ໜັງສືພິມ UAE: ຫວຽດນາມແມ່ນຈຸດພົ້ນເດັ່ນຂອງການເຕີບໂຕເສດຖະກິດ ຍ້ອນການຄວບຄຸມ COVID-19 ຢ່າງສຳເລັດຜົນ

16:05 | 30/03/2021

ຍສໝ - ບັນດານັກສັງເກດ ໄດ້ຄາດຄະເນວ່າຫວຽດນາມ ຈະພັດທະນາສູງຂື້ນຖ້າສືບຕໍ່ຄວບຄຸມການລະບາດຂອງພະຍາດ COVID-19, ເຊິ່ງກຳລັງມີການແຜ່ລາມອີກຄັ້ງໃນຫລາຍປະເທດ.

ໜ ງສ ພ ມ uae ຫວຽດນາມແມ ນຈ ດພ ນເດ ນຂອງການເຕ ບໂຕເສດຖະກ ດ ຍ ອນການຄວບຄ ມ covid 19 ຢ າງສຳເລ ດຜ ນ ຫວຽດນາມ - ຈີນ ໄດ້ເຈລະຈາກ່ຽວກັບເຂດທະເລຢູ່ນອກອ່າວພາກເໜືອ
ໜ ງສ ພ ມ uae ຫວຽດນາມແມ ນຈ ດພ ນເດ ນຂອງການເຕ ບໂຕເສດຖະກ ດ ຍ ອນການຄວບຄ ມ covid 19 ຢ າງສຳເລ ດຜ ນ ຫໍພິພິທະພັນປະຫວັດສາດການທະຫານຫວຽດນາມ ໄດ້ຈັດຕັ້ງພິທີມອບ-ຮັບວັດຖຸພັນ, ຮູບພາບຈາກກໍາລັງຊ່ຽວຊານຫວຽດນາມ ຊ່ວຍ ກໍາປູເຈຍ

ໜ້າເວັບໄຊທ໌ Gulf Today ຂອງສະຫະລັດອາຣັບເອມີເຣດ (UAE) ໄດ້ຄັດສະເໜີການວິເຄາະຂອງຊ່ຽວຊານຕ່າງປະເທດວ່າ ຫວຽດນາມປະສົບຜົນສຳເລັດໃນການຄວບຄຸມໂລກລະບາດ COVID-19, ໃນຂະນະທີ່ບັນດາປະເທດອາຊີຕາເວັນອອກສ່ຽງໃຕ້ທີ່ຢູ່ໃກ້ຄຽງ ຍັງພົບກັບບັນດາຄວາມຫຍຸ້ງຍາກ ແມ່ນຊ່ວຍໃຫ້ຫວຽດນາມ ກາຍເປັນປະເທດນຳໜ້າໃນການເຕີບໂຕເສດຖະກິດ, ແລະ ດຶງດູດແຫຼ່ງທຶນ ແລະ ນັກລົງທຶນໃຫຍ່.

ໜ ງສ ພ ມ uae ຫວຽດນາມແມ ນຈ ດພ ນເດ ນຂອງການເຕ ບໂຕເສດຖະກ ດ ຍ ອນການຄວບຄ ມ covid 19 ຢ າງສຳເລ ດຜ ນ
ໜັງສືພິມ UAE: ຫວຽດນາມແມ່ນຈຸດພົ້ນເດັ່ນຂອງການເຕີບໂຕເສດຖະກິດ ຍ້ອນການຄວບຄຸມ COVID-19 ຢ່າງສຳເລັດຜົນ. (ພາບ: bapquocte)

ອີງຕາມບົດຂຽນ, ນອກຈາກ 2 ສັນຍາການຄ້າເສລີ (FTA) ທີ່ໄດ້ລົງນາມໃນປີ 2020, ຫວຽດນາມຍັງລື່ນກາຍບັນດາປະເທດອື່ນໆໃນພາກພື້ນ ໃນການດຶງດູດບັນດາບໍລິສັດທີ່ຍ້າຍການຜະລິດອອກຈາກຈີນ ຍ້ອນສົງຄາມການຄ້າອາເມລິກາ - ຈີນ. ຫວຽດນາມ ແມ່ນໜຶ່ງໃນຈຳນວນສ່ວນໜ້ອຍປະເທດໃນໂລກ ທີ່ບັນທຶກການເຕີບໂຕໃນທາງບວກ (2,9%) ໃນປີ 2020, ເຖິງວ່າຈະມີການຫຼຸດລົງຢ່າງຫຼວງຫຼາຍເມື່ອທຽບໃສ່ປີ 2019. ບັນດານັກສັງເກດ ໄດ້ຄາດຄະເນວ່າຫວຽດນາມ ຈະພັດທະນາສູງຂື້ນຖ້າສືບຕໍ່ຄວບຄຸມການລະບາດຂອງພະຍາດ COVID-19 ເປັນຢ່າງດີ, ເຊິ່ງກຳລັງມີການແຜ່ລາມອີກຄັ້ງໃນຫລາຍໆປະເທດ.

ທ່ານນາງ Carolyn Turk - ຜູ້ອຳນວຍການທະນາຄານໂລກ (WB) ປະຈຳຫວຽດນາມ ໃຫ້ຮູ້ວ່າ: “ການຄວບຄຸມໂລກລະບາດ COVID-19 ໄດ້ຮັບຜົນສຳເລັດມາຮອດປະຈຸບັນ ໄດ້ຊ່ວຍໃຫ້ຫວຽດນາມສາມາດຍາດໄດ້ຢຶດເອົາອັດຕາສ່ວນກວມຢ່າງຫຼາຍກວ່າ ໃນການຄ້າທົ່ວໂລກ ແລະ ການລົງທຶນໂດຍກົງຂອງຕ່າງປະເທດ (FDI) ໃນປີ 2020”.

ເຖິງແມ່ນວ່າພື້ນຖານໂຄງລ່າງ ຢູ່ຫວຽດນາມ ບໍ່ໄດ້ຕາມຄາດໝາຍ, ແຕ່ທ່ານນາງ Carolyn Turk ໄດ້ເນັ້ນໜັກວ່າ: “ຄ່າໃຊ້ຈ່າຍຢູ່ຫວຽດນາມແມ່ນລາຄາຖືກ ແລະ ມີຄວາມປອດໂປ່ງສຳຫຼັບການລົງທຶນ, ອະນຸຍາດໃຫ້ບັນດາທ້ອງຖິ່ນອອກຂໍ້ກຳນົດ ແລະ ເອື້ອອຳນວຍລົງທືນຂອງຕົນເອງ”.

ນອກຈາກ 2 ສັນຍາການຄ້າເສລີ FTA ທີ່ໄດ້ລົງນາມໃນປີ 2020 ແມ່ນສັນຍາຄູ່ຮ່ວມມືເສດຖະກິດຮອບດ້ານໃນພາກພື້ນ (RCEP) ແລະ ສັນຍາການຄ້າເສລີກັບອັງກິດ (UKVFTA) ໂດຍອີງໃສ່ FTA ລະຫວ່າງສະຫະພາບເອີຣົບ (ອີຢູ) ແລະ ຫວຽດນາມ (EVFTA), ຫວຽດນາມກໍ່ມີສັນຍາການຄ້າເສລີກັບ ສ.ເກົາຫຼີ ແລະ ຍີ່ປຸ່ນ, ເຊິ່ງແມ່ນແຫຼ່ງທີ່ໃຫຍ່ທີ່ສຸດຂອງການລົງທືນໂດຍກົງຈາກຕ່າງປະເທດ, ແລະ ຍັງເປັນຜູ້ລົງນາມໃນສັນຍາຄູ່ຮ່ວມມືຮອບດ້ານ ແລະ ຄວາມກ້າວໜ້າສຳລັບ ຂ້າມປາຊີຟິກ (CPTPP).

ໃນໄລຍະສັ້ນ, ຫວຽດນາມ ພວມຢູ່ໃນຖານະທີ່ດີທີ່ຈະນຳໜ້າ ໃນບັນດາຄູ່ແຂ່ງໃນພາກພື້ນໃນປີ 2021, ໃນສະພາບການທີ່ຫວຽດນາມ ກຳລັງຈະຈັດຕັ້ງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 13 ຂອງພັກ.

ໜ ງສ ພ ມ uae ຫວຽດນາມແມ ນຈ ດພ ນເດ ນຂອງການເຕ ບໂຕເສດຖະກ ດ ຍ ອນການຄວບຄ ມ covid 19 ຢ າງສຳເລ ດຜ ນ Gulf Today: ຫວຽດນາມກຳລັງນຳໜ້າ ໃນການເຕີບໂຕຂອງເສດຖະກິດ

ຍ​ສໝ - ຜູ້ອຳນວຍການ WB ປະຈຳຫວຽດນາມເນັ້ນໜັກ ວ່າການຄວບຄຸມໂລກລະບາດຢ່າງສຳເລັດຜົນໄດ້ຊ່ວຍໃຫ້ຫວຽດນາມກວມ​ເອົາ​ໄດ້​ສ່ວນໃຫຍ່​ຕະຫລາດການຄ້າໂລກ ແລະ ການລົງທືນໂດຍກົງຈາກຕ່າງປະເທດ (FDI) ໃນປີ 2020.

ໜ ງສ ພ ມ uae ຫວຽດນາມແມ ນຈ ດພ ນເດ ນຂອງການເຕ ບໂຕເສດຖະກ ດ ຍ ອນການຄວບຄ ມ covid 19 ຢ າງສຳເລ ດຜ ນ ຫໍພິພິທະພັນປະຫວັດສາດການທະຫານຫວຽດນາມ ໄດ້ຈັດຕັ້ງພິທີມອບ-ຮັບວັດຖຸພັນ, ຮູບພາບຈາກກໍາລັງຊ່ຽວຊານຫວຽດນາມ ຊ່ວຍ ກໍາປູເຈຍ

ຍສໝ - ໃນວັນທີ 7 ມັງກອນ, ຢູ່ຮ່າໂນ້ຍ, ຄະນະຕິດຕໍ່ສື່ສານອະດີດຊ່ຽວຊານຫວຽດນາມ ທີ່ຊ່ວຍເຫຼືອການປະຕິວັດກຳປູເຈຍ ໄດ້ມອບຫຼຽນໄຊດາວເຫຼືອງ, ວັດຖຸພັນ ແລະ ເອກະສານຂອງກຳລັງຊ່ຽວຊານຫວຽດນາມເພື່ອຊ່ວຍເຫຼືອການປະຕິວັດກຳປູເຈຍ ໃນໄລຍະ 1979-1989 ໃຫ້ແກ່ຫໍພິພິທະພັນປະຫວັດສາດການທະຫານຫວຽດນາມ.

ໜ ງສ ພ ມ uae ຫວຽດນາມແມ ນຈ ດພ ນເດ ນຂອງການເຕ ບໂຕເສດຖະກ ດ ຍ ອນການຄວບຄ ມ covid 19 ຢ າງສຳເລ ດຜ ນ ປັດຈຸບັນ ຫວຽດນາມ ຢືນອັນດັບທີ 3 ໃນໂລກ ກ່ຽວກັບດັດຊະນີແງ່ຫວັງເສດຖະກິດ

ຍສໝ - ຕາມຜົນການສຳຫຼວດຂອງສະຫະສະມາຄົມຄົ້ນຄວ້າສາກົນ Gallup International ແລ້ວ, ປັດຈຸບັນ ຫວຽດນາມ ຢືນອັນດັບທີ 3 ໃນໂລກ ກ່ຽວກັບດັດຊະນີແງ່ຫວັງເສດຖະກິດ.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.