ບໍ່ປະໃຫ້ເກີດສະພາບແຕກຕື່ນ ແລະ ຕົກຢູ່ໃນທ່າຮັບ ເມື່ອມີການລະບາດເກີດຂຶ້ນເປັນບໍລິເວນກວ້າງ

11:15 | 06/08/2021

ຍສໝ - ລັດຖະມົນຕີກະຊວງສາທາລະນະສຸກ ຫງວຽນແທງລອງ ໄດ້ຮຽກຮ້ອງໃຫ້ບັນດາທ້ອງຖິ່ນກໍານົດສືບຕໍ່ ການປ້ອງກັນການລະບາດຂອງພະຍາດໂດຍໄວ, ເຂັ້ມແຂງ ແລະ ໜຽວແໜ້ນ.

ປະຊາຄົມຊາວຫວຽດນາມ ຢູ່ແຂວງຢຸນນານ ໜູນຊ່ວຍ ໃນການປ້ອງກັນ ແລະ ສະກັດກັ້ນພະຍາດ Covid-19 ປະຊາຄົມຊາວຫວຽດນາມ ຢູ່ແຂວງຢຸນນານ ໜູນຊ່ວຍ ໃນການປ້ອງກັນ ແລະ ສະກັດກັ້ນພະຍາດ Covid-19
ນະຄອນໂຮ່ຈີມິນ ຮັບອຸປະກອນການແພດ ເພື່ອຮັບໃຊ້ໃນການປ້ອງກັນ ແລະ ສະກັດກັ້ນ COVID-19 ຈາກ ກໍາປູເຈຍ ນະຄອນໂຮ່ຈີມິນ ຮັບອຸປະກອນການແພດ ເພື່ອຮັບໃຊ້ໃນການປ້ອງກັນ ແລະ ສະກັດກັ້ນ COVID-19 ຈາກ ກໍາປູເຈຍ

ໃນຕອນເຊົ້າຂອງວັນທີ 3 ສິງຫາ, ທ່ານ ຫງວຽນແທງລອງ, ລັດຖະມົນຕີກະຊວງສາທາລະນະສຸກ ໄດ້ເປັນປະທານກອງປະຊຸມອອນໄລ ແລະ ເຝິກອົບຮົມກ່ຽວກັບການເພີ​່ມ​ທະ​ວີໃນວຽກ​ງານການປິ່ນປົວ ແລະ ​ພັກ​ຟື້ນໃນການປ້ອງກັນຕ້ານພະຍາດໂຄວິດ -19. ກອງປະຊຸມດັ່ງກ່າວ ​ໄດ້ເຊື່ອມຕໍ່ຫຼາຍກວ່າ 700 ຈຸດໃນທົ່ວປະເທດ.

ບໍ່ປະໃຫ້ເກີດສະພາບແຕກຕື່ນ ແລະ ຕົກຢູ່ໃນທ່າຮັບ ເມື່ອມີການລະບາດເກີດຂຶ້ນເປັນບໍລິເວນກວ້າງ
ທ່ານ ຫງວຽນແທງລອງ, ລັດຖະມົນຕີກະຊວງສາທາລະນະສຸກ.

ທ່ານລັດຖະມົນຕີ ຫງວຽນແທງລອງ ໄດ້ເນັ້ນໜັກເຖິງບາງເນື້ອໃນ ເຊິ່ງບັນດາທ້ອງຖິ່ນຕ້ອງເອົາໃຈໃສ່ຢ່າງຈິງຈັງ ໃນການປ້ອງກັນ ແລະ ຕ້ານໂລກລະບາດ ເພື່ອ ບໍ່ປະໃຫ້ເກີດສະ​ພາບ​ແຕກ​ຕື່​ນ ແລະ ຕົກ​ຢູ່​ໃນ​ທ່າ​ຮັບ ເມື່ອມີການລະບາດເກີດຂຶ້ນເປັນ​ບໍ​ລິ​ເວນກວ້າງ.

ໂດຍຜ່ານການກວດກາຕົວຈິງໄດ້ສະແດງໃຫ້ເຫັນວ່າ ຫຼາຍທ້ອງຖິ່ນມີການປະຕິບັດທີ່ດີໃນການປ້ອງກັນ ແລະ ຕ້ານການລະບາດຂອງພະຍາດ, ແຕ່ຍັງມີຫຼາຍທ້ອງຖິ່ນ ການສ້າງແຜນການປ້ອງກັນ ແລະ ຕ້ານການລະບາດຂອງພະຍາດໃນພື້ນທີ່ ຍັງບໍ່ທັນໄດ້ຄິດໄລ່ລະອຽດເຖີງສະພາບການທີ່ອາດຈະ​ເກີດ​ຂຶ້ນ. ​ທ່ານລັດຖະມົນຕີ ໄດ້ຮຽກຮ້ອງໃຫ້ບັນ​ດາທ້ອງຖິ່ນ​ຕ້ອງເອົາໃຈໃສ່ສອງເນື້ອໃນ ຄື: ກວດກາວິເຄາະ ແລະ ປິ່ນປົວພະຍາດ; ເພີ່ມ​ທະ​ວີ​ກຳ​ລັງຄວາມສາມາດໃນການກວດກາວິເຄາະ ເພື່ອກວດຫາກໍລະນີ F0 ຢ່າງວ່ອງໄວ.

ເພື່ອເປັນເຈົ້າການໃນການຮັບມື ກັບການແຜ່ລະບາດຂອງພະຍາດທີ່ເພີ່ມຂຶ້ນຢ່າງໄວວາ, ນອກຈາກການສະໜອງຊັບພະຍາກອນມະນຸດແລ້ວ, ທ່ານລັດຖະມົນຕີ ຫງວຽນແທ່ງລອງ ຍັງໄດ້ຮຽກຮ້ອງໃຫ້ທ້ອງຖິ່ນຕ່າງໆ ກະກຽມອຸປະກອນການແພດ ສະໜອງໃຫ້ແກ່ວຽກ​ງານປ້ອງກັນ ແລະ ຕ້ານການລະບາດຂອງພະຍາດ. ທ້ອງຖິ່ນຕ້ອງເສີມຂະ​ຫຍາຍ​ຢ່າງ​ໜ້ອ​ຍ​ສຸດ​ແມ່ນ " 4 ກັບທີ່ ", ສູນກາງ ພຽງແຕ່ໃຫ້ການສະໜັບສະໜູນໃນສະຖານະການທີ່ຈໍາເປັນ ​ໃຫ້​ບັນ​ດາສູນ​ພັກ​ຟຶ້ນ ຂັ້ນສູນກາງໃນພື້ນທີ່".

ຄຳຮຸ່ງ

ເບິ່ງເພີ່ມເຕີມໃນ: ຫວຽດນາມປະຈຸບັນ

ເບິ່ງເພີ່ມເຕີມ
ເຫດການ
302 Found

Found

The document has moved here.