ການສ້າງ “ວັກຊີນປ້ອງກັນ ແລະ ຕ້ານການຈົມນ້ຳ” ສຳລັບເດັກ ແມ່ນການກະທຳທີ່ຕ້ອງໄດ້ຮັບການປະຕິບັດຢ່າງທັນການ

18:19 | 26/07/2021

ຍສໝ - ໃນວັນທີ 28 ເມສາ 2021 ທີ່ເປັນຄັ້ງທຳອິດໃນປະຫວັດສາດ ສະມັດຊາໃຫຍ່ສະຫະປະຊາຊາດ ໄດ້ຮັບຮອງເອົາມະຕິ ກ່ຽວກັບການປ້ອງກັນ ແລະ ຕ້ານການຈົມນ້ຳ ດ້ວຍຄວາມເຫັນດີເຫັນພ້ອມຂອງບັນດາປະເທດສະມາຊິກ. ຫົວຂໍ້ຂອງປີນີ້ແມ່ນ "ທຸກຄົນມີຄວາມສ່ຽງທີ່ຈະຈົມນ້ຳ ແຕ່ມັນກໍ່ສາມາດປ້ອງກັນ ແລະ ​ຕ້ານໄດ້". ໃນໂອກາດນີ້, ວາລະສານ Times ໄດ້ມີການສຳພາດ​ພິ​ເສດກັບ ທ່ານ ດັ້ງຮ່ວານາມ - ຫົວໜ້າກົມເດັກນ້ອຍ, ກະຊວງແຮງງານ - ທະຫານເສຍອົງຄະ ແລະ ສັງຄົມ.

ເພີ່ມທະວີມາດຕະການປ້ອງກັນ ແລະ ຕ້ານການຈົມນ້ຳ ແລະ ການລ່ວງລະເມີດເດັກ ເພີ່ມທະວີມາດຕະການປ້ອງກັນ ແລະ ຕ້ານການຈົມນ້ຳ ແລະ ການລ່ວງລະເມີດເດັກ
ສະມາຊິກສະພາສູງສະຫະລັດອາເມລິກາກ່າວປະນາມການກະທຳຂອງຈີນໃນເຫດຕຳເຮືອຫາປາຫວຽດນາມ ຈົມນ້ຳ ຢູ່ ທະເລຕາເວັນອອກ ສະມາຊິກສະພາສູງສະຫະລັດອາເມລິກາກ່າວປະນາມການກະທຳຂອງຈີນໃນເຫດຕຳເຮືອຫາປາຫວຽດນາມ ຈົມນ້ຳ ຢູ່ ທະເລຕາເວັນອອກ

ທ່ານ ໄດ້ກ່າວວ່າ ມັນຈຳເປັນຕ້ອງສ້າງ “ວັກຊີນທີ່ປ້ອງກັນ ແລະ ຕ້ານການຈົມນ້ຳ” ໃຫ້ເດັກນ້ອຍໂດຍການຮຽນຮູ້ດ້ວຍ​ຕົນ​ເອງ ກ່ຽວກັບຄວາມຮູ້ ແລະ ທັກສະໃນການປ້ອງກັນການຈົມນ້ຳ ເພື່ອຖ່າຍທອດ ແລະ ​ກ່າວເຕືອນໃຫ້ເດັກນ້ອຍ.​ໃຫ້ລູກໄປຮຽນລອຍນໍ້າເພ​ື່ອ​ຄວ​າມປອດໄພ, ຮຽນຮູ້ທັກສະຄວາມປອດໄພກັບນໍ້າ.

ການປ້ອງກັນການຈົມນ້ຳ ແມ່ນໂຄງການທີ່ສຳຄັນກ່ຽວກັບສິດທິມະນຸດແລະຄຸນນະພາບຊີວິດທີ່ ຫວຽດນາມເຮົາໄດ້ມີຄວາມພະຍາຍາມປັບປຸງໃຫ້ດີຂຶ້ນ. ທ່ານສາມາດແບ່ງປັນກ່ຽວກັບທັດສະນະແລະນະໂຍບາຍຂອງຫວຽດນາມກ່ຽວກັບບັນຫານີ້ໄດ້ບໍ່?

ການປ້ອງກັນ ແລະ ຕ້ານອຸບັດຕິເຫດ ແລະ ການບາດເຈັບໃຫ້ແກ່ເດັກ ແມ່ນການຮັບປະກັນສິດທິໃນການດຳ​ລົງຊີວິດ ແລະ ສິດທິໃນການປົກປ້ອງຊີວິດ​ອິ​ນ​ຊີ, ຮ່າງກາຍຂອງເດັກນ້ອຍ. ດ້ວຍຄວາມຮັບຜິດຊອບໃນການຄຸ້ມຄອງລັດກ່ຽວ​ກັບ​ເດັກ ແລະ ການປະສານງານໃນການຈັດຕັ້ງປະຕິບັດສິດທິເດັກ, ກະຊວງແຮງງານ, ທະຫານເສຍອົງຄະ ແລະ ສັງຄົມ ໄດ້ເປັນປະທານ ແລະ ປະສານງານກັບບັນດາກະຊວງ, ຂະ​ແໜງກ​ານ ແລະ ອົງການຈັດຕັ້ງຕ່າງໆ ເພື່ອນຳ​ບັນ​ດາ​ຂໍ​້ກ​ຳ​ນົດກ່ຽວກັບການປ້ອງກັນ ແລະ ຕ້ານອຸບັດຕິເຫດ, ການບາດເຈັບໃຫ້ແກ່ເດັກນ້ອຍ, ລວມທັງອຸປະຕິເຫດທີ່ຈົມນ້ຳ ລວມເຂົ້າໃນກົດໝາຍວ່າດ້ວຍເດັກນ້ອຍ ​ແລ້ວ​ຍື່ນ​ສະ​ເໜີ​ຕໍ່ສະພາແຫ່ງຊາດເພື່ອພິຈາລະນາ ແລະ ຮັບຮອງເອົາໃນປີ 2019.

ການສ້າງ “ວັກຊີນປ້ອງກັນ ແລະ ຕ້ານການຈົມນ້ຳ” ສຳລັບເດັກ ແມ່ນການກະທຳທີ່ຕ້ອງໄດ້ຮັບການປະຕິບັດຢ່າງທັນການ
ການສ້າງ “ວັກຊີນປ້ອງກັນ ແລະ ຕ້ານການຈົມນ້ຳ” ສຳລັບເດັກ ແມ່ນການກະທຳທີ່ຕ້ອງໄດ້ຮັບການປະຕິບັດຢ່າງທັນການ

ກ່ຽວກັບການປ້ອງກັນ ແລະ ຕ້ານການຈົມນ້ຳ, ລາຍການນີ້ມີຈຸດປະສົງ ເພື່ອຫຼຸດຜ່ອນຈຳນວນເດັກນ້ອຍທີ່ເສຍຊີວິດຈາກການຈົມນ້ຳ ​ໃນອັດຕາ 10% ໃນປີ 2025 ແລະ 20% ໃນປີ 2030, 60% ຂອງເດັກອາຍຸ 6 ປີຫາ 16 ປີ ໄດ້ຮຽນຮູ້ທັກສະຄວາມປອດໄພໃນສະພາບແວດລ້ອມທາງນ້ຳ, ແລະ 70% ຮູ້ທັກສະທີ່ປອດໄພໃນສະພາບແວດລ້ອມທາງນ້ຳ ໃນປີ 2030. ເດັກນ້ອຍຈຳນວນ 50% ຮູ້ວິທີລອຍນໍ້າຢ່າງປອດໄພພາຍໃນປີ 2025 ແລະ 60% ເດັກຮູ້ວິທີລອຍນ້ຳຢ່າງປອດໄພ ໃນປີ 2030.

ດ້ວຍແຜນ​ນະ​ໂຍ​ບາຍ ແລະ ເປົ້າໝາຍດັ່ງກ່າວ, ຫວຽດນາມ ໄດ້ບັນ​ລຸຜົນສຳເລັດແນວໃດໃນເລື່ອງການປ້ອງກັນ ແລະ ຕ້ານການຈົມນ້ຳ?

ການຈັດຕັ້ງປະຕິບັດ​ຂໍ້​ກ​ຳ​ນົດກົດໝາຍ ແລະ ບັນດາລາຍການ, ແຜນການກ່ຽວກັບການປ້ອງກັນ ແລະ ຕ້ານອຸບັດຕິເຫດ ແລະ ບາດເຈັບ ໄດ້ມີ​ບັນ​ດາຜົນສຳເລັດ​ໃດ​ໜຶ່ງ​ທີ່​ແນ່ນ​ອນ. ຖ້າທຽບໃສ່ກັບ 5 ປີທີ່ຜ່ານມາ, ແຕ່ລະປີໃນໄລຍະປີ 2016-2020, ໂດຍສະເລ່ຍແລ້ວ ປະເທດຂອງພວກເຮົາໄດ້ຫຼຸດ​ຈຳ​ນວນເດັກ​ທີ່ເສຍຊີວິດຍ້ອນການຈົມນ້ຳ​ລົງປະມານ 100 ກໍລະນີ.

ການປ້ອງກັນ ແລະ ຕ້ານການຈົມນ້ຳໃຫ້ແກ່ເດັກ ໄດ້ຈັດຕັ້ງປະຕິບັດໃນຂອບເຂດທົ່ວປະເທດ ໂດຍມີການປະສານສົມທົບຈາກທຸກ​ຂັ້ນ ແລະ ທຸກພາກສ່ວນ; ສ້າງເຄື່ອຂ່າຍຄູສອນລອຍນ້ຳ ທົ່ວປະເທດ. ທົດລອງ ແລະ ຂະຫຍາຍຮູບແບບການສອນລອຍນໍ້າ ແລະ ສອນທັກສະຄວາມປອດໄພໃຫ້ເດັກນ້ອຍ.

ຫລາຍທ້ອງຖິ່ນ ໄດ້ຈັດສັນງົບປະມານ, ປຸກລະດົມຊຸມຊົນ ເພື່ອປະກອບສ່ວນສ້າງສະລອຍນໍ້າ ຫລື ຕິດຕັ້ງສະລອຍນໍ້າຢູ່ໂຮງຮຽນປະຖົມ ເພື່ອປັນ​ຂະ​ຫຍາຍ​ກ​ານຝຶກອົບຮົມທັກສະກູ້ຊີບ ແລະ ສອນໃຫ້ເດັກນ້ອຍລອຍນໍ້າ, ​ເປັນ​ເຈົ້າ​ການ​ຜັນ​ຂະ​ຫຍາຍກາ​ນ​ທົດລອງຫຼັກ​ສູ​ດລອຍນໍ້າ; ເພີ່ມທະວີການກວດກາ ແລະ ຕິດຕາມ​ການອະ​ນຸ​ຍາດ​ໃຫ້​ບັນ​ດາ​ທ່າເຮືອ, ເຮືອຂົນສົ່ງຜູ້ໂດຍສານຂ້າມແມ່ນ້ຳ, ກວດກາການປະຕິບັດ​ຕາມ​ຂໍ້​ກຳ​ນົດຕ່າງໆ ກ່ຽວກັບການຈະລາຈອນທາງນ້ຳ; ກວດກາ ແລະ ກຳຈັດຄວາມສ່ຽງຂອງການຈົມນ້ຳໃນຊຸມຊົນ…

ໃນຄວາມຄິດເຫັນຂອງທ່ານ, ພວກເຮົາຄວນເຮັດແນວໃດ ໃນອະນາຄົດ ເພື່ອບັນລຸເປົ້າໝາຍ ໃນການປ້ອງກັນ ແລະ ຕ້ານການຈົມນໍ້າຂອງເດັກ?

ຢູ່ຫວຽດນາມ, ການຈົມນ້ຳຍັງເປັນສາເຫດຕົ້ນຕໍ ທີ່ເຮັດໃຫ້ເດັກນ້ອຍເສຍຊີວິດ. ໃນແຕ່ລະປີມີເດັກນ້ອຍປະມານ 2,000 ຄົນຈົມນໍ້າ, ຕາມການ​ຄ​ິດ​ໄລ່ໃນປີ 2020. ສາເຫດຕົ້ນຕໍ ທີ່ເຮັດໃຫ້ເດັກນ້ອຍຈົມນ້ຳ ຍັງແມ່ນສະພາບແວດລ້ອມການດຳລົງຊີວິດທີ່ບໍ່ປອດໄພ, ລວມທັງສະພາບແວດລ້ອມຂອງຄອບຄົວ ແລະ ຊຸມຊົນ. ຄວາມສ່ຽງຂອງການຈົມນ້ຳ ຍາມ​ໃດ​ກໍ່ມີ​ຢູ່ໃນເຂດ, ສະຖານທີ່ບ່ອນທີ່ເປັ​ນບໍ່ນ້ຳ, ໂຄງ​ການກໍ່ສ້າງ​ທີ່ບໍ່ໄດ້ມີ​ການ​ຕັກເຕືອນ, ເຝົ້າລະວັງ, ບໍ່ມີການຮົ້ວກັ້ນ, ພາຊະນະ​ບັນ​ຈຸນ້ຳ​ທີ່ບໍ່ມີຝາປິດ ແລະ ອື່ນໆ.

ຈາກ​ບັນ​ດາສາເຫດທີ່ສາມາດຮັບຮູ້ໄດ້ຂ້າງເທິງ, ພໍ່ແມ່ທຸກຄົນ, ສະມາຊິກໃນຄອບຄົວທີ່ມີເດັກນ້ອຍ ​ຄວນມີ​ການກ​ະ​ທ​ຳ​ໃດ​ໜຶ່ງໃຫ້ໄວທີ່ສຸດ:

ຄວນກວດກາເຮືອນຂອງຕົນ ເພື່ອແກ້ໄຂ ແລະ ກຳຈັດຄວາມສ່ຽງຂອງອຸບັດຕິເຫດໂດຍທັນທີ, ໂດຍສະເພາະ ແມ່ນອຸບັດຕິເຫດເດັກນ້ອຍຈົມນ້ຳ; ເບິ່ງແຍງ ແລະ ຕິດຕາມກວດກາລູກຂອງຕົນ​ຢູ່ສະເໝີ, ໂດຍສະເພາະ ຢູ່ນອກໂຮງຮຽນ ແລະ ຫ້ອງຮຽນ ເພື່ອຮັບປະກັນວ່າ ​ຍາມ​ໃດ​ກໍ່​ຮູ້​ວ່າເດັກຢູ່ໃສ, ພວກເຂົາເຮັດຫຍັງ, ຢູ່ກັບໃຜ; ສ້າງ “ວັກຊີນທີ່ປ້ອງກັນ ແລະ ຕ້ານການຈົມນ້ຳ” ສຳລັບເດັກ ໂດຍການ​ຮຽນຮູ້ບັນ​ດາ​ຄວ​າ​ມ​ຮູ້, ທັກສະໃນການປ້ອງກັນການຈົມນ້ຳດ້ວຍຕົນເອງ ເພື່ອຖ່າຍທອດ ແລະ ກ່​າວເຕືອນໃຫ້ເດັກນ້ອຍ. ໃຫ້​ລູກໄປຮຽນລອຍນໍ້າທີ່ປອດໄພ, ຮຽນຮູ້ທັກສະຄວາມປອດໄພດ້ານນໍ້າ.

ຄຳຮຸ່ງ

ເຫດການ