ນັກສຶກສາລາວໂດຍມີຄວາມຮູ້ສຶກຕື້ນຕັນໃຈເມື່ອໄດ້ຢ້ຽມຊົມຫໍເທບທິດາໂຍ່ຍຮວາ ຢູ່ຫວຽດນາມ

10:02 | 23/11/2026

ຍສໝ - ໃນການໄປຢ້ຽມຊົມຫໍເທບທິດາໂຍ່ຍຮວາ ທີ່ແຂວງນິງບິ່ງເປັນຄັ້ງທຳອິດ, ທ້າວ ມີໄຊ ວັນພະຈິດ, ນັກສຶກສາລາວທີ່ກຳລັງສຶກສາຢູ່ສະຖາບັນການທູດຫວຽດນາມ, ຮູ້ສຶກຕື້ນຕັນໃຈເມື່ອຮູ້ວ່າ ປະຊາຊົນຫວຽດນາມໄດ້ອະນຸລັກ ແລະ ລະນຶກເຖິງລາຊະທິດາຈາກປະເທດບ້ານເກີດຂອງຕົນມາຫຼາຍສະຕະວັດ. ລາວຕ້ອງການນຳເລື່ອງລາວນີ້ໄປເລົ່າໃຫ້ຄອບຄົວ ແລະ ໝູ່ເພື່ອນຢູ່ລາວຟັງ.

Monsoon Wind ເປີດທິດທາງໃໝ່ໃນການເຊື່ອມໂຍງພະລັງງານຫວຽດນາມ - ລາວ ສອງບ້ານຫວຽດນາມ - ລາວ ລົງນາມສ້າງສາຍສຳພັນບ້ານແຮກສ່ຽວ
ນັກສຶກສາລາວໂດຍມີຄວາມຮູ້ສຶກຕື້ນຕັນໃຈເມື່ອໄດ້ຢ້ຽມຊົມຫໍເທບທິດາໂຍ່ຍຮວາ ຢູ່ຫວຽດນາມ
ຄະນະຜູ້ແທນ ແລະ ນັກສຶກສາລາວ ໄປຖະຫວາຍທູບທຽນຢູ່ຫໍເທບທິດາໂຍ່ຍຮວາ. (ພາບ: ມິງດຶກ)

ລາຊະທິດາລາວທີ່ຊາວຫວຽດນາມລະນຶກເຖິງ

“ກ່ອນໜ້ານີ້, ຂ້າພະເຈົ້າບໍ່ຮູ້ວ່າຢູ່ຫວຽດນາມມີຫໍບູຊາແຫ່ງໜຶ່ງທີ່ມີປະຫວັດສາດປະມານ 500 ປີ, ເປັນສະຖານທີ່ບູຊາລາຊະທິດາຂອງລາວ. ຂ້າພະເຈົ້າຮູ້ສຶກຕື້ນຕັນໃຈ ແລະ ພາກພູມໃຈຫຼາຍ ເມື່ອຮູ້ວ່າປະຊາຊົນຫວຽດນາມໄດ້ຮັກສາຫໍບູຊາແຫ່ງນີ້ ແລະ ລະນຶກເຖິງລາຊະທິດາສືບຕໍ່ກັນມາຫຼາຍຮຸ່ນຄົນ. ສິ່ງນີ້ສະແດງໃຫ້ເຫັນວ່າ ຄວາມຜູກພັນລະຫວ່າງປະຊາຊົນສອງປະເທດມີມາແຕ່ດົນນານແລ້ວ”, ທ້າວ ມີໄຊ ວັນພະຈິດ ແບ່ງປັນພາຍຫຼັງການຢ້ຽມຊົມຫໍເທບທິດາໂຍ່ຍຮວາ ທີ່ແຂວງນິງບິ່ງ ໃນວັນທີ 22/11.

ທ້າວ ມີໄຊ (ອາຍຸ 23 ປີ), ນັກສຶກສາປະລິນຍາໂທຮຸ່ນທີ 26 ຢູ່ສະຖາບັນການທູດຫວຽດນາມ, ເປັນໜຶ່ງໃນນັກສຶກສາລາວ 38 ຄົນທີ່ເຂົ້າຮ່ວມໂຄງການແລກປ່ຽນ, ຢ້ຽມຢາມ ແລະ ສຶກສາປະຫວັດສາດ ໂດຍສະມາຄົມມິດຕະພາບຫວຽດນາມ - ລາວ ປະສານງານກັບສະຫະພັນບັນດາອົງການມິດຕະພາບແຂວງນິງບິ່ງ ແລະ ບັນດາພາກສ່ວນທີ່ກ່ຽວຂ້ອງຈັດຂຶ້ນ. ຄະນະໄດ້ອອກເດີນທາງຈາກຮ່າໂນ້ຍໃນເວລາ 6 ໂມງເຊົ້າ. ເມື່ອເດີນທາງຮອດນິງບິ່ງ, ມີນັກສຶກສາລາວອີກ 5 ຄົນທີ່ກຳລັງຮຽນຢູ່ມະຫາວິທະຍາໄລຮວາລື ເຂົ້າຮ່ວມກິດຈະກຳນຳ.

ນັກສຶກສາລາວໂດຍມີຄວາມຮູ້ສຶກຕື້ນຕັນໃຈເມື່ອໄດ້ຢ້ຽມຊົມຫໍເທບທິດາໂຍ່ຍຮວາ ຢູ່ຫວຽດນາມ
ທ້າວ ມີໄຊ ວັນພະຈິດ - ນັກສຶກສາລາວ ທີ່ກຳລັງສຶກສາລະດັບປະລິນຍາໂທ ຮຸ່ນທີ 26 ຢູ່ສະຖາບັນການທູດຫວຽດນາມ. (ພາບ: ຜູ້ໃຫ້ສຳພາດສະໜອງ)

ໃນສອງສະຖານທີ່ຢ້ຽມຢາມຂອງໂຄງການ, ນອກຈາກວັດບ໋າຍດິ໊ງແລ້ວ, ຫໍເທບທິດາໂຍ່ຍຮວາ ຍັງເປັນສະຖານທີ່ທີ່ນັກສຶກສາໄດ້ຮຽນຮູ້ເລື່ອງລາວຂອງລາຊະທິດາລາວພະອົງໜຶ່ງ ທີ່ປະຊາຊົນຫວຽດນາມໄດ້ບູຊາ ແລະ ລະນຶກເຖິງສືບຕໍ່ກັນມາຫຼາຍຮຸ່ນຄົນ.

ກ່ອນການເດີນທາງ, ທ້າວ ມີໄຊ ເຄີຍໄດ້ຍິນກ່ຽວກັບຫໍບູຊາແຫ່ງນີ້ ຜ່ານຂໍ້ມູນກ່ຽວກັບການຢ້ຽມຢາມຂອງພັນລະຍາຜູ້ນຳສອງປະເທດ ຫວຽດນາມ - ລາວ ໃນເດືອນ 1/2026, ແຕ່ຍັງບໍ່ມີໂອກາດໄປສຶກສາດ້ວຍຕົນເອງ. ໃນຄັ້ງນີ້, ລາວພ້ອມກັບສະມາຊິກຄະນະໄດ້​​ໄປຖະຫວາຍທູບທຽນ, ຮັບຟັງການແນະນຳກ່ຽວກັບລາຊະທິດາ ແລະ ບັນດາຮ່ອງຮອຍທາງປະຫວັດສາດທີ່ຍັງຖືກຮັກສາໄວ້ຢູ່ສະຖານທີ່ແຫ່ງນີ້.

“ຖ້າມີໂອກາດ, ຂ້າພະເຈົ້າຈະຊວນໝູ່ເພື່ອນ ແລະ ພາຄອບຄົວມາຢ້ຽມຊົມທີ່ນີ້. ຂ້າພະເຈົ້າຫວັງວ່າ ຈະມີຊາວໜຸ່ມລາວຫຼາຍຄົນຂຶ້ນໄດ້ຮູ້ຈັກຫໍບູຊາແຫ່ງນີ້, ເພາະນີ້ແມ່ນສະຖານທີ່ທີ່ຊ່ວຍໃຫ້ພວກເຮົາເຂົ້າໃຈຕື່ມກ່ຽວກັບປະຫວັດສາດ ແລະ ມິດຕະພາບອັນຍາວນານລະຫວ່າງສອງປະເທດ ຫວຽດນາມ - ລາວ”, ທ້າວ ມີໄຊ ກ່າວ.

ຫໍເທບທິດາທີ່ເຊື່ອມໂຍງປະຊາຊົນສອງປະເທດ

ຫໍເທບທິດາໂຍ່ຍຮວາ ຫຼື ເອີ້ນອີກຊື່ໜຶ່ງວ່າ ຫໍເທື້ອງຖາຍເຊີນ, ຕັ້ງຢູ່ເນີນພູເດິ່ນ, ໃນເຂດໜ່ວຍຊຸມຊົນໄທເຊີນ, ເມືອງໄຕເຮວລື, ແຂວງນິງບິ່ງ. ຢູ່ທີ່ນີ້, ຄະນະນັກສຶກສາລາວໄດ້ຮັບຟັງຕຳນານທີ່ສືບທອດມາແຕ່ສະຕະວັດທີ XV, ໃນສະໄໝກະສັດເລແທ໊ງຕົງ. ຕາມນັ້ນແລ້ວ, ລາຊະທິດາລາວພະອົງໜຶ່ງໄດ້ນຳຂະບວນຊ້າງໄປຊ່ວຍອານາຈັກດ້າຍຫວຽດຝຶກຊ້າງເສິກ. ໃນລະຫວ່າງເດີນທາງກັບຄືນປະເທດ, ພະອົງໄດ້ປະຊວນ ແລະ ສິ້ນພະຊົນຢູ່ດິນແດນນິງບິ່ງໃນປັດຈຸບັນ. ເພື່ອລະນຶກເຖິງຄຸນງາມຄວາມດີຂອງລາຊະທິດາ, ລາຊະສຳນັກດ້າຍຫວຽດຈຶ່ງໄດ້ຈັດພິທີຝັງພະສົບ ແລະ ສ້າງຫໍບູຊາຂຶ້ນຢູ່ທີ່ນີ້.

ປັດຈຸບັນ, ຢູ່ສະຖານທີ່ປະຫວັດສາດແຫ່ງນີ້ ຍັງມີເຂດສຸສານ, ຮູບພະສາທິດລັກຂອງລາຊະທິດາທີ່ແກະສະຫຼັກເທິງໄມ້, ພ້ອມດ້ວຍພະລາຊະສານແຕ່ງຕັ້ງ ແລະ ເຄື່ອງບູຊາເກົ່າແກ່. ໃນປີ 2007, ຫໍບູຊາແຫ່ງນີ້ໄດ້ຮັບການຮັບຮອງເປັນຮ່ອງຮອຍປະຫວັດສາດຂັ້ນແຂວງ. ໃນການຢ້ຽມຢາມ, ບັນດານັກສຶກສາໄດ້​​ໄປຖະຫວາຍທູບທຽນຢູ່ສະຖານທີ່ບູຊາລາຊະທິດາ ແລະ ສຶກສາບັນດາຮ່ອງຮອຍທາງປະຫວັດສາດທີ່ປະຊາຊົນທ້ອງຖິ່ນໄດ້ອະນຸລັກໄວ້ຫຼາຍຮຸ່ນຄົນ.

ທຸກໆປີ, ໃນວັນທີ 3/3 ຕາມປະຕິທີນຈັນທະຄະຕິ, ປະຊາຊົນຖາຍເຊີນຈັດພິທີ​ໄຫວ້ລາຊະທິດາໂຍ່ຍຮວາ. ກ່ອນວັນຈັດພິທີ, ປະຊາຊົນຮ່ວມກັນອະນາໄມບໍລິເວນຫໍບູຊາ, ກະກຽມເຄື່ອງຖວາຍ, ຈັດຕຽມຂັ້ນຕອນພິທີບູຊາ ແລະ ກິດຈະກຳວັດທະນະທຳພື້ນເມືອງ. ຕະຫຼອດຫຼາຍປີຜ່ານມາ, ພິທີ​ໄຫວ້ລາຊະທິດາໂຍ່ຍຮວາ ຍັງມີນັກສຶກສາລາວຈາກມະຫາວິທະຍາໄລຮວາລືເຂົ້າຮ່ວມ. ນັກສຶກສາລາວພ້ອມກັບປະຊາຊົນທ້ອງຖິ່ນໄດ້​​ໄປຖະຫວາຍທູບທຽນເຖິງລາຊະທິດາ, ແລກປ່ຽນສິລະປະວັນນະຄະດີ ຜ່ານບັນດາທ່າຟ້ອນ ແລະ ບົດເພງຈຳປາທີ່ສະທ້ອນເອກະລັກຂອງບ້ານເກີດເມືອງນອນ.

ດ້ວຍເຫດນັ້ນ, ຫໍເທບທິດາແຫ່ງນີ້ຈຶ່ງບໍ່ພຽງແຕ່ເປັນສະຖານທີ່ທີ່ປະຊາຊົນຖາຍເຊີນສືບທອດການບູຊາລາຊະທິດາເທົ່ານັ້ນ, ແຕ່ຍັງເປັນສະຖານທີ່ພົບປະ ແລະ ແລກປ່ຽນວັດທະນະທຳກັບຊາວໜຸ່ມຈາກລາວ. ຜ່ານບັນດາລະດູການຈັດພິທີ, ເລື່ອງລາວຂອງເຈົ້າຍິງໂຍ່ຍຮວາຍັງຄົງຖືກເລົ່າສືບຕໍ່ໃຫ້ນັກສຶກສາທີ່ເດີນທາງມາຈາກບ້ານເກີດຂອງພະອົງໄດ້ຮັບຟັງ.

ນັກສຶກສາລາວໂດຍມີຄວາມຮູ້ສຶກຕື້ນຕັນໃຈເມື່ອໄດ້ຢ້ຽມຊົມຫໍເທບທິດາໂຍ່ຍຮວາ ຢູ່ຫວຽດນາມ
ທ່ານ ດິງ ກົງ ສີ, ຮອງຫົວໜ້າຄະນະກຳມາທິການປ້ອງກັນຊາດ, ຄວາມໝັ້ນຄົງ ແລະ ການຕ່າງປະເທດ ຂອງສະພາແຫ່ງຊາດ, ເລຂາໃຫຍ່ສະມາຄົມມິດຕະພາບຫວຽດນາມ - ລາວ, ກ່າວຄຳປາໄສໃນພິທີຕ້ອນຮັບຄະນະຜູ້ແທນ. (ພາບ: ມິງດຶກ)

ຕາມທ່ານ ດິງ ກົງ ສີ, ຮອງຫົວໜ້າຄະນະກຳມາທິການປ້ອງກັນຊາດ, ຄວາມໝັ້ນຄົງ ແລະ ການຕ່າງປະເທດ ຂອງສະພາແຫ່ງຊາດ, ເລຂາໃຫຍ່ສະມາຄົມມິດຕະພາບຫວຽດນາມ - ລາວ ແລະ ຫົວໜ້າຄະນະ ແລ້ວ, ຫໍເທບທິດາໂຍ່ຍຮວາແມ່ນຂີດໝາຍຮ່ອງຮອຍທາງປະຫວັດສາດທີ່ບັນທຶກຄວາມຜູກພັນ ແລະ ການຊ່ວຍເຫຼືອເກື້ອກູນກັນລະຫວ່າງສອງຊາດ ນັບແຕ່ຫຼາຍສະຕະວັດກ່ອນ. ນີ້ກໍແມ່ນເຫດຜົນທີ່ສະມາຄົມເລືອກຫໍບູຊາແຫ່ງນີ້ເປັນໜຶ່ງໃນສອງສະຖານທີ່ຢ້ຽມຢາມ, ເພື່ອຊ່ວຍໃຫ້ນັກສຶກສາລາວເຂົ້າໃຈຕື່ມກ່ຽວກັບປະຫວັດສາດ ແລະ ບັນດາຄຸນຄ່າທີ່ໄດ້ເຊື່ອມສາຍໃຍປະຊາຊົນສອງປະເທດຜ່ານຫຼາຍຮຸ່ນຄົນ.

ທ່ານ ດິງ ກົງ ສີ ເຫັນວ່າ ຄຽງຄູ່ກັບການຮ່ວມມືລະຫວ່າງສອງພັກ, ສອງລັດ, ສອງລັດຖະບານ ແລະ ບັນດາອົງການນິຕິບັນຍັດ, ວຽກງານການຕ່າງປະເທດປະຊາຊົນມີບົດບາດສຳຄັນໃນການເສີມສ້າງຄວາມເຂົ້າໃຈ ແລະ ຄວາມຜູກພັນລະຫວ່າງປະຊາຊົນສອງປະເທດ. ສະມາຄົມມິດຕະພາບຫວຽດນາມ - ລາວ ກຳນົດວ່າ ການສຶກສາອົບຮົມປະເພນີມິດຕະພາບໃຫ້ແກ່ຄົນຮຸ່ນໃໝ່, ການຈັດກິດຈະກຳແລກປ່ຽນ ແລະ ການເຊື່ອມໂຍງບັນດາອົງການ ແລະ ບຸກຄົນຂອງສອງປະເທດ ແມ່ນບັນດາໜ້າທີ່ຈຸດສຸມ.

ໃນການພົບປະກັບການນຳແຂວງນິງບິ່ງ, ທ່ານ ດິງ ກົງ ສີ ໄດ້ສະເໜີໃຫ້ສະມາຄົມມິດຕະພາບຫວຽດນາມ - ລາວ ເພີ່ມທະວີການປະສານງານກັບແຂວງໃນວຽກງານໂຄສະນາ ແລະ ສຶກສາອົບຮົມປະເພນີສາມັກຄີພິເສດຫວຽດນາມ - ລາວ, ໂດຍສະເພາະສຳລັບຄົນຮຸ່ນໃໝ່.

ເນື້ອໃນໜຶ່ງທີ່ທ່ານເນັ້ນໜັກແມ່ນ ການປະສານງານໃນການຄົ້ນຄວ້າ, ອະນຸລັກ ແລະ ສົ່ງເສີມຄຸນຄ່າທາງປະຫວັດສາດ ແລະ ວັດທະນະທຳຂອງຫໍເທບທິດາໂຍ່ຍຮວາ. ໃນນັ້ນ, ສະມາຄົມປາດຖະໜາທີ່ຈະຮ່ວມກັບບັນດາອົງການທີ່ກ່ຽວຂ້ອງ ແລະ ຝ່າຍລາວ ສືບຕໍ່ຄົ້ນຄວ້າເອກະສານ, ເຮັດໃຫ້ແຈ້ງຕື່ມກ່ຽວກັບພະລາຊະປະຫວັດ, ພາລະກິດ ແລະ ຄຸນງາມຄວາມດີຂອງລາຊະທິດາ; ພ້ອມທັງສຶກສາຄວາມເປັນໄປໄດ້ໃນການພັດທະນາຫໍບູຊາແຫ່ງນີ້ໃຫ້ກາຍເປັນສະຖານທີ່ດ້ານວັດທະນະທຳ, ປະຫວັດສາດ ແລະ ການທ່ອງທ່ຽວມິດຕະພາບຫວຽດນາມ - ລາວ.

ທ່ານຍັງໄດ້ສະເໜີໃຫ້ສົ່ງເສີມບົດບາດເປັນຂົວເຊື່ອມຂອງສະມາຄົມ ໃນການເຊື່ອມໂຍງບັນດາອົງການມິດຕະພາບ, ສະຖາບັນການສຶກສາ, ວິສາຫະກິດ ແລະ ອົງການສັງຄົມຂອງແຂວງນິງບິ່ງ ກັບບັນດາຄູ່ຮ່ວມມືລາວ; ຈັດບັນດາໂຄງການແລກປ່ຽນດ້ານວັດທະນະທຳ, ກິລາ, ການທ່ອງທ່ຽວ ແລະ ການແລກປ່ຽນປະສົບການ. ໂດຍພິເສດ, ທ່ານ ດິງ ກົງ ສີ ໄດ້ສະເໜີໃຫ້ເອົາໃຈໃສ່ເຊື່ອມໂຍງ ແລະ ສົ່ງເສີມບົດບາດຂອງຊຸມຊົນນັກສຶກສາລາວທີ່ເຄີຍ ແລະ ກຳລັງສຶກສາຢູ່ຫວຽດນາມ, ໂດຍສະເພາະຜູ້ທີ່ເຄີຍສຶກສາ ແລະ ດຳລົງຊີວິດຢູ່ນິງບິ່ງ, ເພື່ອໃຫ້ພວກເຂົາສືບຕໍ່ກາຍເປັນທູດມິດຕະພາບ, ປະກອບສ່ວນບຳລຸງສ້າງຄວາມຜູກພັນລະຫວ່າງສອງຊາດ.

ຫ້ອງວ່າການສະພາແຫ່ງຊາດຫວຽດນາມ - ລາວ ສະແດງຄວາມຮູ້ບຸນຄຸນຕໍ່ບັນດາວິລະຊົນນັກຮົບພລີຊີບຢູ່ແຂວງເງະອານ ຫ້ອງວ່າການສະພາແຫ່ງຊາດຫວຽດນາມ - ລາວ ສະແດງຄວາມຮູ້ບຸນຄຸນຕໍ່ບັນດາວິລະຊົນນັກຮົບພລີຊີບຢູ່ແຂວງເງະອານ
ຍສໝ - ວັນທີ 15 ພະຈິກ, ໃນຂອບເຂດກອງສຳມະນາແລກປ່ຽນບົດຮຽນຄັ້ງທີ XIII ລະຫວ່າງຫ້ອງວ່າການສະພາແຫ່ງຊາດຫວຽດນາມ ແລະ ຫ້ອງວ່າການສະພາແຫ່ງຊາດລາວ, ຄະນະຜູ້ແທນສອງປະເທດໄດ້ໄປວາງພວງມາລາ ແລະ ຖວາຍທູບທຽນລະນຶກເຖິງປະທານໂຮ່ຈີມິນ ແລະ ບັນດາວິລະຊົນນັກຮົບພລີຊີບ ຢູ່ສຸສານນັກຮົບພລີຊີບຫວຽດນາມ - ລາວ (ຕາແສງແອງເຊີນ) ແລະ ເຂດມໍລະດົກແຫ່ງຊາດພິເສດກິມລຽນ, ແຂວງເງະອານ.
ຫວຽດນາມ - ລາວ - ກຳປູເຈຍ ເພີ່ມທະວີການຮ່ວມມືທາງຍຸດທະສາດ ຫວຽດນາມ - ລາວ - ກຳປູເຈຍ ເພີ່ມທະວີການຮ່ວມມືທາງຍຸດທະສາດ
ຍສໝ - ວັນທີ 16 ພະຈິກ, ຢູ່ນະຄອນຫຼວງພະນົມເປັນ (ກຳປູເຈຍ), ໃນຂອບເຂດກອງປະຊຸມສຸດຍອດປະເທດໃຊ້ພາສາຝຣັ່ງ ຄັ້ງທີ 20, ທ່ານ ໂຕ ເລິມ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ, ປະທານປະເທດຫວຽດນາມ ໄດ້ຮ່ວມຮັບປະທານອາຫານເຊົ້າ ແລະ ປຶກສາຫາລືວຽກງານກັບທ່ານ ທອງລຸນ ສີສຸລິດ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ, ປະທານປະເທດລາວ ແລະ ທ່ານ ຮຸນ ແຊນ, ປະທານພັກປະຊາຊົນກຳປູເຈຍ, ປະທານວຸດທິສະພາກຳປູເຈຍ. ຜູ້ນຳທັງສາມທ່ານໄດ້ແລກປ່ຽນກ່ຽວກັບສາຍພົວພັນການຮ່ວມມືລະຫວ່າງສາມພັກ, ສາມປະເທດ ແລະ ເຫັນດີເປັນເອກະພາບກ່ຽວກັບທິດທາງການປະສານງານໃນໄລຍະຕໍ່ໜ້າ.

ມິງດຶກ

ເບິ່ງເພີ່ມເຕີມໃນ: ຂົວເຊື່ອມຕໍ່ມິດຕະພາບ

ເບິ່ງເພີ່ມເຕີມ