ຫວຽດນາມ - ສະໂລວາກີ ສົ່ງເສີມມິດຕະພາບຜ່ານການແລກປ່ຽນປະຊາຊົນ

18:19 | 28/08/2026

ຍສໝ - ວັນທີ 27 ສິງຫາ, ຢູ່ນະຄອນໂຮ່ຈີມິນ, ສະຫະພັນບັນດາອົງການມິດຕະພາບນະຄອນ ໄດ້ຈັດພິທີລະນຶກວັນຊາດສາທາລະນະລັດສະໂລວາກີ (1/9/1992 - 1/9/2026), ປະກອບສ່ວນເສີມສ້າງມິດຕະພາບອັນດີງາມທີ່ມີມາແຕ່ດົນນານ ແລະ ເພີ່ມທະວີການເຊື່ອມໂຍງລະຫວ່າງປະຊາຊົນສອງປະເທດ.

ຖະແຫຼງການຮ່ວມ ວ່າດ້ວຍການສ້າງຕັ້ງສາຍພົວພັນຄູ່ຮ່ວມຍຸດທະສາດ ລະຫວ່າງ ຫວຽດນາມ ແລະ ສະໂລວາກີ ວັດທະນະທຳຫວຽດນາມເປັ່ງປະກາຍໃນງານວັນອາຊີ 2026 ທີ່ສະໂລວາກີ

ເຂົ້າຮ່ວມພິທີມີທ່ານ Marian Veres, ອຸປະທູດຮັກສາການສະຖານທູດສາທາລະນະລັດສະໂລວາກີປະຈຳຫວຽດນາມ; ທ່ານ ຫງວຽນ ຕ໋ວນ, ອະດີດເອກອັກຄະລັດຖະທູດຫວຽດນາມປະຈຳສະໂລວາກີ; ຜູ້ແທນປະຊາຄົມວິສາຫະກິດສະໂລວາກີຢູ່ນະຄອນໂຮ່ຈີມິນ ພ້ອມດ້ວຍອະດີດນັກສຶກສາ, ພະນັກງານ ແລະ ຜູ້ອອກແຮງງານຈຳນວນຫຼາຍ ທີ່ເຄີຍສຶກສາ, ດຳລົງຊີວິດ ແລະ ເຮັດວຽກຢູ່ເຊັກໂກສະໂລວາກີໃນອະດີດ.

ກ່າວຄຳປາໄສອວຍພອນ, ທ່ານ ບຸ່ຍ ກວາງ ຫາຍ, ປະທານສະມາຄົມມິດຕະພາບຫວຽດນາມ - ສະໂລວາກີ ນະຄອນໂຮ່ຈີມິນ, ໃຫ້ຮູ້ວ່າ ພິທີລະນຶກວັນຊາດສະໂລວາກີແມ່ນກິດຈະກຳປະຈຳປີຂອງສະມາຄົມ, ເປັນໂອກາດໃຫ້ບັນດາຜູ້ທີ່ມີຄວາມຜູກພັນກັບສະໂລວາກີໄດ້ພົບປະ, ທົບທວນຄືນປະເພນີມິດຕະພາບລະຫວ່າງຫວຽດນາມກັບເຊັກໂກສະໂລວາກີໃນອະດີດ ແລະ ສະໂລວາກີໃນປັດຈຸບັນ.

ຕາມທ່ານ, ຊາວຫວຽດນາມຫຼາຍໝື່ນຄົນທີ່ເຄີຍສຶກສາ, ອອກແຮງງານ ແລະ ດຳລົງຊີວິດຢູ່ສະໂລວາກີ ໄດ້ສ້າງຄວາມຜູກພັນອັນເລິກເຊິ່ງກັບປະເທດ ແລະ ປະຊາຊົນແຫ່ງນີ້. ປັດຈຸບັນ, ປະຊາຄົມຊາວຫວຽດນາມຢູ່ສະໂລວາກີຍັງຄົງເຂົ້າຮ່ວມຢ່າງຫ້າວຫັນໃນຊີວິດສັງຄົມຂອງປະເທດເຈົ້າພາບ, ພ້ອມທັງຈັດກິດຈະກຳຫຼາຍຮູບແບບເພື່ອແນະນຳວັດທະນະທຳ ແລະ ພາບລັກຂອງຫວຽດນາມໃຫ້ປະຊາຊົນສະໂລວາກີໄດ້ຮັບຮູ້.

ຫວຽດນາມ - ສະໂລວາກີ ສົ່ງເສີມມິດຕະພາບຜ່ານການແລກປ່ຽນປະຊາຊົນ
ທ່ານ ບຸ່ຍ ກວາງ ຫາຍ, ປະທານສະມາຄົມມິດຕະພາບຫວຽດນາມ - ສະໂລວາກີ ນະຄອນໂຮ່ຈີມິນ, ກ່າວຄຳປາໄສໃນພິທີລະນຶກວັນຊາດສະໂລວາກີ.

ທ່ານ ບຸ່ຍ ກວາງ ຫາຍ ເນັ້ນໜັກວ່າ ນະຄອນໂຮ່ຈີມິນມີບົດບາດສຳຄັນໃນການພັດທະນາເສດຖະກິດຂອງຫວຽດນາມ, ເປັນບ່ອນລວມສູນຊັບພະຍາກອນມະນຸດຄຸນນະພາບສູງ, ໃນນັ້ນມີຫຼາຍຄົນທີ່ເຄີຍຄົ້ນຄວ້າ, ສຶກສາ ແລະ ເຮັດວຽກຢູ່ສະໂລວາກີ.

ຕະຫຼອດໄລຍະກວ່າ 10 ປີແຫ່ງການເຄື່ອນໄຫວ, ສະມາຄົມມິດຕະພາບຫວຽດນາມ - ສະໂລວາກີ ນະຄອນໂຮ່ຈີມິນ ໄດ້ປະກອບສ່ວນຮັກສາ ແລະ ພັດທະນາສາຍພົວພັນມິດຕະພາບລະຫວ່າງປະຊາຊົນສອງປະເທດ, ໂດຍສະເພາະການເຊື່ອມໂຍງປະຊາຊົນນະຄອນໂຮ່ຈີມິນກັບບັນດາທ້ອງຖິ່ນ Bratislava ແລະ Kosice ຂອງສະໂລວາກີ.

ກ່າວຄຳປາໄສໃນພິທີ, ທ່ານ Marian Veres ໄດ້ສະແດງຄວາມຂອບໃຈຕໍ່ສະຫະພັນບັນດາອົງການມິດຕະພາບນະຄອນໂຮ່ຈີມິນ ທີ່ໄດ້ຈັດກິດຈະກຳລະນຶກວັນຊາດ ເຊິ່ງກໍແມ່ນວັນລັດຖະທຳມະນູນຂອງສະໂລວາກີ.

ທ່ານໃຫ້ຮູ້ວ່າ ລັດຖະທຳມະນູນຂອງສະໂລວາກີໄດ້ຮັບການຮັບຮອງໃນວັນທີ 1 ກັນຍາ 1992, ກ່ອນການແຍກຕົວຂອງເຊັກໂກສະໂລວາກີພຽງບໍ່ເທົ່າໃດເດືອນ. ນີ້ແມ່ນຂີດໝາຍທີ່ວາງຮາກຖານໃຫ້ແກ່ລະບົບກົດໝາຍ, ກຳນົດໂຄງສ້າງການຈັດຕັ້ງຂອງລັດ ແລະ ເປັນບາດກ້າວສຳຄັນໄປສູ່ອະທິປະໄຕ ແລະ ເອກະລາດຂອງສະໂລວາກີ.

ໃນການຕີລາຄາສາຍພົວພັນສອງຝ່າຍ, ທ່ານ Marian Veres ຢືນຢັນວ່າ ຫວຽດນາມ ແລະ ສະໂລວາກີ ບໍ່ພຽງແຕ່ເປັນຄູ່ຮ່ວມມືຕາມປະເພນີເທົ່ານັ້ນ, ແຕ່ຍັງເປັນເພື່ອນມິດທີ່ແທ້ຈິງ ໂດຍມີປະຫວັດສາດການຮ່ວມມື ແລະ ຊ່ວຍເຫຼືອເຊິ່ງກັນແລະກັນ ທັງໃນໄລຍະສົງຄາມ ແລະ ໄລຍະສັນຕິພາບ, ການພັດທະນາ.

ໂດຍສະເພາະ, ໃນໂອກາດການຢ້ຽມຢາມຫວຽດນາມຂອງນາຍົກລັດຖະມົນຕີສະໂລວາກີ ເມື່ອເດືອນເມສາ 2026, ສອງປະເທດໄດ້ຍົກລະດັບສາຍພົວພັນຂຶ້ນເປັນຄູ່ຮ່ວມຍຸດທະສາດຢ່າງເປັນທາງການ, ສ້າງຂອບເຂດໃໝ່ໃຫ້ແກ່ການຮ່ວມມືສອງຝ່າຍ.

ໃນໂອກາດນີ້, ອຸປະທູດຮັກສາການສະຖານທູດສະໂລວາກີ ໄດ້ສະແດງຄວາມຊື່ນຊົມ ແລະ ໃຫ້ຄຸນຄ່າຕໍ່ບັນດາການປະກອບສ່ວນຂອງສະມາຄົມມິດຕະພາບຫວຽດນາມ - ສະໂລວາກີ ນະຄອນໂຮ່ຈີມິນ ແລະ ກົງສຸນໃຫຍ່ກິດຕິມະສັກສະໂລວາກີ ໃນການຮັກສາບັນດາກິດຈະກຳປະສານສົມທົບ, ສົ່ງເສີມຜົນປະໂຫຍດຂອງສະໂລວາກີຢູ່ຫວຽດນາມ, ພ້ອມທັງທະນຸບຳລຸງສາຍພົວພັນມິດຕະພາບລະຫວ່າງປະຊາຊົນສອງປະເທດ.

ຜູ້ຍິງ ເຊື້ອສາຍຫວຽດນາມ ທີ່ໄດ້ເລືອກເຂົ້າໃນບັນຊີລາຍຊື່ Forbes ຂອງສະໂລວາກີ ຜູ້ຍິງ ເຊື້ອສາຍຫວຽດນາມ ທີ່ໄດ້ເລືອກເຂົ້າໃນບັນຊີລາຍຊື່ Forbes ຂອງສະໂລວາກີ
ຍສໝ - ວາລະສານ Forbes ຂອງສະໂລວາກີ ໄດ້ລົງພິມບົດຄວາມກ່ຽວກັບ ນາງເຮືອງ, ໃນສອງປີແຫ່ງການປະຕິບັດງານ, ຮ້ານອາຫານ ເຝີ ໄດ້ເກັບລາຍຮັບຫຼາຍກ່ວາສາມລ້ານເອີໂຣ, ເທົ່າກັບ 3,4 ລ້ານໂດລາສະຫະລັດ.
ເພີ່ມທະວີການພົວພັນຮ່ວມມືຮອບດ້ານ ລະຫວ່າງ ສປປ.ລາວ ແລະ ສະໂລວາກີ ເພີ່ມທະວີການພົວພັນຮ່ວມມືຮອບດ້ານ ລະຫວ່າງ ສປປ.ລາວ ແລະ ສະໂລວາກີ
ເມື່ອບໍ່ດົນມານີ້ ທີ່ທຳນຽບປະທານາທິບໍດີ, ນະຄອນຫຼວງບຣາຕິດສະລາວາ, ສາທາລະນະລັດ ສະໂລວາກີ, ທ່ານ ສີທົງ ຈິດໂຍທິນ ໄດ້ເຂົ້າຍື່ນສານຕາຕັ້ງ ຕໍ່ທ່ານນາງ ຊູຊານາ ກາປູໂຕວາ - ປະທານາທິບໍດີ ແຫ່ງສາທາລະນະລັດ ສະໂລວາກີ ເພື່ອດຳລົງຕຳແໜ່ງເປັນເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງ ສາທາລະນະລັດປະຊາທິປະໄຕ ປະຊາຊົນລາວ ປະຈຳ ສາທາລະນະລັດ ສະໂລວາກີ.

ດວງດີ

ເບິ່ງເພີ່ມເຕີມໃນ: ຂົວເຊື່ອມຕໍ່ມິດຕະພາບ

ເບິ່ງເພີ່ມເຕີມ