ວຽກງານຕ້ານເອດ ຢູ່ ສປປ ລາວ ຍັງມີຄວາມທ້າທາຍຫລາຍດ້ານ

00:54 | 14/05/2019

ສູນຕ້ານເອດ ແລະ ພະຍາດຕິດຕໍ່ທາງເພດສຳພັນ (ພຕພ) ກະຊວງ ສາທາລະນະສຸກ ແຈ້ງໃຫ້ຮູ້ວ່າ ວຽກງານຕ້ານເອດ ຢູ່ ສປປ ລາວ ຍັງມີຄວາມທ້າທາຍຫລາຍດ້ານ.

ວຽກງານຕ້ານເອດ ຢູ່ ສປປ ລາວ ຍັງມີຄວາມທ້າທາຍຫລາຍດ້ານ

ຢູ່ ສປປ ລາວ ແຕ່ປີ 1990 ເຖິງ ກັນຍາ 2018 ຈຳນວນທີ່ຕິດເຊື້ອເຮສໄອວີ 11.980 ເສຍຊີວິດແລ້ວ 2.080 ຄົນ.

ວຽກງານຕ້ານເອດ ຢູ່ ສປປ ລາວ ຍັງມີຄວາມທ້າທາຍຫລາຍດ້ານ ເປັນຕົ້ນ ການໂຄ ສະນາຕ້ານເອດ ຍັງບໍ່ທັນກວ້າງຂວາງ, ອັດຕາການຕິດເຊື້ອເຮສໄອວີ ໃນກຸ່ມຊາຍມີເພດສຳພັນກັບຊາຍ (ຊພຊ) ມີທ່າອ່ຽງເພີ່ມຂຶ້ນ, ອັດຕາການຕິດເຊື້ອພະຍາດຕິດຕໍ່ທາງເພດສຳພັນ ໃນກຸ່ມສາວບໍລິການ ແລະ ຊພຊ ຍັງສູງ, ຄວາມຮູ້ໃນການກັນການຕິດເຊື້ອເຮສໄອວີ ແລະ ພຕພ ຍັງຕ່ຳ, ການຈຳແນກລັງກຽດ ຍັງມີຢູ່ໃນສະຖານທີ່ບໍລິການ ແລະ ໂຕຂອງຜູ້ຕິດເຊື້ອເຮສໄອວີເອງ ປະຕິບັດເປົ້າ ໝາຍ 90-90-90 ໄດ້ 82%-63%-82%, ງົບປະມານເຂົ້າໃນການເຄື່ອນໄຫວວຽກງານຍັງຂາດເຂີນ.

ໃນປີ 2017 ທົ່ວໂລກ ມີຜູ້ຕິດເຊື້ອເຮສໄອວີ ຈຳນວນ 1.8 ລ້ານຄົນ ເສຍຊີວິດແລ້ວຈຳນວນ 940.000 ຄົນ. ໃນຂະນະທີ່ຢູ່ໃນ ສປປ ລາວ ແຕ່ປີ 1990 ເຖິງ ກັນຍາ 2018 ຈຳນວນທີ່ຕິດເຊື້ອເຮສໄອວີ 11.980 ເສຍຊີວິດແລ້ວ 2.080 ຄົນ. ໃນນີ້ອັດຕາການຕິດເຊື້ອເຮສໄອວີ ໃນກຸ່ມຊາຍມີເພດສຳພັນກັບຊາຍ (ຊພຊ) ມີທ່າອ່ຽງເພີ່ມຂຶ້ນ, ເຊິ່ງກວມ 24%. ສູນຕ້ານເອດ ແລະ ພຕພ ຍັງໃຫ້ຮູ້ອີກວ່າ: ການສະໜອງທຶນຈາກພາຍນອກນັບມື້ນັບຫລຸດລົງ, ກຸ່ມຄົນເຄື່ອນຍ້າຍທັງພາຍໃນ ແລະ ຕ່າງປະເທດມີທ່າອ່ຽງເພີ່ມຂຶ້ນ, ການເຂົ້າເຖິງກຸ່ມທີ່ມີຄວາມສ່ຽງ ມີຄວາມຫຍຸ້ງຍາກ, ຍັງບໍ່ທັນມີກິດຈະກໍາຕ້ານເອດຢູ່ເຂດທີ່ມີການກໍ່ສ້າງເສັ້ນທາງ ລົດໄຟຄວາມໄວສູງ, ຄວາມຮູ້ຄວາມເຂົ້າໃຈ ກ່ຽວກັບເຊື້ອເຮສໄອວີ ແລະ ພະຍາດເອດຂອງສັງຄົມ, ຊຸມຊົນ ແລະ ບຸກຄົນຍັງບໍ່ທັນສູງ, ແມ່ຍິງຖືພາທີ່ຕິດເຊື້ອເຮສໄອວີເຂົ້າເຖິງການປິ່ນປົວດ້ວຍຢາຕ້ານເຊື້ອເຮສໄອວີ (ARV) ຍັງມີຄວາມຫຍຸ້ງຍາກ, ການມີສ່ວນຮ່ວມຂອງພາກສ່ວນກ່ຽວຂ້ອງທັງພາກລັດແລະ ເອກະຊົນ ຍັງບໍ່ທັນຫລາຍ.

ພ້ອມກັນນີ້, ຍັງມີການຈຳແນກ ແລະ ລັງກຽດ ຢູ່ໃນສັງຄົມຊຸມຊົນຜູ້ບໍລິການ ແລະ ຜູ້ຮັບບໍ ລິການ, ຈຳນວນເປົ້າໝາຍຕ້ອງການປິ່ນປົວດ້ວຍຢາຕ້ານເຊື້ອເຮສໄອວີ ເພີ່ມຂຶ້ນ, ຍັງມີຄົນເຈັບຂາດການຕິດຕາມກ່ອນ ແລະ ຫລັງກິນຢາ ARV ຫລາຍ, ພະນັກງານທີ່ເຮັດວຽກງານ ຕ້ານເອດ ຍັງບໍ່ທັນພຽງພໍ ແລະ ງົບປະມານນຳໃຊ້ເຂົ້າໃນການເຄື່ອນໄຫວວຽກງານມີຈຳກັດ.

(ແຫຼ່ງ​ຂໍ້​ມູນ​: ຂປລ)

ເຫດການ