ວັດທະນະທຳ, ອາຫານຫວຽດນາມ ດຶງດູດນັກທ່ອງທ່ຽວຢູ່ໄທ

14:28 | 27/11/2026

ຍສໝ - ແຕ່ວັນທີ 22-24 ພະຈິກ, ສະຖານກົງສຸນໃຫຍ່ຫວຽດນາມ ປະຈຳຂອນແກ່ນ (ໄທ) ໄດ້ສົມທົບຈັດບັນດາກິດຈະກຳແນະນຳວັດທະນະທຳ, ສິລະປະ ແລະ ອາຫານຫວຽດນາມ ໃນຂອບເຂດງານບຸນສາກົນສີຖານ 2026, ປະກອບສ່ວນໂຄສະນາເຜີຍແຜ່ເອກະລັກຂອງຊາດ ແລະ ເຊື່ອມໂຍງປະຊາຊົນສອງປະເທດ.

ພາກຕາເວັນອອກສຽງເໜືອຂອງໄທມີສູນຫວຽດນາມສຶກສາແຫ່ງໃໝ່ ການປະກວດວັດທະນະທຳ 3 ລາຍການ ເຊື່ອມສານຊຸມຊົນຊາວຫວຽດນາມຢູ່ໄທ

ງານບຸນດັ່ງກ່າວຈັດຂຶ້ນທີ່ມະຫາວິທະຍາໄລຂອນແກ່ນ, ໂດຍມີບັນດາຄະນະສິລະປະຈາກ 6 ປະເທດເຂົ້າຮ່ວມ ລວມມີ: ໄທ, ຫວຽດນາມ, ລາວ, ສີລັງກາ, ສິງກະໂປ ແລະ ອິນໂດເນເຊຍ.

ໄດ້ຮັບການຈັດຂຶ້ນເປັນຄັ້ງທຳອິດເນື່ອງໃນໂອກາດສະເຫຼີມສະຫຼອງຄົບຮອບ 50 ປີ ແຫ່ງການສ້າງຕັ້ງສາຍພົວພັນການທູດ ຫວຽດນາມ - ໄທ, ງານບຸນສາກົນສີຖານ 2026 ມີຫົວຂໍ້ສິລະປະ “Prateep Naga: Worshiping Cửu Long” (ເຊີດຊູພະຍານາກ, ປະສານສາຍນ້ຳກື໋ວລອງ).

ວັດທະນະທຳ, ອາຫານຫວຽດນາມ ດຶງດູດນັກທ່ອງທ່ຽວຢູ່ໄທ
ຄະນະຫວຽດນາມ ສະແດງລາຍການເຊີດສິງໂຕ ທີ່ງານບຸນ.

ຫົວຂໍ້ດັ່ງກ່າວມາຈາກແນວຄິດຂອງສະຖານກົງສຸນໃຫຍ່ຫວຽດນາມ ປະຈຳຂອນແກ່ນ, ໂດຍນຳເອົາພາບຂອງແມ່ນ້ຳກື໋ວລອງຂອງຫວຽດນາມ ປະສານເຂົ້າກັບກະແສນ້ຳຂອງທີ່ໄຫຼຜ່ານປະເທດໄທ, ເປັນສັນຍາລັກແຫ່ງການເຊື່ອມໂຍງທາງວັດທະນະທຳ ແລະ ມິດຕະພາບລະຫວ່າງປະຊາຊົນສອງປະເທດ.

ກ່າວຄຳປາໄສເປີດງານບຸນ, ທ່ານ ດິງ ຮວ່າງ ລິງ, ກົງສຸນໃຫຍ່ຫວຽດນາມ ປະຈຳຂອນແກ່ນ ໄດ້ເນັ້ນໜັກວ່າ ໃນຕະຫຼອດ 50 ປີຜ່ານມາ, ຫວຽດນາມ ແລະ ໄທ ໄດ້ຄ່ອຍໆພັດທະນາມິດຕະພາບໃຫ້ກາຍເປັນສາຍພົວພັນຄູ່ຮ່ວມມື, ຫັນຄວາມເຂົ້າໃຈໃຫ້ກາຍເປັນຄວາມໄວ້ເນື້ອເຊື່ອໃຈ.

ຕາມທ່ານກົງສຸນໃຫຍ່ແລ້ວ, ຄວາມເຂັ້ມແຂງຂອງສາຍພົວພັນ ຫວຽດນາມ - ໄທ ບໍ່ພຽງແຕ່ສະແດງອອກຜ່ານບັນດາຂີດໝາຍທາງການທູດ ຫຼື ຜົນສຳເລັດດ້ານເສດຖະກິດເທົ່ານັ້ນ, ຫາກຍັງໄດ້ຮັບການປູກຝັງຈາກຄວາມຮູ້ສຶກອັນດີງາມລະຫວ່າງປະຊາຊົນ, ບັນດາຄຸນຄ່າວັດທະນະທຳຮ່ວມກັນ ແລະ ຄວາມຜູກພັນລະຫວ່າງບັນດາຊຸມຊົນ.

ໃນຂອບເຂດງານບຸນ, ສະຖານກົງສຸນໃຫຍ່ຫວຽດນາມ ປະຈຳຂອນແກ່ນ ໄດ້ສົມທົບກັບບັນດາຄະນະສິລະປະຈາກພາຍໃນປະເທດ ແລະ ຊຸມຊົນຊາວຫວຽດນາມ ຈັດວັນວັດທະນະທຳຫວຽດນາມ, ແນະນຳຫຼາຍຮູບແບບສິລະປະພື້ນເມືອງ.

ຜູ້ເຂົ້າຊົມໄດ້ຮັບຊົມບັນດາລາຍການສະແດງສິລະປະການຕໍ່ສູ້ ໂວວີນາມ,ເຊີດສິງໂຕ, ການຂັບຮ້ອງເພງພື້ນເມືອງກວານຫໍ້ ແລະ ບັນດາບົດເພງປະຕິວັດຫວຽດນາມ. ນອກຈາກນັ້ນ, ພື້ນທີ່ແລກປ່ຽນວັດທະນະທຳດ້ານອາຫານພື້ນເມືອງ ແລະ ຂະບວນແຫ່ຊຸດເສື້ອຍາວ ໂດຍມີຊາວໜຸ່ມ, ນັກສຶກສາຈາກບັນດາມະຫາວິທະຍາໄລ ແລະ ວິທະຍາໄລຂອງໄທ ເຂົ້າຮ່ວມຢ່າງຫຼວງຫຼາຍ ໄດ້ປະກອບສ່ວນແນະນຳບັນດາເອກະລັກອັນໂດດເດັ່ນຂອງວັດທະນະທຳຫວຽດນາມ ສູ່ມວນຊົນປະເທດເຈົ້າພາບ.

ຕາມການຄາດຄະເນຂອງຄະນະຈັດຕັ້ງ, ງານບຸນສາກົນສີຖານ 2026 ດຶງດູດນັກທ່ອງທ່ຽວຊາວໄທ ແລະ ສາກົນ ປະມານ 500.000 ເທື່ອຄົນ, ເພີ່ມຂຶ້ນປະມານ 15% ເມື່ອທຽບກັບປີ 2025.

ບັນດາກິດຈະກຳດ້ານວັດທະນະທຳ, ສິລະປະ ແລະ ອາຫານຫວຽດນາມ ທີ່ງານບຸນ ໄດ້ສ້າງກາລະໂອກາດເພີ່ມເຕີມໃຫ້ປະຊາຊົນໄທ ແລະ ເພື່ອນມິດສາກົນ ໄດ້ຮຽນຮູ້ກ່ຽວກັບປະເທດ ແລະ ຄົນຫວຽດນາມ, ພ້ອມທັງປະກອບສ່ວນປູກຝັງມິດຕະພາບ ແລະ ການແລກປ່ຽນປະຊາຊົນລະຫວ່າງສອງປະເທດ.

ຫວຽດນາມ - ໄທ ຂະຫຍາຍການຮ່ວມມືດ້ານການສຶກສາ, ການຄ້າ ແລະ ການແລກປ່ຽນປະຊາຊົນ ຫວຽດນາມ - ໄທ ຂະຫຍາຍການຮ່ວມມືດ້ານການສຶກສາ, ການຄ້າ ແລະ ການແລກປ່ຽນປະຊາຊົນ
ຍສໝ - ວັນທີ 7 ພະຈິກ, ທີ່ຊຽງໃໝ່ (ປະເທດໄທ), ຜູ້ຕາງໜ້າບັນດາທ້ອງຖິ່ນຂອງຫວຽດນາມ ໄດ້ແບ່ງປັນຜົນສຳເລັດດ້ານການຮ່ວມມື ແລະ ສະເໜີບັນດາໂຄງການເຊື່ອມໂຍງໃໝ່ ໃນກອງປະຊຸມຮ່ວມຄັ້ງທີ XV ລະຫວ່າງສະມາຄົມມິດຕະພາບຫວຽດນາມ - ໄທ ແລະ ສະມາຄົມມິດຕະພາບໄທ - ຫວຽດນາມ, ໂດຍສຸມໃສ່ຂົງເຂດການສຶກສາ, ການຝຶກອົບຮົມ, ການຄ້າ, ການລົງທຶນ ແລະ ການທ່ອງທ່ຽວ.
ຫວຽດນາມ - ໄທ ຊຸກຍູ້ການເຊື່ອມໂຍງດ້ານເສດຖະກິດ ຫວຽດນາມ - ໄທ ຊຸກຍູ້ການເຊື່ອມໂຍງດ້ານເສດຖະກິດ
ຍສໝ - ວັນທີ 16 ພະຈິກ, ຢູ່ Manila (Philippines), ໃນຂອບເຂດກອງປະຊຸມສຸດຍອດອາຊຽນ ຄັ້ງທີ 49 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ, ທ່ານ ເລ ມິງ ຮຶງ, ນາຍົກລັດຖະມົນຕີຫວຽດນາມ ໄດ້ພົບປະກັບທ່ານ Anutin Charnvirakul, ນາຍົກລັດຖະມົນຕີໄທ, ເພື່ອແລກປ່ຽນບັນດາມາດຕະການດຳເນີນການຮ່ວມມືສອງຝ່າຍ, ໂດຍສະເພາະໃນຂົງເຂດເສດຖະກິດ, ການຄ້າ, ການລົງທຶນ ແລະ ວິທະຍາສາດ - ເຕັກໂນໂລຊີ.

ຄຳສີ

ເບິ່ງເພີ່ມເຕີມໃນ: ຫວຽດນາມປະຈຸບັນ

ເບິ່ງເພີ່ມເຕີມ