ສະມາຄົມ VAA: ບໍລິຈາກຫຼາຍກວ່າ 100 ລ້ານດົງ ເພື່ອຊ່ວຍເຫຼືອເດັກນ້ອຍ ແລະ ແມ່ຍິງທີ່ເປັນຜູ້ຖືກເຄາະຮ້າຍຂອງການຄ້າມະນຸດ | |
ອົດສະຕາລີ ແລະ UNICEF ໜູນຊ່ວຍຫວຽດນາມ ປະຕິບັດໂຄງການສັກວັກຊິນກັນໂຄວິດ-19 |
ໂຄງການສົ່ງເສີມ “ອາຫານທີ່ເຮັດຈາກໝາກມ່ວງຂຽວສະເຫວີຍ, ລົດຊາດບ້ານເກີດເມືອງນອນ” ໄດ້ຮັບການປະຕິບັດ ໂດຍຫ້ອງການການຄ້າຫວຽດນາມ ປະຈຳ ອົດສະຕາລີ ຈົນຮອດທ້າຍເດືອນກໍລະກົດປີ 2021 ດ້ວຍໝາກມ່ວງຂຽວສະເຫວີຍຂອງຫວຽດນາມ ຈຳນວນ 5 ໂຕນ ທີ່ຫາກໍສົ່ງຮອດ ອົດສະຕາລີ ໂດຍບໍລິສັດ Dalat Import-export (Melbourne) ນຳເຂົ້າ ແລະ ຈຳໜ່າຍ ພ້ອມກັບບໍລິສັດ Asean produce Pty.
![]() |
ໂຄສະນາຜະລິດຕະພັນໝາກມ່ວງຂຽວສະເຫວີຍ ຂອງຫວຽດນາມ ຢູ່ທ້ອງຕະຫຼາດອົດສະຕາລີ. (ພາບ: baotintuc) |
ໃນໂຄງການຄັ້ງນີ້, ຫ້ອງການການຄ້າຫວຽດນາມ ປະຈຳອົດສະຕາລີ ໄດ້ສົ່ງເສີມ ແລະ ແນະນຳໝາກມ່ວງຂອງຫວຽດນາມ ເພື່ອໃຫ້ບັນດາຮ້ານອາຫານປະກອບເຂົ້າໃນລາຍການອາຫານຂອງພວກເຂົາ.
ລະບົບຮ້ານອາຫານ An Viet ຢູ່ Sydney ໄດ້ກາຍເປັນຄູ່ຮ່ວມມືກ່ຽວກັບອາຫານທີ່ເຮັດຈາກໝາກມ່ວງຂຽວສະເຫວີຍ. ລະບົບຮ້ານອາຫານນີ້ ບໍ່ພຽງແຕ່ນຳໝາກມ່ວງຂຽວສະເຫວີຍເຂົ້າໃນລາຍການອາຫານເທົ່ານັ້ນ ແຕ່ຍັງສະໝັກໃຈໃນການໂຄສະນາ, ຮັບສັ່ງຊື້ ແລະ ສົ່ງໝາກມ່ວງຂຽວສະເຫວີຍໃຫ້ລູກຄ້າອີກດ້ວຍ.
ເພື່ອດຶງດູດຜູ້ບໍລິໂພກ ແລະ ແຂກມາກິນ, ຫ້ອງການການຄ້າຫວຽດນາມ ປະຈຳອົດສະຕາລີ ໄດ້ຜັນຂະຫຍາຍໂຄງການສົ່ງເສີມການຊິງລາງວັນດ້ວຍລາງວັນທີໜຶ່ງ ມີມູນຄ່າ 500 AUD ສຳລັບລູກຄ້າທີ່ໂຊກດີ ເມື່ອຊື້ໝາກມ່ວງຂຽວສະເຫວີຍຂອງຫວຽດນາມ ຫຼື ສັ່ງອາຫານທີ່ເຮັດຈາກໝາກມ່ວງຂຽວສະເຫວີຍ.
ພ້ອມກັນນັ້ນ ຫ້ອງການການຄ້າຫວຽດນາມ ປະຈຳອົດສະຕາລີ ກໍໄດ້ປະຕິບັດມາດຕະການໂຄສະນາອື່ນໆ ເຊັ່ນ: ການໂຄສະນາໃນສື່ສັງຄົມອອນລາຍ, ໃນແອັບຂອງຫ້ອງການການຄ້າ, ປຸກລະດົມຊຸມຊົນເພື່ອຊື້ ໝາກມ່ວງຢູ່ເຂດ Sydney ແລະ Melbourne ...
ຄຳຮຸ່ງ