| ຫວຽດນາມ - ລາວ ມຸ່ງສູ່ໂຄງການຮ່ວມມືດ້ານກິລາ ໄລຍະ 2026-2030 50 ຜົນງານຈິດຕະກຳແນະນຳມໍລະດົກວັດທະນະທຳຫວຽດນາມ - ລາວ ຢູ່ວຽງຈັນ |
ໃນຂອບເຂດການຢ້ຽມຢາມ, ທ່ານ ສະເຫຼີມໄຊ ກົມມະສິດ, ນາຍົກລັດຖະມົນຕີ ຈະເຂົ້າຮ່ວມກອງປະຊຸມສຸດຍອດການຮ່ວມມື ກຳປູເຈຍ - ລາວ - ມຽນມາ - ຫວຽດນາມ ຄັ້ງທີ 12 (CLMV-12) ແລະ ກອງປະຊຸມສຸດຍອດຍຸດທະສາດການຮ່ວມມືເສດຖະກິດ ອິຣະວະດີ - ເຈົ້າພະຍາ - ແມ່ນ້ຳຂອງ ຄັ້ງທີ 11.
ທ່ານ ສະເຫຼີມໄຊ ກົມມະສິດ ໄດ້ຮັບການເລືອກຕັ້ງຈາກສະພາແຫ່ງຊາດລາວໃຫ້ດຳລົງຕຳແໜ່ງນາຍົກລັດຖະມົນຕີ ໃນຕົ້ນເດືອນ 10/2026. ການຢ້ຽມຢາມຄັ້ງນີ້ດຳເນີນຂຶ້ນພາຍຫຼັງການຢ້ຽມຢາມລາວຂອງທ່ານ ເລ ມິງ ຮຶງ, ນາຍົກລັດຖະມົນຕີຫວຽດນາມ ບໍ່ດົນ.
ການແລກປ່ຽນຄະນະຜູ້ແທນຂັ້ນສູງລະຫວ່າງສອງປະເທດໄດ້ຮັບການຮັກສາຢ່າງສະໝ່ຳສະເໝີ ໃນສະພາບການທີ່ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ຫວຽດນາມ - ລາວ ສືບຕໍ່ພັດທະນາໃນຫຼາຍຂົງເຂດ.
![]() |
| ທ່ານ ເລ ມິງ ຮຶງ, ນາຍົກລັດຖະມົນຕີຫວຽດນາມ ແລະ ທ່ານ ສະເຫຼີມໄຊ ກົມມະສິດ, ນາຍົກລັດຖະມົນຕີລາວ. |
ຜ່ານບັນດາການພົບປະ ແລະ ການຕິດຕໍ່, ການນຳສອງປະເທດໄດ້ຢືນຢັນຢ່າງສະໝ່ຳສະເໝີວ່າ ຕ່າງຝ່າຍຕ່າງໃຫ້ຄວາມສຳຄັນ ແລະ ບຸລິມະສິດສູງສຸດແກ່ສາຍພົວພັນສອງຝ່າຍໃນນະໂຍບາຍການຕ່າງປະເທດຂອງແຕ່ລະປະເທດ, ພ້ອມທັງຫັນເນື້ອໃນຂອງ “ຄວາມຜູກພັນທາງຍຸດທະສາດ” ໃນສາຍພົວພັນຫວຽດນາມ - ລາວ ໃຫ້ເປັນຮູບປະທຳ.
ໃນດ້ານການຮ່ວມມືເສດຖະກິດ, ມູນຄ່າການຄ້າສອງຝ່າຍໃນປີ 2025 ບັນລຸເກືອບ 3 ຕື້ USD, ເພີ່ມຂຶ້ນ 32,7% ທຽບໃສ່ປີ 2024. ສອງປະເທດກຳລັງມຸ່ງສູ່ເປົ້າໝາຍຍົກມູນຄ່າການຄ້າສອງຝ່າຍຂຶ້ນເປັນ 5-10 ຕື້ USD ໃນອີກບໍ່ຈັກປີຂ້າງໜ້າ.
ໃນການຢ້ຽມຢາມລາວຄັ້ງກ່ອນ, ທ່ານ ເລ ມິງ ຮຶງ, ນາຍົກລັດຖະມົນຕີ ໄດ້ປະກາດວ່າ ຫວຽດນາມຈະກໍ່ສ້າງໂຮງຮຽນ 2 ແຫ່ງ ມອບໃຫ້ປະຊາຊົນສອງແຂວງຂອງລາວ ຄື ຫົວພັນ ແລະ ຈຳປາສັກ, ດ້ວຍມູນຄ່າລວມ 2 ລ້ານ USD, ປະກອບສ່ວນຊ່ວຍເຫຼືອການພັດທະນາການສຶກສາ, ການຝຶກອົບຮົມ ແລະ ຊັບພະຍາກອນມະນຸດຢູ່ປະເທດເພື່ອນມິດ.
ຜົນສຳເລັດການຮ່ວມມືອີກຢ່າງໜຶ່ງທີ່ໜ້າສົນໃຈແມ່ນ ການທີ່ຫວຽດນາມໄດ້ມອບລະບົບຄຸ້ມຄອງພົນລະເມືອງ ແລະ ບັດປະຈຳຕົວພົນລະເມືອງໃຫ້ແກ່ລາວ. ໂຄງການດັ່ງກ່າວດຳເນີນໂດຍການປະສານງານຂອງກະຊວງຕຳຫຼວດສອງປະເທດ, ເປັນຂອງຂວັນທີ່ສະແດງເຖິງສາຍພົວພັນພິເສດລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນຫວຽດນາມ - ລາວ.
ນອກຈາກນັ້ນ, ການນຳສອງປະເທດຍັງໄດ້ເຫັນດີເລັ່ງລັດການປະຕິບັດບັນດາໂຄງການຮ່ວມມືທາງຍຸດທະສາດ ແລະ ໂຄງການຈຸດສຸມ, ໂດຍສະເພາະໃນຂົງເຂດການເຊື່ອມໂຍງໂຄງລ່າງພື້ນຖານດ້ານຄົມມະນາຄົມ ແລະ ພະລັງງານ.
ບັນດາໂຄງການທີ່ສອງຝ່າຍໃຫ້ຄວາມສົນໃຈ ລວມມີ ທາງລົດໄຟ, ທາງດ່ວນ, ລະບົບທໍ່ສົ່ງນ້ຳມັນ ແລະ ຄັງເກັບນ້ຳມັນເຊື້ອໄຟ, ແນໃສ່ເພີ່ມທະວີການເຊື່ອມໂຍງລະຫວ່າງສອງເສດຖະກິດ.
ການຢ້ຽມຢາມຫວຽດນາມຢ່າງເປັນທາງການຂອງທ່ານ ສະເຫຼີມໄຊ ກົມມະສິດ, ນາຍົກລັດຖະມົນຕີ ພ້ອມກັບການເຂົ້າຮ່ວມກອງປະຊຸມສຸດຍອດລະດັບພາກພື້ນທັງສອງຄັ້ງ ຈະສືບຕໍ່ສ້າງເງື່ອນໄຂໃຫ້ສອງປະເທດໄດ້ແລກປ່ຽນບັນດາເນື້ອໃນການຮ່ວມມືສອງຝ່າຍ ແລະ ຫຼາຍຝ່າຍ, ປະກອບສ່ວນປະຕິບັດບັນດາຂໍ້ຕົກລົງທີ່ການນຳຂັ້ນສູງຫວຽດນາມ - ລາວ ໄດ້ບັນລຸຮ່ວມກັນ.
ຍສໝ - ໃນການໄປຢ້ຽມຊົມຫໍເທບທິດາໂຍ່ຍຮວາ ທີ່ແຂວງນິງບິ່ງເປັນຄັ້ງທຳອິດ, ທ້າວ ມີໄຊ ວັນພະຈິດ, ນັກສຶກສາລາວທີ່ກຳລັງສຶກສາຢູ່ສະຖາບັນການທູດຫວຽດນາມ, ຮູ້ສຶກຕື້ນຕັນໃຈເມື່ອຮູ້ວ່າ ປະຊາຊົນຫວຽດນາມໄດ້ອະນຸລັກ ແລະ ລະນຶກເຖິງລາຊະທິດາຈາກປະເທດບ້ານເກີດຂອງຕົນມາຫຼາຍສະຕະວັດ. ລາວຕ້ອງການນຳເລື່ອງລາວນີ້ໄປເລົ່າໃຫ້ຄອບຄົວ ແລະ ໝູ່ເພື່ອນຢູ່ລາວຟັງ. | ||
ຍສໝ - ຕອນຄ່ຳວັນທີ 21 ພະຈິກ, ຢູ່ນະຄອນຫຼວງວຽງຈັນ (ລາວ), ໂຄງການສິລະປະ “ເຊື່ອມສານຊຸມຊົນ, ສານສາຍໃຍມິດຕະພາບຫວຽດນາມ - ລາວ” ໄດ້ນຳສະເໜີບັນດາລາຍການຮ້ອງເພງ, ຟ້ອນ ແລະ ດົນຕີ ກ່ຽວກັບບ້ານເກີດ, ປະເທດຊາດ ແລະ ນ້ຳໃຈສາມັກຄີລະຫວ່າງສອງຊົນຊາດ. ກິດຈະກຳນີ້ໄດ້ສ້າງໂອກາດໃຫ້ຊຸມຊົນຊາວຫວຽດນາມຢູ່ລາວໄດ້ພົບປະ, ຫວນຄືນສູ່ຮາກເຫງົ້າຂອງຕົນ, ພ້ອມທັງແນະນຳວັດທະນະທຳຫວຽດນາມໃຫ້ແກ່ປະຊາຊົນລາວ. |
ດວງດີ
