| ການແລກປ່ຽນວັດທະນະທຳ ປະກອບສ່ວນທະນຸບຳລຸງມິດຕະພາບ ຫວຽດນາມ - ລາວ ສອງສະມາຄົມມິດຕະພາບຫວຽດນາມ - ລາວ ເຂົ້າຮ່ວມບັນດາກິດຈະກຳລະນຶກລະດັບຊາດໃນປີ 2027 |
ໂດຍຕອບຮັບຄຳເຊີນຂອງທ່ານ ເຈິ່ນ ແທງ ເໝິ້ນ, ກຳມະການກົມການເມືອງ, ປະທານສະພາແຫ່ງຊາດຫວຽດນາມ ແລະ ພັນລະຍາ, ທ່ານ ສອນໄຊ ສີພັນດອນ, ປະທານສະພາແຫ່ງຊາດລາວ ພ້ອມດ້ວຍພັນລະຍາ ໄດ້ເດີນທາງຢ້ຽມຢາມຫວຽດນາມຢ່າງເປັນທາງການ ແຕ່ວັນທີ 2-5 ພະຈິກ 2026.
ການຢ້ຽມຢາມຄັ້ງນີ້ດຳເນີນຂຶ້ນໃນສະພາບການທີ່ສາຍພົວພັນດ້ານການເມືອງ ແລະ ການທູດລະຫວ່າງຫວຽດນາມ - ລາວ ສືບຕໍ່ໄດ້ຮັບການເສີມສ້າງ ແລະ ພັດທະນາໄປໃນທິດທາງທີ່ຍືນຍົງ ແລະ ເປັນຮູບປະທຳ. ພາຍຫຼັງທີ່ສອງພັກຈັດກອງປະຊຸມໃຫຍ່ພັກສຳເລັດຜົນ, ຜູ້ນຳສູງສຸດຂອງສອງພັກຕ່າງກໍເລືອກປະເທດເພື່ອນບ້ານເປັນຈຸດໝາຍທຳອິດໃນການຢ້ຽມຢາມຢ່າງເປັນທາງການ, ສະແດງເຖິງການໃຫ້ຄວາມສຳຄັນ ແລະ ບຸລິມະສິດຕໍ່ສາຍພົວພັນສອງຝ່າຍ.
ໂດຍສະເພາະ, ໃນການຢ້ຽມຢາມລາວຂອງທ່ານ ໂຕ ເລິມ, ເລຂາທິການໃຫຍ່ ໃນເດືອນທັນວາ 2025, ສອງປະເທດໄດ້ເຫັນດີເພີ່ມເນື້ອໃນ “ຄວາມຜູກພັນທາງຍຸດທະສາດ” ເຂົ້າໃນຂອບສາຍພົວພັນສອງຝ່າຍ. ນີ້ແມ່ນຂີດໝາຍສຳຄັນທີ່ກຳນົດທິດທາງການພັດທະນາໃໝ່ໃຫ້ແກ່ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານຫວຽດນາມ - ລາວ.
![]() |
| ທ່ານ ສອນໄຊ ສີພັນດອນ, ປະທານສະພາແຫ່ງຊາດລາວ. |
ການຮ່ວມມືດ້ານການລົງທຶນບັນລຸຜົນສຳເລັດທີ່ດີຫຼາຍດ້ານ
ບົນພື້ນຖານສາຍພົວພັນທາງການເມືອງທີ່ແໜ້ນແຟ້ນ, ການຮ່ວມມືດ້ານເສດຖະກິດ, ການຄ້າ ແລະ ການລົງທຶນລະຫວ່າງຫວຽດນາມ ແລະ ລາວ ສືບຕໍ່ມີການປ່ຽນແປງໃນທາງບວກ.
ຕາມຂໍ້ມູນທີ່ໄດ້ປະກາດ, ຮອດປີ 2026, ຫວຽດນາມມີ 300 ໂຄງການລົງທຶນຢູ່ລາວ. ສະເພາະໃນ 7 ເດືອນຕົ້ນປີ 2026, ມີໂຄງການລົງທຶນໃໝ່ຂອງຫວຽດນາມເຂົ້າມາລາວເພີ່ມອີກ 20 ໂຄງການ, ດ້ວຍຍອດທຶນຈົດທະບຽນບັນລຸ 638,3 ລ້ານໂດລາສະຫະລັດ, ເພີ່ມຂຶ້ນ 4,2 ເທົ່າ ເມື່ອທຽບກັບໄລຍະດຽວກັນຂອງປີ 2025.
ຜົນສຳເລັດດັ່ງກ່າວເຮັດໃຫ້ຍອດທຶນລົງທຶນຈົດທະບຽນສະສົມຂອງຫວຽດນາມຢູ່ລາວ ເພີ່ມຂຶ້ນເປັນ 7,04 ຕື້ໂດລາສະຫະລັດ, ຜ່ານນັ້ນຮັກສາຖານະຂອງຫວຽດນາມໃນກຸ່ມນັກລົງທຶນຕ່າງປະເທດລາຍໃຫຍ່ທີ່ສຸດຢູ່ລາວ.
ຫຼາຍໂຄງການລົງທຶນຂອງວິສາຫະກິດຫວຽດນາມດຳເນີນງານຢ່າງມີປະສິດທິຜົນ, ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ - ສັງຄົມຂອງລາວ, ສ້າງວຽກເຮັດງານທຳ, ຍົກສູງລາຍຮັບໃຫ້ແກ່ແຮງງານຫຼາຍພັນຄົນ ແລະ ເພີ່ມແຫຼ່ງລາຍຮັບໃຫ້ງົບປະມານລັດ.
ບັນດາຂົງເຂດລົງທຶນທີ່ໂດດເດັ່ນປະກອບມີ ໂທລະຄົມມະນາຄົມ, ທະນາຄານ, ພະລັງງານ, ການຂຸດຄົ້ນແຮ່ທາດ, ຢາງພາລາ ແລະ ການປຸງແຕ່ງສະບຽງອາຫານ. ເຫຼົ່ານີ້ແມ່ນຂະແໜງການທີ່ມີບົດບາດສຳຄັນຕໍ່ການພັດທະນາເສດຖະກິດ ແລະ ຊີວິດການເປັນຢູ່ຂອງປະຊາຊົນລາວ.
ການຮ່ວມມືລະຫວ່າງສະພາແຫ່ງຊາດ ປະກອບສ່ວນເສີມສ້າງສາຍພົວພັນສອງປະເທດ
ຄຽງຄູ່ກັບການຮ່ວມມືດ້ານເສດຖະກິດ, ສາຍພົວພັນລະຫວ່າງສະພາແຫ່ງຊາດຫວຽດນາມ ແລະ ສະພາແຫ່ງຊາດລາວ ຍັງຄົງໄດ້ຮັບຄວາມເອົາໃຈໃສ່ ແລະ ທະນຸບຳລຸງຈາກຜູ້ນຳຫຼາຍຮຸ່ນຂອງສອງປະເທດ.
ສອງອົງການນິຕິບັນຍັດໄດ້ຈັດການແລກປ່ຽນຄະນະຜູ້ແທນໃນຫຼາຍລະດັບເປັນປະຈຳ, ແບ່ງປັນປະສົບການໃນການສ້າງລັດຖະທຳມະນູນ, ປັບປຸງລະບົບກົດໝາຍໃຫ້ສົມບູນ ແລະ ປັບປຸງການຈັດຕັ້ງ, ໜ້າທີ່ ແລະ ພາລະກິດຂອງບັນດາຄະນະກຳມາທິການສະພາແຫ່ງຊາດ.
ກິດຈະກຳຮ່ວມມືຍັງໄດ້ດຳເນີນໃນວຽກງານຝຶກອົບຮົມຊ່ຽວຊານ ແລະ ພະນັກງານວິຊາການ; ປະສານສົມທົບກັບລັດຖະບານ ແລະ ແນວໂຮມໃນບັນດາບັນຫາພາຍໃນ ແລະ ການຕ່າງປະເທດ; ພ້ອມທັງສະໜັບສະໜູນຊ່ວຍເຫຼືອກັນຢູ່ບັນດາເວທີພາກພື້ນ ແລະ ສາກົນ.
ຜ່ານການລົງນາມບັນດາຂໍ້ຕົກລົງຮ່ວມມື ແລະ ການໃຫ້ສັດຕະຍາບັນບັນດາສັນຍາລະຫວ່າງສອງລັດຖະບານ, ສະພາແຫ່ງຊາດຂອງສອງປະເທດໄດ້ປະກອບສ່ວນປັບປຸງຂອບກົດໝາຍໃຫ້ສົມບູນ, ສ້າງເງື່ອນໄຂໃຫ້ການດຳເນີນບັນດາໂຄງການຮ່ວມມືສອງຝ່າຍ.
ໜຶ່ງໃນຂີດໝາຍສຳຄັນຂອງສາຍພົວພັນລະຫວ່າງສະພາແຫ່ງຊາດ ແມ່ນການທີ່ສະພາແຫ່ງຊາດສອງປະເທດໄດ້ປະສານສົມທົບກັນຮຽບຮຽງ ແລະ ຈັດພິມປຶ້ມ “50 ປີ ແຫ່ງສາຍພົວພັນລະຫວ່າງສະພາແຫ່ງຊາດຫວຽດນາມ ແລະ ສະພາແຫ່ງຊາດລາວ - ການຮ່ວມມືຮອບດ້ານ ແລະ ການພັດທະນາ” ໃນປີ 2025.
ພິທີກົດປຸ່ມເຜີຍແຜ່ປຶ້ມທາງອອນລາຍ ໄດ້ຈັດຂຶ້ນຢູ່ນະຄອນຫຼວງວຽງຈັນ ໃນວັນທີ 2 ທັນວາ 2025, ພາຍໃນຂອບເຂດການຢ້ຽມຢາມລາວຂັ້ນລັດຂອງທ່ານ ໂຕ ເລິມ, ເລຂາທິການໃຫຍ່ ແລະ ພັນລະຍາ.
ສິ່ງພິມດັ່ງກ່າວໄດ້ບັນທຶກໄລຍະທາງແຫ່ງການຮ່ວມມືລະຫວ່າງສອງອົງການນິຕິບັນຍັດ, ພ້ອມທັງປະກອບສ່ວນໂຄສະນາ ແລະ ແນະນຳມູນເຊື້ອສາຍພົວພັນພິເສດຫວຽດນາມ - ລາວ.
ໃນການປະເມີນສາຍພົວພັນສອງປະເທດ, ທ່ານ ຄຳພັນ ເຜີຍຍະວົງ, ກຳມະການກົມການເມືອງ, ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກປະຊາຊົນປະຕິວັດລາວ ໄດ້ຢືນຢັນວ່າ ສາຍພົວພັນພິເສດລາວ - ຫວຽດນາມ ແມ່ນສັນຍະລັກຂອງນ້ຳໃຈສາມັກຄີສາກົນຂອງຊົນຊັ້ນກຳມະຊີບ, ສະແດງເຖິງຄວາມຊື່ສັດໝັ້ນຄົງ ແລະ ບໍລິສຸດຜຸດຜ່ອງທີ່ຫາໄດ້ຍາກໃນປະຫວັດສາດສາຍພົວພັນສາກົນ.
ຕາມທ່ານ ຄຳພັນ ເຜີຍຍະວົງ, ສາຍພົວພັນນີ້ໄດ້ກາຍເປັນມໍລະດົກອັນລ້ຳຄ່າທີ່ບໍ່ອາດປະເມີນລາຄາໄດ້, ນັບມື້ນັບພັດທະນາ ແລະ ເປັນແບບຢ່າງໃຫ້ຄົນຮຸ່ນຕໍ່ໆ ໄປໄດ້ສືບທອດ ແລະ ຮ່ຳຮຽນໃນໄລຍະໃໝ່.
ໃນສະພາບການດັ່ງກ່າວ, ການຢ້ຽມຢາມຫວຽດນາມຢ່າງເປັນທາງການຂອງທ່ານ ສອນໄຊ ສີພັນດອນ, ປະທານສະພາແຫ່ງຊາດລາວ ຍັງຄົງສະແດງເຖິງຄວາມຜູກພັນອັນແໜ້ນແຟ້ນລະຫວ່າງຜູ້ນຳສອງປະເທດ, ພ້ອມທັງປະກອບສ່ວນເສີມສ້າງສາຍພົວພັນການຮ່ວມມືລະຫວ່າງສອງອົງການນິຕິບັນຍັດ ແລະ ຜັນຂະຫຍາຍເນື້ອໃນ “ຄວາມຜູກພັນທາງຍຸດທະສາດ” ໃນສາຍພົວພັນຫວຽດນາມ - ລາວ.
ຍສໝ - ວັນທີ 26/10/2026, ທີ່ຮ່າໂນ້ຍ, ສູນຢັ້ງຢືນທາງເອເລັກໂຕຣນິກແຫ່ງຊາດຫວຽດນາມ (NEAC) ແລະ ສູນອິນເຕີເນັດແຫ່ງຊາດລາວ (LANIC) ໄດ້ແລກປ່ຽນປະສົບການດ້ານການພັດທະນາລາຍເຊັນດິຈິຕອນ, ການປັບປຸງນະໂຍບາຍກ່ຽວກັບການບໍລິການທີ່ໜ້າເຊື່ອຖື ແລະ ການສຶກສາຄົ້ນຄວ້າກົນໄກການຮັບຮູ້ເຊິ່ງກັນ ແລະ ກັນ, ເພື່ອມຸ່ງໄປສູ່ການສ້າງຄວາມສະດວກໃຫ້ແກ່ທຸລະກຳທາງເອເລັກໂຕຣນິກຂ້າມຊາຍແດນ. |
ຍສໝ - ຜ່ານບັນດາກິດຈະກຳລະນຶກເຖິງບຸນຄຸນຂອງວິລະຊົນຜູ້ເສຍສະຫຼະຊີວິດ, ການເບິ່ງແຍງດູແລເພື່ອນຮ່ວມຮົບ, ການຊ່ວຍເຫຼືອອະດີດນັກຮົບລາວ, ການກັບຄືນໄປຢ້ຽມຢາມສະໜາມຮົບເກົ່າ ແລະ ການຊ່ວຍເຫຼືອນັກຮຽນໃນເຂດທຸລະກັນດານ, ບັນດາອະດີດທະຫານອາສາສະໝັກ ແລະ ຊ່ຽວຊານການທະຫານຫວຽດນາມທີ່ເຄີຍປະຕິບັດໜ້າທີ່ຢູ່ລາວ ແລະ ປັດຈຸບັນຢູ່ຮ່າໂນ້ຍ ຍັງຄົງສືບຕໍ່ທະນຸບຳລຸງສາຍພົວພັນມິດຕະພາບລະຫວ່າງສອງປະເທດ. |
ມິງດຶກ
