| ທ່ານ ຮ່ວາງບີງກວນ ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດ ຫວຽດນາມ ຕ້ອນຮັບເອກອັກຄະລັດຖະທູດອີຣານ | |
| ຊຸກຍູ້ການຮ່ວມມືລະຫວ່າງປະຊາຊົນຫວຽດນາມ ແລະ ອີຣານ |
ເມື່ອບໍ່ດົນມານີ້, ທີ່ກອງປະຊຸມຂອງສະພາຄວາມໝັ້ນຄົງສະຫະປະຊາຊາດ, ຮອງເລຂາທິການໃຫຍ່ສະຫະປະຊາຊາດ ທ່ານ Mark Lowcock ໄດ້ກ່າວເຕືອນວ່າ, ວິກິດການມະນຸດສະທຳຢູ່ຊີຣີບັນລຸລະດັບທີ່ຮ້າຍແຮງສູງ.
ຕາມສຳນັກຂ່າວສານຫວຽດນາມປະຈຳສະຫະປະຊາຊາດ, ໃນກອງປະຊຸມປະຈຳເດືອນ ຂອງສະພາຄວາມໝັ້ນຄົງ ກ່ຽວກັບສະພາບການມະນຸດສະທຳໃນປະເທດຊີຣີ, ທ່ານ Mark Lowcock ໄດ້ກ່າວວ່າ, ອີງຕາມລາຍການອາຫານໂລກ (WFP), ປະຊາຊົນ 12,4 ລ້ານຄົນ, ເທົ່າທຽມ 60% ປະຊາກອນຂອງປະເທດຊີຣີ, ແມ່ນກຳລັງປະເຊີນໜ້າກັບສະຖານະການຂອງຄວາມບໍ່ຫມັ້ນຄົງດ້ານສະບຽງອາຫານ.
![]() |
| ທ່ານເອກອັກຄະລັດຖະທູດຫວຽດນາມ ດັ້ງດີງກູຍ, ຫົວໜ້າຄະນະຜູ້ແທນຫວຽດນາມປະຈຳສະຫະປະຊາຊາດ. (ພາບ: TTXVN) |
ສິ່ງທີ່ໜ້າກັງວົນກວ່ານັ້ນກໍ່ແມ່ນວ່າພຽງ ແຕ່ໃນໄລຍະໜຶ່ງປີ, ປະຊາຊົນ 4,5 ລ້ານຄົນໄດ້ຕົກຢູ່ໃນສະພາບການຮ້າຍແຮງດັ່ງກ່າວນີ້. ນີ້ໄດ້ຮັບຖືວ່າແມ່ນຜົນມາຈາກວິກິດການເສດຖະກິດທີ່ນັບມື້ນັບຮ້າຍແຮງໃນ 18 ເດືອນທີ່ຜ່ານມາ ພ້ອມກັບຜົນກະທົບອັນໜັກໜ່ວງຂອງພະຍາດ COVID-19.
ທ່ານຮອງເລຂາທິການໃຫຍ່ Mark Lowcock ຍັງໄດ້ແຈ້ງໃຫ້ຊາບກ່ຽວກັບຜົນກະທົບຂອງຄວາມບໍ່ໝັ້ນຄົງດ້ານຄວາມປອດໄພໃນຫລາຍໆພື້ນທີ່ ຕໍ່ຊີວິດຂອງປະຊາຊົນຊີເຣຍ, ຍ້ອນວ່າພົນລະເຮືອນມີ ໃຜບາດເຈັບລົ້ົ້ມຕາຍເພີ່ມຂຶ້ນ ໃນພາກເໜືອຂອງປະເທດຊີຣີ.
ກ່າວຄຳເຫັນທີ່ກອງປະຊຸມ, ທ່ານເອກອັກຄະລັດຖະທູດຫວຽດນາມ ດັ້ງດີງກູຍ, ຫົວໜ້າຄະນະຜູ້ແທນຫວຽດນາມປະຈຳສະຫະປະຊາຊາດ ໄດ້ແບ່ງປັນຄວາມວິຕົກກັງວົນລວມຂອງບັນດາສະມາຊິກສະພາຄວາມໝັ້ນຄົງ ກ່ຽວກັບສະພາບການມະນຸດສະທຳທີ່ຮ້າຍແຮງຢູ່ຊີຣີ, ໃນນັ້ນພິເສດແມ່ນຂໍ້ມູນຂ່າວກ່ຽວກັບຄວາມບໍ່ ໝັ້ນຄົງດ້ານສະບຽງອາຫານ ແລະ ຜົນກະທົບຈາກວິກິດການເສດຖະກິດທີ່ຮ້າຍແຮງໃນປະຈຸບັນຕໍ່ປະຊາຊົນຊີຣີ, ໂດຍສະເພາະ ສຳຫຼັບກຸ່ມທີ່ມີຄວາມສ່ຽງເຊັ່ນເດັກນ້ອຍ.
ທ່ານເອກອັກຄະລັດຖະທູດຫວຽດນາມ ດັ້ງດີງກູຍ ໄດ້ຮຽກຮ້ອງໃຫ້ບັນດາຝ່າຍຢູ່ຊີຣີ ເພີ່ມທະວີການຮ່ວມມື ເພື່ອຮັບປະກັນການຊ່ວຍເຫຼືອດ້ານມະນຸດສະທຳ ບໍ່ຖືກລົບກວນ ແລະ ໃນເວລາທີ່ເໝາະສົມເພື່ອໄປເຖິງທຸກຂົງເຂດ.
ທ່ານເອກອັກຄະລັດຖະທູດ ດັ້ງດີງກູຍ ກໍ່ຮຽກຮ້ອງເພີ່ມທະວີການສະໜັບສະໜູນຈາກສາກົນ ໃຫ້ປະຊາຊົນຊີຣີ, ໂດຍເນັ້ນໜັກເຖິງຄວາມຈຳເປັນໃນການສະໜັບສະໜູນໃນການປະຊິດເຂົ້າເຖິງວັກຊິນປ້ອງກັນ ແລະ ຕ້ານ COVID-19 ຂອງປະຊາຊົນຊີເຣຍໃນສະພາບການແຜ່ລະບາດຂອງພະຍາດ ທີ່ຍັງສືບຕໍ່ເກີດຂື້ນໃນປະເທດຊີຣີ.
| ຫວຽດນາມ ໄດ້ຮຽກຮ້ອງໃຫ້ປະຊາຄົມສາກົນ ຊ່ວຍເຫຼືອປະເທດຊີຣີ ໃນການຕອບໂຕ້ກັບພະຍາດ COVID-19 ຍສໝ - ທີ່ກອງປະຊຸມປະຈຳເດືອນຂອງສະພາຄວາມໝັ້ນຄົງ, ຫວຽດນາມ ໄດ້ຮຽກຮ້ອງໃຫ້ປະຊາຄົມສາກົນ ເພີ່ມທະວີການສະໜັບສະໜູນສຳລັບ ປະເທດຊີຣີ ໃນການຕອບໂຕ້ກັບພະຍາດ COVID-19 ແລະ ແກ້ໄຂບັນຫາຄວາມໝັ້ນຄົງດ້ານສະບຽງອາຫານ. |
| ຫວຽດນາມ ເຂົ້າຮ່ວມກອງປະຊຸມທາງອອນລາຍປະຈຳເດືອນ ກ່ຽວກັບສະພາບການຢູ່ຊີຣີຂອງ ສະພາຄວາມໝັ້ນຄົງ ສປຊ ຍສໝ - ກ່າວຄຳເຫັນທີ່ກອງປະຊຸມ, ທ່ານເອກອັກຄະລັດຖະທູດຫວຽດນາມ ຟ້າມຫາຍແອັງ, ຮອງຫົວໜ້າຄະນະຜູ້ຕາງໜ້າຫວຽດນາມ ປະຈຳສະຫະປະຊາຊາດ, ໄດ້ເນັ້ນໜັກເຖິງຄວາມສຳຄັນຂອງເລື່ອງສືບຕໍ່ຮັກສາການໂອ້ລົມສົນທະນາ ແລະ ການເຈລະຈາມີລັກສະນະສ້າງສັນລະຫວ່າງ ລັດຖະບານຊີຣີ ແລະ ຝ່າຍຄ້ານ, ໃນນັ້ນຄວນເປັນເອກະພາບກ່ຽວກັບໂຄງການດຳເນີນງານໂດຍໄວ ເພື່ອດຳເນີນບັນດາກອງປະຊຸມຄັ້ງຕໍ່ໄປ. |
| ສະຫະປະຊາຊາດມີຄວາມວິຕົກກັງວົນຕໍ່ສະພາບຄວາມເຄັ່ງຕຶງເພີ່ມຂຶ້ນຢູ່ທິດຕາເວັນຕົກພາກໃຕ້ຊີຣີ ທ່ານເລຂາທິການໃຫຍ່ສະຫະປະຊາຊາດ Antonio Guterres ສະແດງຄວາມວິຕົກກັງວົນຕໍ່ສະພາບຄວາມເຄັ່ງຕຶງເພີ່ມຂຶ້ນຢູ່ທິດຕາເວັນຕົກພາກໃຕ້ຊີຣີ. |
ຄຳຮຸ່ງ
ຂ່າວທີ່ກ່ຽວຂ້ອງ
ຂີດໝາຍ 47 ປີ ແຫ່ງວັນໄຊຊະນະການປະຕິວັດປະຊາຊົນ Sandino: ຊຸກຍູ້ການຮ່ວມມື ແລະ ການພົບປະແລກປ່ຽນມິດຕະພາບລະຫວ່າງປະຊາຊົນ ຫວຽດນາມ - ນິກາຣາກວາ
ສືບຕໍ່ຢັ້ງຢືນສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ຫວຽດນາມ - ລາວ
ເສີມສ້າງຄວາມຮັກແພງພາສາຫວຽດນາມ ພາຍໃນດວງໃຈຂອງຄົນຮຸ່ນໜຸ່ມຊາວຫວຽດນາມຢູ່ຕ່າງປະເທດ
ທ່ານອາດຈະມັກ
ຫວຽດນາມ ຢັ້ງຢືນສືບຕໍ່ສະໜັບສະໜູນການຜັນຂະຫຍາຍ ສັນທະມະຕິ 5 ຂໍ້ ຢ່າງມີປະສິດທິຜົນ ແລະ ເຂົ້າສູ່ລວງເລິກ
ຍົກສູງບົດບາດ ຫວຽດນາມ ພາຍໃນການຮ່ວມມື ວັດທະນະທຳ - ສັງຄົມ ASEAN
ຂຸດຄົ້ນ ແລະ ກູ້ຊ່ວຍອັດຖິເສຍສະຫຼະຊີວິດເພື່ອຊາດ ໄດ້ຫຼາຍກວ່າ 1.300 ສະຫາຍ ຫຼັງຈາກຜ່ານຜ່າ 111 ວັນ ແລະ ຄືນ
ຍຸດທະສາດການຂະຫຍາຍຕົວຊາວໜຸ່ມ ຫວຽດນາມ ໄລຍະປີ 2021-2030
ຫວຽດນາມ ປະກອບສ່ວນຢ່າງຕັ້ງໜ້າ ຢູ່ທີ່ກອງປະຊຸມກຸ່ມຊ່ຽວຊານ ADMM+ ກ່ຽວກັບການຮັກສາສັນຕິພາບ
