ຫາລືສ້າງແຜນສືບຕໍ່ແກ້ໄຂຄົນຕ່າງປະເທດ ທີ່ເຄື່ອນໄຫວ ບໍ່ຖືກຕ້ອງຕາມກົດໝາຍຂອງ ສປປ ລາວ

00:54 | 13/05/2019

ກອງປະຊຸມທົ່ວປະເທດ ປຶກສາຫາລືກ່ຽວກັບ ແຜນສືບຕໍ່ແກ້ໄຂຄົນຕ່າງປະເທດທີ່ເຄື່ອນໄຫວ ບໍ່ຖືກຕ້ອງຕາມກົດໝາຍ ຂອງ ສປປ ລາວ ໄດ້ປິດລົງດ້ວຍຜົນສຳເລັດ ໃນວັນທີ 8 ມັງກອນ 2019, ໂດຍການເປັນປະທານ ຂອງທ່ານ ຄຳແພງ ໄຊສົມແພງ ລັດຖະມົນຕີ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ແລະ ທ່ານ ພົນຕີ ສິນທະວົງ ໄຊຍະກອນ ຮອງລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ, ເປັນກຽດເຂົ້າຮ່ວມ ຂອງ ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ, ມີຄະນະນຳບັນດາກະຊວງ, ພະແນກແຮງງານສະຫວັດດີການແຂວງ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ຫາລືສ້າງແຜນສືບຕໍ່ແກ້ໄຂຄົນຕ່າງປະເທດ ທີ່ເຄື່ອນໄຫວ ບໍ່ຖືກຕ້ອງຕາມກົດໝາຍຂອງ ສປປ ລາວ

ກອງປະຊຸມທົ່ວປະເທດ ປຶກສາຫາລືກ່ຽວກັບ ແຜນສືບຕໍ່ແກ້ໄຂຄົນຕ່າງປະເທດທີ່ເຄື່ອນໄຫວ ບໍ່ຖືກຕ້ອງຕາມກົດໝາຍ ຂອງ ສປປ ລາວ


ກອງປະຊຸມໃນຄັ້ງນີ້, ໄດ້ປຶກສາຫາລື ໃນຫລາຍບັນຫາທີ່ພົ້ນເດັ່ນ ເປັນຕົ້ນ ການອຳນວຍຄວາມສະດວກໃນການຂຶ້ນທະບຽນ ແລະ ອອກບັດອະນຸຍາດເຄື່ອນໄຫວຊົ່ວຄາວ ໃຫ້ຄົນຕ່າງປະເທດ ທີ່ເຄື່ອນໄຫວ ບໍ່ຖືກຕ້ອງຕາມກົດໝາຍ ຢູ່ ສປປ ລາວ. ພ້ອມນັ້ນ, ກໍໄດ້ກຳນົດແຜນຈັດຕັ້ງປະຕິບັດໃນຕໍ່ໜ້າ ໂດຍສ້າງແຜນສືບຕໍ່ການແກ້ໄຂຄົນຕ່າງປະເທດ ທີ່ເຄື່ອນໄຫວບໍ່ຖືກຕ້ອງ ນັບແຕ່ຕົ້ນ ປີ 2019 ເປັນຕົ້ນໄປ, ເຊິ່ງເນື້ອໃນຕົ້ນຕໍຂອງແຜນ ແມ່ນໃຫ້ແຕ່ລະຂະແໜງການ ເພີ່ມທະວີຄວາມຮັບຜິດຊອບ ໃນການນຳເອົາກົດໝາຍ, ລະບຽບການ ຂອງຂະແໜງການກ່ຽວຂ້ອງ ໄປຈັດຕັ້ງປະຕິບັດ ໃຫ້ປະກົດຜົນເປັນຈິງ, ເໝາະກັບສະພາບເງື່ອນໄຂຕົວຈິງ.


ຫາລືສ້າງແຜນສືບຕໍ່ແກ້ໄຂຄົນຕ່າງປະເທດ ທີ່ເຄື່ອນໄຫວ ບໍ່ຖືກຕ້ອງຕາມກົດໝາຍຂອງ ສປປ ລາວ

ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ.


ໃນໂອກາດດັ່ງກ່າວ, ທ່ານ ສອນໄຊ ສີພັນດອນ ກໍໄດ້ໃຫ້ກຽດໂອ້ລົມ, ໂດຍເນັ້ນໃຫ້ພາກສ່ວນກ່ຽວຂ້ອງ ນຳເອົາກົດໝາຍ ລະບຽບການທີ່ມີຢູ່ ເຂົ້າເຖິງກຸ່ມຄົນເປົ້າໝາຍທີ່ກ່ຽວຂ້ອງ ກັບການຄຸ້ມຄອງຄົນຕ່າງປະເທດ ໃຫ້ໄດ້ຢ່າງທົ່ວເຖິງທັນກັບເວລາ, ຕ້ອງເຮັດໃຫ້ສັງຄົມ ທັງພາຍໃນ ແລະ ສາກົນ ຮັບຮູ້ເຂົ້າໃຈຢ່າງເລີກເຊິ່ງ ຕໍ່ແນວທາງຕ່າງປະເທດຂອງພັກ, ເຂົ້າໃຈເຖິງຄວາມຈຳເປັນ ໃນການແກ້ໄຂບັນຫາທີ່ເປັນປະກົດການຫຍໍ້ທໍ້ ເພື່ອສ້າງເງື່ອນໄຂ ໃຫ້ສປປ ລາວ ເຊື່ອມໂຍງພາກພື້ນ ແລະ ສາກົນ. ຄຽງຄູ່ກັນນັ້ນ, ທຸກຂະແໜງການ, ອົງການທ້ອງຖິ່ນທຸກຂັ້ນ ຕ້ອງເພີ່ມທະວີຄວາມຮັບຜິດຊອບ ຕໍ່ພັກ, ລັດ ແລະ ຕໍ່ປະເທດຊາດ ໃນການບັງຄັບໃຊ້ ແລະ ປະຕິບັດຕາມກົດໝາຍ, ລະບຽບການ ທີ່ມີຢູ່ຂະ ແໜງການ ແລະ ທ້ອງຖິ່ນຕົນ ກ່ຽວກັບການຄຸ້ມຄອງ ຄົນຕ່າງປະເທດຢ່າງເຂັ້ມງວດ ແລະ ເອົາໃຈໃສ່ຄຸ້ມຄອງກວດກາ ການນຳໃຊ້ແຮງງານຕ່າງປະເທດ ຢູ່ບັນດາໂຄງການ ລວມທັງເຂດເສດສະກິດສະເພາະ ແລະ ເສດຖະກິດພິເສດ ໂດຍໃຫ້ສົມທົບກັບພາກສ່ວນທີ່ເປັນເຈົ້າຂອງໂຄງການ, ໃຫ້ປຶກສາຫາລື ແລະ ພ້ອມກັນຫັນເຂົ້າສູ່ ການນຳໃຊ້ແຮງງານຖືກຕ້ອງຕາມກົດໝາຍ ແລະ ລະບຽບການ.

(ແຫຼ່ງ​ຂໍ້​ມູນ​: ຂ​ປ​ລ)

ທ່ານອາດຈະມັກ

ເຫດການ