ວິທີທີ່ຫວຽດນາມ ຮັບມືຕໍ່ ໂຄວິດ-19 ແມ່ນບົດຮຽນທີ່ລ້ຳຄ່າສຳລັບຫຼາຍປະເທດ

17:20 | 04/07/2021

ຍສໝ - ຕາມທ່ານ ແສງເພັດ ຮຸ່ງບຸນຍວງ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງ ສປປ ລາວ ປະຈຳ ສສ ຫວຽດນາມ ແລ້ວ, ສິ່ງທີ່ສ້າງຄວາມປະທັບໃຈທີ່ສຸດໃນການປ້ອງກັນແລະຕ້ານ ໂຄວິດ-19 ຂອງຫວຽດນາມ ແມ່ນຈິດໃຈ “ຕ້ານໂລກລະບາດຄືກັນກັບຕ້ານສັດຕູ”. ວາລະສານ ຍຸກສະໄໝ ໄດ້ມີການສໍາພາດ ທ່ານ ແສງເພັດ ຮຸ່ງບຸນຍວງ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງ ສປປ ລາວ ປະຈຳ ສສ ຫວຽດນາມ ກ່ຽວກັບຫົວຂໍ້ຂ້າງເທິງ.

ປະເທດລາວ ໄດ້ເລີ່ມຕົ້ົ້ນທົດລອງການສັກວັກຊິນ ຕ້ານພະຍາດ COVID – 19 ປະເທດລາວ ໄດ້ເລີ່ມຕົ້ົ້ນທົດລອງການສັກວັກຊິນ ຕ້ານພະຍາດ COVID – 19
ອາ​ຊຽນ​ຮ່ວມ​ແຮງ​ຮ່ວມ​ໃຈ​ປ້ອງ​ກັນ​ຕ້ານ​ໂລກ​ລະ​ບາດ Covid – 19 ອາ​ຊຽນ​ຮ່ວມ​ແຮງ​ຮ່ວມ​ໃຈ​ປ້ອງ​ກັນ​ຕ້ານ​ໂລກ​ລະ​ບາດ Covid – 19

- ທ່ານທູດຕີລາຄາແນວໃດ ກ່ຽວກັບຜົນໄດ້ຮັບໃນການຕ້ານ, ສະກັດກັ້ນ ການລະບາດຂອງເຊື້ອພະຍາດ ໂຄວິດ-19 ຂອງລັດຖະບານຫວຽດນາມ?

ຫວຽດນາມ ເປັນໜຶ່ງໃນບັນດາປະເທດທີ່ມີການຄວບຄຸມການລະບາດຂອງເຊື້ອພະຍາດ ໂຄວິດ-19 ທີ່ມີມາດຕະການຄວບຄຸມໄດ້ຢ່າງມີປະສິດທິຜົນ. ເສດຖະກິດ-ສັງຄົມ ສືບຕໍ່ຂະຫຍາຍຕົວໃນທາງທີ່ດີ, ສະຫວັດດີການສັງຄົມໄດ້ມີຄວາມຮັບປະກັນ, ປ້ອງກັນຊາດ-ປ້ອງກັນຄວາມສະຫງົບມີສະຖຽນລະພາບຢ່າງໜັກແໜ້ນ, ການພົວພັນກັບຕ່າງ ປະເທດ ສືບຕໍ່ໄດ້ຮັບການເພີມທະວີໃນທຸກດ້ານ ເປັນຕົ້ນແມ່ນການປ້ອງກັນ, ສະກັດກັ້ນເຊື້ອພະຍາດ ໂຄວິດ-19 ຊຶ່ງເຫັນໄດ້ວ່າເຖິງຫວຽດນາມປະເຊີນໜ້າກັບການລະບາດຂອງເຊື້ອພະຍາດໂຄວິດ-19 ແຕ່ ການນຳຂັ້ນຕ່າງໆຂອງພັກ, ລັດຫວຽດນາມ ຍັງຮັກສາການພົບປະແລກປ່ຽນກັບບັນບັນດາປະເທດດ້ວຍຮູບແບບຕ່າງໆ ແລະ ຍັງສົ່ງການຊ່ວຍເຫລືອໄປຊ່ວຍບາງປະເທດອ້າຍນ້ອງ ເພື່ອຮັບມືກັບການລະບາດຂອງເຊື້ອພະຍາດດັ່ງກ່າວ.

ວິທີທີ່ຫວຽດນາມ ຮັບມືຕໍ່ ໂຄວິດ-19 ແມ່ນບົດຮຽນທີ່ລ້ຳຄ່າສຳລັບຫຼາຍປະເທດ
ທ່ານ ແສງເພັດ ຮຸ່ງບຸນຍວງ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງ ສປປ ລາວ ປະຈຳ ສສ ຫວຽດນາມ. ພາບ: TTXVN

ບັນດາເຫດການສໍາຄັນທາງດ້ານການເມືອງ, ວັນບຸນສຳຄັນຂອງຊາດ, ການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ 15 ແລະ ສະພາປະຊາຊົນຂັ້ນຕ່າງໆ ສະໄໝ 2021-2026 ລ້ວນແຕ່ໄດ້ຮັບການຈັດຕັ້ງ ແລະ ດຳເນີນໄປໂດຍມີຜົນສຳເລັດເປັນຢ່າງດີ. ປະຊາຊົນຫວຽດນາມ ໄດ້ມີຄວາມປຸມລຸມສາມັກຄີກັນດີ, ສະແດງໃຫ້ເຫັນມູນເຊື້ອຮັກຊາດ, ຄວາມເປັນນໍ້າໜຶ່ງໃຈດຽວກັນ, ຊ່ວຍເຫລືອເຊິ່ງກັນແລະກັນ, ນໍ້າໃຈສາກົນທີ່ດີງາມ, ຮ່ວມມືກັນ, ເຊື່ອໝັ້ນ, ຮ່ວມແຮງຮ່ວມໃຈກັນໃນການຕ້ານ, ສະກັດກັ້ນ ການລະບາດຂອງເຊື້ອພະຍາດ ໂຄວິດ-19 ແລະ ການພັດທະນາເສດຖະກິດກໍ່ສືບຕໍ່ໄປຢ່າງບໍ່ຢຸດຢັ້ງ.

ພິເສດ, ໃນປີ 2020 ຫວຽດນາມໄດ້ເປັນປະທານອາຊຽນ ໃນສະພາບການທີ່ມີການລະບາດຂອງເຊື້ອພະຍາດໂຄວິດ-19, ແຕ່ການເປັນປະທານອາຊຽນ ກໍປະສົບຜົນສຳເລັດຢ່າງຈົບງາມ ຊຶ່ງໄດ້ຮັບການຍ້ອງຍໍສັນລະເສີນຈາກບັນດາປະເທດເພື່ອນມິດໃນໂລກ.

- ໃນນາມສ່ວນຕົວທ່ານທູດ ມີຄວາມຮູ້ສຶກແນວໃດ ກ່ຽວກັບຄວາມເປັນຫ່ວງເປັນໄຍ ແລະ ຄວາມເອົາໃຈໃສ່ຂອງອຳນາດການປົກຄອງຕໍ່ປະຊາຊົນໃນສະພາບມີການລະບາດຂອງເຊື້ອພະຍາດໂຄວິດ-19 ນີ້?

ຂ້າພະເຈົ້າມີຄວາມປະທັບໃຈ ແລະ ມີຄວາມເຊື່ອໝັ້ນຕໍ່ແນວທາງນະໂຍບາຍຂອງພັກ ກໍຄືລັດຖະບານຫວຽດນາມໃນການຕ້ານ ແລະ ສະກັດກັ້ນພະຍາດໂຄວິດ-19, ໂດຍສະເພາະແມ່ນການປະຕິບັດຕາມທິດ ທີ່ວ່າ: “ຕ້ານໂລກລະບາດຄືກັນກັບຕ້ານສັດຕູ” ແລະ ໂດຍຍຶດໝັ້ນປະຕິບັດຕາມສອງເປົ້າໝາຍໄປຄວບຄູ່ກັນທັງປ້ອງກັນ, ສະກັດກັ້ນພະຍາດລະບາດ, ທັງພັດທະນາເສດຖະກິດ.

ຍ້ອນຄວາມເປັນເຈົ້າການໃນການເຂົ້າຮ່ວມດ້ວຍຄວາມຮັບຜິດຊອບສູງຂອງທຸກພາກສ່ວນ ໂດຍສະເພາະແມ່ນອົງຄະນະພັກ, ອຳນາດການປົກຄອງ, ແນວໂຮມແຫ່ງຊາດ, ອົງການຈັດຕັ້ງມະຫາຊົນ, ບັນດາອົງການທີ່ກ່ຽວຂ້ອງທຸກຂັ້ນ ພິເສດແມ່ນກຳລັງແພດໝໍ, ທະຫານ, ຕຳຫລວດ ແລະ ພະນັກງານຢູ່ໃນຈຸດທີ່ມີການລະບາດ ໄດ້ເຮັດຢ່າງຈິງຈັງ, ມີຫົວຄິດປະດິດສ້າງ, ຊຶ່ງສາມາດຄວບຄຸມ, ຕີຖອຍການເກີດມີການລະບາດຮອບໃໝ່ໄດ້ຢ່າງມີປະສິດທິຜົນ; ໃນເວລາດຽວກັນນັ້ນ, ກໍ່ສາມາດຮັກສາຈັງຫວະການເຕີບໂຕທາງເສດຖະກິດ ແລະ ຊຸກຍູ້ການຜະລິດ, ທຸລະກິດ, ຮັບປະກັນດ້ານສະຫວັດດີການສັງຄົມໄດ້ເປັນຢ່າງດີ; ເອົາໃຈໃສ່ເບິ່ງແຍງສຸຂະພາບຂອງປະຊາຊົນ, ເປັນຕົ້ນແມ່ນໃນເຂດທີ່ມີການລະບາດ.

ພິເສດ, ຫວຽດນາມ ສາມາດສ້າງຕັ້ງກອງທຶນວັກຊິນ ເພື່ອຕ້ານ, ສະກັດກັ້ນພະຍາດໂຄວິດ-19 ຊຶ່ງໄດ້ມີການປະກອບສ່ວນຈາກສັງຄົມຢ່າງກວ້າງຂວາງ. ລັດຖະບານຫວຽດນາມໄດ້ມີນະໂຍບາຍໝູນໃຊ້ຄັງເງິນສຳຮອງຂອງລັດຖະບານໄປຊ່ວຍໜູນປະຊາຊົນໃນເວລາທີ່ມີການລະບາດຂອງເຊື້ອພະຍາດໂຄວິດ-19 ຍັງໄດ້ລະດົມກຳລັງອາສາສະໝັກໄປຊ່ວຍເກັບກູ້ຜົນລະປູກຢູ່ຂົງເຂດພະຍາດພະຍາດ ທີ່ເຈົ້າຂອງເຂົາເຈົ້າ ໃນໄລຍະກັດກັກ ແລະ ບັນດາມາດຕະການຂອງຫວຽດນາມໃນການຮັບມືກັບເຊື້ອພະຍາດໂຄວິດ-19 ກໍໄດ້ກາຍເປັນແວ່ນແຍງ, ບົດຮຽນໃຫ້ແກ່ຫຼາຍປະເທດນຳໄປໝູນໃຊ້ໃນການຮັບມືກັບເຊື້ອພະຍາດໂຄວິດ-19 ຢູ່ປະເທດຂອງເຂົາເຈົ້າ.

- ທ່ານທູດ ມີການໂຄສະນາຂົນຂວາຍ, ຊ່ວຍເຫລືອຜູ້ອື່ນໆ ໃນການວຽກງານນີ້ບໍ່?

ແນ່ນອນວ່າ, ໃນນາມຫົວໜ້າສຳນັກງານການທູດ ສປປ ລາວ ປະຈຳ ສສ ຫວຽດນາມ, ຂ້າພະເຈົ້າມີຄວາມຮັບຜິດຊອບລວມຕໍ່ສຳນັກງານ ແລະ ພະນັກງານສະຖານທູດ ລວມທັງນັກສຶກສາລາວ ແລະ ພົນລະເມືອງລາວ ທີ່ກຳລັງດຳລົງຊີວິດຢູ່ ສສ ຫວຽດນາມ. ສະນັ້ນ, ຂ້າພະເຈົ້າກໍ່ໄດ້ເອົາໃຈໃສ່ເຮັດວຽກງານແນວຄິດດ້ວຍການໃຫ້ກຳລັງໃຈແກ່ພະນັກງານສະຖານທູດ ກໍ່ຄືນັກສຶກສາລາວ ແລະ ພົນລະເມືອງລາວທີ່ກຳລັງດຳລົງຊີວິດຢູ່ ສສ ຫວຽດນາມ ໃຫ້ມີຄວາມອຸ່ນອຽນທຸ່ນທ່ຽງ, ປະຕິບັດຕາມບັນດາຂໍ້ກຳນົດ ແລະ ມາດຕະການທີ່ລັດຖະບານຫວຽດນາມ ກໍ່ຄືຄະນະສະເພາະກິດຕ້ານ, ສະກັດກັ້ນການລະບາດເຊື້ອພະຍາດໂຄວິດ-19 ວາງອອກຢ່າງເຂັ້ມງວດເພື່ອເປັນເຈົ້າການຮ່ວມກັບເພື່ອນຫວຽດນາມສະກັດກັ້ນການລະບາດເຊື້ອພະຍາດໂຄວິດ-19 ໃນແຕ່ລະຮອບຜ່ານມາ.

ພິເສດ, ຂ້າພະເຈົ້າ ຍັງໄດ້ລະດົມພະນັກງານສະຖານທູດ ເຂົ້າຮ່ວມຂະບວນການສັກຢາວັກຊິນປ້ອງກັນໂຄວິດ-19 ຕາມການແຈ້ງການ ແລະ ການອະນຸຍາດຈາກກະຊວງການຕ່າງປະເທດ ສສ ຫວຽດນາມ ໃຫ້ບັນດາສຳນັກງານການທູດ ແລະ ອົງການຈັດຕັ້ງສາກົນທີ່ປະຈຳຢູ່ຮ່າໂນ້ຍ ໄປຮັບຢາວັກຊິນປ້ອງກັນເຊື້ອພະຍາດໂຄວິດ-19 ໃນວັນທີ 9 ມິຖຸນາ 2021 ເຊັ່ນດຽວກັນ.

ພາຍໃຕ້ການຊີ້ນຳຂອງທູດ, ຄະນະນໍາສະຖານທູດ, ສະຖານກົງສຸນໃຫຍ່ຂອງລາວຢ່າງໃກ້ຊິດເຮັດໃຫ້ພະນັກງານກໍຄືນັກຮຽນ, ນັກສຶກສາລາວ ປອດໄພ ບໍ່ມີໃຜຕິດເຊື້ອພະຍາດໂຄວິດ-19.

ໃນໂອກາດນີ້, ຂ້າພະເຈົ້າ ຂໍສົ່ງພອນໄຊອັນປະເສີດໄປຍັງການນຳຂອງພັກ, ລັດຫວຽດນາມ ຈົ່ງມີສຸຂະພາບເຂັ້ມແຂງ, ມີຄວາມຜາສຸກ ແລະ ເຮັດສຳເລັດໜ້າທີ່ອັນສູງສົ່ງຂອງຕົນ.

ອວຍພອນໃຫ້ພັກກອມມູນິດຫວຽດນາມ, ລັດຖະບານ ແລະ ປະຊາຊົນຫວຽດນາມ ອ້າຍນ້ອງມີໄຊຊະນະໃນການປ້ອງກັນ, ສະກັດກັ້ນເຊື້ອພະຍາດໂຄວິດ-19 ໂດຍໄວ.

- ຂໍຂອບໃຈ!

ໄຊພອນ

ເຫດການ
302 Found

Found

The document has moved here.