| ບັນດາຫ້ອງຮຽນສືບສານອາຊີບຕ່ຳຜ້າ ແລະ ປັກແສ່ວຢູ່ເມືອງມຸນ ສອງສະມາຄົມມິດຕະພາບຫວຽດນາມ - ບຣາຊິນ ກະກຽມຂໍ້ຕົກລົງການຮ່ວມມືໄລຍະ 5 ປີ |
ລາງວັນວິທະຍາສາດ ແລະ ເຕັກໂນໂລຊີ ລູກໂລກຄຳ (Quả Cầu Vàng) ແລະ ລາງວັນນັກສຶກສາຍິງດ້ານວິທະຍາສາດ ແລະ ເຕັກໂນໂລຊີຫວຽດນາມ ປະຈຳປີ 2026 ບໍ່ພຽງແຕ່ຮັບຮູ້ຜົນສຳເລັດດ້ານການຄົ້ນຄວ້າ ແລະ ການຮຽນຂອງບັນດາພອນສະຫວັນໜຸ່ມດີເດັ່ນເທົ່ານັ້ນ, ແຕ່ຍັງມຸ່ງສູ່ການສ້າງສະພາບແວດລ້ອມໃຫ້ພວກເຂົາສືບຕໍ່ພັດທະນາ ແລະ ປະກອບສ່ວນໃຫ້ແກ່ວິທະຍາສາດ ແລະ ເຕັກໂນໂລຊີຂອງປະເທດ.
ຍ້ອງຍໍບັນດາຜົນງານຄົ້ນຄວ້າທີ່ມີຄຸນຄ່າຕໍ່ພາກປະຕິບັດ
ລາງວັນລູກໂລກຄຳ ປະຈຳປີ 2026 ໄດ້ຍ້ອງຍໍນັກວິທະຍາສາດໜຸ່ມ 10 ຄົນ ທີ່ມີຜົນງານໂດດເດັ່ນໃນບັນດາຂົງເຂດເຕັກໂນໂລຊີຍຸດທະສາດ, ນັບແຕ່ເຕັກໂນໂລຊີຊີວະການແພດ, ປັນຍາປະດິດ ຈົນເຖິງວັດສະດຸເຄິ່ງຕົວນຳ ແລະ ເຕັກໂນໂລຊີອະວະກາດ.
ໃນຈຳນວນຜູ້ໄດ້ຮັບການຍ້ອງຍໍມີ ປະລິນຍາເອກ ເລ ຫືວ ເທາະ (ເກີດປີ 1991), ອາຈານສອນຄະນະເຄມີສາດ, ມະຫາວິທະຍາໄລວິທະຍາສາດທຳມະຊາດ, ມະຫາວິທະຍາໄລແຫ່ງຊາດນະຄອນໂຮ່ຈິມິນ. ທ່ານໄດ້ຮັບລາງວັນໃນຂົງເຂດເຕັກໂນໂລຊີຊີວະການແພດ, ການຢາ ແລະ ຊີວະວິທະຍາປະຍຸກ ຈາກຜົນງານສ້າງຖານຂໍ້ມູນສານເຄມີຈາກພືດ ແລະ ລິດທາງຊີວະພາບຂອງສະໝຸນໄພຫວຽດນາມ, ໂດຍມຸ່ງໄປສູ່ການພັດທະນາບັນດາຜະລິດຕະພັນດູແລສຸຂະພາບ.
![]() |
| ບັນດານັກວິທະຍາສາດໜຸ່ມໄດ້ຮັບການຍ້ອງຍໍໃນພິທີມອບລາງວັນວິທະຍາສາດ ແລະ ເຕັກໂນໂລຊີ ລູກໂລກຄຳ ແລະ ລາງວັນນັກສຶກສາຍິງດ້ານວິທະຍາສາດ ແລະ ເຕັກໂນໂລຊີຫວຽດນາມ ປະຈຳປີ 2026. |
ຜົນງານດັ່ງກ່າວໄດ້ຖືກຕີພິມໃນວາລະສານວິທະຍາສາດສາກົນ 5 ສະບັບ. ກຸ່ມຄົ້ນຄວ້າໄດ້ສຸມໃສ່ການຄົ້ນຫາສານປະກອບທີ່ມີຄຸນຄ່າຈາກພືດສະໝຸນໄພທ້ອງຖິ່ນ, ຜ່ານນັ້ນມຸ່ງໄປສູ່ການສ້າງຂະບວນການສະກັດສານ ແລະ ພັດທະນາສິ່ງປຸງແຕ່ງທົດລອງເພື່ອຮັບໃຊ້ການດູແລສຸຂະພາບ.
ໃນຂົງເຂດເຕັກໂນໂລຊີອະວະກາດ, ປະລິນຍາເອກ ຫງວຽນ ດົງ ເຍິດ, ທີ່ປະຈຳການຢູ່ອົງການຄົ້ນຄວ້າວິທະຍາສາດປະຍຸກຂອງເນເທີແລນ, ໄດ້ຄົ້ນຄວ້າອຸປະກອນສົ່ງຂໍ້ມູນຈາກດາວທຽມຂະໜາດນ້ອຍລົງສູ່ພື້ນໂລກດ້ວຍລຳແສງເລເຊີ.
ໃນຂົງເຂດປັນຍາປະດິດ, ປະລິນຍາໂທ ຫວູ ທິ ແຮ້ງ (ສະຖາບັນ Viettel) ເປັນຫົວໜ້າໂຄງການພັດທະນາຊອບແວ AI ສຳລັບຈຳແນກພຶດຕິກຳຂອງມະນຸດຜ່ານວິດີໂອ, ໂດຍມີຄວາມແມ່ນຍຳຕັ້ງແຕ່ 95% ຂຶ້ນໄປ.
ຂະນະດຽວກັນ, ປະລິນຍາເອກ ເຢືອງ ຫງອກ ແທງ (ມະຫາວິທະຍາໄລ Phenikaa) ໄດ້ເຂົ້າຮ່ວມພັດທະນາວັດສະດຸເຄິ່ງຕົວນຳທີ່ມີຄວາມໜາພຽງແຕ່ສາມຊັ້ນອາຕອມ, ນຳໄປປະຍຸກໃຊ້ໃນຊິບໜ່ວຍຄວາມຈຳ ໂດຍມີຄວາມໄວໃນການຂຽນ ແລະ ລຶບຂໍ້ມູນຢູ່ທີ່ 16,5 ນາໂນວິນາທີ.
ຄຽງຄູ່ກັບລາງວັນລູກໂລກຄຳ, ລາງວັນນັກສຶກສາຍິງດ້ານວິທະຍາສາດ ແລະ ເຕັກໂນໂລຊີຫວຽດນາມ ປະຈຳປີ 2026 ໄດ້ຍ້ອງຍໍນັກສຶກສາຍິງ 20 ຄົນ ທີ່ມີຜົນການຮຽນ ແລະ ການຄົ້ນຄວ້າໂດດເດັ່ນໃນຫຼາຍກຸ່ມສາຂາວິທະຍາສາດ, ວິສະວະກຳ ແລະ ເຕັກໂນໂລຊີ.
ໜຶ່ງໃນບັນດາບຸກຄົນດີເດັ່ນແມ່ນ ເລ ທິ ເຮົ້າ (ເກີດປີ 2003), ນັກສຶກສາປີທີ 5 ສາຂາວິສະວະກຳເຄມີ, ໂຮງຮຽນວິສະວະກຳ, ມະຫາວິທະຍາໄລ Phenikaa. ເຮົ້າ ມີບົດຄວາມວິທະຍາສາດ 3 ບົດ ຕີພິມໃນວາລະສານວິທະຍາສາດສາກົນກຸ່ມ Q1, ໃນນັ້ນມີ 2 ບົດທີ່ເປັນຜູ້ຂຽນຫຼັກ, ພ້ອມທັງເຂົ້າຮ່ວມບັນດາການຄົ້ນຄວ້າປະຍຸກກ່ຽວກັບພະລັງງານໃໝ່.
ຕາມທ່ານ ເຈິ່ນ ຈຸງ ຕິ໊ງ, ຮອງລັດຖະມົນຕີກະຊວງວິທະຍາສາດ ແລະ ເຕັກໂນໂລຊີ, ປະທານຮ່ວມຄະນະຈັດງານ, ໃນປີ 2026 ລາງວັນລູກໂລກຄຳໄດ້ຂະຫຍາຍຂອບເຂດການຄັດເລືອກຈາກ 5 ເປັນ 10 ຂົງເຂດ, ໂດຍອີງໃສ່ບັນຊີລາຍຊື່ເຕັກໂນໂລຊີຍຸດທະສາດຕາມມະຕິ 57-NQ/TW ຂອງກົມການເມືອງ ແລະ ຂໍ້ຕົກລົງເລກທີ 21/2026 ຂອງນາຍົກລັດຖະມົນຕີ.
ລາງວັນລູກໂລກຄຳໄດ້ຮັບເອກະສານສະໝັກ 77 ຊຸດ, ຈາກນັ້ນໄດ້ຄັດເລືອກຜູ້ສະໝັກ 17 ຄົນ ເພື່ອແນະນຳ ແລະ ຍ້ອງຍໍ 10 ບຸກຄົນດີເດັ່ນ ແລະ 7 ບຸກຄົນຕົວແບບ. ສຳລັບລາງວັນນັກສຶກສາຍິງດ້ານວິທະຍາສາດ ແລະ ເຕັກໂນໂລຊີຫວຽດນາມ, ຄະນະຈັດງານໄດ້ຮັບເອກະສານສະໝັກ 132 ຊຸດ ຈາກມະຫາວິທະຍາໄລ ແລະ ສະຖາບັນ 40 ແຫ່ງ.
ກ່າວຄຳປາໄສໃນພິທີມອບລາງວັນ, ທ່ານ ຫງວຽນ ເຕື່ອງ ເລິມ, ເລຂາທິການສູນກາງຊາວໜຸ່ມ, ປະທານສະພາລາງວັນປະຈຳປີ 2026, ໄດ້ເນັ້ນໜັກວ່າ ການຍ້ອງຍໍພອນສະຫວັນບໍ່ຄວນຢຸດຢູ່ພຽງແຕ່ການຮັບຮູ້ຜົນສຳເລັດ. ລາງວັນຄວນກາຍເປັນຈຸດເລີ່ມຕົ້ນຂອງຂະບວນການຄົ້ນຄວ້າໄລຍະຍາວ, ເຊິ່ງຄຸນຄ່າຂອງຜົນງານຈະຖືກສະແດງຜ່ານຄວາມສາມາດໃນການພັດທະນາເປັນເຕັກໂນໂລຊີ ແລະ ຜະລິດຕະພັນຮັບໃຊ້ການຜະລິດ ແລະ ຊີວິດປະຈຳວັນ.
ເຊື່ອມໂຍງແຫຼ່ງຊັບພະຍາກອນ ເພື່ອໃຫ້ພອນສະຫວັນໜຸ່ມສືບຕໍ່ພັດທະນາ
![]() |
| ທ່ານ ເຈິ່ນ ຈຸງ ຕິ໊ງ, ຮອງລັດຖະມົນຕີກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ແລະ ທ່ານ ຫງວຽນ ເຕື່ອງ ເລິມ, ເລຂາທິການສູນກາງຊາວໜຸ່ມ, ມອບລາງວັນນັກສຶກສາຍິງດ້ານວິທະຍາສາດ ແລະ ເຕັກໂນໂລຊີຫວຽດນາມ ປະຈຳປີ 2026. |
ໜຶ່ງໃນບັນດາສິ່ງທ້າທາຍຂອງວິທະຍາສາດ ແລະ ເຕັກໂນໂລຊີຫວຽດນາມໃນປັດຈຸບັນ ແມ່ນການນຳຜົນການຄົ້ນຄວ້າຈາກຫ້ອງທົດລອງໄປປະຍຸກໃຊ້ໃນຕົວຈິງ.
ແນວຄິດຫຼາຍຢ່າງສາມາດພິສູດຄວາມເປັນໄປໄດ້ໃນຂັ້ນຕອນຄົ້ນຄວ້າ, ແຕ່ເພື່ອພັດທະນາໃຫ້ກາຍເປັນຜະລິດຕະພັນສຳເລັດຮູບ, ນັກວິທະຍາສາດຕ້ອງການແຫຼ່ງທຶນ, ສະຖານທີ່ທົດລອງ ແລະ ການເຂົ້າຮ່ວມຂອງວິສາຫະກິດເພີ່ມເຕີມ. ຂະບວນການນີ້ຮຽກຮ້ອງໃຫ້ມີການລົງທຶນ, ຄວາມອົດທົນ ແລະ ການຮ່ວມເດີນທາງໃນໄລຍະຍາວ.
ໃນໄລຍະກວ່າ 15 ປີຜ່ານມາ, ບໍລິສັດຈຳກັດການຄ້າ ແລະ ບໍລິການ ເຕິນຮຽບຟາດ ໄດ້ຮ່ວມເດີນທາງກັບລາງວັນວິທະຍາສາດ ແລະ ເຕັກໂນໂລຊີ ລູກໂລກຄຳ, ປະກອບສ່ວນສະໜັບສະໜູນການຄົ້ນພົບ ແລະ ຍ້ອງຍໍບັນດານັກວິທະຍາສາດໜຸ່ມ.
ທ່ານ ຫງວຽນ ຢຸຍ ຮຶງ, ສະມາຊິກສະພາບໍລິຫານບໍລິສັດຈຳກັດການຄ້າ ແລະ ບໍລິການ ເຕິນຮຽບຟາດ, ເຫັນວ່າ ວິທະຍາສາດ ແລະ ເຕັກໂນໂລຊີຕ້ອງເລີ່ມຈາກຄວາມຕ້ອງການຕົວຈິງ ແລະ ມຸ່ງໄປສູ່ການແກ້ໄຂບັນດາບັນຫາໃນຊີວິດ.
ດ້ວຍປະສົບການດຳເນີນງານກວ່າ 30 ປີໃນຂົງເຂດເຄື່ອງດື່ມທີ່ມີປະໂຫຍດຕໍ່ສຸຂະພາບຜູ້ບໍລິໂພກ, ເຕິນຮຽບຟາດ ເຂົ້າໃຈຢ່າງຈະແຈ້ງເຖິງບົດບາດຂອງວິທະຍາສາດ ແລະ ເຕັກໂນໂລຊີໃນການສ້າງບັນດາຜະລິດຕະພັນທີ່ມີຄຸນນະພາບສູງ, ລາຄາເໝາະສົມ, ຕອບສະໜອງຄວາມຕ້ອງການຂອງຕະຫຼາດ ແລະ ຮັບປະກັນປະສິດທິຜົນທາງທຸລະກິດ.
ຈາກປະສົບການດຳເນີນງານຂອງວິສາຫະກິດ, ທ່ານ ຫງວຽນ ຢຸຍ ຮຶງ ໄດ້ສະແດງຄວາມປາຖະໜາໃຫ້ຜົນງານຂອງບັນດານັກວິທະຍາສາດໜຸ່ມໄດ້ຖືກນຳໄປປະຍຸກໃຊ້ໂດຍໄວ, ນຳຜົນປະໂຫຍດມາສູ່ຊຸມຊົນ ແລະ ສ້າງແຮງຈູງໃຈເພີ່ມເຕີມໃຫ້ຊາວໜຸ່ມໄດ້ສະແດງຄວາມສາມາດດ້ານການຄົ້ນຄວ້າ.
ຕາມທ່ານແລ້ວ, ບັນດານັກວິທະຍາສາດຄວນມີໂອກາດເພີ່ມເຕີມໃນການເຂົ້າເຖິງວິສາຫະກິດ, ຊາວກະສິກອນ, ສະຖານບໍລິການສາທາລະນະສຸກ ແລະ ບັນດາທ້ອງຖິ່ນທີ່ກຳລັງມີຄວາມຕ້ອງການແກ້ໄຂບັນຫາຕົວຈິງດ້ວຍເຕັກໂນໂລຊີ.
ທ່ານ ຫງວຽນ ຢຸຍ ຮຶງ ປະເມີນວ່າ ວິທະຍາສາດ ແລະ ເຕັກໂນໂລຊີ ພ້ອມກັບທີມງານນັກວິທະຍາສາດໜຸ່ມ ຈະມີບົດບາດສຳຄັນຕໍ່ຄວາມສາມາດແຂ່ງຂັນ ແລະ ຖານະບົດບາດຂອງຫວຽດນາມໃນໄລຍະຕໍ່ໜ້າ. ບົນພື້ນຖານນັ້ນ, ເຕິນຮຽບຟາດ ຈະສືບຕໍ່ຮ່ວມເດີນທາງກັບລາງວັນໃນໄລຍະ 2026-2030.
ຄຽງຄູ່ກັບການເຂົ້າຮ່ວມຂອງວິສາຫະກິດ, ບັນດາອົງການຄຸ້ມຄອງ ແລະ ອົງການມະຫາຊົນກໍໄດ້ວາງເປົ້າໝາຍສະໜັບສະໜູນພອນສະຫວັນໜຸ່ມພາຍຫຼັງໄດ້ຮັບການຍ້ອງຍໍ.
ໃນພິທີ, ທ່ານ ເຈິ່ນ ຈຸງ ຕິ໊ງ, ຮອງລັດຖະມົນຕີກະຊວງວິທະຍາສາດ ແລະ ເຕັກໂນໂລຊີ, ຢືນຢັນວ່າ ການຄົ້ນພົບ ແລະ ຍ້ອງຍໍພອນສະຫວັນຕ້ອງຄຽງຄູ່ກັບການສ້າງສະພາບແວດລ້ອມຄົ້ນຄວ້າ ແລະ ເປີດໂອກາດການພັດທະນາໃນໄລຍະຍາວ.
ຕາມນັ້ນ, ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ຈະປະສານງານກັບສູນກາງຊາວໜຸ່ມ ເພື່ອເຊື່ອມໂຍງບັນດາບຸກຄົນທີ່ໄດ້ຮັບລາງວັນກັບກຸ່ມຄົ້ນຄວ້າທີ່ເຂັ້ມແຂງ, ສ້າງເງື່ອນໄຂໃຫ້ເຂົ້າເຖິງຫ້ອງທົດລອງ ແລະ ສ້າງໂຄງການຮ່ວມມືໃນໄລຍະ 2027-2030.
ທ່ານຮອງລັດຖະມົນຕີເນັ້ນໜັກວ່າ ເປົ້າໝາຍຂອງການຍ້ອງຍໍບໍ່ພຽງແຕ່ມອບລາງວັນເທົ່ານັ້ນ, ແຕ່ຍັງຕ້ອງມອບຄວາມໄວ້ວາງໃຈ ແລະ ມອບໝາຍໜ້າທີ່ທີ່ເໝາະສົມ ເພື່ອໃຫ້ບັນດານັກວິທະຍາສາດໜຸ່ມໄດ້ສະແດງຄວາມສາມາດ ແລະ ສ້າງຜົນງານປະກອບສ່ວນຢ່າງແທ້ຈິງ.
ທ່ານຍັງໃຫ້ຂໍ້ສັງເກດວ່າ ບໍ່ແມ່ນຜົນງານຄົ້ນຄວ້າທຸກຢ່າງຈຳເປັນຕ້ອງນຳໄປສູ່ການຄ້າໃນທັນທີ. ການຄົ້ນພົບທາງວິທະຍາສາດພື້ນຖານໃນປັດຈຸບັນອາດກາຍເປັນຮາກຖານສຳລັບບາດກ້າວບຸກທະລຸໃນອະນາຄົດ.
ສຳລັບຄະນະຈັດງານ, ລະບຽບການໃໝ່ຂອງລາງວັນລູກໂລກຄຳໄດ້ກຳນົດໃຫ້ສືບຕໍ່ຮ່ວມເດີນທາງ ແລະ ສະໜັບສະໜູນຜູ້ໄດ້ຮັບລາງວັນໃນໄລຍະ 3 ປີພາຍຫຼັງການຍ້ອງຍໍ.
ການປ່ຽນຜົນການຄົ້ນຄວ້າໃຫ້ກາຍເປັນຜະລິດຕະພັນຮັບໃຊ້ຊີວິດ ແມ່ນຂະບວນການທີ່ຕ້ອງອາໄສການເຂົ້າຮ່ວມຂອງຫຼາຍຝ່າຍ, ໃນນັ້ນມີລັດ, ສະຖາບັນການສຶກສາ, ອົງການຄົ້ນຄວ້າ ແລະ ວິສາຫະກິດ. ການເຊື່ອມໂຍງບັນດາພອນສະຫວັນໜຸ່ມກັບແຫຼ່ງຊັບພະຍາກອນ, ສະພາບແວດລ້ອມການຄົ້ນຄວ້າ ແລະ ຄວາມຕ້ອງການຕົວຈິງ ຈະສ້າງເງື່ອນໄຂເພີ່ມເຕີມໃຫ້ບັນດາຜົນສຳເລັດທາງວິທະຍາສາດໄດ້ຮັບການພັດທະນາ, ນຳໄປປະຍຸກໃຊ້ ແລະ ປະກອບສ່ວນໃຫ້ແກ່ຊຸມຊົນ ແລະ ປະເທດຊາດ.
ຍສໝ - ດ້ວຍປະສົບການໃນການເຂົ້າຮ່ວມສອງສັນຍາການຄ້າຂະໜາດໃຫຍ່ ຄື CPTPP ແລະ RCEP, ຫວຽດນາມໄດ້ຮັບການປະເມີນວ່າມີຫຼາຍເງື່ອນໄຂທີ່ເອື້ອອຳນວຍໃນການຊຸກຍູ້ຄວາມເຫັນດີຮ່ວມກັນລະຫວ່າງບັນດາເສດຖະກິດໃນ APEC 2027, ໂດຍສະເພາະການຮ່ວມມືດ້ານການຄ້າດິຈິຕອນ, ການເຊື່ອມໂຍງວິສາຫະກິດ ແລະ ການຍົກສູງຄວາມສາມາດຮັບມືຂອງຕ່ອງໂສ້ສະໜອງໃນພາກພື້ນ. |
ຍສໝ - ວັນທີ 16 ພະຈິກ, ຢູ່ແຂວງຄຳມ່ວນ (ລາວ), ສະມາຄົມຄົນຫວຽດນາມແຂວງຄຳມ່ວນ ໄດ້ຈັດກອງປະຊຸມໃຫຍ່ຄັ້ງທີ XI, ສະໄໝ 2026-2031, ໂດຍກຳນົດໜ້າທີ່ເສີມສ້າງອົງການສະມາຄົມ, ເອົາໃຈໃສ່ຊີວິດການເປັນຢູ່ຂອງສະມາຊິກ, ຍົກສູງຄຸນນະພາບການສອນ ແລະ ການຮຽນພາສາຫວຽດນາມ, ປະກອບສ່ວນເສີມສ້າງການພົວພັນມິດຕະພາບພິເສດຫວຽດນາມ - ລາວ. |
ດວງດີ

