| ສະເຫຼີມສະຫຼອງບຸນປີໃໝ່ລາວ, ກຳປູເຈຍ, ມຽນມາ ແລະ ໄທ ຢູ່ນະຄອນໂຮ່ຈີມິນ ມອບເງິນເກືອບ 400 ລ້ານດົ່ງເພື່ອໜູນຊ່ວຍມຽນມາ ຜ່ານຜ່າຜົນຮ້າຍຫຼັງຈາກແຜ່ນດິນໄຫວ |
ໃນຂອບເຂດການຢ້ຽມຢາມມຽນມາຢ່າງເປັນທາງການ ແລະ ຮ່ວມເປັນປະທານກອງປະຊຸມຄັ້ງທີ 10 ຂອງຄະນະກຳມະການປະສົມວ່າດ້ວຍການຮ່ວມມືສອງຝ່າຍ, ວັນທີ 26 ສິງຫາ, ທ່ານ ເລຮວ່າຍຈຸງ, ລັດຖະມົນຕີກະຊວງການຕ່າງປະເທດ ໄດ້ເຂົ້າພົບປະທ່ານ Min Aung Hlaing, ປະທານາທິບໍດີແຫ່ງສາທາລະນະລັດແຫ່ງສະຫະພາບມຽນມາ ແລະ ທ່ານ Khin Yi, ປະທານສະພາຕ່ຳ, ປະທານພັກສາມັກຄີ ແລະ ພັດທະນາແຫ່ງສະຫະພາບມຽນມາ (USDP).
ທີ່ການພົບປະ, ທ່ານປະທານາທິບໍດີ Min Aung Hlaing ຊົມເຊີຍການຈັດກອງປະຊຸມຄັ້ງທີ 10 ຂອງຄະນະກຳມະການປະສົມຢ່າງສຳເລັດຜົນ, ຖືວ່ານີ້ແມ່ນບາດກ້າວທີ່ທັນການ, ປະກອບສ່ວນນຳການພົວພັນສອງຝ່າຍເຂົ້າສູ່ໄລຍະໃໝ່.
ໂດຍຢືນຢັນວ່າ ມຽນມາຍາມໃດກໍໃຫ້ຄວາມສຳຄັນຕໍ່ສາຍພົວພັນມິດຕະພາບທີ່ມີມາແຕ່ດົນນານ ແລະ ການຮ່ວມມືຫຼາຍດ້ານກັບຫວຽດນາມ ຊຶ່ງໄດ້ຮັບການວາງຮາກຖານໂດຍປະທານໂຮ່ຈິມິນ ແລະ ນາຍພົນ Aung San, ທ່ານປະທານາທິບໍດີ Min Aung Hlaing ສະແດງຄວາມເຊື່ອໝັ້ນວ່າ ຜົນຂອງກອງປະຊຸມຈະສ້າງແຮງຊຸກຍູ້ເພີ່ມເຕີມ ເພື່ອໃຫ້ການຮ່ວມມືລະຫວ່າງສອງປະເທດພັດທະນາຢ່າງແຂງແຮງ, ແທດຈິງ ແລະ ເລິກເຊິ່ງຍິ່ງຂຶ້ນ.
ສອງຝ່າຍຕ້ອງເພີ່ມທະວີການແລກປ່ຽນຄະນະ, ການພົບປະລະດັບສູງ ແລະ ທຸກລະດັບ ຜ່ານຊ່ອງທາງພັກ, ລັດ, ລັດຖະບານ ແລະ ລັດຖະສະພາ; ຊຸກຍູ້ການແລກປ່ຽນປະຊາຊົນ, ການຮ່ວມມືລະຫວ່າງທ້ອງຖິ່ນ, ພ້ອມທັງສ້າງບາດກ້າວບຸກທະລຸໃນບັນດາຂົງເຂດປ້ອງກັນຊາດ, ເສດຖະກິດ, ການຄ້າ ແລະ ການລົງທຶນ.
ຕາມທ່ານປະທານາທິບໍດີ Min Aung Hlaing, ການຮ່ວມມືດ້ານການເມືອງລະຫວ່າງສອງປະເທດຍັງສືບຕໍ່ຮັກສາໄດ້ຢ່າງດີ, ແຕ່ການຮ່ວມມືດ້ານເສດຖະກິດໄດ້ຫຼຸດລົງຫຼາຍເມື່ອທຽບກັບໄລຍະກ່ອນການລະບາດຂອງ COVID-19. ຍອດມູນຄ່າການຄ້າສອງສົ້ນຫຼຸດຈາກ 853 ລ້ານ USD ໃນປີ 2020 ລົງເຫຼືອ 590 ລ້ານ USD ໃນປີ 2025; ໃນ 6 ເດືອນຕົ້ນປີ 2026 ບັນລຸ 335 ລ້ານ USD. ຮອດວັນທີ 30 ມິຖຸນາ, ຫວຽດນາມມີ 107 ໂຄງການລົງທຶນທີ່ຍັງມີຜົນບັງຄັບໃຊ້ຢູ່ມຽນມາ ດ້ວຍຍອດທຶນຈົດທະບຽນ 1,4 ຕື້ USD.
ໂດຍເນັ້ນໜັກວ່າ ມຽນມາຍາມໃດກໍສະໜັບສະໜູນບັນດາວິສາຫະກິດຫວຽດນາມ, ໃນນັ້ນມີ Mytel, ທ່ານປະທານາທິບໍດີ Min Aung Hlaing ຢືນຢັນວ່າ ຈະສືບຕໍ່ປັບປຸງກົນໄກ, ນະໂຍບາຍ, ສ້າງເງື່ອນໄຂອັນສະດວກໃຫ້ວິສາຫະກິດຫວຽດນາມລົງທຶນ ແລະ ດຳເນີນທຸລະກິດຢູ່ມຽນມາ, ໂດຍສະເພາະໃນຂົງເຂດໂທລະຄົມ, ການສຶກສາ - ຝຶກອົບຮົມ, ກະສິກຳ, ການປຸງແຕ່ງອາຫານ, logistics, ການຫັນປ່ຽນດິຈິຕອນ ແລະ ວິທະຍາສາດ - ເຕັກໂນໂລຊີ.
![]() |
| ຫວຽດນາມ ແລະ ມຽນມາ ມຸ່ງສູ່ເປົ້າໝາຍນຳຍອດມູນຄ່າການຄ້າສອງຝ່າຍບັນລຸ 1 ຕື້ USD. |
ກ່ຽວກັບບັນດາບັນຫາພາກພື້ນ ແລະ ສາກົນ, ທ່ານປະທານາທິບໍດີ Min Aung Hlaing ຂອບໃຈຫວຽດນາມທີ່ໄດ້ສະໜັບສະໜູນມຽນມາໃນການຮ່ວມມືອາຊຽນ ແລະ ບັນດາກົນໄກສາກົນ; ຢືນຢັນວ່າ ມຽນມາຈະສືບຕໍ່ສົມທົບຢ່າງແໜ້ນແຟ້ນກັບຫວຽດນາມ ແລະ ບັນດາປະເທດອາຊຽນ ເພື່ອຮັກສາບົດບາດໃຈກາງຂອງອາຊຽນໃນໂຄງສ້າງພາກພື້ນ ແລະ ສາກົນ.
ສ່ວນທ່ານ ເລຮວ່າຍຈຸງ, ລັດຖະມົນຕີກະຊວງການຕ່າງປະເທດ ໄດ້ສະແດງຄວາມຊົມເຊີຍທ່ານປະທານາທິບໍດີ Min Aung Hlaing ຕໍ່ບັນດາຜົນງານດ້ານບວກພາຍຫຼັງກວ່າ 100 ວັນແຫ່ງການບໍລິຫານ ແລະ ນຳພາປະເທດ. ທ່ານລັດຖະມົນຕີຢືນຢັນວ່າ ຫວຽດນາມສະໜັບສະໜູນມຽນມາສືບຕໍ່ຜັນຂະຫຍາຍບັນດາມາດຕະການເພື່ອຊຸກຍູ້ສະຖຽນລະພາບ, ການປອງດອງ, ການເຈລະຈາ, ການພັດທະນາເສດຖະກິດ, ຮັບປະກັນຄວາມໝັ້ນຄົງ, ຄວາມປອດໄພ ແລະ ປັບປຸງຊີວິດການເປັນຢູ່ຂອງປະຊາຊົນ.
ເພື່ອສ້າງການຫັນປ່ຽນໃນການຮ່ວມມືດ້ານເສດຖະກິດ, ການຄ້າ ແລະ ການລົງທຶນ, ທ່ານ ເລຮວ່າຍຈຸງ ສະເໜີໃຫ້ສອງຝ່າຍຄົ້ນຄວ້າສ້າງຕັ້ງກົນໄກເພື່ອເປີດທາງໃຫ້ການຮ່ວມມື, ສ້າງຄວາມສະດວກໃຫ້ວິສາຫະກິດ; ພ້ອມທັງສະເໜີໃຫ້ມຽນມາພິຈາລະນາບັນດານະໂຍບາຍສະໜັບສະໜູນວິສາຫະກິດຫວຽດນາມເປີດກວ້າງການລົງທຶນ, ສົ່ງເສີມຈຸດແຂງ, ສ້າງວຽກເຮັດງານທຳ ແລະ ເພີ່ມແຫຼ່ງລາຍຮັບໄລຍະຍາວໃຫ້ມຽນມາ.
ທ່ານລັດຖະມົນຕີຍັງສະເໜີໃຫ້ສອງປະເທດຄົ້ນຄວ້າສ້າງແຜນງານການຫັນປ່ຽນດິຈິຕອນ ຫວຽດນາມ - ມຽນມາ. ໃນເບື້ອງຕົ້ນ, ສອງຝ່າຍສາມາດເລືອກບາງໂຄງການທີ່ແທດເໝາະເພື່ອທົດລອງ, ປະເມີນປະສິດທິຜົນ ແລະ ຄ່ອຍໆຂະຫຍາຍຮູບແບບ.
ປັບປຸງພື້ນຖານການເມືອງ, ເປີດກວ້າງຊ່ອງທາງການຮ່ວມມື
ໃນການພົບປະກັບທ່ານ Khin Yi, ປະທານສະພາຕ່ຳ, ປະທານພັກ USDP, ທ່ານ ເລຮວ່າຍຈຸງ ຢືນຢັນວ່າ ຫວຽດນາມໃຫ້ຄວາມສຳຄັນຕໍ່ສາຍພົວພັນມິດຕະພາບທີ່ມີມາແຕ່ດົນນານ ແລະ ການເປັນຄູ່ຮ່ວມມືຮອບດ້ານກັບມຽນມາ; ປາດຖະໜາຢາກຮ່ວມກັບມຽນມາປັບປຸງພື້ນຖານການເມືອງ, ເພີ່ມທະວີຄວາມໄວ້ວາງໃຈໃນໄລຍະໃໝ່ ຜ່ານການຮ່ວມມືຕາມຊ່ອງທາງພັກ, ລັດ, ລັດຖະສະພາ ແລະ ການແລກປ່ຽນປະຊາຊົນ.
ສອງປະເທດມີຫຼາຍຈຸດຄ້າຍຄືກັນດ້ານວັດທະນະທຳ ແລະ ປະຫວັດສາດ; ສາຍພົວພັນອັນແໜ້ນແຟ້ນລະຫວ່າງສອງຊາດ ໄດ້ຮັບການສ້າງ ແລະ ພູນສ້າງຈາກການນຳຫຼາຍລຸ້ນຄົນ. ທ່ານ ເລຮວ່າຍຈຸງ ເຫັນວ່າ ພັກຄອມມູນິດຫວຽດນາມ ແລະ ພັກ USDP ຍັງມີທ່າແຮງຮ່ວມມືຫຼາຍ, ໂດຍສະເພາະໃນການແລກປ່ຽນບົດຮຽນກ່ຽວກັບການສ້າງສາ, ພັດທະນາປະເທດ ແລະ ຜ່ານຜ່າຄວາມຫຍຸ້ງຍາກດ້ານເສດຖະກິດ, ການຄ້າ, ການລົງທຶນ; ພ້ອມທັງຢືນຢັນວ່າ ຫວຽດນາມສະໜັບສະໜູນຢ່າງສະເໝີຕົ້ນສະເໝີປາຍຕໍ່ມຽນມາທີ່ມີສັນຕິພາບ, ສະຖຽນລະພາບ, ເປັນເອກະພາບ ແລະ ພັດທະນາ.
ທ່ານປະທານ Khin Yi ຊົມເຊີຍບັນດາຜົນສຳເລັດທີ່ຫວຽດນາມບັນລຸໄດ້ໃນພາລະກິດປ່ຽນໃໝ່, ພ້ອມທັງສະແດງຄວາມປາດຖະໜາຢາກຮຽນຮູ້ບົດຮຽນຂອງຫວຽດນາມໃນການວາງນະໂຍບາຍ, ຄຸ້ມຄອງເສດຖະກິດ - ສັງຄົມ, ສ້າງສະຖາບັນ, ຝຶກອົບຮົມ ແລະ ພັດທະນາຊັບພະຍາກອນມະນຸດ, ເຊື່ອມໂຍງສາກົນ ແລະ ດຶງດູດແຫຼ່ງກຳລັງຈາກຕ່າງປະເທດເຂົ້າຮັບໃຊ້ການພັດທະນາ.
ທ່ານ ເລຮວ່າຍຈຸງ ໄດ້ແບ່ງປັນບົດຮຽນຂອງຫວຽດນາມໃນ 40 ປີແຫ່ງການປ່ຽນໃໝ່ ແລະ ເຊື່ອມໂຍງສາກົນ, ໃນນັ້ນມີບັນດາການຕັດສິນໃຈຍຸດທະສາດທີ່ພັກຄອມມູນິດຫວຽດນາມຮັບຮອງຢູ່ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIV.
ໂດຍຕີລາຄາສູງການປະກອບສ່ວນຂອງລັດຖະສະພາມຽນມາ ແລະ ພັກ USDP ຕໍ່ການພົວພັນສອງປະເທດ, ທ່ານລັດຖະມົນຕີສະເໜີໃຫ້ສອງຝ່າຍຮັກສາການພົບປະ, ແລກປ່ຽນຄະນະທຸກລະດັບ, ແບ່ງປັນບົດຮຽນກ່ຽວກັບການສ້າງພັກ, ສ້າງລັດ, ການບໍລິຫານ ແລະ ພັດທະນາປະເທດ.
ທ່ານລັດຖະມົນຕີຍັງຕີລາຄາສູງການທີ່ມຽນມາສ້າງຕັ້ງກຸ່ມສະມາຊິກສະພາມິດຕະພາບ ມຽນມາ - ຫວຽດນາມ, ໂດຍຖືວ່ານີ້ແມ່ນພື້ນຖານສຳລັບຊຸກຍູ້ການແລກປ່ຽນມິດຕະພາບລະຫວ່າງປະຊາຊົນສອງປະເທດ.
ສ້າງແຮງຊຸກຍູ້ໃໝ່ໃຫ້ການເປັນຄູ່ຮ່ວມມືຮອບດ້ານ
ໃນວັນດຽວກັນ, ທ່ານ ເລຮວ່າຍຈຸງ ແລະ ທ່ານ Tin Maung Swe, ລັດຖະມົນຕີກະຊວງການຕ່າງປະເທດມຽນມາ ໄດ້ຮ່ວມເປັນປະທານກອງປະຊຸມຄັ້ງທີ 10 ຂອງຄະນະກຳມະການປະສົມວ່າດ້ວຍການຮ່ວມມືສອງຝ່າຍ, ໂດຍມີຜູ້ແທນຈາກບັນດາກະຊວງ, ຂະແໜງການຂອງສອງປະເທດເຂົ້າຮ່ວມ.
ສອງຝ່າຍໄດ້ທົບທວນສະພາບການຮ່ວມມືໃນບັນດາຂົງເຂດ ນັບແຕ່ກອງປະຊຸມຄັ້ງທີ 9 ເມື່ອເດືອນມີນາ 2019, ພ້ອມທັງຢືນຢັນວ່າ ການຈັດກອງປະຊຸມຄັ້ງນີ້ແມ່ນຈຳເປັນ ແລະ ທັນການ, ປະກອບສ່ວນວາງທິດທາງທີ່ລະອຽດ, ສ້າງແຮງຊຸກຍູ້ໃໝ່ໃຫ້ການພົວພັນຄູ່ຮ່ວມມືຮອບດ້ານ.
ໃນຂົງເຂດເສດຖະກິດ, ການຄ້າ ແລະ ການລົງທຶນ, ສອງຝ່າຍມຸ່ງສູ່ເປົ້າໝາຍນຳຍອດມູນຄ່າການຄ້າສອງຝ່າຍບັນລຸ 1 ຕື້ USD, ພ້ອມທັງຊຸກຍູ້ບັນດາມາດຕະການແກ້ໄຂຄວາມຫຍຸ້ງຍາກ ແລະ ສ້າງຄວາມສະດວກໃຫ້ການເຄື່ອນໄຫວຂອງວິສາຫະກິດ.
ທ່ານລັດຖະມົນຕີກະຊວງການຕ່າງປະເທດມຽນມາ ຢືນຢັນວ່າ ລັດຖະບານມຽນມາຈະສ້າງເງື່ອນໄຂອັນສະດວກ ເພື່ອໃຫ້ວິສາຫະກິດຫວຽດນາມມີຄວາມໝັ້ນໃຈໃນການດຳເນີນທຸລະກິດ ແລະ ເປີດກວ້າງການລົງທຶນ, ໂດຍສະເພາະໃນບັນດາຂົງເຂດທີ່ມຽນມາມີຄວາມຕ້ອງການ ເຊັ່ນ: ໂທລະຄົມ, ການສຶກສາ - ຝຶກອົບຮົມ, ກະສິກຳ ແລະ ການປຸງແຕ່ງອາຫານ.
ສິ້ນສຸດກອງປະຊຸມ, ລັດຖະມົນຕີກະຊວງການຕ່າງປະເທດສອງປະເທດ ໄດ້ລົງນາມໃນບົດບັນທຶກຂໍ້ຕົກລົງ ແລະ ເຫັນດີຈັດກອງປະຊຸມຄັ້ງທີ 11 ຂອງຄະນະກຳມະການປະສົມວ່າດ້ວຍການຮ່ວມມືສອງຝ່າຍ ຢູ່ຫວຽດນາມໃນປີ 2027.
ຍສໝ - ກອງທັບປະຊາຊົນລາວ ໄດ້ສົ່ງກຳລັງ ຈຳນວນ 33 ສະຫາຍ ແລະ ອຸປະກອນ ໄປຊ່ວຍເຫຼືອ ສສ ມຽນມາ ໃນການຊອກຄົ້ນ, ກອບກູ້ ແລະ ຊ່ວຍເຫຼືອຜູ້ສູນຫາຍຈາກເຫດການແຜ່ນດິນໄຫວ |
ຍສໝ - ວັນທີ 1 ເມສາ, ຢູ່ຮ່າໂນ້ຍ, ຄະນະຜູ້ແທນສະມາຄົມມິດຕະພາບຫວຽດນາມ - ມຽນມາ (AFA) ໂດຍທ່ານ ຈູກົງຟູງ, ປະທານສະມາຄົມເປັນນຳໜ້າ ໄດ້ໄປຢ້ຽມຢາມສະຖານທູດມຽນມາ ປະຈໍາ ຫວຽດນາມ ເພື່ອສະແດງຄວາມເສົ້າສະຫຼົດໃຈ ແລະ ຂຽນປື້ມໄວ້ອາໄລເພື່ອລະນຶກເຖິງຜູ້ປະສົບເຄາະຮ້າຍຈາກເຫດແຜ່ນດິນໄຫວຢູ່ມຽນມາ ໃນວັນທີ 28 ມີນາ. |
ມິງດຶກ
