| 6 ເສົາຄ້ຳເພື່ອພັດທະນາການພົວພັນສອງປະເທດ ຫວຽດນາມ - ອົດສະຕຣາລີ ໄຂພິທີເຫດການວັດທະນະທຳຊຸມຊົນຂະໜາດໃຫຍ່ທີ່ສຸດຂອງຄົນ ຫວຽດນາມ ຢູ່ ພາກຕາເວັນຕົກຂອງອົດສະຕຣາລີ |
![]() |
| ທ່ານ ພົນເອກ ຟານວັນຢາງ ໃຫ້ການຕ້ອນຮັບ ທ່ານນາງ Gillian Bird, ເອກອັກຄະລັດຖະທູດອົດສະຕຣາລີປະຈຳຫວຽດນາມ. ພາບ: ຫງວຽນຮ່ວາງ |
ໂດຍເນັ້ນໜັກວ່າ ຫວຽດນາມ ຍາມໃດກໍ່ຖືສຳຄັນຕໍ່ສາຍພົວພັນກັບ ອົດສະຕຣາລີ ແລະ ການຮ່ວມມືດ້ານປ້ອງກັນຊາດ ແມ່ນໜຶ່ງໃນເສົາຄ້ຳສຳຄັນຂອງສາຍພົວພັນສອງຝ່າຍ, ທ່ານ ພົນເອກ ຟານວັນຢາງ ໄດ້ສະແດງຄວາມຍິນດີ ທີ່ເຫັນວ່າ ໃນໄລຍະຜ່ານມາ ການຮ່ວມມືດ້ານປ້ອງກັນຊາດ ຫວຽດນາມ - ອົດສະຕຣາລີ ສືບຕໍ່ໄດ້ຮັບການຈັດຕັ້ງປະຕິບັດຢ່າງມີປະສິດທິຜົນ ແລະ ເປັນຮູບປະທຳ ບົນພື້ນຖານຂອງບົດບັນທຶກຄວາມຈຳວ່າດ້ວຍການຮ່ວມມືປ້ອງກັນຊາດ ປີ 2010 ແລະ ຖະແຫຼງການວິໄສທັດຮ່ວມ ກ່ຽວກັບການຊຸກຍູ້ການຮ່ວມມືປ້ອງກັນຊາດ ປີ 2018, ໂດຍສຸມໃສ່ຫຼາຍຂົງເຂດ ເຊັ່ນ: ການແລກປ່ຽນຄະນະຜູ້ແທນ; ການສົນທະນາ-ປຶກສາຫາລື; ການຝຶກອົບຮົມ; ການຮັກສາສັນຕິພາບຂອງສະຫະປະຊາຊາດ; ການແບ່ງປັນຂໍ້ມູນ ແລະ ແລກປ່ຽນປະສົບການລະຫວ່າງບັນດາເຫຼົ່າທັບ ແລະ ທະຫານເຫຼົ່າ; ການແກ້ໄຂຜົນສະທ້ອນຈາກສົງຄາມ; ການຮ່ວມມືຫຼາຍຝ່າຍດ້ານປ້ອງກັນຊາດ, ໂດຍສະເພາະໃນຂອບຂອງກອງປະຊຸມລັດຖະມົນຕີປ້ອງກັນຊາດອາຊຽນຂະຫຍາຍ (ADMM+).
ໂດຍໄດ້ສະແດງຄວາມຂອບໃຈ ຕໍ່ລັດຖະບານ ແລະ ກະຊວງປ້ອງກັນຊາດອົດສະຕຣາລີ ທີ່ໄດ້ສົ່ງເຮືອບິນຂົນສົ່ງ ມາຊ່ວຍເຫຼືອ ຫວຽດນາມ ໃນການຂົນສົ່ງໂຮງໝໍສະໜາມລະດັບ 2 ໄປຍັງຄະນະປະຕິບັດພາລະກິດຮັກສາສັນຕິພາບຂອງສະຫະປະຊາຊາດ ຢູ່ ຊູດານໃຕ້, ທ່ານ ຮອງນາຍົກລັດຖະບານ, ລັດຖະມົນຕີກະຊວງປ້ອງກັນຊາດ ຟານວັນຢາງ ໄດ້ສະແດງຄວາມປາຖະໜາວ່າ ໃນໄລຍະຕໍ່ໄປ ສອງຝ່າຍ ຈະສືບຕໍ່ແລກປ່ຽນ ແລະ ເຮັດໃຫ້ກິດຈະກຳການຮ່ວມມືທີ່ມີຢູ່ ເລິກເຊິ່ງຍິ່ງຂຶ້ນ ພ້ອມທັງ ຂະຫຍາຍການຮ່ວມມື ໄປສູ່ຂົງເຂດທີ່ມີທ່າແຮງ.
ໃນນັ້ນ, ສຸມໃສ່ການແລກປ່ຽນຄະນະຜູ້ແທນທຸກລະດັບ ໂດຍສະເພາະລະດັບສູງ; ການກູ້ໄພ ແລະ ກູ້ຊີບ; ການຮ່ວມມືລະຫວ່າງກອງກຳລັງປ້ອງກັນຊາຍແດນ ແລະ ກອງກຳລັງຕຳຫຼວດທະເລ; ການຝຶກອົບຮົມ; ການຮັກສາສັນຕິພາບຂອງສະຫະປະຊາຊາດ; ອຸດສາຫະກຳປ້ອງກັນຊາດ; ການແກ້ໄຂຜົນສະທ້ອນຈາກສົງຄາມ; ການປຶກສາຫາລື ແລະ ສະໜັບສະໜູນເຊິ່ງກັນແລະກັນ ພາຍໃນບັນດາກົນໄກການຮ່ວມມືດ້ານປ້ອງກັນຊາດຂອງພາກພື້ນ, ໂດຍສະເພາະ ADMM+.
ທ່ານ ພົນເອກ ຟານວັນຢາງ ໃຫ້ຮູ້ວ່າ ກະຊວງປ້ອງກັນຊາດ ຫວຽດນາມ ຍິນດີຕ້ອນຮັບຂໍ້ສະເໜີຂອງ ອົດສະຕຣາລີ ໃນການສົ່ງຊ່ຽວຊານມາຍັງ ຫວຽດນາມ ໃນປີ 2026 ເພື່ອແລກປ່ຽນປະສົບການ ໃນການນຳໃຊ້ຖານຂໍ້ມູນຂອງທັງສອງຝ່າຍ ທີ່ກ່ຽວຂ້ອງກັບທະຫານຫວຽດນາມໃນສົງຄາມ, ເພື່ອປະກອບສ່ວນເຂົ້າໃນ “ຂະບວນການ 500 ວັນຄືນ” ທີ່ລັດຖະບານຫວຽດນາມ ໄດ້ລິເລີ່ມ ເພື່ອເລັ່ງຊອກຫາ, ຮວບຮວມ ແລະ ຢັ້ງຢືນອັດຕະລັກຂອງອັດຖິນັກຮົບຜູ້ເສຍສະລະຊີວິດເພື່ອຊາດ.
ໃນໂອກາດນີ້, ທ່ານ ພົນເອກ ຟານວັນຢາງ ໄດ້ເຊີນຜູ້ນຳກະຊວງປ້ອງກັນຊາດ ແລະ ບັນດາວິສາຫະກິດອຸດສາຫະກຳປ້ອງກັນຊາດຂອງ ອົດສະຕຣາລີ ເຂົ້າຮ່ວມງານວາງສະແດງປ້ອງກັນຊາດສາກົນ ຫວຽດນາມ ຄັ້ງທີ 3 ເຊິ່ງຄາດວ່າ ຈະຈັດຂຶ້ນໃນເດືອນທັນວາ ປີ 2026.
ໂດຍໄດ້ຕີລາຄາສູງ ຕໍ່ສາຍພົວພັນ ອົດສະຕຣາລີ - ຫວຽດນາມ ໂດຍລວມ ແລະ ການຮ່ວມມືລະຫວ່າງສອງກະຊວງປ້ອງກັນຊາດໂດຍສະເພາະ, ທ່ານນາງ Gillian Bird ໄດ້ສະແດງຄວາມຍິນດີ ຕໍ່ບັນດາໝາກຜົນອັນດີງາມ ຂອງການຮ່ວມມືປ້ອງກັນຊາດສອງຝ່າຍໃນໄລຍະຜ່ານມາ; ພ້ອມທັງ ໄດ້ສະແດງຄວາມປາຖະໜາວ່າ ອົດສະຕຣາລີ ແລະ ຫວຽດນາມ ຈະສືບຕໍ່ຊຸກຍູ້ສາຍພົວພັນສອງຝ່າຍ, ໃນນັ້ນມີການຮ່ວມມືດ້ານປ້ອງກັນຊາດ, ໃຫ້ນັບມື້ນັບເປັນຮູບປະທຳ ແລະ ມີປະສິດທິຜົນ, ປະກອບສ່ວນເຂົ້າໃນສັນຕິພາບ, ສະຖຽນລະພາບ ແລະ ການພັດທະນາທີ່ຈະເລີນຮຸ່ງເຮືອງຂອງພາກພື້ນ ແລະ ຂອງໂລກ.
ຍສໝ - ຫວ່າງແລ້ວນີ້, ຢູ່ນະຄອນ Sydney (ອົດສະຕຣາລີ), ຄະນະປະຕິບັດງານແຂວງ ຢາລາຍ ນຳໂດຍທ່ານ ເຈົ່າຫງອກຕ໋ວນ, ຮອງເລຂາປະຈຳຄະນະພັກແຂວງ ໄດ້ສົມທົບກັບອຳນາດການປົກຄອງລັດ New South Wales ຈັດຕັ້ງເວທີປາໄສການພົວພັນການຄ້າ ແລະ ການລົງທຶນລະຫວ່າງແຂວງ ຢາລາຍ ກັບລັດ New South Wales ຂອງ ອົດສະຕຣາລີ. ການເຄື່ອນໄຫວແມ່ນເພື່ອສົ່ງເສີມການຄ້າ, ໂຄສະນາ ແລະ ແນະນຳບັນດາກາລະໂອກາດລົງທຶນຢູ່ແຂວງ ຢາລາຍ - ໜຶ່ງໃນບັນດາຈຸດພົ້ນເດັ່ນໃໝ່ກ່ຽວກັບການດຶງດູດການລົງທຶນຈາກຕ່າງປະເທດເຂົ້າ ຫວຽດນາມ. |
ຍສໝ - ອົງການບໍ່ຂຶ້ນກັບລັດຖະບານ Lifestart Foundation (ອົດສະຕາລີ) ຫາກໍສົມທົບກັບສະຫະພັນບັນດາອົງການມິດຕະພາບແຂວງ ກວາງນາມ ຈັດຕັ້ງມອບລົດຖີບ 55 ຄັນໃຫ້ບັນດານັກຮຽນທຸກຍາກທີ່ຮັກການຮຽນຢູ່ເມືອງ ເຟືອກເຊີນ ແລະ ຢູຍຊວຽນ. |
ມິງດຶກ
