ຊາວຫວຽດນາມ ອາໄສຢູ່ລັດເຊຍເຂົ້າຮ່ວມໂຄງການ ວັກຊິນ ເພື່ອປ້ອງກັນ ໂລກລະບາດ Covid – 19 | |
ຫວຽດນາມ: 38 ມື້ແລ້ວ ທີ່ຫວຽດນາມບໍ່ມີຜູ້ຕິດເຊື້ອພະຍາດ Covid – 19 ໃນຊຸມຊົນ |
![]() |
ພາບປະກອບ |
ປະຈຸບັນ, ໂລກໄດ້ຢັ້ງຢືນມີຜູ້ຕິດເຊື້ອພະຍາດ Covid – 19 ຫຼາຍກ່ວາ 38 ລ້ານຄົນ ໃນນັ້ນມີ ຜູ້ເສຍຊີວິດ 1.085.092 ຄົນ. ອາເມລິກາສືບຕໍ່ແມ່ນປະເທດຖືກຮັບຜົນສະທ້ອນຢ່າງຮ້າຍແຮງທີ່ສຸດດ້ວຍຜູ້ຕິດເຊື້ອພະຍາດ Covid – 19 ເປັນຈຳນວນ 8.037.757 ຄົນ ແລະ ຜູ້ເສຍຊີວິດ 220.011 ຄົນ. ມາຮອດປັດຈຸບັນ, ເປັນເວລາ 41ມື້ແລ້ວ ທີ່ຫວຽດນາມຢັ້ງຢືນບໍ່ມີຜູ້ຕິດເຊື້ອພະຍາດ Covid -19 ໃໝ່ຕື່ມອີກໃນຊຸມຊົນ. ຫວຽດນາມ ກໍ່ໄດ້ປິ່ນປົວຜູ້ຕິດເຊື້ອພະຍາດ Covid - 19 ໃຫ້ຫາຍດີເປັນຈຳນວນ 1.025 ຄົນ/1.110 ຄົນ ແລະ ມີຜູ້ເສຍຊີວິດ 35 ຄົນ.
ທ່ານ ດຣ. ລັດສະໝີ ວົງຄຳຊາວ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ, ຕາງໜ້າໃຫ້ກອງເລຂາ ຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂ ພະຍາດໂຄວິດ-19 ໄດ້ລາຍງານສະພາບ ການລະບາດໃນ ສປປ ລາວ ໃຫ້ຮູ້ວ່າ: ໃນວັນທີ 12 ຕຸລາ 2020, ໄດ້ເກັບຕົວຢ່າງມາກວດ ວິເຄາະທັງໝົດ 607 ຄົນ, ໃນນັ້ນມີແຮງງານລາວມາແຕ່ໄທ 211 ຕົວຢ່າງ, ແຮງງານຈີນ 382 ຕົວຢ່າງ, ແຮງງານຫວຽດນາມ 10 ຄົນ, ບຸກຄົນທົ່ວໄປທີ່ບໍ່ມີອາການ 03 ຕົວຢ່າງ ແລະ ບຸກຄົນທົ່ວໄປທີ່ມີອາການ 01 ຕົວຢ່າງ, ເຊິ່ງຜົນກວດວິເຄາະທັງໝົດ ແມ່ນບໍ່ພົບເຊື້ອ.
![]() | 35 ມື້ແລ້ວ ທີ່ຫວຽດນາມ ບໍ່ພົບຜູ້ ຕິດເຊື້ອພະຍາດ Covid – 19 ໃໝ່ຕື່ມອີກໃນຊຸມຊົນ ຍອດຈຳນວນ ຜູ້ຕິດເຊື້ອພະຍາດ Covid – 19 ໃນປະຈຸບັນ ທີ່ຫວຽດນາມ ແມ່ນ 1098 ຄົນ, ໃນນັ້ນມີຜູ້ໄດ້ຮັບການປິ່ນປົວຫາຍດີເປັນປົກກະຕິແມ່ນ 1028 ຄົນ ແລະ ມີຜູ້ເສຍຊີວິດ 35 ຄົນ. |
![]() | ທົ່ວໂລກໄດ້ຢັ້ງຢືນມີຜູ້ຕິດເຊື້ອທັງໝົດ 35.692.668, ໃນນັ້ນ ມີຜູ້ເສຍຊີວິດກວ່າ 1 ລ້ານຄົນ ອາເມລິກາ ຍັງຄົງແມ່ນປະເທດມີຈຳນວນຜູ້ຕິດເຊື້ອໂຄວິດ - 19 ຫຼາຍທີ່ສຸດໃນໂລກ. |
![]() | ທົ່ວໂລກມີຜູ້ຕິດເຊື້ອພະຍາດໂຄວິດ-19 ທັງໝົດ 35.388.156 ຄົນ, ໃນນັ້ນມີຜູ້ເສຍຊີວິດ 1.041.537 ຄົນ ອາເມລິກາ ຍັງແມ່ນປະເທດຖືກຜົນສະທ້ອນຢ່າງໜັກໜ່ວງທີ່ສຸດດ້ວຍຜູ້ຕິດເຊື້ອພະຍາດ 7.636.185 ຄົນ, ມີຜູ້ເສຍຊີວິດ 214.609 ຄົນ. |
ໄຊພອນ