100 ປີແຫ່ງວັນເກີດຂອງທ່ານ Fidel Castro: ມິດຕະພາບຍືນຍົງຄູ່ກັບກວາງຈິ

14:30 | 15/08/2026

ຍສໝ - ວັນທີ 13/8, ພິທີລະນຶກຄົບຮອບ 100 ປີແຫ່ງວັນເກີດປະທານ Fidel Castro Ruz ໄດ້ຈັດຂຶ້ນຢ່າງສົມກຽດທີ່ແຂວງກວາງຈິ - ທ້ອງຖິ່ນທີ່ຜູກພັນກັບການຢ້ຽມຢາມຄັ້ງປະຫວັດສາດຂອງຜູ້ນຳການປະຕິວັດກູບາ ມາຍັງເຂດປົດປ່ອຍພາກໃຕ້ຫວຽດນາມ ໃນປີ 1973, ເຊິ່ງເປັນຂີດໝາຍພິເສດໃນການພົວພັນ ຫວຽດນາມ - ກູບາ.

ຄວາມຊົງຈຳກ່ຽວກັບມິດສະຫາຍຜູ້ຍິ່ງໃຫຍ່ Fidel Castro ໄຂຊຸດກິດຈະກຳສະເຫຼີມສະຫຼອງປະທານ ໂຮ່ຈີມິນ ແລະ ຜູ້ບັນຊາການສູງສຸດ Fidel Castro

ເຫດການດັ່ງກ່າວ ຈັດຂຶ້ນໂດຍກະຊວງການຕ່າງປະເທດ ປະສານສົມທົບກັບຄະນະປະຊາຊົນແຂວງກວາງຈິ ແລະ ສະຖານທູດກູບາປະຈຳຫວຽດນາມ.

ເຂົ້າຮ່ວມພິທີລະນຶກ ມີການນຳແຂວງກວາງຈິ, ການນຳກະຊວງການຕ່າງປະເທດ, ທ່ານເອກອັກຄະລັດຖະທູດ ແລະ ພະນັກງານສະຖານທູດກູບາປະຈຳຫວຽດນາມ, ຜູ້ຕາງໜ້າສະຫະພັນບັນດາອົງການມິດຕະພາບຫວຽດນາມ, ສະມາຄົມມິດຕະພາບຫວຽດນາມ - ກູບາ, ການນຳບັນດາພະແນກ, ຂະແໜງການ ພ້ອມດ້ວຍປະຊາຊົນຊັ້ນຕ່າງໆ, ພະນັກງານ, ກຳລັງປະກອບອາວຸດ ແລະ ນັກຮຽນແຂວງກວາງຈິ ເປັນຈຳນວນຫຼາຍ.

100 ປີແຫ່ງວັນເກີດຂອງທ່ານ Fidel Castro: ມິດຕະພາບຍືນຍົງຄູ່ກັບກວາງຈິ
ພິທີລະນຶກ 100 ປີແຫ່ງວັນເກີດຂອງທ່ານປະທານ Fidel Castro Ruz ທີ່ສວນສາທາລະນະ Fidel Castro (ເມືອງດົງຮ່າ, ແຂວງກວາງຈິ).

ກວາງຈິ ແມ່ນສະຖານທີ່ທີ່ຜູກພັນກັບຂີດໝາຍພິເສດໃນການພົວພັນ ຫວຽດນາມ - ກູບາ. ວັນທີ 15/9/1973, ພຽງບໍ່ເທົ່າໃດເດືອນພາຍຫຼັງສັນຍາປາຣີໄດ້ຮັບການລົງນາມ ແລະ ໃນຂະນະທີ່ສົງຄາມຍັງດຳເນີນຢູ່, ທ່ານປະທານ Fidel Castro ໄດ້ກາຍເປັນປະມຸກລັດຕ່າງປະເທດຄົນທຳອິດ ແລະ ຄົນດຽວທີ່ໄປຢ້ຽມຢາມເຂດປົດປ່ອຍພາກໃຕ້ຫວຽດນາມ ທີ່ກວາງຈິ.

ໃນການຢ້ຽມຢາມຄັ້ງນັ້ນ, ຜູ້ນຳການປະຕິວັດກູບາ ໄດ້ໄປຢ້ຽມຢາມຂົວຮ່ຽນເລືອງ, ໂດກມ໊ຽວ, ດົງຮ່າ, ກາມໂລະ, ສຳນັກງານລັດຖະບານປະຕິວັດຊົ່ວຄາວສາທາລະນະລັດພາກໃຕ້ຫວຽດນາມ ແລະ ເນີນສູງ 241 ເຕິນເລິມ. ພາບຂອງທ່ານປະທານ Fidel Castro ຢູ່ກວາງຈິ ພ້ອມກັບຄຳເວົ້າ “ເພື່ອຫວຽດນາມ, ກູບາພ້ອມແລ້ວທີ່ຈະອຸທິດເລືອດຂອງຕົນເອງ” ໄດ້ກາຍເປັນສັນຍາລັກແຫ່ງຄວາມສາມັກຄີລະຫວ່າງສອງຊາດ.

ກ່າວຄຳປາໄສໃນພິທີລະນຶກ, ທ່ານ ເລດຶກຕ໋ຽນ, ຮອງປະທານຄະນະປະຊາຊົນແຂວງກວາງຈິ ເນັ້ນໜັກເຖິງບັນດາການປະກອບສ່ວນຂອງທ່ານປະທານ Fidel Castro ຕໍ່ການພົວພັນ ຫວຽດນາມ - ກູບາ ແລະ ຄວາມຮັກແພງພິເສດທີ່ທ່ານມີຕໍ່ຫວຽດນາມໃນຊຸມປີສົງຄາມ. ຕາມທ່ານ, ພິທີລະນຶກແມ່ນໂອກາດເພື່ອລະນຶກເຖິງເພື່ອນມິດຜູ້ໃຫຍ່ຂອງປະຊາຊົນຫວຽດນາມ, ພ້ອມທັງທົບທວນຄືນການພົວພັນມິດຕະພາບພິເສດລະຫວ່າງສອງປະເທດ.

ທ່ານ ເລດຶກຕ໊ຽນ ໃຫ້ຮູ້ວ່າ ຄະນະພັກ, ອຳນາດການປົກຄອງ ແລະ ປະຊາຊົນກວາງຈິ ຈະສືບຕໍ່ຮັກສາ ແລະ ພູນສ້າງບັນດາຄຸນຄ່າທີ່ທ່ານປະທານ ໂຮ່ຈີມິນ ແລະ ທ່ານປະທານ Fidel Castro ໄດ້ວາງຮາກຖານ, ພ້ອມກັບບັນດາອົງການສູນກາງ, ສະຖານທູດກູບາປະຈຳຫວຽດນາມ ແລະ ບັນດາຄູ່ຮ່ວມມືກູບາ ນຳການພົວພັນສອງປະເທດນັບມື້ນັບເຂົ້າສູ່ລວງເລິກ, ແທດຈິງ ແລະ ມີປະສິດທິຜົນ.

ທ່ານ Rogelio Polanco Fuentes, ເອກອັກຄະລັດຖະທູດກູບາປະຈຳຫວຽດນາມ ສະແດງຄວາມຊາບຊຶ້ງຕໍ່ການຈັດພິທີລະນຶກຢູ່ກວາງຈິ ແລະ ຄວາມຮັກແພງທີ່ປະຊາຊົນຫວຽດນາມລຸ້ນຕ່າງໆມີຕໍ່ທ່ານປະທານ Fidel Castro. ທ່ານເອກອັກຄະລັດຖະທູດ ຂອບໃຈຄວາມສາມັກຄີ ແລະ ການສະໜັບສະໜູນຂອງພັກ, ລັດ ແລະ ປະຊາຊົນຫວຽດນາມທີ່ມີຕໍ່ກູບາ, ພ້ອມທັງຢືນຢັນວ່າ ມິດຕະພາບລະຫວ່າງສອງປະເທດຈະສືບຕໍ່ໄດ້ຮັບການຮັກສາ ແລະ ພັດທະນາຈາກຄົນລຸ້ນຕ່າງໆ.

ໃນພິທີລະນຶກ, ຜູ້ຕາງໜ້າບັນດາພະຍານປະຫວັດສາດ ແລະ ຄົນຮຸ່ນໜຸ່ມກວາງຈິ ໄດ້ສະແດງຄວາມຮັກແພງຕໍ່ກູບາ ແລະ ຄວາມປາດຖະໜາຢາກສືບຕໍ່ປະເພນີມິດຕະພາບລະຫວ່າງສອງຊາດ. ບັນດາຜູ້ແທນຍັງໄດ້ວາງດອກໄມ້ ເພື່ອລະນຶກເຖິງທ່ານປະທານ Fidel Castro ຢູ່ອະນຸສາວະລີຂອງທ່ານໃນສວນສາທາລະນະ Fidel Castro.

100 ປີແຫ່ງວັນເກີດຂອງທ່ານ Fidel Castro: ມິດຕະພາບຍືນຍົງຄູ່ກັບກວາງຈິ
ບັນດາຜູ້ແທນວາງດອກໄມ້ ເພື່ອລະນຶກເຖິງທ່ານປະທານ Fidel Castro.

ໃນວັນທີ 13/8 ເຊັ່ນດຽວກັນ, ທ່ານ ເລດຶກຕ໋ຽນ, ຮອງປະທານຄະນະປະຊາຊົນແຂວງກວາງຈິ ໄດ້ຕ້ອນຮັບທ່ານເອກອັກຄະລັດຖະທູດ Rogelio Polanco Fuentes. ສອງຝ່າຍໄດ້ແລກປ່ຽນກ່ຽວກັບການເພີ່ມທະວີການເຊື່ອມໂຍງລະຫວ່າງກວາງຈິກັບບັນດາທ້ອງຖິ່ນຂອງກູບາ ແລະ ຂະຫຍາຍການຮ່ວມມືໃນບັນດາຂົງເຂດທີ່ສອງຝ່າຍມີທ່າແຮງ ແລະ ຄວາມຕ້ອງການ, ໃນນັ້ນມີ ເສດຖະກິດ, ການຄ້າ, ກະສິກຳ, ພະລັງງານ, ວັດທະນະທຳ ແລະ ການທ່ອງທ່ຽວ.

ເປີດ​ຕົວ​ປຶ້ມ “Fidel Castro ແລະ ຫວຽດ​ນາມ - ຄວາມ​ອະ​ນຸ​ສອນ​ທີ່​ບໍ່​ສາ​ມາດ​ລືມ​ໄດ້” ເປີດ​ຕົວ​ປຶ້ມ “Fidel Castro ແລະ ຫວຽດ​ນາມ - ຄວາມ​ອະ​ນຸ​ສອນ​ທີ່​ບໍ່​ສາ​ມາດ​ລືມ​ໄດ້”
ຍ​ສ​ໝ - ທ່ານ​ນາງ Lianys Torres Rivera ເອກ​ອັກ​ຄະ​ລັດ​ຖ​ະ​ທູດປະ​ຈຳ​ຫວຽດ​ນາມ​ເນັ້ນ​ໜັກ​ວ່າ ປຶ້ມ Fidel Castro ແລະ ຫວຽດ​ນາມ - ຄວາມ​ອະ​ນຸ​ສອນ​ທີ່​ບໍ່​ສາ​ມາດ​ລືມ​ໄດ້” ໄດ້​ເວົ້າ​ເຖິງນ້ຳ​ໃຈ​ເພື່ອນ​ມິດ​ພິ​ເສດ​ລະ​ຫວ່າງ​ການ​ນຳ​ສອງ​ທ່ານ Fidel Castro ແລະ ໂຮ່​ຈີ​ມິນ ເວົ້າ​ສະ​ເພາະ​ກໍ່​ຄື​ນ້ຳ​ໃຈ​ມິດ​ຕະ​ພາບ​ໝັ້ນ​ແກ່ນ​ລະ​ຫວ່າງ​ກູ​ບາ ແລະ ຫວຽດ​ນາມ.
ຖະຫວາຍດອກໄມ້ເນື່ອງໃນໂອກາດວັນຄ້າຍວັນເກີດຄົບຮອບ 95 ປີຂອງຜູ້ນຳ ກູບາ Fidel Castro ຖະຫວາຍດອກໄມ້ເນື່ອງໃນໂອກາດວັນຄ້າຍວັນເກີດຄົບຮອບ 95 ປີຂອງຜູ້ນຳ ກູບາ Fidel Castro
ຍສໝ - ທີ່ພິທີ, ທ່ານ ເຈີ່ນແຄງໂ​ຟຍ, ຮອງຫົວໜ້າພະແນກການຕ່າງປະເທດ - ປະທານສະຫະພັນບັນດາອົງການຈັດຕັ້ງມິດຕະພາບແຂວງກວາງຈິ ໄດ້ຂຶ້ນກ່າວການເຄື່ອນໄຫວປະຕິວັດໂດຍ​ຫຍໍ້ຂອງຜູ້ນໍາກູບາ Fidel Castro.

ມິງດຶກ

ເບິ່ງເພີ່ມເຕີມໃນ: ການພົວພັນມິດຕະພາບ

ເບິ່ງເພີ່ມເຕີມ