ຫວຽດ​ນາມ ສືບ​ຕໍ່​ໄດ້​ຮັບ​ວັກ​ຊິນ​ກັນ​ໂຄວິດ - 19 ຕື່ມ​ອີກ 500.000 ໂດ​ສ

23:15 | 12/08/2021

ຍ​ສ​ໝ - ຕາມ​ຖະ​ແຫຼງ​ການ​ຈາກ​ກອງທຶນ ສປຊ ເພື່ອເດັກນ້ອຍ (UNICEF) ຢູ່ ຫວຽດ​ນາມ, ຕອນ​ຄ່ຳ​ວັນ​ທີ 9 ສິງ​ຫາ ມີ​ວັກ​ຊິນ​ກັນ​ໂຄວິດ - 19 Vaxzevria (​ກ່ອນນີ້​ເອີ້ນ​ວ່າ ​ວັກ​ຊິນ​ກັນ COVID-19 AstraZeneca ) ເກືອບ 500.000 ໂດ​ສ ຈາ​ກ​ກົນ​ໄກ “ທົ່ວ​ໂລກສຳ​ຜັດກັບ​ວັກ​ຊິນ​ກັນ​ໂຄວິດ - 19” (COVAX) ໄດ້​​ມາ​ເຖິງ​ສະ​ໜາມ​ບິນ​ສາ​ກົນ ໂນ້ຍ​ບ່າຍ (ຮ່າ​ໂນ້ຍ). ປັດ​ຈຸ​ບັນ, ຫວຽດ​ນາມ ໄດ້​ຮັບ​ວັກ​ຊິ​ນ​ກັນ​ໂຄວິດ - 19 ຈາ​ກ​ກົນ​ໄກ COVAX ກ່​ວາ 9 ລ້ານ​ໂດ​ສ.

ຮູບ​ພາບ​ເຮັດ​ຈາກກະດຸມເພື່ອ​ໂຄ​ສະ​ນາ​ການ​ປ້ອງ​ກັນ​, ຕ້ານ​ໂລກ​ລະ​ບາດ​ໂຄວິດ - 19 ຮູບ​ພາບ​ເຮັດ​ຈາກກະດຸມເພື່ອ​ໂຄ​ສະ​ນາ​ການ​ປ້ອງ​ກັນ​, ຕ້ານ​ໂລກ​ລະ​ບາດ​ໂຄວິດ - 19
ຫວຽດ​ນາມ​ຮັບ​ປະ​ກັນ​ການ​ອົບ​ພະ​ຍົບ​ຢ່າງ​ປອດ​ໄພ ຫວຽດ​ນາມ​ຮັບ​ປະ​ກັນ​ການ​ອົບ​ພະ​ຍົບ​ຢ່າງ​ປອດ​ໄພ
ຫວຽດ​ນາມ ສືບ​ຕໍ່​ໄດ້​ຮັບ​ວັກ​ຊິນ​ກັນ​ໂຄວິດ - 19 ຕື່ມ​ອີກ 500.000 ໂດ​ສ
ພາບ​ປະ​ກອບ

ວັກ​ຊິນ Vaxzevria ໂດຍ AstraZeneca ແລະ ມະ​ຫາ​ວິ​ທະ​ຍາ​ໄລ Oxfford ພັດ​ທະ​ນາ, ​ໂດຍ​ອົງ​ກ​ານ​ອະ​ນາ​ໄມ​ໂລກ (WHO) ໄດ້​ອອກ​ໃບ​ອະ​ນຸ​ຍາດ​ນຳ​ໃຊ້​ໃນບັ​ນ​ດາ​ກໍ​ລະ​ນີ​ຮີບ​ດ່ວນ ແລະ ໄດ້​​ດຳ​ເນີນການ​ສັກ​ວັກ​ຊິນ​​​ປະ​ສົບ​ຜົນສຳ​ເລັດ ຢູ່ຫວຽດ​ນາມ ນັບ​ແຕ່​ເດືອນ ມີ​ນາ 2021 ພາຍ​ໃຕ້​ຊື່​ວ່າ AstraZeneca.

ງວດ​ວັກ​ຊິກ​ກັນ​ໂຄວິດ - 19 Vaxzevria 500.000 ໂດ​ສ ໃນ​ຄັ້ງ​ນີ້ ຈະ​ໄດ້​ຮັບ​ການ​ຂົນ​ສົ່ງ​ຈາກ​ຮາກ​ຖານ​ຜະ​ລິດ​ວັກ​ຊິ​ນ​ຂອງ Laboratorio Univesal Farma, ປະ​ເທດ ແອັດ​ສະ​ປາຍ. ມາ​ຮອດ​ປັດ​ຈຸ​ບັນ, ຫວຽດ​ນາມ ໄດ້​ຜັນ​ຂະ​ຫຍາຍ​ສັກ​ວັກ​ຊິນ​ກັນ​ໂຄວິດ - 19 ເກືອບ 10 ລ້ານ​ໂດ​ສ, ໃນ​ນັ້ນ​ມີ​ຜູ້​ໄດ້​ຮັບ​ການ​ສັກ​ວັກ​ຊິນ​ເຂັມ​ທີ 2 ກ່​ວາ 1 ລ້ານ​ໂດ​ສ.

ບຸນ​ຄົງ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.