­ຕໍ​ຂອງວຽກ​ງານ​ແນວ​ຄິດ​-​ທິດ​ສະ​ດີ ຈຶ່ງ​ຕ້ອງ​ສຸມ​ໃສ່​ບັນ­ດາ​ດ້ານ​ຄື: ສືບ­ຕໍ່​ຍົກ​ສູງ​ຄວາມ​ສາ­ມາດ​ໃນ​ການ​ຄົ້ນ­ຄວ້າ​ທິດ​ສະ​ດີ ແລະ ພຶດ­ຕິ​ກຳ​ຂອງ​ພັກ ເພື່ອ​ສ້າງ​ພື້ນ­ຖານ​ທິດ​ສະ​ດີ​ໃໝ່​ທີ່​ມີ​ຊີ­ວິດ​ຊີ­ວາ, ແນ­ໃສ່​ຍົກ​ສູງ​ສະ­ຕິ­ປັນ­ຍາ, ຄວາມ​ສາ­ມາດ​ນຳ­ພາ​ຂອງ​ພັກ ແລະ ຄວາມ​ສາ­ມາດ​ຫັນ​ທິດ​ສະ​ດີເປັນ​ແນວ​ທາງ​-​ແຜນ​ນະ­ໂຍ­ບາຍໃຫ້​ສອດ­ຄ່ອງ​ກັບ​ສະ­ພາບ​ຄວາມເປັນ​ຈິງ​ຂອງ​ປະ­ເທດ​ລາວ. ພ້ອມ​ດຽວ​ກັນ​ນັ້ນ​ກໍ່​ດຳ­ເນີນການ​ສະ­ຫລຸບ​ຕີ​ລາ­ຄາ​ວຽກ​ງານ​ຄົ້ນຄວ້າ​ທິດ​ສະ​ດີ ແລະ ສະ­ຫລຸບ​ພຶ​ດຕິ​ກຳເພື່ອ​ສືບ­ຕໍ່​ປັບ­ປຸງ​ບັນ­ດາ​ເນື້ອໃນ​ການ​ຄົ້ນ­ຄວ້າ, ໂດຍ​ສະ­ເພາະແມ່ນ​ບັນ­ຫາ​ທີ່​ພົວ­ພັນ​ເຖິງ​ລັກ​ສະນະ​ຂອງ​ການ​ປະ­ຕິ­ວັດ​ປະ­ເທດ​ລາວໃນ​ໄລ­ຍະ​ໃໝ່ ຫລື ການ​ກຳ­ນົດ​ເສັ້ນທາງ ແລະ ບາດ­ກ້າວ​ການ​ສ້າງ​ປະຖົມ​ປັດ​ໄຈເພື່ອ​ກ້າວ​ຂຶ້ນ​ສັງ­ຄົມ​ນິ­ຍົມຢູ່​ປະ­ເທດ​ລາວ; ບັນ­ຫາ​ການ​ຮັກ­ສາ ແລະ ເສີມ​ຂະ­ຫຍາຍ​ທາດ​ແທ້, ລັກ​ສະນະ​ນຳ​ໜ້າ​ຂອງ​ພັກ​ໃນ​ເງື່ອນ­ໄຂ​ພັກກຳ​ອຳ­ນາດ; ບັນ­ຫາ​ການ​ພັດ­ທະ­ນາເສດ­ຖະ­ກິດ​ຕະ­ຫລາດ​ຕາມ​ທິດ​ສັງຄົມ​ນິ­ຍົມ, ຄວາມ​ສາ­ມັກ­ຄີ​ປອງດອງ, ປະ­ຊາ­ທິ­ປະ­ໄຕ, ຍຸ­ຕິ​ທຳ ແລະ ສີ​ວິ​ໄລ.

ຄົ້ນ­ຄວ້າ, ກຳ​ແໜ້ນ​ປະ­ຫວັດ­ສາດ, ມູນ­ເຊື້ອ, ທາດ​ແທ້​ຂອງ​ພັກ, ສັງລວມ​ເອົາ​ທັດ­ສະ­ນະ​ແນວ​ຄິດ, ຄຸນທາດ​ການ­ເມືອງ ແລະ ຄຸນ­ສົມ­ບັດ​ສິນທຳ​ປະ­ຕິ­ວັດ​ຂອງ​ປະ­ທານ ໄກ­ສອນ ພົມ­ວິ­ຫານ ແລະ ການ​ນຳ​ອື່ນໆ ເພື່ອສ້າງ​ເປັນ​ພື້ນ­ຖານ​ແນວ​ຄິດ​ທິດ​ສະດີ​ຂອງ​ພັກ​ ແລະ ເອົາ​ເປັນ​ພື້ນຖານ​ສຳ­ລັບ​ການ​ສິດ­ສອນ, ສຶກ­ສາອົບຮົມ ແລະ ຝຶກ​ຝົນ​ຫລໍ່​ຫລອມ​ໃຫ້ແກ່​ສະ­ມາ­ຊິກ​ພັກ​-​ພະ­ນັກ​ງານ. ພ້ອມດຽວ​ກັນ​ກໍ່​ຕ້ອງ​ສືບ­ຕໍ່​ຊຸກ­ຍູ້​ການ​ຈັດຕັ້ງ​ປະ­ຕິ­ບັດ​ບັນ­ດາ​ໂຄງ­ການ​ຄົ້ນຄວ້າ​ທິດ​ສະ​ດີ ແລະ ພຶດ­ຕິ​ກຳ​ຕາມຫົວ­ຂໍ້​ໃຫຍ່​ລະ­ດັບ​ຊາດ​ທີ່​ໄດ້​ຮັບ­ຮອງເອົາ​ແລ້ວ​ໃຫ້​ສຳ­ເລັດ​ຕາມ​ຄາດໝາຍ, ພ້ອມ​ທັງ​ປັບ­ປຸງ​ການ­ຈັດ­ຕັ້ງ​ຂອງ​ພາກ­ສ່ວນ​ທີ່​ເຮັດ​ວຽກ​ຄົ້ນ­ຄວ້າທິດ​ສະ​ດີ ແລະ ພຶດ­ຕິ​ກຳ​ຄືນ­ໃໝ່, ນັບທັງ​ການ​ສັບ​ຊ້ອນ​ບຸກ​ຄະ­ລາ​ກອນ ແລະ ສະ­ໜອງ​ດ້ານ​ງົບ­ປະ­ມານ​ໃຫ້ມີ​ຄວາມ​ເໝາະ​ສົມ ເພື່ອ​ຮັບ­ປະ­ກັນດ້ານ​ຄຸນ​ນະ​ພາບ​ຂອງ​ວຽກ​ງານດັ່ງ​ກ່າວ. ສືບ­ຕໍ່​ຍົກ​ສູງ​ຄຸນ​ນະ​ພາບ​ຂອງວຽກ​ງານ​ແນວ​ຄິດເພື່ອ​ບັນ­ລຸ​ເຖິງການ​ສ້າງ​ສະ­ຕິ​ບຸກ­ຄົນ ແລະ ສະ­ຕິສັງ­ຄົມ ໃຫ້​ສອດ­ຄ່ອງ​ກັບ​ແນວ­ທາງປ່ຽນ­ແປງ​ໃໝ່​ຂອງ​ພັກ​, ທັງສ້າງ​ໃຫ້​ໄດ້​ສະ­ຕິ​ຕື່ນ​ຕົວ ແລະ ຄວາມຮູ້​ດ້ານ​ການ­ເມືອງ; ສ້າງ​ຄວາມ​ເຊື່ອ​ໝັ້ນ​ຕໍ່​ແນວ­ທາງ ແລະ ການ​ນຳ­ພາຂອງ​ພັກ, ຄວາມ​ຕື່ນ​ຕົວ​ເປັນ​ເຈົ້າການ​ໃນ​ການ​ເຂົ້າ​ຮ່ວມ​ພາ­ລະ­ກິດປ່ຽນ­ແປງ​ໃໝ່​ກໍ່​ຄື​ການ​ປົກ​ປັກ​ຮັກສາ ແລະ ພັດ­ທະ­ນາ​ປະ­ເທດ, ຕ້ານບັນ­ດາ​ແນວ​ຄິດ ແລະ ປະ­ກົດ​ການ​ຫຍໍ້ທໍ້​ທີ່​ເກີດ​ຂຶ້ນ​ໃນ​ຖັນ​ແຖວ​ພະ­ນັກ​ງານ​-​ສະ­ມາ­ຊິກ​ພັກ ແລະ ໃນ​ສັງ​ຄົມ.

ເພື່ອ​ໃຫ້​ບັນ­ລຸ​ເປົ້າ​ໝາຍ​ຂອງວຽກ​ງານ​ແນວ​ຄິດ, ຕ້ອງ​ສືບ­ຕໍ່​ປ່ຽນແປງ​ດ້ານ​ເນື້ອ​ໃນ ແລະ ຮູບ​ການ​ໃນ ການ­ເຄື່ອນ­ໄຫວ​ວຽກ​ງານ​ແນວ​ຄິດໃຫ້​ມີ​ຄຸນ​ນະ​ພາບ​ໃໝ່, ໂດຍ​ສະ­ເພາະແມ່ນ​ການ​ຮ່ຳ­ຮຽນ​ທິດ​ສະ​ດີ​ມາກ​-​ເລ​ນິນ, ທັດ­ສະ­ນະ​ຂອງ​ພັກ, ແນວທາງ, ແຜນ​ນະ­ໂຍ­ບາຍ ແລະ ກົດໝາຍ​ຂອງ​ລັດ; ສຶກ­ສາ​ອົບ­ຮົມ​ມູນເຊື້ອ​ຮັກ​ຊາດ, ໂຄ­ສະ­ນາ​ເຜີຍ​ແຜ່​-ຜັນ​ຂະ­ຫຍາຍ​ບັນ­ດາ​ປັດ​ໄຈ​ໃໝ່, ຕົວ​ແບບ​ທີ່​ກ້າວ­ໜ້າ, ບຸກ­ຄົນ​ແບບຢ່າງ, ວຽກ​ດີ​ຄົນ​ເດັ່ນ​ໃຫ້​ພະ­ນັກງານ, ສະ­ມາ­ຊິກ​ພັກ ແລະ ປະ­ຊາ­ຊົນ ໄດ້​ຮຽນ​ຮູ້. ສ້າງ​ຂໍ້​ກຳ­ນົດ​ໃຫ້​ສະ­ມາ­ຊິກ​ພັກ​ແຕ່​ລະ­ສະ​ຫາຍໃຫ້​ມີ​ຄວາມ​ຮັບ​ຜິດຊອບ​ຕໍ່​ວຽກ​ງານ​ແນວ​ຄິດ​ໂດຍ​ກົງເພື່ອ​ກຳ​ແໜ້ນ​ສະ­ພາບ​ແນວ​ຄິດ ແລະ ມີ​ວິ­ທີ​ແກ້​ໄຂ​ທັນ​ເວ­ລາ, ເຮັດ​ໃຫ້ວຽກ​ງານ​ສຶກ­ສາ​ອົບ­ຮົມ​ການ​ເມືອງ​- ແນວ​ຄິດ​ຕິດ​ແໜ້ນ ແລະ ສອດ​ຫ້ອຍໄປ​ນຳ​ທຸກ​ຂົງ­ເຂດ​ວຽກ​ງານ​ຂອງພັກ ແລະ ລັດ, ແນ­ໃສ່​ເຮັດ​ໃຫ້​ພະ­ນັກງານ​-​ສະ­ມາ­ຊິກ​ພັກ, ໂດຍ​ສະ­ເພາະແມ່ນ​ພະ­ນັກ­ງານ​ຫລັກ​ແຫລ່ງ​ກຳແໜ້ນ​ແນວ­ທາງ​ນະ­ໂຍ­ບາຍ​ຂອງພັກ​ມີ​ຫລັກ​ໝັ້ນ​ທັດ­ສະ­ນະ, ຄຸນ​ທາດການ­ເມືອງ, ຄຸນ­ສົມ­ບັດ​ສິນ​ທຳ​ປະຕິ​ວັດ ແລະ ມີ​ຄວາມ​ຮັບ­ຜິດ­ຊອບ​ສູງ ໃນ​ການ​ປະ­ຕິ­ບັດ​ໜ້າ­ທີ່​ດ້ວຍ​ຄວາມປອດ​ໃສ, ທັງ​ເປັນ​ເຈົ້າ​ການ​ປົກ​ປ້ອງແນວ­ທາງ ແລະ ອຸ­ດົມ​ການ​ຂອງພັກ, ຕີ​ຖອຍ​ສິ່ງ​ຫຍໍ້­ທໍ້​ທີ່​ເກີດ​ຂຶ້ນ​ຢູ່ ໃນ​ຖັນ​ແຖວ​ສະ­ມາ­ຊິກ​ພັກ, ພະ­ນັກງານ ແລະ ຢູ່​ໃນ​ສັງ​ຄົມ.

ປັບ­ປຸງ​ວຽກ​ງານ​ໂຄ­ສະ­ນາ​ອົບຮົມ​ຂອງ​ພັກ​ໃຫ້​ມີ​ຄຸນ​ນະ​ພາບ, ມີ​ຊີວິດ​ຊີ­ວາ, ສອດ­ຄ່ອງ ແລະ ທົ່ວ​ເຖິງ ເປົ້າ​ໝາຍ​ຕ່າງໆ; ປ່ຽນ­ແປງ​ໃໝ່ແບບ​ວິ­ທີ​ກໍ່­ສ້າງ ແລະ ຝຶກ​ອົບ­ຮົມ​ຍົກລະ­ດັບ​ທິດ​ສະ​ດີ​ການ­ເມືອງ​ໃຫ້​ແກ່ພະ­ນັກ­ງານ, ສະ­ມາ­ຊິກ​ພັກ​ຢູ່​ໃນ​ສະຖາ​ບັນ​ການ­ເມືອງ ແລະ ການ​ປົກ­ຄອງແຫ່ງ​ຊາດ, ໂຮງ­ຮຽນ​ການ​ເມືອງ​- ການ​ປົກ­ຄອງ​ທ້ອງ­ຖິ່ນ, ໃນ​ລະ­ບົບການ​ສຶກ­ສາ​ຂອງ​ລັດ ແລະ ເອ­ກະຊົນ, ບັນ­ດາ​ສະ​ຖາ​ບັນ​ການ​ສຶກ­ສາ​ໃນ​ກຳລັງ​ປະ­ກອບ​ອາ​ວຸດ. ສືບ­ຕໍ່​ປັບ­ປຸງ​ຫລັກ­ສູດ, ເນື້ອ​ໃນການ​ຮຽນ, ການ​ສິດ­ສອນ​ທິດ​ສະ​ດີການ­ເມືອງ​ຢູ່​ໂຮງ­ຮຽນ​ການ​ເມືອງ​-​ການ​ປົກ­ຄອງ​ໃນ​ທົ່ວ​ປະ­ເທດ, ​ລວມທັງ​ປຶ້ມ​ຫລັກ­ສູດ​ວິ­ຊາ​ການ­ເມືອງຢູ່ໃນ​ໂຮງ­ຮຽນ​ຊັ້ນ​ຕ່າງໆ​ໃຫ້​ແທດເໝາະ​ກັບ​ຕົວ​ຈິງ. ເອົາ­ໃຈ­ໃສ່​ບຳ­ລຸງສ້າງ ແລະ ຍົກ​ລະ­ດັບ​ຄວາມ​ຮູ້​ຂອງຖັນ​ແຖວ​ຄູ​ອາ­ຈານ​ສອນ​ວິ­ຊາ​ການເມືອງ​ໃຫ້​ມີ​ຄຸນ​ນະ​ພາບ​ສູງ​ຂຶ້ນ​ກວ່າເກົ່າ; ເພີ່ມ​ທະ­ວີ​ຄວາມ​ເອົາ­ໃຈ­ໃສ່​ຕໍ່ການ​ບຳ­ລຸງ​ຍົກ​ລະ­ດັບ​ໃຫ້​ແກ່​ຖັນແຖວ​ພະ­ນັກ­ງານ​ໂຄ­ສະ­ນາ​ອົບ­ຮົມ ແລະ ນັກ​ປາ­ຖະ­ກະ­ຖາ, ນັບ​ແຕ່​ຂັ້ນສູນ​ກາງ​ຮອດ​ທ້ອງ­ຖິ່ນໃຫ້​ມີ​ຄຸນ​ນະພາບ​ສູງ​ຂຶ້ນ​ກວ່າ​ເກົ່າ, ໂດຍ​ຕິດ​ພັນກັບ​ການ​ປັບ­ປຸງ​ກົງ­ຈັກ​ການ­ຈັດ­ຕັ້ງ, ສະ­ໜອງ​ງົບ­ປະ­ມານ, ພາ­ຫະ­ນະ ແລະ ພື້ນ­ຖານ​ວັດ­ຖຸ​ເຕັກ­ນິກ​ທີ່​ທັນ​ສະໄໝ ໃຫ້​ມີ​ຄວາມ​ເໝາະ​ສົມ ເພື່ອ​ສາ­ມາດ​ຮອງ​ຮັບ​ກັບ​ຄວາມ​ຮຽກ­ຮ້ອງ​ຕ້ອງ­ການ​ຂອງ​ວຽກ​ງານ​ແນວ​ຄິດ​ໃນ​ໄລ­ຍະ​ໃໝ່.

(ແຫຼ່ງ​ຂໍ້​ມູນ​: ຂປລ)