ໜ້າໃໝ່ໃນການຮ່ວມມືດ້ານເຕັກໂນໂລຊີລະຫວ່າງອີຣານ ແລະ ຫວຽດນາມ

14:30 | 17/06/2021

ສູນດັ່ງກ່າວໄດ້ຕີລາຄາສູງລະດັບເຕີບໂຕເສດຖະກິດຂອງຫວຽດນາມ ໃນປີ 2020 ແລະ ເຊື່ອໝັ້ນວ່າ ນີ້ອາດຈະແມ່ນສະຖານທີ່, ແມ່ນຕະຫຼາດທີ່ດີໃຫ້ແກ່ບັນດາບໍລິສັດເຕັກໂນໂລຊີຂອງອີຣານ.

ວິສາຫະກິດຝລັ່ງ ເລັ່ງແຜນການນຳເຂົ້າໝາກລິ້ນຈີ່ແກ່ນນ້ອຍຂອງຫວຽດນາມ ວິສາຫະກິດຝລັ່ງ ເລັ່ງແຜນການນຳເຂົ້າໝາກລິ້ນຈີ່ແກ່ນນ້ອຍຂອງຫວຽດນາມ
ຊາວຫວຽດນາມຢູ່ອາເມລິກາຮ່ວມແຮງຮ່ວມໃຈພ້ອມກັບພໍ່ແມ່ປະຊາຊົນພາຍໃນປະເທດ ປ້ອງກັນ ແລະ ຕ້ານການລະບາດຂອງພະຍາດ Covid-19 ຊາວຫວຽດນາມຢູ່ອາເມລິກາຮ່ວມແຮງຮ່ວມໃຈພ້ອມກັບພໍ່ແມ່ປະຊາຊົນພາຍໃນປະເທດ ປ້ອງກັນ ແລະ ຕ້ານການລະບາດຂອງພະຍາດ Covid-19
ໜ້າໃໝ່ໃນການຮ່ວມມືດ້ານເຕັກໂນໂລຊີລະຫວ່າງອີຣານ ແລະ ຫວຽດນາມ
(ພາບປະກອບ: IRNA)

ສູນແລກປ່ຽນເຕັກໂນໂລຊີ ແລະ ບັນດາບັນຫາສາກົນອີຣານ ໃຫ້ຮູ້ວ່າ, ມີຫຼາຍບໍລິສັດຂອງປະເທດນີ້ຢາກຮ່ວມມື ແລະ ລົງທຶນເຂົ້າຕະຫຼາດຫວຽດນາມ ທີ່ຂະຫຍັນຂັນເຄື່ອນ. ສູນດັ່ງກ່າວໄດ້ຕີລາຄາສູງລະດັບເຕີບໂຕເສດຖະກິດຂອງຫວຽດນາມ ໃນປີ 2020 ແລະ ເຊື່ອໝັ້ນວ່າ ນີ້ອາດຈະແມ່ນສະຖານທີ່, ແມ່ນຕະຫຼາດທີ່ດີໃຫ້ແກ່ບັນດາບໍລິສັດເຕັກໂນໂລຊີຂອງອີຣານ. ອີຣານ ເຫັນວ່າ ຫວຽດນາມ ໄດ້ສ້າງສະຖິຕິກ່ຽວກັບການເຕີບໂຕເສດຖະກິດຂອງແຕ່ລະປີໃນທົດສະວັດມໍ່ໆມານີ້ ດ້ວຍຕົວເລກສະຖິຕິຫຼ້າສຸດກ່ຽວກັບການສົ່ງອອກສິນຄ້າ ແລະ ການບໍລິການໄປຍັງ ອາເມລິກາ ບັນລຸ 60 ຕື້ USD. ໃນຈຳນວນບັນດາພື້ນຖານເສດຖະກິດອາຊີ ທີ່ຂະຫຍັນຂັນເຄື່ອນ, ຫວຽດນາມ ມີພື້ນຖານເສດຖະກິດພວມພັດທະນາດ້ວຍຄວາມສາມາດບົ່ມຊ້ອນສູງ. ອີຣານ ເຊື່ອໝັ້ນວ່າ ການຮ່ວມມື ແລະ ລົງທຶນເຂົ້າຫວຽດນາມ ຈະເຊື່ອມຕໍ່ຂົງເຂດການຄ້າເສລີອາຊຽນ, ເປີດກວ້າງຕະຫຼາດໃຫ້ແກ່ບັນດາບໍລິສັດອີຣານ ຢູ່ພາກພື້ນອາຊີຕາເວັນອອກສ່ຽງໃຕ້. ຄາດວ່າ, ໃນອາທິດຈະມາເຖິງ, ສູນແລກປ່ຽນເຕັກໂນໂລຊີ ແລະ ບັນດາບັນຫາສາກົນອີຣານ ຈະຈັດກອງປະຊຸມສຳມະນາທາງອອນລາຍກັບບັນດາວິສາຫະກິດຫວຽດນາມ ເພື່ອແລກປ່ຽນ ແລະ ຊອກຫາກາລະໂອກາດຮ່ວມມື, ລົງທຶນ.

ຍີ່ປຸ່ນ ອຸປະຖຳວັກຊີນ Covid-19 ໜຶ່ງຕື້ ໂດສໃຫ້ຫວຽດນາມ ຍີ່ປຸ່ນ ອຸປະຖຳວັກຊີນ Covid-19 ໜຶ່ງຕື້ ໂດສໃຫ້ຫວຽດນາມ

ຍສໝ - ທີ່ກອງປະຊຸມຂ່າວໃນຕອນເຊົ້າວັນທີ 15 ມິຖຸນາ, ທ່ານລັດຖະມົນຕີກະຊວງການຕ່າງປະເທດຍີ່ປຸ່ນ Motegi Toshimitsu ໃຫ້ຮູ້ວ່າ, ວັກຊີນ AstraZeneca ຂອງອັງກິດ ຈຳນວນ ໜຶ່ງຕື້ ໂດສ ທີ່ຜະລິດຢູ່ຍີ່ປຸ່ນມາຮອດຫວຽດນາມໃນຕອນບ່າຍວັນທີ 16 ມິຖຸນາ.

ທິມບານເຕະຫວຽດນາມ ສ້າງປະຫວັດສາດ ເມື່ອເປັນຄັ້ງທຳອິດສາມາດເຂົ້າແຂ່ງຂັນຮອບຄັດເລືອກທີ 3 World Cup 2022 ທິມບານເຕະຫວຽດນາມ ສ້າງປະຫວັດສາດ ເມື່ອເປັນຄັ້ງທຳອິດສາມາດເຂົ້າແຂ່ງຂັນຮອບຄັດເລືອກທີ 3 World Cup 2022

ກາຍເປັນ 1 ໃນຈຳນວນ 12 ທິມບານເຕະແຂງແຮງທີ່ສຸດຂອງອາຊີ. ທິມຊາດຫວຽດນາມ ໂດຍຄູຝຶກແມ່ນ Park Hang Seo ສືບຕໍ່ແຂ່ງຂັນດ້ວຍຖານະແມ່ນໜຶ່ງໃນຈຳນວນ 5 ທິມຢືນອັນດັບທີ 2 ມີຜົນງານດີທີ່ສຸດ (ດ້ວຍ 17 ຄະແນນ) ຢູ່ຮອບຄັດເລືອກທີ 3.

ມອບວັດຖຸອຸປະກອນການແພດໃຫ້ປະເທດລາວ ມອບວັດຖຸອຸປະກອນການແພດໃຫ້ປະເທດລາວ

ອຸປະກອນການແພດໂດຍແຂວງເງະອານ ມອບໃຫ້ແຂວງຫົວພັນ ລວມມູນຄ່າ 250 ລ້ານດົ່ງ. ກອງບັນຊາການຕໍາຫຼວດແຂວງເງະອານ ມອບສະບຽງອາຫານ, ວັດຖຸອຸປະກອນການແພດປ້ອງກັນ, ຕ້ານພະຍາດໂຄວິດ-19 ໃຫ້ກອງບັນຊາການປ້ອງກັນຄວາມສະຫງົບແຂວງຫົວພັນ ລວມມູນຄ່າ 100 ລ້ານດົ່ງ.

vovworld.vn

ເຫດການ
302 Found

Found

The document has moved here.