ນັກສິລະປິນຈາກ 13 ປະເທດ ເຕົ້າໂຮມກັນທີ່ງານມະໂຫລານເຊີດຫຸ່ນສາກົນ 2026

21:02 | 28/11/2026

ຍສໝ - ງານມະໂຫລານເຊີດຫຸ່ນສາກົນ 2026 ຈັດຂຶ້ນທີ່ຟູ໋ກວັກ (ອານຢາງ), ໂດຍເຕົ້າໂຮມນັກສິລະປິນ, ນັກສະແດງເກືອບ 250 ຄົນ ຈາກ 16 ຫົວໜ່ວຍສິລະປະຂອງ 13 ປະເທດໃນ 5 ທະວີບ. ດ້ວຍຫົວຂໍ້ “ພອນສະຫວັນເຊື່ອມໂຍງຫ້າທະວີບ”, ງານມະໂຫລານໄດ້ສ້າງເວທີແລກປ່ຽນ, ແນະນຳບັນດາເອກະລັກອັນໂດດເດັ່ນຂອງສິລະປະເຊີດຫຸ່ນຂອງບັນດາປະເທດ, ປະກອບສ່ວນປູກຝັງມິດຕະພາບລະຫວ່າງບັນດາຊາດ.

ນາຍົກລັດຖະມົນຕີ ສະເຫຼີມໄຊ ກົມມະສິດ: ຊ່ວຍໃຫ້ຄົນຮຸ່ນໜຸ່ມເຂົ້າໃຈຢ່າງເລິກເຊິ່ງເຖິງສາຍພົວພັນພິເສດ ຫວຽດນາມ - ລາວ Oxfam ກຳນົດສອງບູລິມະສິດດ້ານການພັດທະນາຢູ່ຫວຽດນາມ ໄລຍະ 2026-2031

ງານມະໂຫລານດັ່ງກ່າວ ຈັດຂຶ້ນໂດຍກະຊວງວັດທະນະທຳ, ກິລາ ແລະ ການທ່ອງທ່ຽວ ສົມທົບກັບຄະນະກຳມະການປະຊາຊົນແຂວງອານຢາງ; ກົມສິລະປະການສະແດງເປັນເຈົ້າການ, ສົມທົບກັບກົມຮ່ວມມືສາກົນ, ສະມາຄົມນັກສິລະປິນເວທີການສະແດງຫວຽດນາມ, ພະແນກວັດທະນະທຳ, ກິລາແຂວງອານຢາງ ແລະ ບັນດາຫົວໜ່ວຍທີ່ກ່ຽວຂ້ອງຈັດຕັ້ງປະຕິບັດ. ກຸ່ມບໍລິສັດ Sun Group ໄດ້ເຂົ້າຮ່ວມ ແລະ ອຸປະຖຳງານມະໂຫລານ. ບັນດາກິດຈະກຳດຳເນີນໄປແຕ່ວັນທີ 26/11 ຫາວັນທີ 5/12/2026.

ນັກສິລະປິນຈາກ 13 ປະເທດ ເຕົ້າໂຮມກັນທີ່ງານມະໂຫລານເຊີດຫຸ່ນສາກົນ 2026
ບັນດານັກສິລະປິນຫວຽດນາມ ສະແດງສິລະປະເຊີດຫຸ່ນແບບດັ້ງເດີມ ທີ່ງານມະໂຫລານເຊີດຫຸ່ນສາກົນ 2026 ຢູ່ຟູ໋ກວັກ (ອານຢາງ).

ສິລະປະເຊີດຫຸ່ນເຊື່ອມໂຍງບັນດາວັດທະນະທຳ

ກ່າວຄຳປາໄສທີ່ພິທີເປີດ, ທ່ານ ຕ້າ ກວາງ ດົງ, ຮອງລັດຖະມົນຕີກະຊວງວັດທະນະທຳ, ກິລາ ແລະ ການທ່ອງທ່ຽວ ໄດ້ເນັ້ນໜັກວ່າ: “ດ້ວຍຄວາມສາມາດກ້າວຂ້າມອຸປະສັກດ້ານພາສາ, ການເຊີດຫຸ່ນໄດ້ກາຍເປັນຮູບແບບການແລກປ່ຽນວັດທະນະທຳອັນເປັນເອກະລັກ, ເຊື່ອມໂຍງຜູ້ຄົນ ແລະ ບັນດາຊາດ”.

ຕາມທ່ານຮອງລັດຖະມົນຕີແລ້ວ, ສຳລັບຫວຽດນາມ, ສິລະປະເຊີດຫຸ່ນ, ໂດຍສະເພາະແມ່ນການເຊີດຫຸ່ນນ້ຳ, ແມ່ນມໍລະດົກວັດທະນະທຳອັນໂດດເດັ່ນ, ກໍ່ຕົວຂຶ້ນຈາກວິຖີຊີວິດຂອງປະຊາຊົນທີ່ປະກອບອາຊີບປູກເຂົ້ານານ້ຳ, ໄດ້ຮັບການຮັກສາ, ຖ່າຍທອດ ແລະ ສ້າງສັນໂດຍບັນດານາຍຊ່າງສິລະປະ ແລະ ນັກສິລະປິນຫຼາຍຮຸ່ນ.

ງານມະໂຫລານບໍ່ພຽງແຕ່ເປັນສະຖານທີ່ເຊີດຊູພອນສະຫວັນດ້ານສິລະປະເທົ່ານັ້ນ, ຫາກຍັງສ້າງເງື່ອນໄຂໃຫ້ນັກສິລະປິນບັນດາປະເທດໄດ້ພົບປະ, ແລກປ່ຽນບົດຮຽນ, ປະກອບສ່ວນອະນຸລັກ ແລະ ພັດທະນາສິລະປະເຊີດຫຸ່ນ, ສົ່ງເສີມບົດບາດຂອງວັດທະນະທຳໃນການເຊື່ອມໂຍງ ແລະ ສ້າງສາມິດຕະພາບລະຫວ່າງບັນດາປະເທດ.

ທ່ານ ຕ້າ ກວາງ ດົງ, ຮອງລັດຖະມົນຕີ ເຫັນວ່າ ການຈັດງານມະໂຫລານຢູ່ຟູ໋ກວັກ ມີຄວາມໝາຍພິເສດ ເມື່ອທ້ອງຖິ່ນແຫ່ງນີ້ຈະເປັນເຈົ້າພາບຈັດສັບປະດາກອງປະຊຸມສຸດຍອດ APEC 2027. ທ່ານຫວັງວ່າ ເຫດການດັ່ງກ່າວຈະປະກອບສ່ວນໂຄສະນາຟູ໋ກວັກ ໃນຖານະເປັນຈຸດໝາຍປາຍທາງການທ່ອງທ່ຽວສາກົນທີ່ດຶງດູດໃຈ, ແນະນຳພາບພົດຂອງຫວຽດນາມ ທີ່ອຸດົມດ້ວຍເອກະລັກ, ຫ້າວຫັນ, ມີຄວາມຄິດສ້າງສັນ ແລະ ເປັນມິດ ໃຫ້ແກ່ເພື່ອນມິດໃນໂລກ.

ທ່ານ ເລ ຈຸງ ໂຮ່, ຮອງປະທານຄະນະກຳມະການປະຊາຊົນແຂວງອານຢາງ ໃຫ້ຮູ້ວ່າ ງານມະໂຫລານເປັນການສືບຕໍ່ບັນດາກິດຈະກຳວັດທະນະທຳຂອງແຂວງ ເພື່ອຂານຮັບວັນວັດທະນະທຳຫວຽດນາມ ແລະ ລະນຶກຄົບຮອບ 80 ປີ ແຫ່ງກອງປະຊຸມວັດທະນະທຳທົ່ວປະເທດຄັ້ງທີໜຶ່ງ, ໃນນັ້ນມີງານ Festival “ສາຍນ້ຳສີຂຽວອານຢາງ” ຄັ້ງທີ I, ຈັດຂຶ້ນແຕ່ວັນທີ 22-24/11.

ຕາມທ່ານ ເລ ຈຸງ ໂຮ່ ແລ້ວ, ການເປັນເຈົ້າພາບຈັດງານມະໂຫລານແມ່ນໂອກາດໃຫ້ຟູ໋ກວັກກາຍເປັນຈຸດນັດພົບຂອງບັນດາຮູບແບບສິລະປະຈາກຫຼາຍທະວີບ, ພ້ອມທັງໂຄສະນາການທ່ອງທ່ຽວ, ພັດທະນາການແລກປ່ຽນວັດທະນະທຳ ແລະ ເຊື່ອມໂຍງເຂົ້າກັບສາກົນ.

ໂດຍສະເພາະ, ເຫດການດັ່ງກ່າວຈັດຂຶ້ນພາຍຫຼັງທີ່ຫວຽດນາມໄດ້ຮັບມອບບົດບາດເຈົ້າພາບປີ APEC 2027 ຢ່າງເປັນທາງການ, ປະກອບສ່ວນກະກຽມບັນດາກິດຈະກຳແລກປ່ຽນວັດທະນະທຳ, ແນະນຳຟູ໋ກວັກ - ອານຢາງ ໃຫ້ແກ່ເພື່ອນມິດສາກົນ.

ແນະນຳສິລະປະເຊີດຫຸ່ນຂອງຫ້າທະວີບ

ງານມະໂຫລານໃນປີນີ້ ມີການເຂົ້າຮ່ວມຂອງ 4 ຫົວໜ່ວຍສິລະປະຫວຽດນາມ ແລະ 12 ຄະນະສິລະປະສາກົນຈາກປະເທດເອຢິບ, ອົດສະຕາລີ, ສ.ເກົາຫຼີ, ອິນໂດເນເຊຍ, ລາວ, ມາເລເຊຍ, ມຽນມາ, ເປຣູ, ຟີລິບປິນ, ສິງກະໂປ, ໄທ ແລະ ສະຫະລາຊະອານາຈັກ.

ຜູ້ຕາງໜ້າ 4 ຫົວໜ່ວຍຂອງຫວຽດນາມ ລວມມີ: ໂຮງລະຄອນເຊີດຫຸ່ນຫວຽດນາມ, ໂຮງລະຄອນເຊີດຫຸ່ນທັງລອງ, ໂຮງລະຄອນສິລະປະການສະແດງພື້ນເມືອງຫາຍຟ່ອງ ແລະ ສູນສິລະປະນະຄອນໂຮ່ຈີມິນ.

ທີ່ພິທີເປີດ, ໂຮງລະຄອນເຊີດຫຸ່ນຫວຽດນາມ ໄດ້ສະແດງລາຍການສິລະປະຕ້ອນຮັບ “ສິລະປະເຊີດຫຸ່ນຫວຽດນາມຕ້ອນຮັບເພື່ອນມິດຫ້າທະວີບ”.

ລາຍການດັ່ງກ່າວ ໂດຍນັກສິລະປິນປະຊາຊົນ ຫງວຽນ ຕ໋ຽນ ຢຸງ, ຜູ້ອຳນວຍການໂຮງລະຄອນເຊີດຫຸ່ນຫວຽດນາມ ຮັບຜິດຊອບບົດບາດເປັນຜູ້ປະພັນ, ຜູ້ກຳກັບການສະແດງ ແລະ ຊີ້ນຳດ້ານສິລະປະ. ສ່ວນການສ້າງຮູບຮ່າງຫຸ່ນ ມີການເຂົ້າຮ່ວມຂອງນັກສິລະປິນປະຊາຊົນ ເວືອງ ເຕິດ ເລີ້ຍ, ນັກສິລະປິນດີເດັ່ນ ເທ໊ ຄຽນ ແລະ ນັກສິລະປິນດີເດັ່ນ ດັ້ງ ຢຸຍ ບັ່ງ; ສ່ວນດົນຕີແມ່ນໂດຍ ມາຍ ກຽນ ຮັບຜິດຊອບ.

ຜ່ານສອງຜົນງານ “ເລົ່າເລື່ອງລະດູເກັບກ່ຽວ” ແລະ “ສຽງກອງງານບຸນຕົ້ນລະດູບານໃໝ່”, ບັນດານັກສິລະປິນໄດ້ຈຳລອງບັນຍາກາດການອອກແຮງງານ, ງານບຸນ ແລະ ຊີວິດດ້ານຈິດໃຈຂອງຊາວຫວຽດນາມ ດ້ວຍພາສາສິລະປະເຊີດຫຸ່ນ, ສົມທົບການເຄື່ອນໄຫວເທິງຜິວນ້ຳ, ສຽງກອງງານບຸນ ແລະ ສິລະປະການສ້າງຮູບຮ່າງແບບດັ້ງເດີມ.

ຄຽງຄູ່ກັບບັນດາລາຍການສະແດງຂອງປະເທດເຈົ້າພາບ, ບັນດາຄະນະສິລະປະສາກົນຍັງໄດ້ນຳເອົາຮູບແບບການເຊີດຫຸ່ນອັນເປັນເອກະລັກຫຼາຍປະເພດມາສະແດງ.

ມຽນມາ ໄດ້ແນະນຳສິລະປະເຊີດຫຸ່ນດ້ວຍສາຍເຊືອກແບບດັ້ງເດີມ; ສິງກະໂປ ສະແດງການເຊີດຫຸ່ນດ້ວຍມືສົມທົບກັບການເລົ່າເລື່ອງ; ສ.ເກົາຫຼີ ສົມທົບການເຊີດຫຸ່ນໄມ້ກັບການບັນເລງດົນຕີສົດ. ໃນຂະນະດຽວກັນ, ໄທ ໄດ້ແນະນຳເຕັກນິກການໃຊ້ນັກສິລະປິນ 3 ຄົນຄວບຄຸມຫຸ່ນໂຕດຽວກັນ, ສ່ວນເປຣູ ໄດ້ນຳເອົາການຟ້ອນດ້ວຍມີດຕັດຂອງເຂດພູພຽງ ເຂົ້າມາປະສົມປະສານກັບສິລະປະເຊີດຫຸ່ນ.

ຄະນະສິລະປະລາວ ໄດ້ນຳໃຊ້ຮູບແບບການເຊີດຫຸ່ນໜ້າກາກ, ຫຸ່ນເງົາ ແລະ ຫຸ່ນທີ່ຜະລິດຈາກວັດສະດຸນຳກັບມາໃຊ້ໃໝ່. ອິນໂດເນເຊຍ ແລະ ອົດສະຕາລີ ໄດ້ແນະນຳຄວາມສາມາດໃນການສື່ຄວາມໝາຍຂອງສິລະປະເຊີດຫຸ່ນເງົາ.

ບັນດາລາຍການໄດ້ສະແດງເຖິງຄວາມຫຼາກຫຼາຍດ້ານວັດສະດຸ, ເຕັກນິກການຄວບຄຸມ ແລະ ຮູບແບບການສະແດງ, ນັບແຕ່ຫຸ່ນນ້ຳ, ຫຸ່ນບົກ, ຫຸ່ນສາຍເຊືອກ, ຫຸ່ນມື, ຫຸ່ນກ້ານໄມ້ ຈົນເຖິງຫຸ່ນເງົາ. ຫຼາຍຜົນງານໄດ້ສົມທົບສິລະປະດັ້ງເດີມກັບດົນຕີ, ການສື່ສານດ້ວຍທ່າທາງຮ່າງກາຍ, ເຕັກໂນໂລຊີເວທີການສະແດງ ແລະ ບັນດາຮູບແບບການສື່ຄວາມໝາຍຮ່ວມສະໄໝ.

ໂດຍສະເພາະ, ໂຮງລະຄອນເຊີດຫຸ່ນຫວຽດນາມ ໄດ້ເປີດສາກການປະກວດການສະແດງດ້ວຍລາຍການ “ອາລົມຄວາມຮູ້ສຶກລອງແທ່ງ”, ສົມທົບການເຊີດຫຸ່ນນ້ຳ ແລະ ຫຸ່ນບົກ, ຈຳລອງບັນຍາກາດທັງລອງ - ຮ່າໂນ້ຍໃນອະດີດ ດ້ວຍວິຖີຊີວິດ, ກິດຈະກຳການຄ້າຂາຍ ແລະ ງານບຸນຂອງ 36 ຖະໜົນສາຍເກົ່າ.

ລາຍການເລີ່ມຕົ້ນດ້ວຍຮູບສັນຍາລັກມັງກອນ - ນົກຟີນິກ, ຊວນໃຫ້ຫວນຄືນເຖິງນິທານພື້ນບ້ານ “ລູກມັງກອນ, ຫຼານນາງຟ້າ”, ຈາກນັ້ນ ພາຜູ້ຊົມສຳຜັດກັບບັນຍາກາດທັງສີ່ລະດູ, ຫຼັງຄາມຸງກະເບື້ອງທີ່ປົກຄຸມດ້ວຍຂີ້ໄຄ່ສີຂຽວ, ອາຊີບຫັດຖະກຳດັ້ງເດີມ, ສຽງຮ້ອງເອີ້ນຂາຍສິນຄ້າ ແລະ ວິຖີຊີວິດໃນຕົວເມືອງ.

ຈຸດເດັ່ນຂອງຜົນງານແມ່ນການປະສົມປະສານລະຫວ່າງສິລະປະເຊີດຫຸ່ນກັບການຂັບຮ້ອງກາຈູ່, ການຂັບຮ້ອງຊຳ, ເພງ rap, ດົນຕີເອເລັກໂຕຣນິກ ແລະ ການຟ້ອນ. ບັນດາສັນຍາລັກດ້ານວັດທະນະທຳ, ສະຖາປັດຕະຍະກຳຂອງນະຄອນຫຼວງ ໄດ້ຮັບການຈຳລອງຄືນໃນພື້ນທີ່ເວທີການສະແດງຫຼາຍລະດັບ, ນຳເອົາຮູບແບບການນຳສະເໜີໃໝ່ກ່ຽວກັບມໍລະດົກດັ້ງເດີມ.

ໂດຍໄດ້ຮັບການຈັດຂຶ້ນເປັນຄັ້ງທຳອິດຢູ່ຟູ໋ກວັກ, ງານມະໂຫລານເຊີດຫຸ່ນສາກົນ 2026 ເປັນໂອກາດໃຫ້ນັກສິລະປິນຫວຽດນາມ ແລະ ບັນດາປະເທດ ແລກປ່ຽນບົດຮຽນ, ແນະນຳບັນດາຜົນງານສ້າງສັນດ້ານສິລະປະ, ພ້ອມທັງນຳເອົາບັນດາຄຸນຄ່າວັດທະນະທຳດັ້ງເດີມເຂົ້າໃກ້ມວນຊົນຫຼາຍຂຶ້ນ, ປະກອບສ່ວນເພີ່ມທະວີຄວາມເຂົ້າໃຈ ແລະ ມິດຕະພາບລະຫວ່າງປະຊາຊົນບັນດາປະເທດ.

ອົດສະຕາລີ ຫາລືການຂະຫຍາຍການຄ້າ, ການລົງທຶນກັບຫວຽດນາມ ອົດສະຕາລີ ຫາລືການຂະຫຍາຍການຄ້າ, ການລົງທຶນກັບຫວຽດນາມ
ຍສໝ - ໃນການຢ້ຽມຢາມຫວຽດນາມ, ທ່ານ Don Farrell, ລັດຖະມົນຕີການຄ້າ ແລະ ການທ່ອງທ່ຽວອົດສະຕາລີ ຈະເຂົ້າຮ່ວມກອງປະຊຸມຄັ້ງທີ 11 ຂອງຄະນະກຳມະການສັນຍາການເປັນຄູ່ຮ່ວມມືຮອບດ້ານ ແລະ ກ້າວໜ້າຂ້າມມະຫາສະໝຸດປາຊີຟິກ (CPTPP), ພ້ອມທັງແລກປ່ຽນກ່ຽວກັບການຮ່ວມມືດ້ານການຄ້າ, ການລົງທຶນ, ການທ່ອງທ່ຽວ ແລະ ການຫັນປ່ຽນໄປສູ່ພະລັງງານສະອາດລະຫວ່າງສອງປະເທດ.
ເກິ່ນເທີ ຈັດງານບຸນວັດທະນະທຳແມ່ນ້ຳ ແຕ່ວັນທີ 30 ທັນວາ ເກິ່ນເທີ ຈັດງານບຸນວັດທະນະທຳແມ່ນ້ຳ ແຕ່ວັນທີ 30 ທັນວາ
ຍສໝ - ງານບຸນວັດທະນະທຳແມ່ນ້ຳເກິ່ນເທີ ຄັ້ງທີ II ປີ 2026 ຄາດວ່າຈະຈັດຂຶ້ນແຕ່ວັນທີ 30 ທັນວາ 2026 ຫາວັນທີ 4 ມັງກອນ 2027, ໂດຍມີບັນດາກິດຈະກຳສະແດງໂດຣນ, ນ້ຳພຸປະກອບດົນຕີ, ຈູດດອກໄມ້ໄຟ, ແຂ່ງຂັນເຮືອ, ສຳຜັດກັບອາຫານ ແລະ ວັດທະນະທຳແມ່ນ້ຳເຂດພາກຕາເວັນຕົກຂອງພາກໃຕ້ຫວຽດນາມ.

ດວງດີ

ເບິ່ງເພີ່ມເຕີມໃນ: ຫວຽດນາມປະຈຸບັນ

ເບິ່ງເພີ່ມເຕີມ