10 ໝາກ​ຜົນ​ທີ່​ພົ້ນ​ເດັ່ນ​ຂອງ VUFO ໃນ​ປີ 2020

16:03 | 30/03/2021

ຍ​ສ​ໝ - ເມື່ອບໍ່ດົນມານີ້, ຢູ່​ຮ່າ​ໂນ້ຍ, ສະ​ຫະ​ສະ​ມາ​ຄົມ​ບັນ​ດາ​ອົງ​ການ​ມິດ​ຕະ​ພາບ ຫວຽດ​ນາມ (VUFO) ຈັດ​ກອງ​ປ​ະ​ຊຸມ​ສະຫຼຸບ​ວຽກ​ງານ ປີ 2020, ຜັນ​ຂະ​ຫຍາຍ​ວຽກ​ງານ​ປີ 2021. ການ​ເຄື່ອນ​ໄຫວ​ໜູນ​ຊ່ວຍ​ເພື່ອນ​ມິດ​ສາ​ກົນ​ໃນ​ໄລ​ຍະ​ເກີດ​ໂລກ​ລະ​ບາດ​ໂຄວິກ - 19 ນັບ​ ແຕ່​ຫົວ​ທີ​ແມ່ນ​ຈຸດ​ພົ້ນ​ເດັ່ນ​ຂອງ ຫວຽດ​ນາມ ແລະ​ຢັ້ງ​ຢືນ​ວ່າ ຫວຽດ​ນາມ​ແມ່ນ​ຊົນ​ຊາດ​ທີ່​ມີ​ຄວາມ​ຮັກ​ແພງ​ກັນ, ພ້ອມ​ແລ້ວ​ທີ່​ຈະ​ແບ່ງ​ທຸກ​ແບ່ງ​ສຸກ​ໃນ​ໄລ​ຍະ​ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກ. ຜ່ານ​ການ​ກະ​ທຳ​ນີ້, ຄຸນ​ນະ​ທາດ​ແຫ່ງ​ຊາດ​ໄດ້​ຜັນ​ຂະ​ຫຍາຍ​ຜ່ານ​ການ​ທູດປະ​ຊາ​ຊົນ.

10 ໝາກ ຜ ນ ທ ພ ນ ເດ ນ ຂອງ vufo ໃນ ປ 2020 VUFO ໄດ້ມອບໃບປະກາດຍ້ອງຍໍ ໃຫ້ແກ່ 50 ອົງການທີ່ບໍ່ຂຶ້ນກັບລັດຖະບານຕ່າງປະເທດ
10 ໝາກ ຜ ນ ທ ພ ນ ເດ ນ ຂອງ vufo ໃນ ປ 2020 VUFO ຈະພ້ອມກັບສະຖານທູດລາວ ເພື່ອເພີ່ມພູນຄູນສ້າງສາຍພົວພັນມິດຕະພາບ ແລະ ຄວາມສາມັກຄີພິເສດ ລະຫວ່າງ ສສ.ຫວຽດນາມ ແລະ ສປປ.ລາວ
10 ໝາກ ຜ ນ ທ ພ ນ ເດ ນ ຂອງ vufo ໃນ ປ 2020
ກອງ​ປ​ະ​ຊຸມ​ສະຫຼຸບ​ວຽກ​ງານ ປີ 2020, ຜັນ​ຂະ​ຫຍາຍ​ວຽກ​ງານ​ປີ 2021 ຂອງ VUFO

ຕາມ​ທ່ານ​ນາງ ຫງວຽນ​ເຟືອງ​ງານ ປະ​ທານ VUFO ແລ້ວ, ປີ 2020 ແມ່ນ​ປີ​ທີ​ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກ​ທີ່​ສຸດ ຂອງ ຫວຽດ​ນາມ​ເມື່ອ​ທັງ​ຕ້ອງ​ປະ​ເຊີນ​ໜ້າ​ກັບ​ໂລກ​ລະ​ບາດ​ໂຄວິດ - 19, ໄພ​ທຳ​ມະ​ຊາດ… ແຕ່​ວ່າ​ກໍ່​ຕ້ອງ​ເວົ້າ​ວ່ານີ້​ກໍ່​ແມ່ນ​ຜົນ​ສຳ​ເລັດ​ທີ່​ດີ​ທີ່​ສຸດ​ຂອງ ຫວຽດ​ນາມ. ນີ້​ແມ່ນ​ຈຸດ​ເວ​ລາ ທີ່ຊ​າວ ຫວຽດ​ນາມສະ​ແດງ​ໃຫ້​ເຫັນ​ຄຸນ​ນະ​ທາດຂອງ​ຕົນ.

​ປີ 2020, ຫວຽດ​ນາມ​ແມ່ນ​ໜຶ່ງ​ໃນ 10 ປະ​ເທດ​ມີ​ອັດ​ຕາ​ກາ​ນ​ເຕີບ​ໂຕ GDP ສູງ​ທີ່​ສຸດ ເມື່ອ ການ​ເຕີບ​ໂຕ​ບັນ​ລຸ​ຜົນ​ເປັນ​ບວກ​ຢູ່​ລະ​ດັບ 2,91%. ຂອບ​ຂະ​ໜາດ​ດ້ານ​ເສດ​ຖະ​ກິດ​ເພີ່ມ​ຂຶ້ນ 1.4 ເທົ່າ, ຢືນ​ຢູ່​ອັນ​ດັບ​ທີ 4 ໃນ​ພາກ​ພື້ນ. ພິ​ເສດ, ດັດ​ຊະ​ນີ​ປ່ຽນ​ແປງ​ໃໝ່​ປະ​ດິດ​ຄິດ​ສ້າງ​ທົ່ວ​ໂລກ​ຂອງ ຫວຽດ​ນາມ ໄດ້​ຈັດ​ຢູ່​ລຳ​ດັບ​ທີ 42/181 ປະ​ເທດ ແລະ ຢືນ​ຢູ່​ແຖ​ວໜ້າ​ໃນ​ຈຳ​ນວນ 29 ປະ​ເທດ​ມີ​ລາຍ​ຮັບເທົ່າ​ທຽມ​ກັນ.

ໃນ​ຜົນ​ສຳ​ເລັດ​ລວມ​ຂອງ​ທົ່ວ​ປະ​ເທດ, ຜ່າ​ນ​ຜ່າ​ໂລກ​ລະ​ບາດ​ໂຄວິດ - 19 ແມ່ນ​ຜົນ​ງານມ​ະ​ຫັດ​ສະ​ຈັນ, ແຕ່​ໄດ້​ຮັບ​ການຍອມ​ຮັບ​ຈາກ​ໂລກ​ແມ່ນ​ວິ​ທີ​ເຊິ່ງ​ຫວຽດ​ນາມ​ຜ່ານ​ຜ່າ​ໂລກ​ລະ​ບາດ ໂຄວິດ - 19: ຫວຽດ​ນາມ ຮັກ​ແພງ​ກັນ, ຮ່ວມ​ແຮ​ງ​ຮ່ວມ​ໃຈ​ແຕ່​ການ​ຊີ້​ນຳ​ຂອງ​ພັກ, ລັດ​ຕະຫຼອດ​ຮອດ​ວິ​ທີ​ການ​ປະ​ຕິ​ບັດ, ເຈັບ​ຈຳ​ນົງ​ຂອງ​ປະ​ຊາ​ຊົນ​. ຫວຽດ​ນາມ​ກາຍ​ເປັນ​ແບບ​ຢາງ​ທີ່​ດີ​ເດັນ​ຂອງ​ຜົນ​ສຳ​ເລັດ​ໃນ​ການຮັບ​ມື​ກັບ​ໂລກ​ລະ​ບາດ​ໂຄວິກ -19.

ໃນ​ສະ​ພາບ​ການ​ນັ້ນ​ຂອງ​ປະ​ເທດ, VUFO ໄດ້​ສຳ​ເລັດ​ປະ​ລິ​ມານວ​ຽກ​ງານ​ທີ່​ໃຫຍ່ຫຼວງ ດ້ວຍ​ຄຸນ​ນະ​ພາ​ບ​ສູງ​ນັ້ນ​ແມ່ນ:

ທີ່​ໜຶ່ງ, VUFO ໄດ້​ປ່ຽນ​ແປງ​ວິ​ທີ​ການ​ເຄື່ອນ​ໄຫວ​ໂດຍ​ໄວ​ເພື່ອ​ຮັບ​ມື​ກັບ​ໂລກ​ລະ​ບາດ​ໂຄວິດ - 19, ປ່ຽນ​ແປງວິ​ທີການຈັດ​ຕັ້ງ​ການ​ພົບ​ປະ, ແລກ​ປ່ຽ​ນເປັນ​ທາງ​ອອນ​ລາຍ, ໜູນ​ຊ່ວຍ​ເພື່ອນ​ມິດ​ສາ​ກົນ, ສ້າງ​ຈຸດ​ພົ້ນ​ເດັ່ນ​ໃຫ້​ແກ່​ຫວຽດ​ນາມ, ຢັ້ງ​ຢືນ​ວ່າ ຫວຽດ​ນາ​ແມ່ນ​ປະ​ເທດ​ຮັກ​ແພງ​ກັນ, ພ້ອມ​ແລ້ວ​ທີ່​ຈະ​ແບ່ງ​ທຸກ​ແບ່ງ​ສຸກ​ກັບ​ເພື່ອນ​ມິດ​ໃນ​ໄລ​ຍະ​ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກ.

ທີ່ ສອງ, VUFO ກໍ່​ໄດ້​ຈັດ​ຕັ້ງ​ສຳ​ເລັດຫຼາຍ​ເຫດ​ການ​ດ້ານ​ການ​ເມືອງ​ທີ່​ສຳ​ຄັນ​ຄື: ພິທີສະເຫຼີມສະຫຼອງ 70 ປີແຫ່ງວັນສ້າງຕັ້ງສາຍພົວພັນທາງການທູດລະຫວ່າງຫວຽດນາມ - ຈີນ, 70 ປີແຫ່ງວັນສະມາຄົມມິດຕະພາບຫວຽດນາມ - ໂຊວຽດ/ຫວຽດນາມ - ສະຫະພັນລັດເຊຍ, 25 ປີແຫ່ງການສ້າງຕັ້ງສາຍພົວພັນການທູດຫວຽດນາມ - ອາເມລິກາ. ພິທີສະເຫຼີມສະຫຼອງ 60 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດລະຫວ່າງຫວຽດນາມແລະກູບາ…

ທີ່ ສາມ, VUFO ໄດ້​ຈັດ​ຕັ້ງ​ສຳ​ເລັດຫຼາຍ​ເຫດ​ການ​ໃຫຍ່​ຂອງ​ຫົວ​ໜ່ວຍ​ໃນ​ປີ 2020 ຄື ພິ​ທີ​ສະ​ເຫຼີມ​ສະຫຼອງ 70 ປີ​ແຫ່ງວັນ​ມູ​ນ​ເຊື້ອ ແລະ ກອງ​ປະ​ຊຸມ​ໃຫຍ່​ແຂ່ງ​ຂັນ​ຮັກ​ຊາດ…

ທີ່ ສີ່, VUFO ໄດ້​ຈັດ​ຕັ້ງ​ສຳ​ເລັດກອງ​ປະ​ຊຸມ​ໃຫຍ່​ບັນ​ດາ​ໜ່ວຍ​ພັກ ແລະ ກອງ​ປະ​ຊຸມ​ໃຫຍ່ ຄະ​ນະ​ພັກ ບົນ​ເນື້ອ​ໃນ​ຈິດ​ໃຈ​ເຄັ້ມ​ງວດ, ມີ​ຄຸນ​ນະ​ພາບ.

ທີ່ ຫ້າ, VUFO ໄດ້​ຈັດ​ຕັ້ງ​ສຳ​ເລັດ ເວ​ທີ​ປາ​ໄສ​ປະ​ຊາ​ຊົນ ອາ​ຊຽນ 2020 (APF 2020). ເວ​ທີ​ປາ​ໄສ​ໄດ້​ເສີມ​ຂະ​ຫຍາຍ​ກຳ​ລັງ​ແຮງ​ພາຍ​ໃນ​ກຸ່ມ​ຂອງ​ບັນ​ດາ​ອົງ​ການ​ປະ​ຊາ​ຊົນ​ຫວຽດາມ​ບົນ​ເນື້​ອ​ໃນ​ຈິດ​ໃຈ, ຄວາມ​ສາ​ມັກ​ຄີ​ຂອງ​ທົ່ວ​ລະ​ບົບ.

ທີ 6 ວຽກ​ງານ​ບໍ່​ຂຶ້ນ​ກັບ​ລັດ​ຖະ​ບານ​ຕ່າງ​ປະ​ເທດ ປີ 2020 ມີ​ການ​ຜັນ​ແປ​ຢ່າງ​ຈະ​ແຈ້ງ​ກ່ຽວ​ກັບ​ຄຸນ​ນະ​ພາບ. ຄະ​ນະ​ປະ​ສານ​ງານ​ໜູນ​ຊ່ວຍ​ປະ​ຊາ​ຊົນ - PACCOM ໄດ້​ສ່ວນ​ເຊື່ອ​ສຳ​ເລັດ​ບັນ​ດາ​ອົງ​ການ​ຈັດ​ຕັ້ງ​ບໍ່​ຂຶ້ນ​ກັບ​ລັດ​ຖະ​ບານ ໃນ​ການ​ໜູນ​ຊ່ວຍ​ການ​ປ້ອງ​ກັນ, ສະ​ກັດ​ກັ້ນ​ໂລກ​ລະ​ບາດ​ໂຄວິດ - 19 ຢູ່ ຫວຽດ​ນາມ.

ທີ່ ເຈັດ, ກ່ຽວ​ກັບ​ວ​ຽກ​ງານ​ຖະ​ແຫຼງ​ຂ່າວ​ຕ່າງ​ປະ​ເທດ VUFO ໄດ້​ປະ​ຕິ​ບັດ​ສຳ​ເລັດ ໜັງ​ເອ​ກະ​ສານ 3 ໜັງ​ກ່ຽວ​ກັບ​ກາ​ນ​ພົວ​ພັນ ຫວຽດ​ນາມ - ອາ​ເມ​ລິ​ກາ, ຫວຽດ​ນາມ - ກູ​ບາ ແລະ 70 ປີ​ແຫ່ງວັນ​ມູນ​ເຊື້ອ VUFO. ບັນ​ດາ​ຜະ​ລິດ​ຕະ​ພັນ​ນີ້ ໄດ້​ຮັບ​ການ​ຕີ​ລາ​ຄາ​ສູງ​ຈາກ​ບັນ​ດາ​ຫົວ​ໜ່ວຍ

ທີ່ ແປດ, ວຽກ​ງານ​ບູ​ລະ​ນະ​ກົງ​ຈັກ​ການ​ຈັດ​ຕັ້ງ​ພະ​ນັກ​ງານຫຼັກ​ແຫຼ່ງ VUFO ໄດ້​ປະ​ຕິ​ບັດ​ໃຫ້​ເປັນ​ຢ່າງ​ດີ.

ທີ່ ເກົ້າ, ກ່ຽວ​ກັບ​ການ​ຮັກ​ສາ​ການ​ປ່ຽ​ນ​ແປງ​ໃໝ່​ໃນ​ວຽກ​ງານ​ສ້າງ​ອົງ​ການ​ບັນ​ລຸ​ໄດ້​ການ​ພັດ​ທະ​ນາ​ກະ​ໂດດ​ຂັ້ນ. ຊີ​ວິດ​ການ​ເປັນ​ຢູ່​ຂອງ​ພະ​ນັກ​ງານ, ພາ​ລະ​ກອນ ໄດ້​ຍົກ​ສູງ.

ທີ່ ສິບ, ປີ 2020, VUFO ໄດ້​ເສີມ​ຂະ​ຫຍາຍ​ກຳ​ລັງ​ແຮງ​ຂອງ​ບັນ​ດາງ​ອົງ​ການ​ສະ​ມາ​ຊິກ, ກຳ​ລັງ​ແຮງ, ຄວາມ​ປະ​ດິດ​ຄິດ​ສ້າງ, ກຳ​ລັງ​ຜ່ານ​ຜ່າ​ຄວາມ​ຫຍຸ້ງ​ຍາກ​ຂອ​ງ​ບັນ​ດາ​ທ້ອງ​ຖິ່ນ ໄດ້​ສະ​ແດງ​ໃຫ້​ເຫັນ​ເມື່ອ​ເຂົ້າ​ຮ່ວມ, ຕອບ​ສະ​ໜອງ​ໄດ້​ຕາມ​ຂະ​ບວນ​ກາ​ນ​ປ້ອງ​ກັນ, ສະ​ກັດ​ກັ້ນ​ໂລກ​ລະ​ບາດ ໂຄວິດ - 19, ໜູນ​ຊ່ວຍ​ເພື່ອນ​ມິດ​ສາ​ກົນ​ໃນ​ໄລ​ຍະ​ເກີດ​ໂລກ​ລະ​ບາດ​ໂຄວິດ - 19, ແລະ ພິ​ທີ ສະ​ເຫຼີມ​ສະຫຼອງ 70 ປີ​ແຫ່ງວັນ​ມູ​ນ​ເຊື້ອ VUFO.

10 ໝາກ ຜ ນ ທ ພ ນ ເດ ນ ຂອງ vufo ໃນ ປ 2020 VUFO ໄດ້ມອບໃບປະກາດຍ້ອງຍໍ ໃຫ້ແກ່ 50 ອົງການທີ່ບໍ່ຂຶ້ນກັບລັດຖະບານຕ່າງປະເທດ

ຍສໝ - ໃນວັນທີ 21 ທັນວາ, ຢູ່ຮ່າໂນ້ຍ, ສະຫະພັນບັນດາອົງການມິດຕະພາບຫວຽດນາມ (VUFO) ໄດ້ຈັດພິທີຮັບຮູ້ການປະກອບສ່ວນ ຂອງບັນດາອົງການບໍ່ຂຶ້ນກັບລັດຖະບານຕ່າງປະເທດ ໃນປີ 2020. ໃນພິທີຮັບຮູ້ດັ່ງກ່າວນີ້ , VUFO ໄດ້ມອບໃບປະກາດຍ້ອງຍໍໃຫ້ແກ່ 50 ອົງການບໍ່ຂຶ້ນກັບລັດຖະບານຕ່າງປະເທດ ສຳລັບການປະກອບສ່ວນຢ່າງຕັ້ງໜາ້ຂອງພວກເຂົາໃນປີ 2020.

10 ໝາກ ຜ ນ ທ ພ ນ ເດ ນ ຂອງ vufo ໃນ ປ 2020 VUFO ຈະພ້ອມກັບສະຖານທູດລາວ ເພື່ອເພີ່ມພູນຄູນສ້າງສາຍພົວພັນມິດຕະພາບ ແລະ ຄວາມສາມັກຄີພິເສດ ລະຫວ່າງ ສສ.ຫວຽດນາມ ແລະ ສປປ.ລາວ

ຍສໝ - ເນື່ອງໃນໂອກາດສະເຫຼີມສະຫຼອງ 45 ປີແຫ່ງວັນຊາດສປປ.ລາວ (2 ທັນວາ 1975 - 2 ທັນວາ 2020), ໃນຕອນເຊົ້າວັນທີ 30 ພະຈິກ, ສະຫະພັນບັນດາອົງການມິດຕະພາບຫວຽດນາມ (VUFO) ແລະ ສະມາຄົມມິດຕະພາບຫວຽດນາມ - ລາວ ໄດ້ໄປຢ້ຽມຢາມ ແລະ ສະແດງຄວາມຊົມເຊີຍວັນຊາດຂອງປະເທດລາວ ທີ່ສຳນັກງານໃຫຍ່ຂອງສະຖານທູດລາວ ...

10 ໝາກ ຜ ນ ທ ພ ນ ເດ ນ ຂອງ vufo ໃນ ປ 2020 ສະຫະພັນບັນດາອົງການຈັດຕັ້ງມິດຕະພາບຫວຽດນາມ ມອບຫຼຽນກາລະນຶກໃຫ້ທ່ານເອກອັກຄະລັດຖະທູດ ອິນໂດເນເຊຍ ປະຈໍາ ຫວຽດນາມ

ຍສໝ - ທ່ານເອກອັກຄະລັດຖະທູດ Ibnu Hadi ສະແດງຄວາມເປັນກຽດທີ່ໄດ້ຮັບຫຼຽນກາລະນຶກ “ເພື່ອສັນຕິພາບ, ມິດຕະພາບລະຫວ່າງປະຊາຊາດ” ເຊິ່ງເປັນລາງວັນອັນສູງສົ່ງທີ່ສຸດຂອງ ສະຫະພັນບັນດາອົງການຈັດຕັ້ງມິດຕະພາບຫວຽດນາມ (VUFO). ພ້ອມທັງເຊື່ອໝັ້ນວ່າການພົວພັນລະຫວ່າງ ອິນໂດເນເຊຍ-ຫວຽດນາມ ຈະສືບຕໍ່ໄດ້ຮັບການເພີ່ມທະວີໃນໄລຍະຈະມາເຖິງ.

​ບຸນ​ຄົງ

ເຫດການ
302 Found

Found

The document has moved here.