| ວັນຊາດຫວຽດນາມຢູ່ Sydney: ຂີດໝາຍ 81 ປີແຫ່ງການພັດທະນາ ແລະ ການພົວພັນ ຫວຽດນາມ - ອົດສະຕາລີ ສະຖານທູດລາວປະຈຳຫວຽດນາມ ອວຍພອນວັນຊາດຫວຽດນາມ |
81 ປີໄດ້ຜ່ານພົ້ນໄປ, ແຕ່ບັນດາຄຸນຄ່າຫຼັກຂອງຖະແຫຼງການ ແລະ ຈິດໃຈແຫ່ງວັນທີ 2/9/1945 ຍັງຄົງມີພະລັງຊີວິດຢ່າງເຕັມປ່ຽມ, ກາຍເປັນຄົບໄຟສ່ອງທາງໃຫ້ທົ່ວພັກ, ທົ່ວປະຊາຊົນ ແລະ ທົ່ວກອງທັບ ກ້າວເດີນຢ່າງໝັ້ນຄົງບົນເສັ້ນທາງສ້າງສາຫວຽດນາມໃຫ້ເຂັ້ມແຂງ, ຮັ່ງມີ ແລະ ຜາສຸກ.
“ບົດວີລະກຳອະມະຕະ” ກ່ຽວກັບສິດທິມະນຸດ ແລະ ສິດຂອງຊາດ
ໃນລະດູໃບໄມ້ຫຼົ່ນແຫ່ງປະຫວັດສາດປີ 1945, ພາຍໃຕ້ການນຳພາຂອງພັກກອມມູນິດຫວຽດນາມ ແລະ ປະທານໂຮ່ຈິມິນ, ປະຊາຊົນຫວຽດນາມຫຼາຍລ້ານຄົນໄດ້ຮ່ວມກັນເປັນກ້ອນເອກະພາບ, ລຸກຂຶ້ນຍາດອຳນາດ, ທຳລາຍແອກປົກຄອງຂອງລັດທິລ່າເມືອງຂຶ້ນ ແລະ ສັກດິນາ, ດ້ວຍຄວາມມຸ່ງໝັ້ນວ່າ “ເຖິງຈະຕ້ອງເສຍສະຫຼະພຽງໃດ, ເຖິງຈະຕ້ອງເຜົາໄໝ້ທັງສາຍພູເຈື່ອງເຊີນ ກໍຕ້ອງເດັດດ່ຽວຍາດເອົາເອກະລາດໃຫ້ໄດ້”.
ການປະຕິວັດເດືອນສິງຫາ ໄດ້ປຸກກະແສຈິດໃຈຮັກຊາດ ແລະ ເຈດຈຳນົງອັນກ້າແກ່ນຂອງຄົນຫວຽດນາມໃຫ້ລຸກໂຊນ. ຊີວິດຟື້ນຄືນ, ຈິດໃຈແຫ່ງຊາດຟື້ນຄືນ. ຊາດໜຶ່ງ “ສະບັດຂີ້ຕົມ ແລ້ວລຸກຂຶ້ນສ່ອງແສງເຈີດຈ້າ”. ຈິດໃຈ ແລະ ເຈດຈຳນົງນັ້ນ ສືບຕໍ່ສ້າງເປັນພະລັງຂອງຊາດຫວຽດນາມ ໃນບັນດາການຕໍ່ສູ້ທີ່ເຕັມໄປດ້ວຍການເສຍສະຫຼະ ແລະ ຄວາມຫຍຸ້ງຍາກ.
ວັນທີ 2/9/1945, ຢູ່ສະໜາມຫຼວງບາດິ່ງອັນເປັນປະຫວັດສາດ, ປະທານໂຮ່ຈິມິນ ຕາງໜ້າລັດຖະບານປະຕິວັດຊົ່ວຄາວ ໄດ້ອ່ານຖະແຫຼງການເອກະລາດຂອງສາທາລະນະລັດປະຊາທິປະໄຕຫວຽດນາມ ທີ່ເພິ່ນເປັນຜູ້ຮຽບຮຽງ, ປະກາດຢ່າງສົມກຽດຕໍ່ປວງຊົນທົ່ວປະເທດ ແລະ ປະຊາຊົນໂລກ ເຖິງເອກະລາດ, ເສລີພາບຂອງຊາດຫວຽດນາມ ແລະ ການກຳເນີດຂອງສາທາລະນະລັດປະຊາທິປະໄຕຫວຽດນາມ, ປັດຈຸບັນແມ່ນສາທາລະນະລັດສັງຄົມນິຍົມຫວຽດນາມ.
ໃນຕອນເປີດຫົວຂອງຖະແຫຼງການເອກະລາດ, ປະທານໂຮ່ຈິມິນ ໄດ້ຍົກບັນດາພື້ນຖານທາງກົດໝາຍກ່ຽວກັບສິດທິມະນຸດ ແລະ ສິດຂອງຊາດ ເປັນພື້ນຖານໃຫ້ແກ່ຖະແຫຼງການ. ເພິ່ນໄດ້ຄັດຂໍ້ຄວາມຈາກຖະແຫຼງການເອກະລາດປີ 1776 ຂອງສະຫະລັດອາເມລິກາວ່າ: “ມະນຸດທຸກຄົນເກີດມາລ້ວນແຕ່ມີສິດສະເໝີພາບກັນ. ຜູ້ສ້າງໄດ້ມອບສິດທີ່ບໍ່ມີຜູ້ໃດສາມາດລ່ວງລະເມີດໄດ້, ໃນບັນດາສິດນັ້ນ ມີສິດໃນການມີຊີວິດ, ສິດເສລີພາບ ແລະ ສິດໃນການສະແຫວງຫາຄວາມຜາສຸກ” (1); ແລະ ຖະແຫຼງການສິດທິມະນຸດ ແລະ ສິດພົນລະເມືອງ ຂອງການປະຕິວັດຝຣັ່ງປີ 1791 ວ່າ: “ມະນຸດເກີດມາມີເສລີພາບ ແລະ ສະເໝີພາບກັນໃນສິດທິ, ແລະ ຕ້ອງມີເສລີພາບ ແລະ ສະເໝີພາບກັນໃນສິດທິຕະຫຼອດໄປ” (2).
ການຄັດຂໍ້ຄວາມຈາກຖະແຫຼງການສອງສະບັບຂອງຝຣັ່ງ ແລະ ສະຫະລັດອາເມລິກາ ມີຄວາມໝາຍອັນໃຫຍ່ຫຼວງ, ທັງສ້າງພື້ນຖານພາວະວິໄສໃຫ້ແກ່ການໃຫ້ເຫດຜົນ, ທັງສະແດງເຖິງການເຄົາລົບບັນດາສັດຈະທຳ ແລະ ຄຸນຄ່າກ້າວໜ້າທີ່ມະນຸດຊາດຍອມຮັບ. ຜ່ານນັ້ນ, ປະທານໂຮ່ຈິມິນ ຍັງໄດ້ວາງຖະແຫຼງການເອກະລາດຂອງຫວຽດນາມ ໃຫ້ຢູ່ໃນຖານະທຽບເທົ່າກັບຖະແຫຼງການສອງສະບັບຂອງສອງປະເທດມະຫາອຳນາດຂອງໂລກ.
ຖ້າຖະແຫຼງການຂອງຝຣັ່ງ ແລະ ສະຫະລັດອາເມລິກາ ສອງສະບັບນັ້ນເນັ້ນໜັກເຖິງສິດທິມະນຸດ, ປະທານໂຮ່ຈິມິນ ຈາກພຶດຕິກຳຕົວຈິງຂອງການປະຕິວັດຫວຽດນາມ ໄດ້ພັດທະນາຂຶ້ນເປັນຫຼັກຄິດກ່ຽວກັບສິດຂອງບັນດາຊາດວ່າ: “ເມື່ອຂະຫຍາຍຄວາມອອກໄປ, ຄຳເວົ້ານັ້ນໝາຍຄວາມວ່າ: ບັນດາຊາດທັງໝົດໃນໂລກ ລ້ວນແຕ່ເກີດມາມີຄວາມສະເໝີພາບ; ທຸກຊາດລ້ວນແຕ່ມີສິດໃນການດຳລົງຊີວິດ, ສິດໃນການມີຄວາມຜາສຸກ ແລະ ສິດເສລີພາບ” (3).
![]() |
| ວັນທີ 2/9/1945, ຢູ່ສະໜາມຫຼວງບາດິ່ງ (ຮ່າໂນ້ຍ), ປະທານໂຮ່ຈິມິນ ໄດ້ອ່ານຖະແຫຼງການເອກະລາດ, ປະກາດການກຳເນີດຂອງສາທາລະນະລັດປະຊາທິປະໄຕຫວຽດນາມ - ລັດປະຊາທິປະໄຕປະຊາຊົນແຫ່ງທຳອິດຢູ່ອາຊີຕາເວັນອອກສ່ຽງໃຕ້. |
ຈາກແນວຄິດກ່ຽວກັບມະນຸດ, ປະທານໂຮ່ຈິມິນໄດ້ພັດທະນາຕໍ່ໄປສູ່ແນວຄິດກ່ຽວກັບຊາດ, ຢືນຢັນວ່າ ສິດຂອງຊາດ ແລະ ສິດທິມະນຸດ ມີຄວາມພົວພັນແບບພາວະວິໄສ, ສົ່ງຜົນຕໍ່ກັນ ແລະ ກັນ. ຊາດທີ່ມີເອກະລາດ ແມ່ນເງື່ອນໄຂກ່ອນອື່ນໝົດເພື່ອຮັບປະກັນການປະຕິບັດສິດທິມະນຸດ; ໃນທາງກັບກັນ, ການປະຕິບັດສິດທິມະນຸດໄດ້ດີ ກໍແມ່ນການສົ່ງເສີມຄຸນຄ່າ ແລະ ຄວາມໝາຍຂອງເອກະລາດແຫ່ງຊາດ.
ສິ່ງນີ້ເຮັດໃຫ້ຖະແຫຼງການເອກະລາດປີ 1945 ມີຄຸນຄ່າແຫ່ງຍຸກສະໄໝຢ່າງເລິກເຊິ່ງ. ຖະແຫຼງການສະບັບນີ້ ບໍ່ພຽງແຕ່ມີຄວາມໝາຍສຳລັບຊາດຫວຽດນາມເທົ່ານັ້ນ ແຕ່ຍັງເປັນສຽງຂອງບັນດາຊາດທີ່ຖືກກົດຂີ່ທົ່ວໂລກ. ບັນດາແນວຄິດໃຫຍ່ໃນຖະແຫຼງການເອກະລາດ ຍັງຜູກພັນກັບການຕໍ່ສູ້ປະຕິວັດຂອງປະຊາຊົນໂລກ.
ຄຳປະກາດເອກະລາດ ແລະ ເຈດຈຳນົງປົກປັກຮັກສາອະທິປະໄຕແຫ່ງຊາດ
ຕໍ່ໜ້າປວງຊົນຫວຽດນາມ ແລະ ທົ່ວໂລກ, ຖະແຫຼງການເອກະລາດ ໄດ້ປະນາມຢ່າງແຮງກ້າຕໍ່ການກະທຳຍຶດຄອງປະເທດ ແລະ ລະບອບປົກຄອງອັນໂຫດຮ້າຍຂອງລັດທິລ່າເມືອງຂຶ້ນຝຣັ່ງ ແລະ ຟາດຊິດຍີ່ປຸ່ນ ຕໍ່ຊາດຫວຽດນາມ: “ທາງດ້ານການເມືອງ - ພວກເຂົາບໍ່ຍອມໃຫ້ປະຊາຊົນເຮົາມີເສລີພາບ ແລະ ປະຊາທິປະໄຕແມ່ນແຕ່ໜ້ອຍດຽວ... ພວກເຂົາສ້າງຄຸກຫຼາຍກວ່າໂຮງຮຽນ. ພວກເຂົາຂ້າຟັນຜູ້ຮັກຊາດ ຮັກເຊື້ອຊາດຂອງເຮົາຢ່າງໂຫດຮ້າຍ. ພວກເຂົາຈົມບັນດາການລຸກຮືຂອງປະຊາຊົນໃນທະເລເລືອດ... ທາງດ້ານເສດຖະກິດ - ພວກເຂົາຂູດຮີດປະຊາຊົນເຮົາຈົນເຖິງກະດູກ... ພວກເຂົາຍຶດເອົາທີ່ດິນ, ປ່າໄມ້, ບໍ່ແຮ່, ວັດຖຸດິບ... ພວກເຂົາຕັ້ງພາສີຫຼາຍຮ້ອຍຊະນິດຢ່າງໄຮ້ເຫດຜົນ, ເຮັດໃຫ້ປະຊາຊົນເຮົາ, ໂດຍສະເພາະຊາວນາ ແລະ ພໍ່ຄ້າ ກາຍເປັນຄົນທຸກຍາກ...” (4).
ພາຍໃຕ້ທຸງຂອງພັກ, ປະຊາຊົນຫວຽດນາມໄດ້ລຸກຂຶ້ນຂັບໄລ່ລັດທິລ່າເມືອງຂຶ້ນ, ສັກດິນາ ແລະ ຈັກກະພັດ, ຍາດຄືນເອກະລາດ, ເສລີພາບ ແລະ ສິດທິມະນຸດ. ສິດທິມະນຸດຢູ່ຫວຽດນາມ ບໍ່ແມ່ນຄຸນຄ່າທີ່ຜູ້ໃດມອບໃຫ້ ແຕ່ແມ່ນຜົນຈາກການຕໍ່ສູ້ອັນຍາວນານຂອງປະຊາຊົນຫວຽດນາມ. ການຕໍ່ສູ້ນັ້ນ ໄດ້ເຮັດໃຫ້ “ຝຣັ່ງໜີ, ຍີ່ປຸ່ນຍອມຈຳນົນ, ກະສັດບ໋າວດ້າຍສະລະລາຊະສົມບັດ. ປະຊາຊົນເຮົາໄດ້ທຳລາຍໂສ້ຕ່ອງແຫ່ງລັດທິລ່າເມືອງຂຶ້ນທີ່ຄອບງຳມາເກືອບ 100 ປີ ເພື່ອສ້າງຫວຽດນາມທີ່ມີເອກະລາດ. ປະຊາຊົນເຮົາຍັງໄດ້ໂຄ່ນລົ້ມລະບອບກະສັດຫຼາຍສິບສະຕະວັດ ແລະ ສ້າງລະບອບປະຊາທິປະໄຕສາທາລະນະຂຶ້ນ” (5).
ຖະແຫຼງການເອກະລາດ ໄດ້ປະກາດຢ່າງສົມກຽດເຖິງການກຳເນີດຂອງສາທາລະນະລັດປະຊາທິປະໄຕຫວຽດນາມ, ລົບລ້າງອຳນາດລ່າເມືອງຂຶ້ນ ແລະ ສັກດິນາຢ່າງສິ້ນເຊີງ, ຢືນຢັນສິດເສລີພາບ ແລະ ເອກະລາດຂອງຊາດຫວຽດນາມ ຕໍ່ໜ້າປວງຊົນຫວຽດນາມ ແລະ ທົ່ວໂລກວ່າ: “ຊາດໜຶ່ງທີ່ໄດ້ຕໍ່ສູ້ຢ່າງກ້າຫານຕ້ານແອກຂ້າທາດຂອງຝຣັ່ງມາກວ່າ 80 ປີ, ຊາດໜຶ່ງທີ່ໄດ້ຢືນຢູ່ຝ່າຍສຳພັນທະມິດຕໍ່ຕ້ານຟາດຊິດຢ່າງກ້າຫານມາຫຼາຍປີ, ຊາດນັ້ນຕ້ອງໄດ້ຮັບເສລີພາບ! ຊາດນັ້ນຕ້ອງໄດ້ຮັບເອກະລາດ!” (6).
ຕອນທ້າຍຂອງຖະແຫຼງການ ຢືນຢັນວ່າ: “ຫວຽດນາມມີສິດໄດ້ຮັບເສລີພາບ ແລະ ເອກະລາດ, ແລະ ໃນຄວາມເປັນຈິງ ຫວຽດນາມໄດ້ກາຍເປັນປະເທດເສລີ ແລະ ເອກະລາດແລ້ວ. ປວງຊົນຫວຽດນາມທັງຊາດ ຕັດສິນໃຈສະຫຼະທຸກຈິດໃຈ ແລະ ກຳລັງ, ຊີວິດ ແລະ ຊັບສິນ ເພື່ອຮັກສາສິດເສລີພາບ ແລະ ເອກະລາດນັ້ນໃຫ້ໝັ້ນຄົງ” (7).
ຖະແຫຼງການເອກະລາດ ບໍ່ພຽງແຕ່ເປັນເອກະສານທາງປະຫວັດສາດ ແລະ ກົດໝາຍທີ່ມີຄວາມໝາຍສຳຄັນເປັນພິເສດ ແຕ່ຍັງເປັນບົດວີລະກຳທີ່ສະແດງເຖິງຄວາມປາຖະໜາອັນແຮງກ້າກ່ຽວກັບສິດທິມະນຸດ, ສິດຂອງຊາດໃນການດຳລົງຊີວິດຢູ່ໃນເອກະລາດ ແລະ ເສລີພາບ. ນັບແຕ່ເວລານັ້ນ, ປະຫວັດສາດຂອງຊາດໄດ້ເປີດໜ້າໃໝ່, ປະຊາຊົນຫວຽດນາມຈາກຖານະຂ້າທາດ ໄດ້ກາຍເປັນເຈົ້າຂອງປະເທດ, ເປັນເຈົ້າຂອງຊະຕາກຳຂອງຕົນເອງ; ຊາດຫວຽດນາມກ້າວເຂົ້າສູ່ຍຸກສະໄໝໃໝ່ - ຍຸກສະໄໝເອກະລາດແຫ່ງຊາດທີ່ຜູກພັນກັບສັງຄົມນິຍົມ. ສຳລັບມະນຸດຊາດ, ຖະແຫຼງການເອກະລາດຂອງຫວຽດນາມ ແມ່ນແຫຼ່ງກຳລັງໃຈໃຫ້ແກ່ຂະບວນການປົດປ່ອຍຊາດ, ປະກອບສ່ວນເຂົ້າໃນພາລະກິດຕໍ່ສູ້ເພື່ອສັນຕິພາບ ແລະ ຄວາມກ້າວໜ້າທາງສັງຄົມ.
![]() |
| ຖະແຫຼງການສະບັບນີ້ ໄດ້ຮັບການເຜີຍແຜ່ໄປທົ່ວໂລກໂດຍສຳນັກຂ່າວສານຫວຽດນາມ ເປັນ 3 ພາສາ ຄື: ພາສາຫວຽດນາມ, ພາສາອັງກິດ ແລະ ພາສາຝຣັ່ງ ໃນວັນທີ 15/9/1945. |
ຄົບໄຟສ່ອງທາງໃຫ້ແກ່ພາລະກິດສ້າງສາ ແລະ ພັດທະນາປະເທດ
ຕະຫຼອດ 81 ປີຜ່ານມາ, ພາຍໃຕ້ການນຳພາຂອງພັກ, ສຽງກ້ອງກັງວານຂອງຄຳສາບານເອກະລາດ ພ້ອມກັບແນວຄິດອະມະຕະ “ບໍ່ມີຫຍັງປະເສີດໄປກວ່າເອກະລາດ, ເສລີພາບ”, ປວງຊົນຫວຽດນາມທັງຊາດໄດ້ສາມັກຄີ, ເປັນນ້ຳໜຶ່ງໃຈດຽວກັນ, ນຳພາການປະຕິວັດຫວຽດນາມກ້າວເດີນຢ່າງໝັ້ນຄົງ, ຍາດໄດ້ບັນດາໄຊຊະນະທາງປະຫວັດສາດທີ່ມີຄວາມໝາຍແຫ່ງຍຸກສະໄໝ; ດຳເນີນການຕໍ່ຕ້ານລັດທິລ່າເມືອງຂຶ້ນຝຣັ່ງ ແລະ ຈັກກະພັດອາເມລິກາຜູ້ຮຸກຮານຈົນໄດ້ຮັບໄຊຊະນະ, ປົດປ່ອຍພາກໃຕ້, ໂຮມປະເທດເປັນເອກະພາບ; ປະຕິບັດພາລະກິດປ່ຽນໃໝ່ຢ່າງສຳເລັດຜົນ ແລະ ກ້າວເດີນຢ່າງໝັ້ນຄົງຂຶ້ນສູ່ສັງຄົມນິຍົມ.
ຈາກດິນແດນໜຶ່ງທີ່ຍັງບໍ່ມີຊື່ຢູ່ໃນແຜນທີ່ໂລກ, ຈາກປະເທດໜຶ່ງທີ່ຖືກສົງຄາມທຳລາຍຢ່າງໜັກໜ່ວງ, ຫວຽດນາມໄດ້ກ້າວຂຶ້ນກາຍເປັນສັນຍາລັກແຫ່ງສັນຕິພາບ, ສະຖຽນລະພາບ, ຄວາມເປັນມິດແລະຕ້ອນຮັບແຂກ, ເປັນຈຸດໝາຍປາຍທາງຂອງບັນດານັກລົງທຶນ ແລະ ນັກທ່ອງທ່ຽວສາກົນ.
ຈາກເສດຖະກິດທີ່ມີຂະໜາດນ້ອຍ, ຫວຽດນາມໄດ້ກ້າວຂຶ້ນກາຍເປັນໜຶ່ງໃນບັນດາເສດຖະກິດທີ່ມີຄວາມຄຶກຄື້ນຂອງພາກພື້ນ. ໃນປີ 2025, GDP ເພີ່ມຂຶ້ນ 8,02%, ຈັດຢູ່ໃນກຸ່ມບັນດາເສດຖະກິດທີ່ມີອັດຕາເຕີບໂຕສູງໃນພາກພື້ນ ແລະ ໂລກ. ທ່າອ່ຽງເຕີບໂຕສືບຕໍ່ຮັກສາໄວ້ໃນປີ 2026. ໃນ 6 ເດືອນຕົ້ນປີ, GDP ເພີ່ມຂຶ້ນ 8,18% ທຽບໃສ່ໄລຍະດຽວກັນຂອງປີກ່ອນ. ນີ້ແມ່ນພື້ນຖານສຳຄັນເພື່ອໃຫ້ເສດຖະກິດສືບຕໍ່ມຸ່ງສູ່ເປົ້າໝາຍເຕີບໂຕສອງຕົວເລກ.
ຖ້າການເຕີບໂຕທາງເສດຖະກິດແມ່ນແຮງຊຸກຍູ້, ມະນຸດກໍແມ່ນເປົ້າໝາຍ ແລະ ເປັນປະທານຂອງຂະບວນການພັດທະນາ. ວຽກງານຫຼຸດຜ່ອນຄວາມທຸກຍາກ ແມ່ນໜຶ່ງໃນບັນດາຜົນສຳເລັດທີ່ໂດດເດັ່ນ. ຮອດທ້າຍປີ 2025, ອັດຕາຄວາມທຸກຍາກຫຼາຍມິຕິ ເຊິ່ງລວມທັງອັດຕາຄອບຄົວທຸກຍາກ ແລະ ຄອບຄົວໃກ້ຄຽງຄວາມທຸກຍາກ ໃນທົ່ວປະເທດ ຫຼຸດລົງເຫຼືອ 2,95%.
ຄຽງຄູ່ກັນນັ້ນ, ການພົວພັນຕ່າງປະເທດ ແລະ ການເຊື່ອມໂຍງສາກົນ ນັບມື້ນັບເປີດກວ້າງ, ເລິກເຊິ່ງ ແລະ ມີປະສິດທິຜົນ. ປັດຈຸບັນ ຫວຽດນາມໄດ້ສ້າງຕັ້ງການພົວພັນການທູດກັບ 194 ປະເທດ; ສ້າງເຄືອຂ່າຍການພົວພັນຄູ່ຮ່ວມຍຸດທະສາດ ແລະ ຄູ່ຮ່ວມຮອບດ້ານກັບ 37 ປະເທດ; ເຂົ້າຮ່ວມຫຼາຍກວ່າ 70 ອົງການ ແລະ ເວທີປາໄສສາກົນທີ່ສຳຄັນ, ພ້ອມທັງລົງນາມ ແລະ ປະຕິບັດຫຼາຍສັນຍາການຄ້າເສລີລຸ້ນໃໝ່.
ໃນຍຸກສະໄໝໃໝ່ທີ່ມີທັງກາລະໂອກາດ ແລະ ສິ່ງທ້າທາຍສະຫຼັບສັບຊ້ອນກັນ, ພັກສືບຕໍ່ສະແດງບົດບາດນຳພາດ້ວຍບັນດາການຕັດສິນໃຈຄັ້ງໃຫຍ່ທີ່ມີລັກສະນະຍຸດທະສາດ ແລະ ຍາວນານ. ກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກ ໄດ້ວາງເປົ້າໝາຍພັດທະນາປະເທດຮອດກາງສະຕະວັດທີ XXI ໃຫ້ກາຍເປັນປະເທດພັດທະນາທີ່ມີລາຍຮັບສູງ; ສ້າງພັກ ແລະ ລະບົບການເມືອງໃຫ້ປອດໃສ, ເຂັ້ມແຂງ, ເຄື່ອນໄຫວຢ່າງຄ່ອງຕົວ, ມີສິດທິຜົນ ແລະ ປະສິດທິຜົນ; ສ້າງລັດແຫ່ງກົດໝາຍສັງຄົມນິຍົມຂອງປະຊາຊົນ, ໂດຍປະຊາຊົນ ແລະ ເພື່ອປະຊາຊົນ; ພັດທະນາປະເທດບົນພື້ນຖານວິທະຍາສາດ, ເຕັກໂນໂລຊີ, ນະວັດຕະກຳ ແລະ ການຫັນປ່ຽນດິຈິຕອນ; ພັດທະນາວັດທະນະທຳ ແລະ ຄົນຫວຽດນາມໃຫ້ກາຍເປັນພື້ນຖານ, ແຫຼ່ງກຳລັງພາຍໃນ ແລະ ແຮງຊຸກຍູ້ທີ່ສຳຄັນ; ສ້າງເສດຖະກິດເອກະລາດ, ເພິ່ງຕົນເອງ, ເປັນເຈົ້າການເຊື່ອມໂຍງສາກົນຢ່າງເລິກເຊິ່ງ ແລະ ກວ້າງຂວາງ; ປັບປຸງການປ້ອງກັນຊາດ ແລະ ຄວາມໝັ້ນຄົງໃຫ້ເຂັ້ມແຂງ.
ບັນດາຄຸນຄ່າອະມະຕະຂອງຖະແຫຼງການເອກະລາດໃນຄັ້ງກ່ອນ ສືບຕໍ່ເປັນຄົບໄຟສ່ອງທາງ, ປຸກລະດົມຢ່າງແຮງກ້າເຖິງເຈດຈຳນົງເພິ່ງຕົນເອງ, ຄວາມປາຖະໜາອຸທິດຕົນ ແລະ ສ້າງສາຫວຽດນາມໃຫ້ຮັ່ງມີ, ຜາສຸກ ຂອງທົ່ວພັກ, ທົ່ວກອງທັບ ແລະ ປະຊາຊົນທັງປວງ.
ຈິດໃຈມຸ່ງໝັ້ນ “ຮັກສາສິດເສລີພາບ ແລະ ເອກະລາດໃຫ້ໝັ້ນຄົງ” ໃນຍຸກສະໄໝໃໝ່ ບໍ່ພຽງແຕ່ວັດແທກດ້ວຍຄວາມສາມາດປົກປັກຮັກສາອະທິປະໄຕເໜືອດິນແດນ ແຕ່ຍັງແມ່ນຄວາມສາມາດສ້າງເສດຖະກິດເອກະລາດ, ເພິ່ງຕົນເອງ, ມີຄວາມທົນທານສູງ, ມີຂີດຄວາມສາມາດແຂ່ງຂັນສາກົນ, ເປັນເຈົ້າການເຊື່ອມໂຍງຢ່າງເລິກເຊິ່ງ ແຕ່ບໍ່ເພິ່ງພາ; ພັດທະນາຢ່າງແຂງແຮງດ້ານວິທະຍາສາດ, ເຕັກໂນໂລຊີ, ນະວັດຕະກຳ ແລະ ການຫັນປ່ຽນດິຈິຕອນ; ກຳແໜ້ນບັນດາຂົງເຂດເຕັກໂນໂລຊີຍຸດທະສາດ; ສ້າງກຳລັງການຜະລິດໃໝ່ ແລະ ວິທີການຜະລິດໃໝ່.
ຄວາມປາຖະໜາ “ທຽບທັນກັບບັນດາປະເທດມະຫາອຳນາດໃນຫ້າທະວີບ” ທີ່ປະທານໂຮ່ຈິມິນຝາກໄວ້ໃຫ້ແກ່ຄົນຫວຽດນາມຮຸ່ນຕ່າງໆ ໃນມື້ນີ້ໄດ້ກາຍເປັນຄວາມຮຽກຮ້ອງຕ້ອງການຕົວຈິງຂອງການພັດທະນາ, ສະແດງອອກຜ່ານແນວຄິດກ້າຄິດ, ກ້າເຮັດ, ກ້າປ່ຽນໃໝ່, ກຳແໜ້ນວິທະຍາສາດ ແລະ ເຕັກໂນໂລຊີ, ນະວັດຕະກຳ, ຊຸກຍູ້ການເຕີບໂຕ, ນຳພາປະເທດພັດທະນາຢ່າງກ້າວກະໂດດ.
ໂດຍສະເພາະ, ບັນດາຄຸນຄ່າກ່ຽວກັບສິດທິມະນຸດທີ່ປະທານໂຮ່ຈິມິນໄດ້ລິເລີ່ມໄວ້ໃນຖະແຫຼງການເອກະລາດ ແມ່ນບັນດາຄຸນຄ່າອະມະຕະ. ຖະແຫຼງການໄດ້ເຊີດຊູສິດໃນການມີຊີວິດ, ສິດເສລີພາບ ແລະ ສິດໃນການສະແຫວງຫາຄວາມຜາສຸກ, ກາຍເປັນພື້ນຖານໃຫ້ລັດຖະທຳມະນູນ ແລະ ກົດໝາຍຫວຽດນາມ ຢືນຢັນຖານະໃຈກາງຂອງປະຊາຊົນໃນຊີວິດການເມືອງ - ສັງຄົມ.
ໃນຍຸກສະໄໝໃໝ່, ຍຸກສະໄໝແຫ່ງນະວັດຕະກຳ, ການຫັນປ່ຽນດິຈິຕອນ ແລະ ການເຊື່ອມໂຍງຢ່າງເລິກເຊິ່ງ, ການສົ່ງເສີມບົດບາດເປັນປະທານຂອງປະຊາຊົນ ຍິ່ງມີຄວາມໝາຍຕັດສິນ. ປະຊາຊົນບໍ່ພຽງແຕ່ເປັນຜູ້ໄດ້ຮັບຜົນປະໂຫຍດ ແຕ່ຍັງເປັນແຫຼ່ງກຳລັງສ້າງສັນອັນມະຫາສານ. ການປະຕິບັດທັດສະນະ “ປະຊາຊົນແມ່ນຮາກຖານ” ຢ່າງເຖິງຖອງ, ຖືປະຊາຊົນເປັນໃຈກາງ ແລະ ເປັນປະທານຂອງທຸກການຕັດສິນໃຈ ແມ່ນເສັ້ນທາງພື້ນຖານເພື່ອປັບປຸງ “ທ່າຮົບດ້ານຈິດໃຈປະຊາຊົນ”, ສ້າງກຳລັງພາຍໃນທີ່ຍືນຍົງ, ນຳພາປະເທດກ້າວໄປຢ່າງແຂງແຮງ ແລະ ໝັ້ນຄົງ ໃນຍຸກສະໄໝໃໝ່ແຫ່ງການພັດທະນາ.
81 ປີໄດ້ຜ່ານພົ້ນໄປ ແຕ່ຄຳຮຽກຮ້ອງຂອງປະທານໂຮ່ຈິມິນ: “ປວງຊົນຫວຽດນາມທັງຊາດ ຕັດສິນໃຈສະຫຼະທຸກຈິດໃຈ ແລະ ກຳລັງ, ຊີວິດ ແລະ ຊັບສິນ ເພື່ອຮັກສາສິດເສລີພາບ ແລະ ເອກະລາດນັ້ນໃຫ້ໝັ້ນຄົງ” ໃນຖະແຫຼງການເອກະລາດ ຈົນເຖິງມື້ນີ້ຍັງຄົງກ້ອງກັງວານໄປທົ່ວພູຜາແມ່ນ້ຳ. ຄຳຮຽກຮ້ອງນັ້ນ ມີພະລັງຊຸກຍູ້ຢ່າງແຮງກ້າໃຫ້ທົ່ວພັກ, ທົ່ວປະຊາຊົນ ແລະ ທົ່ວກອງທັບ ຜ່ານຜ່າທຸກຄວາມຫຍຸ້ງຍາກ, ສິ່ງທ້າທາຍ, ປະຕິບັດມະຕິກອງປະຊຸມຜູ້ແທນທົ່ວປະເທດຄັ້ງທີ XIV ຂອງພັກໃຫ້ສຳເລັດຜົນ, ປະຕິບັດສອງເປົ້າໝາຍຍຸດທະສາດ 100 ປີໃຫ້ສຳເລັດ, ຫັນຄວາມປາຖະໜາພັດທະນາປະເທດໃຫ້ເຂັ້ມແຂງຮຸ່ງເຮືອງ, ທຽບທັນກັບບັນດາປະເທດມະຫາອຳນາດໃນຫ້າທະວີບ ດັ່ງທີ່ລຸງໂຮ່ຜູ້ເປັນທີ່ຮັກແພງເຄີຍປາຖະໜາ.
(1), (2), (3), (4), (5), (6), (7): ຄັດຈາກ ຖະແຫຼງການເອກະລາດ, ໂຮ່ຈິມິນ - ນິພົນຄົບຊຸດ, ສຳນັກພິມຈຳໜ່າຍການເມືອງແຫ່ງຊາດ - ສຶເຖິດ, 2011, ເຫຼັ້ມ 4, ໜ້າ 1, 2, 3.
ຍສໝ - ມຸ່ງໄປສູ່ການສະເຫຼີມສະຫຼອງ 81 ປີແຫ່ງໄຊຊະນະຂອງການປະຕິວັດເດືອນສິງຫາ (19/8/1945 - 19/8/2026) ແລະ 81 ປີແຫ່ງວັນຊາດ 2/9 ຂອງສາທາລະນະລັດສັງຄົມນິຍົມຫວຽດນາມ (2/9/1945 - 2/9/2026), ຮ່າໂນ້ຍໄດ້ດຳເນີນການປະດັບປະດາ, ໂຄສະນາ ແລະ ປຸກລະດົມດ້ວຍຮູບພາບຢູ່ຕາມຫຼາຍສາຍທາງ, ເຂດໃຈກາງ ແລະ ສະຖານທີ່ສາທາລະນະ, ສ້າງບັນຍາກາດທີ່ສະຫງ່າງາມ ແລະ ເບີກບານມ່ວນຊື່ນໃນບັນດາວັນບຸນໃຫຍ່. |
ຍສໝ - ວັນທີ 24/8, ສະຖານທູດຫວຽດນາມປະຈຳສິງກະໂປ ໄດ້ຈັດພິທີລະນຶກ 81 ປີ ວັນຊາດແຫ່ງສາທາລະນະລັດສັງຄົມນິຍົມຫວຽດນາມ (2/9/1945 - 2/9/2026), ໂດຍມີການເຂົ້າຮ່ວມຂອງທ່ານ ເຈິ່ນເກີ່ມຕູ໋, ກຳມະການກົມການເມືອງ, ຜູ້ປະຈຳການຄະນະເລຂາທິການ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງຫວຽດນາມ. |
ມິງດຶກ

