ນະໂຍບາຍຂອງລັດ ກ່ຽວກັບສິນຄ້າປະເພດໄມ້ກໍາລັງເກີດດອກອອກຜົນເທື່ອລະກ້າວ

00:54 | 14/05/2019

ພາຍຫລັງ ລັດຖະບານ ໄດ້ອອກຄຳສັ່ງ 15/ນຍ ເມື່ອ 2-3 ປີມານີ້, ການຈັດຕັ້ງ ປະຕິບັດ ກໍປະສົບ ຜົນສຳເລັດດີ ສົມຄວນ ໂດຍເຫັນໄດ້ ຈາກປ່າໄມ້ ຖືກທຳລາຍ ຫລຸດລົງ, ການສົ່ງອອກ ໄມ້ທ່ອນ ໄປຕະຫລາດ ຕ່າງປະເທດ ຖືກຢຸດ ແລະ ທີ່ສຳຄັນພື້ນ ທີ່ສີຂຽວ ໃນຂອບເຂດ ທົ່ວເທດ ເພີ່ມຂຶ້ນ, ຂະນະທີ່ມີ ໂຮງງານ ໄມ້ຈຳນວນໜຶ່ງ ກໍຖືກຢຸດ.

ນະໂຍບາຍຂອງລັດ ກ່ຽວກັບສິນຄ້າປະເພດໄມ້ກໍາລັງເກີດດອກອອກຜົນເທື່ອລະກ້າວ

ຄຳສັ່ງ 15/ນຍ ມີຜົນດີຫລາຍຕໍ່ປ່າໄມ້

ແນວໃດກໍດີ, ປະທານ ສະມາຄົມ ເຟີນີເຈີລາວ ຊີ້ແຈງວ່າ ມີແຕ່ຜູ້ເສຍ ຜົນປະໂຫຍດ ໜ້ອຍດຽວ ເທົ່ານັ້ນ, ສ່ວນຕົນ ກໍຄື ສະມາຄົມ ແມ່ນເຫັນດີ ເຫັນພ້ອມເປັນຢ່າງຍິ່ງ ທີ່ຈະເປັນການສ້າງມູນຄ່າໃຫ້ໄມ້ລາວໄດ້ມີລາຄາສູງຂຶ້ນໃນອະນາຄົດທັງນີ້ຮຽກຮ້ອງໃຫ້ໜ່ວຍງານລັດເບິ່ງຄືນການແກ້ໄຂ ໄມ້ເກົ່າ ທີ່ບໍ່ໝົດເປັນ ຈັກເທື່ອ.

ທ່ານ ຄຳໄພ ສົມຊະນະ ປະທານ ສະມາຄົມ ເຟີນິເຈີລາວ ເປີດເຜີຍວ່າ: ໃນກອງປະຊຸມສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດ ທີ່ຈັດຂຶ້ນເມື່ອເດືອນມັງກອນ ຜ່ານມາຢູ່ຫໍປະຊຸມ ແຫ່ງຊາດ ນະຄອນຫລວງວຽງຈັນ ໂດຍນາຍົກລັດຖະມົນຕີ ໄດ້ໃຫ້ກຽດໂອ້ລົມໂດຍມີຫລາຍບັນຫາທີ່ສຳຄັນ ຄືຖ້າຄອບຄົວໃດມີລູກເວົ້າງ່າຍສອນງ່າຍກໍຈະເຮັດໃຫ້ຄອບຄົວນັ້ນຢູ່ດີມີສຸກ, ແຕ່ກົງກັນຂ້າມຄອບຄົວໃດຫາກລູກບໍ່ຄ່ອຍຟັງຄວາມພໍ່ແມ່ກໍຍ່ອມຫຍຸ້ງຍາກເຊັ່ນດຽວກັນກັບປະເທດຊາດ, ລັດຖະບານກໍຢາກໃຫ້ປະເທດຊາດຈະເລີນຮັ່ງມີທັງເປັນຫ່ວງເປັນໃຍພ້ອມຮຽກຮ້ອງນັກທຸລະກິດທີ່ມີຜົນງານເຮັດແທ້ທຳຈິງເຕີບໃຫຍ່ມາກັບ ພັກ-ລັດ ຈົ່ງປະກອບສ່ວນຊ່ວຍປະເທດຊາດໃນຍາມພົບບັນຫາ ແລະ ນຳພາປະຊາຊົນຜະລິດພ້ອມຊອກຕະຫລາດຈຳໜ່າຍໃຫ້ເຂົາເຈົ້າໄດ້ຫລຸດພົ້ນອອກຈາກຄວາມທຸກຍາກເທື່ອລະກ້າວ.

ທ່ານ ຄຳໄພ ກ່າວຕື່ມວ່າ: ນາຍົກລັດຖະມົນຕີ ຍັງຍົກເຖິງ 15/ນຍ ໂດຍ 2-3 ປີຜ່ານມາການຈັດຕັ້ງປະຕິບັດປະສົບຜົນສຳເລັດດີສົມຄວນແລະ ກໍໄດ້ສຽງ ຕອບຮັບໃນທາງທີ່ດີຈາກສາກົນລວມທັງພາຍໃນໂດຍລວມດີຫລາຍ ແລະ ສາມາດ ຫລຸດການທຳລາຍປ່າໄມ້, ການສົ່ງອອກໄມ້ທ່ອນເຮັດໃຫ້ພື້ນທີ່ີສີຂຽວໃນທົ່ວປະເທດ ມີເນື້ອທີ່ເພີ່ມຂຶ້ນ. ຢ່າງໃດກໍຕາມເວົ້າລວມແລ້ວ ຄຳສັ່ງ 15/ນຍ ດີຫລາຍ, ແຕ່ກໍມີຈຳນວນໜຶ່ງມັກງ່າຍທີ່ເສຍຜົນປະໂຫຍດວ່າບໍ່ດີຕໍ່ການຢຸດ ສົ່ງງອກໄມ້ທ່ອນຢຸດການທຳລາຍປ່າ. ຕໍ່ບັນຫານີ້ຮຽກຮ້ອງໃຫ້ຈຳນວນດັ່ງກ່າວອອກມາຊີ້ແຈງວ່າເປັນຍ້ອນຫຍັງ ແລະ ເຫດຜົນຫຍັງ ຈຶ່ງວ່າບໍ່ດີແຕ່ໃນນາມສ່ວນໂຕແລ້ວແມ່ນດີຫລາຍໂດຍຄົນເຮົາຈະໄດ້ກິນໄດ້ໃຊ້ແລ້ວທຳມະຊາດກໍຈະຢືນຍົງ.

ປະທານ ສະມາຄົມ ເຟີນິເຈີລາວ ສະເໜີວ່າ: ພວກເຮົາຈະຄຸມກັນແນວໃດວ່າ ຕົ້ນກຳເນີດ ໄມ້ນັ້ນມາ ແຕ່ໃສ ຖືກຕ້ອງແລ້ວ ຫລື ບໍ່ ແລະ ຂໍໃຫ້ເພີ່ມສະເປັກໄມ້ ທີ່ເຮັດເປັນ ເຟີນິເຈີ ໂດຍອີງໃສ່ ລູກຄ້າ ຕ້ອງການ ຈຶ່ງຈະໄປໄດ້ ແລະ ເປັນການ ສົ່ງເສີມ ຖ້າເຮົາ ກຳນົດ ໃຫ້ໜ້ອຍ ແລະ ບາງເກີນໄປ ກໍຈະ ເປັນຂີ້ເລື່ອຍ ສຸດທ້າຍ ທຸກຝ່າຍ ກໍອັບປະໂຫຍດ.ຈຸ ດນີ້ເຮົາ ຄວນເບິ່ງ ກົນໄກ ຕະຫລາດ ຂໍໃຫ້ເຈົ້າໜ້າທີ່ ກ່ຽວຂ້ອງ ແລະ ເຈົ້າຂອງໂຮງງານຈິງໃຈຮັດກຸມ ເພື່ອເຮັດແນວ ໃດບໍ່ໃຫ້ ຜູ້ກະທຳ ບໍ່ດີຢູ່ໄດ້ ແລະ ໃຫ້ຜູ້ເຮັດດີ ໄປໄດ້ ເຈົ້າໜ້າທີ່ ຄຸ້ມຄອງຕ້ອງ ປະຕິບັດ ໃຫ້ເຂັ້ມງວດ. ຂະນະທີ່ຕໍ່ປະ ເດັນຂໍແກ້ໄຂ ໄມ້ເກົ່າໄມ້ ໂຫລກມີຂຶ້ນ ທຸກປີດ້ານນີ້ ກໍຂໍໃຫ້ລັດ ເບິ່ງຄືນ ຫລື ອາດຈະ ກຳນົດ ເວລາ ແກ້ໄຂຢ່າງ ຈະແຈ້ງ ບໍ່ດັ່ງນັ້ນ ໄມ້ເກົ່າ ກໍຈະບໍ່ໝົດ ເປັນຈັກເທື່ອ ແລະ ສຸດທ້າຍ ໄມ້ກໍ ໝົດໄປ ທຸກໆປີ ລັດກໍເສຍ ລາຍຮັບ ສ່ວນປະຊາຊົນ ກໍຈະຜະເຊີນ ບັນຫາໄພ ທຳມະຊາດ ທີ່ຮຸນແຮງ ແລະ ຍາກທີ່ ຈະຫລຸດພົ້ນ ອອກຈາກ ຄວາມທຸກ ຍາກໄດ້.

(ແຫຼ່ງ​ຂໍ້​ມູນ​: ຂປລ)

ເຫດການ
302 Found

Found

The document has moved here.